Database ແມ່ນຫຍັງ ?

Anothay Bbooyy
Sep 8, 2018 · 2 min read

ແນະນໍາ database ພື້ນຖານ

Database ຫຼື ເຮົາເອີ້ນກັນວ່າ ຖານຂໍ້ມູນ ຄື ກຸ່ມຂອງຂໍ້ມູນທີ່ຖືກເກັບລວມກັນໄວ້ ໂດຍມີຄວາມສໍາພັນຊຶ່ງກັນແລະກັນ ໂດຍບໍ່ໄດ້ບັງຄັບວ່າ ຂໍ້ມູນທັງໝົດຈະຕ້ອງເກັບໄວ້ໃນເອກະສານດຽວກັນຫຼືແຍກເກັບຫຼາຍໆແຟັມຂໍ້ມູນ.

ເວົ້າເຂົ້າໃຈງ່າຍ ກໍຄືການເກັບຂໍ້ມູນໃຫ້ ເປັນລະບົບລະບຽບ ໂດຍມີລະບົບຄວາມສໍາພັນລະຫວ່າງຂໍ້ມູນຕ່າງໆຢ່າງຈະແຈ້ງ ຍົກຕົວຢ່າງ : ຂໍ້ມູນນັກສືກສາ ຈະປະກອບໄປດ້ວຍ ຊື່ ລະຫັດນັກສືກ ວັນເດືອນປີເກີດ ເວລາເຮົາເພິ່ມ ເຮົາກໍຈະເພິ່ມເຂົ້າຕາມ ທີ່ເຮົາກໍານົດໄວ້.

— ລະຫັດ — ຊື່ — ອາຍຸ —

— 123 — boy — 19 —

— 111 — pon — 20 —

— 213 — jon — 21 —


ເມື່ອເຮົາຮູ້ວ່າ ຖານຂໍ້ມູນແມ່ນຫຍັງແລ້ວ ເຮົາກະຕ້ອງຮູ້ວ່າ ເຮົາສິຈັດການຖານຂໍ້ມູນແນວໃດ ຊຶ່ງໃນປັດຈຸປັນມີຫຼາຍ ເຄື່ອງມືໃນການ ຈັດການຖານຂໍ້ມູນ ແຕ່ມື້ນີ້ທາງຜູ້ຂຽນຈະຍົກເອົາພາສາ sql ມາສອນເພາະເປັນພາສາທີ່ເຂົ້າໃຈຫຼາຍ ແລະ ຮຽນຮູ້ໄດ້ໄວ

Sql ແມ່ນຫຍັງ ?

Sql ຈະຍໍມາຈາກ Structured Query Language ກະຄືພາສາທີ່ເອົາໄວ້ ຈັດການຫຼືບໍລິຫານຂໍ້ມູນ

ຖານຂໍ້ມູນທີ່ເຮົາວ່ານີ້ ເຮົາກໍຈະເອີ້ນວ່າ Relational database ( ຖານຂໍ້ມູນເຊິ່ງສໍາພັນ)

Sql ພື້ນຖານ

Table column record :

ໃນຖານຂໍ້ມູນແບບ Sql ຈະປະກອບໄປດ້ວຍ Table ກະຄືຕາງລາງ ເຊັ່ນ ເຮົາຕ້ອງການສ້າງຂໍ້ມູນປະຫວັດນັກສືກເຈົ້າກະຕ້ອງສ້າງ table ຊື່ວ່າ “ນັກສືກສາ” ແລະໃນ table ນັ້ນຈະປະກອບໄປດ້ວຍ column ຫຼື ເຮົາຈະເອີ້ນວ່າ field ກໍໄດ້ field ໃນທີ່ນີ້ ມີຄວາມໝາຍ ວ່າ ຊື່ກ່ຽວກັບຂໍ້ມູນທີ່ເຈົ້າຈະໃຫ້ຄວາມໝາຍ ເຊັ່ນວ່າ ຊື່ນັກສືກສາ ກະຄື 1 field ໃນ 1 table ຈະປະກອບໄປດ້ວຍ ຫຼາຍ field ເຊັ່ນ ຊື່ ອາຍຸ ລະຫັດ ວັນເດືອນປີເກີດ ບ້ານເກີດ ໆໆ ແລະ ໃນແຕ່ລະ field ຈະມີຂໍ້ທີ່ເຈົ້າບັນທືກໄວ້ ເຮົາກໍຈະເອີ້ນວ່າ record ຫຼື ແຖວ ນັ້ນເອງ .

Data types :


ໃນການສ້າງ field ຕາມທີ່ເຮົາຕ້ອງການໄດ້ນັ້ນເຮົາຕ້ອງຮູ້ຈັກ ວ່າ data type ແມ່ນຫຍັງ ?

ເວົ້າໃຫ້ເຂົ້າໃຈງ່າຍກໍຄື data type ຄືປະເພດຂໍ້ມູນທີ່ເຈົ້າຕ້ອງການບັນທືກໄວ້ ຍົກຕົວຢ່າງ :

ເຮົາຕ້ອງການສ້າງຂໍ້ມູນກ່ຽວກັບ ຄູ ຂໍ້ຄູເຮົາອາດຈະມີ ຊື່ ອາຍຸ ບ້ານເກີດ

ຊື່ : ນາງສຸພາພອນ ຊື່ໃນທີ່ນີ້ແນ່ນອນເຮົາຮູ້ແລ້ວ ວ່າມັນຕ້ອງເປັນຕົວອັກສອນ ທຸກໆຊື່ຕ້ອງເປັນຕົວອັກສອນ ສະນັ້ນ ເວົ້າແບບງ່າຍໆ data type ຫຼື ຊະນິດຂໍ້ມູນຂອງ field ກະຄືຕົວອັກສອນ

ອາຍຸ : 15 ປີ ອາຍຸເຮົາຮູ້ແລ້ວ ວ່າເປັນໄດ້ ແຕ່ຕົວເລກ ບໍ່ສາມາດເປັນຕົວອັກສອນໄດ້

ບ້ານ : ທ່າເມືອງ ເປັນຕົວອັກສອນ

ສະຫຼບກໍຄື ຊະນິດຂໍ້ມູນເປັນຕົວກໍານົດ ປະເພດ ວ່າຈະເປັນຕົວອັກສອນ ຕົວເລກ ຫຼື ອື່ນໆ ເພື່ອໃຫ້ ຂໍ້ທີ່ເພິ່ມເຂົ້າມາ ຖືກຕ້ອງການ ກົດເກນທີ່ເຮົາຕັ້ງໄວ້.

ຊະນິດຖານຂໍ້ມູນຕ່າງໆ ທີ່ຕ້ອງຮູ້:

  1. int ຄືຕົວເລກແບບບໍ່ມີເສດ ກໍຄືຕົວເລກຈໍານວນເຕັມ 1,2,3,4,5,6…-1,-2,-3,-4
  2. float ຈໍານວນຕົວເລກແບບມີຈຸດ 1.2 , 3.4 , 6.5 … -1.3 , 1133.444
  3. VARCHAR ຄື ຊະນິດຂໍ້ມູນແບບຕົວອັກສອນ ທີ່ເຮົາຕ້ອງກໍານົດຄວາມຍາວໃຫ້ ໄວ້ກໍານົດຂໍ້ມູນແບບຕົວອັກສອນທີ່ເຮົາຮູ້ປະມານຄວາມຍາວໄດ້ ເຊັ່ນ ຊື່ນາມສະກຸນ ໂຮງຮຽນ ໆໆ
  4. TEXT ຄືຊະນິດຕົວອັກສອນແບບ ບໍ່ຕ້ອງກໍານົດຄວາມຍາວ ສ່ວນຫຼາຍແມ່ນຈະໃຊ້ສໍາລັບ ຂໍ້ມູນທີ່ເຮົາບໍ່ຮູ້ກໍານົດທີ່ນອນ ໄດ້ ເຊັ່ນ ທີ່ຢູ່
  5. DATE ແມ່ນຊະນິດຂໍ້ມູນແບບ ວັນທີ່ເດືອນປີ ເຊັ່ນ 2018–09–11

ທົບທວນພື້ນຖານ ເຄື່ອງໝາຍ Logic

  1. ໃນ ພາສາ Sql ເຮົາສາມາດ ປຽບທຽບ ຖືກຜິດໄດ້ດ້ວຍເຄື່ອງໝາຍ Logic
  2. And ແມ່ນທຸກເງື່ອນໄຂຕ້ອງຖືກ ຈັງຖືກ ນອກນັ້ນຜິດ
  3. Or ແມ່ນມີຖືກອັນດຽວ ຖືກໝົດ

ພື້ນຖານ Key ໃນ Sql

  1. PRIMARY KEY
  • PRIMARY KEY ຄື key ທີ່ເອົາໄວ້ບອກວ່າ field ນີ້ ຂໍ້ມູນ ໃນ field ນັ້ນ ຕ້ອງຫ້າມຄືກັນກັບ
  • ຕົວຢ່າງເຮົາຕ້ອງການສ້າງຂໍ້ມູນນັກຮຽນ ແນ່ນອນເຮົາຕ້ອງມີລະຫັດນັກຮຽນ ເຊິ່ງລະຫັດນັກຮຽນແມ່ນຕ້ອງບໍ່ຄືກັນ ເຮົາເລີຍຕ້ອງກໍານົດ ລະຫັດນັກຮຽນ ເປັນ primary key ນັ້ນເອງ ເພື່ອ ກໍານົດກົດເກນ ໃນການເພິ່ມຂໍ້ມູນ

2. FOREIGN KEY

  • FOREIGN KEY ຄື Key ໄວ້ເຊື່ອມ table ກັບ table ເຂົ້າດ້ວຍກັນ ຕາມແນວຄິດແບບ Relational database ( ຖານຂໍ້ມູນເຊິ່ງສໍາພັນ)
  • ຕົວຢ່າງ : ເບິ່ງໃນຫົວຂໍ້ ສ້າງ table FOREIGN KEY // ສອນຕາມຫຼັງ ເພາະ ຍາກ ກັບ ສໍາຄັນຫຼາຍ

ຄໍາສັ່ງພື້ນຖານ Sql

  1. ການສ້າງ Table

create table table_name(column1 datatyp,column1 datatype,column1 datatype,….column1 datatype,PRIMARY KEY(one or more columns)

  • ຕົວຢ່າງ 1 :

CREATE TABLE student(
id INT(2) PRIMARY KEY,
NAME VARCHAR(50)
);

ຈາກຕົວຢ່າງແມ່ນເຮົາ ສ້າງ table ຊື່ວ່າ student ແລະມີ field id ເຊິ່ງເປັນຊະນິດຂໍ້ມູນແບບ ຕ້ອບບໍ່ຊ້ໍາກັນ ແລະ ອີກ field ແມ່ນ name ເປັນຊະນິດ ຕົວອັກສອນ ແລະມີຄວາມຍາວ ຂອງປະໂຫຍດແມ່ນ 50 ຄໍາ

  • ຕົວຢ່າງ 2 :

CREATE TABLE sinhvien(
sv_id INT(10) PRIMARY KEY,
sv_name VARCHAR(50),
sv_namesinh DATE,
sv_daichi TEXT
)

2. ການເພິ່ມຂໍ້ມູນ

INSERT INTO table_name (column1, column2, column3, …)
VALUES (value1, value2, value3, …);

ຕົວຢ່າງ :

ໃຫ້ຜູ້ອ່ານລອງຂຽນຕາມລະເພິ່ມຂໍ້ໃຫ້ໄດ້ແບບຕົວຢ່າງ

3. ການສະແດງຂໍ້ມູນ

SELECT column1, column2, …
FROM table_name;

  • ຕົວຢ່າງ 1 :

select * from student

ແມ່ນການສະແດງຂໍ້ມູນ ທັ້ງໝົດໃນ table stdudent * ແມ່ນທຸກໆ field

  • ຕົວຢ່າງ 2 :

select ID,name from student

ເຮົາສາມາດ ສະແດງ ສະເພາະແຕ່ field ທີ່ເຮົາຕ້ອງການໄດ້

4. ການລົບຂໍ້ມູນ

Welcome to a place where words matter. On Medium, smart voices and original ideas take center stage - with no ads in sight. Watch
Follow all the topics you care about, and we’ll deliver the best stories for you to your homepage and inbox. Explore
Get unlimited access to the best stories on Medium — and support writers while you’re at it. Just $5/month. Upgrade