ການໃຊ້ງານ EEPROM ບັນທືກຂໍ້ມູນລົງຫນ່ອຍຄວາມຈຳ Arduino

Arduino LAO
Aug 31, 2018 · 2 min read

ບົດຄວາມນີ້ເຮົາຈະມາເວົ້າເຖີງການບັນທືກຂໍ້ມູນລົງໜ່ວຍຄວາມຈຳ Arduino ເຊີ່ງໜ່ວຍຄວາມຈຳທີ່ຢູ່ໃນ Arduino ເຂົ້າເອີ້ນວ່າ EEPROM ແມ່ນເປັນໜ່ວຍຄວາມຈຳແບບຖາວອນ ທີ່ສາມາດອ່ານ ແລະ ຂຽນຊ້ຳໄດ້. ໃນບອດ Arduino ແຕ່ລະບອດຈະມີຂະໜາດພື້ນທີ່ EEPROM ແຕກຕ່າງກັນໄປ ເຊັ່ນ Arduino Uno R3 , Nano.. ຈະມີພື້ນທີ່ໃຫ້ໃຊ້ງານທັງໝົດ 1KB = 1,024 Byte (ສາມາດບັນທືກຕົວອັກສອນໄດ້ 1,024 ຕົວອັກສອນ) ສ່ວນ Arduino Mega 2560 R3 ມີພື້ນທີ່ 4KB = 4,096 Byte (ສາມາດບັນທືກຕົວອັກສອນໄດ້ 4,096 ຕົວອັກສອນ)

  • ການໃຊ້ງານ EEPROM ສ່ວນຫຼາຍ ຈະນຳໄປໃຊ້ໃນການເກັບຄ່າຄອນຟີກຕ່າງໆທີ່ຕັ້ງຄ່າໄວ້ ເນື່ອງຈາກເວລາຂຽນລົງໜ່ວຍຄວາມຈຳມັນຈະເກັບລົງໜ່ວຍຄວາມຈຳຖາວອນ ເມື່ອເວລາຢຸດຈ່າຍໄຟກໍ່ຈະບໍ່ເຮັດໃຫ້ຂໍ້ມູນຫາຍໄປ.

ການໃຊ້ງານແມ່ນເຮົາຈະໃຊ້ໄລບາລີ້ທີ່ຊື່ວ່າ EEPROM.h ສາມາດເຂົ້າໄປເບີ່ງຕົວຢ່າງໄດ້

Example EEPROM

ໃນໄລບຣາລີ້ກໍ່ຈະມີຟັງຊັ້ນຫຼັກໆໃຫ້ໃຊ້ງານດັ່ງນີ້:

ເຮົາມາທົດລອງກັນເລີຍອຸປະກອນທີ່ຈະໃຊ້ ກໍ່ຈະມີ:

  • Arduino Uno R3 x1

ທົດລອງກ໋ອບປີ້ແລ້ວ ອັບໂລດ ແລ້ວເບີ່ງຜົນ:

Code

ຜົນໄດ້ຮັບດັ່ງນີ້:

ອະທິບາຍ: ການເຮັດຂອງໂປຣແກຣມນີ້ແມ່ນໃຫ້ຂຽນລົງ EEPROM ໂດຍເລີ່ມຈາກຕຳແໜ່ງທີ 0 ແທນໂດຍຕົວປ່ຽນ addr = 0 ດ້ວຍຟັງຊັ້ນ EEPROM.write(addr, addr) ; ແລ້ວແຖວຕໍ່ໄປແມ່ນອ່ານຄ່າຈາກໜ່ວຍຄວາມຈຳ ມາເກັບໄວ້ໃນຕົວປ່ຽນ val ດ້ວຍຟັງຊັ້ນ EEPROM(addr); ແລ້ວປີ້ນອອກມາມໍນິເຕີ້ ແລ້ວບວກ addr ຂື້ນເທື່ອລະ 1 , ແລ້ວເຮັດໄປຊ້ຳໆ ຖ້າວ່າ addr ເພີ່ມຂື້ນເລື້ອຍໆແລ້ວເທົ່າ addr == 20 ຈະເຮັດໃຫ້ addr = 0; ແລ້ວວົນໄປແບບນີ້ເລື້ອຍໆ.

ອະທິບາຍ Code Example

ຈົບບົດຄວາມ ຖ້າບໍ່ເຂົ້າໃຈສ່ວນໃດສາມາດ inbox ສອບຖາມໄດ້

Arduino LAO

Written by

Home Of Maker In Laos, Build by maker for maker

Welcome to a place where words matter. On Medium, smart voices and original ideas take center stage - with no ads in sight. Watch
Follow all the topics you care about, and we’ll deliver the best stories for you to your homepage and inbox. Explore
Get unlimited access to the best stories on Medium — and support writers while you’re at it. Just $5/month. Upgrade