ສິ່ງທີ່ຕ້ອງພົບເຈິເມື່ອຮຽນສາຍໄອທີ

ສາຍຮຽນໄອທີ(IT: Information Technology) ກໍເປັນອີກສາຍໜຶ່ງທີ່ຫຼາຍໆຄົນເລືອກຮຽນ ບໍ່ວ່າຈະຮຽນຢູ່ໃນສະຖາບັນພາຍໃນປະເທດ ຫຼື ຢູ່ຕ່າງປະເທດ. ໃນນັ້ນ, ກໍມີບາງຄົນທີ່ບໍ່ທັນຮູ້ຢ່າງຄັກແຈ້ງວ່າ ເມື່ອໄດ້ຮຽນສາຍນີ້ຈະຕ້ອງໄດ້ຮຽນຮູ້ແລະພົບເຈິກັບຫຍັງແນ່; ໃນບົດຄວາມນີ້ຈະມານຳສະເໜີໃຫ້ໄດ້ຮັບຮູ້ເຖິງຈຸດຫຼັກໆທີ່ຈະໄດ້ເຈິເມື່ອໄດ້ມາຮຽນສາຍໄອທີ ດັ່ງຕໍ່ໄປນີ້:

ຄະນິດສາດ (Mathematics)

ເປັນທີ່ແນ່ນອນວ່າ ເມື່ອໄດ້ມາຮຽນສາຍໄອທີຈະໜີບໍ່ພົ້ນວິຊາຄະນິດສາດໄດ້ເລີຍ (ໜີແນວໃດກໍບໍ່ພົ້ນ) ເພາະວ່າຄອມພິວເຕີນັ້ນເຮັດວຽກໂດຍນຳໃຊ້ຫຼັກການທາງຄະນິດສາດ. ສຳລັບຄະນິດສາດທີ່ຈະໄດ້ຮຽນໃນສາຍໄອທີນັ້ນມີ ເລກຖານຕ່າງໆ, ຕັກກະສາດ (Logic), ພຶດຊະຄະນິດບູນ (Boolean Algebra), ມາຕຣິດ (Matrix), ສົມຜົນ ແລະ ລະບົບສົມຜົນເສັ້ນຊື່ (Linear Equations), ສະຖິຕິສາດ (Statistic) ແລະ ຄັລຄູລັສ (Calculus) ເປັນຕົ້ນ. (ຄະນິດສາດລ້ວນໆ)

ອາດມີຫຼາຍຄົນສົງໄສວ່າເປັນຫຍັງມາຮຽນໄອທີແລ້ວຕ້ອງໄດ້ຮຽນຄະນິດສາດ? ກໍຄືທີ່ໄດ້ກ່າວຂ້າງເທິງແລ້ວວ່າ ຄອມພິວເຕີນັ້ນເຮັດວຽກໂດຍນຳໃຊ້ຫຼັກການທາງຄະນິດສາດ, ເຊິ່ງເຮົາຈະເຫັນໄດ້ໃນເວລາຂຽນໂປຣແກຣມຄອມພິວເຕີໃດໜຶ່ງນັ້ນ ຕ້ອງມີການນຳໃຊ້ຫຼັກການຕັກກະສາດເຂົ້າຮ່ວມນຳເພື່ອເປັນຕົວກຳນົດເງື່ອນໄຂການເຮັດວຽກຂອງໂປຣແກຣມນັ້ນ ເປັນຕົ້ນ.

ນອກຈາກນັ້ນ,​ ຍັງໄດ້ນຳໃຊ້ຄະນິດສາດເຂົ້າໃນການວິເຄາະບັນຫາທາງວິທະຍາສາດ ຫຼື ບັນຫາທົ່ວໄປເຊັ່ນ: ເຮົານຳໃຊ້ຄວາມຮູ້ດ້ານສະຖິຕິສາດມາວິເຄາະອັດຕາການຈ້າງງານຂອງປະຊາກອນພາຍໃນປະເທດແລ້ວມາສັງເກດເບິ່ງບັນຫາຕ່າງໆທີ່ເກີດຂຶ້ນກ່ຽວກັບການຈ້າງງານ ເມື່ອຮູ້ແລ້ວກໍຊອກຫາວິທີແກ້ໄຂບັນຫາເຫຼົ່ານັ້ນ; ເຊິ່ງທີ່ກ່າວໄປນີ້ບໍ່ແມ່ນວຽກໄອທີໂດຍກົງ ແຕ່ເປັນວຽກທີ່ນຳໄອທີເຂົ້າມາປະຍຸກນຳໃຊ້.

Data Visualization ເປັນພາກສ່ວນໜຶ່ງຂອງສະຖິຕິສາດທີ່ປະຍຸກນຳໃຊ້ໄອທີເຂົ້າຊ່ວຍ

ໂດຍທົ່ວໄປແລ້ວ, ໃນການເຮັດວຽກໄອທີຕົວຈິງໃນລາວນັ້ນ ອາດບໍ່ໄດ້ນຳໃຊ້ຄະນິດສາດຫຼາຍປານໃດ, ແຕ່ໃນບາງສາຍງານໄອທີເຊັ່ນ ນັກວິເຄາະຂໍ້ມູນ (Data Analyzer), ນັກວິທະຍາສາດຄອມພິວເຕີ (Computer Scientist), ນັກວິທະຍາສາດຂໍ້ມູນ(Data Scientist), ປັນຍາປະດິດ (Artificial Intelligence) ນີ້ຖືວ່າເປັນສາຍງານທີ່ນຳໃຊ້ຄະນິດສາດຫຼາຍພໍສົນຄວນ. ໝາຍເຫດ: ສາຍງານທີ່ກ່າວນັ້ນແມ່ນຍັງບໍ່ທັນຂະຫຍາຍຕົວໃນລາວປານໃດ ເພາະເປັນຂອງໃໝ່.

ການແກ້ໄຂບັນຫາ (Problem Solving)

ບໍ່ວ່າເຮົາຈະເຮັດສິ່ງໃດກໍຕາມ ມັນກໍຈະມີບັນຫາຕາມມາຢູ່ສະເໝີ. ໃນການຮຽນໄອທີນີ້ ເຮົາກໍຈະມາຮຽນຮູ້ການແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນຢູ່ໃນຂົງເຂດວຽກງານໄອທີຫຼືສາຍງານທີ່ມີການນຳໃຊ້ໄອທີເຂົ້າໃນການເຮັດວຽກ, ຕັ້ງແຕ່ບັນຫາເລັກນ້ອຍທີ່ແກ້ໄດ້ຢ່າງງ່າຍດາຍໄປຈົນເຖິງບັນຫາທີ່ຊັບຊ້ອນ.

ຕົວຢ່າງ: ອາຈານໃຫ້ໂຈດມາວ່າ ຈົ່ງຂຽນໂປຣແກຣມທີ່ສະແດງຜົນຈຳນວນຖ້ວນແຕ່ 1 ຮອດ 100 ໂດຍໃຫ້ຂຽນຄຳສັ່ງບໍ່ເກີນ 10 ບັນທັດ. ໃນນີ້, ເຮົາຕ້ອງມາວິເຄາະເບິ່ງວ່າ ເຮົາຈະໃຊ້ຄຳສັ່ງໃດເພື່ອສະແດງຜົນຈຳນວນຖ້ວນໄດ້ແນວໃດ, ເມື່ອຮູ້ແລ້ວ ເຮົາກໍມາເບິ່ງອີກວ່າ ຈະເຮັດແນວໃດເພື່ອໃຫ້ຄຳສັ່ງບໍ່ເກີນ 10 ບັນທັດ, ໃນນີ້ ເຮົາຈະໃຊ້ວິທີການວົນຊໍ້າ (Loop) ເພື່ອເປັນການວົນຄຳສັ່ງນັ້ນ ແລະ ເຮັດໃຫ້ຊຸດຄຳສັ່ງ (Code) ມີລະບຽບຫຼາຍກວ່າການຂຽນຄຳສັ່ງຊໍ້າກັນ 100 ເທື່ອ!

Code ຄຳສັ່ງທີ່ໃຫ້ສະແດງຈຳນວນຖ້ວນແຕ່ 1 ຫາ 100 ໃນພາສາ Python

ທີ່ຍົກຕົວຢ່າງໄປນັ້ນ ກໍເປັນພຽງບັນຫາເລັກນ້ອຍທີ່ຜູ່ຂຽນຢາກໃຫ້ເຫັນວິທີການແກ້ໄຂບັນຫາໃນການໂປຣແກຣມເທົ່ານັ້ນ, ບັນຫາໃນໂລກຂອງຄວາມເປັນຈິງນັ້ນຈະມີຄວາມຫຍຸ້ງຍາກກວ່ານີ້ຫຼາຍເທື່ອ, ດັ່ງທີ່ຜູ່ຂຽນໄດ້ກ່າວໄວ້ໃນຫົວຂໍ້ກ່ອນໜ້າເຖິງການນຳໃຊ້ຄະນິດສາດໃນການວິເຄາະ ແລະ ແກ້ໄຂບັນຫາຕ່າງທີ່ເກີດຂຶ້ນນັ້ນລະ ຄືສິ່ງໜຶ່ງທີ່ເຮົາຈະໄດ້ພົບໃນການເຮັດວຽກຕົວຈິງ. (ມັນອາດຈະບໍ່ເຖິງຂັ້ນນັ້ນກໍເປັນໄດ້)

ການຂຽນໂປຣແກຣມຄອມພິວເຕີ (Computer Programming)

ອີກສິ່ງໜຶ່ງທີ່ຖືວ່າເປັນຈຸດຫຼັກຂອງການຮຽນໄອທີເລີຍກໍຄື ການຂຽນໂປຣແກຣມຄອມພິວເຕີ ເຊິ່ງເຮົາຈະໄດ້ຮຽນໂປຣແກຣມແບບງ່າຍທີ່ສະແດງຜົນພຽງແຕ່ຂໍ້ຄວາມໄປຈົນເຖິງໂປຣແກຣມທີ່ມີໜ້າຕາສວຍງາມຊັບຊ້ອນ. ສຳລັບໃນລາວ ພາສາຄອມພິວເຕີທີ່ຈະໃຊ້ໃນການເລີ່ມຮຽນຂຽນໂປຣແກຣມສ່ວນໃຫຍ່ແມ່ນພາສາຊີ (C Language), ແຕ່ໃນບາງປະເທດອາດຈະໃຊ້ພາສາ”ງູເຫຼືອມ” ຫຼື Python ນັ້ນເອງ ດ້ວຍເຫດຜົນທີ່ວ່າມັນງ່າຍກວ່າພາສາຊີ ແລະ ມີຄຸນລັກສະນະແບບວັດຖຸ (OOP: Object Oriented Programming) ທີ່ເປັນຄຸນລັກສະນະທີ່ສຳຄັນໃນການຂຽນໂປຣແກຣມທົ່ວໄປ.

ຖ້າຫາກວ່າຜູ່ໃດຫາກມີຄວາມຄິດຢາກຮຽນສາຍໄອທີ ຜູ່ຂຽນແນະນຳວ່າຄວນລອງສຶກສາການໂປຣແກຣມດ້ວຍຕົວເອງເບິ່ງກ່ອນ ເພື່ອທີ່ຈະໄດ້ຮູ້ວ່າເຮົາມັກ ແລະ ຢາກຮຽນສາຍນີ້ແທ້ຫຼືບໍ່, ເພາະວ່າມັນເປັນສິ່ງທີ່ຈະຕິດຕົວເຮົາໄປຕະຫຼອດ ແລະ ຫຼີກລ່ຽງມັນບໍ່ໄດ້(ຢູ່ແລ້ວ); ຖ້າວ່າເຮົາລອງສຶກສາເອງກ່ອນແລ້ວຮູ້ສຶກວ່າບໍ່ມັກບໍ່ແມ່ນສິ່ງທີ່ຢາກຮຽນ ເຮົາກໍຍັງມີທາງເລືອກອື່ນໆທີ່ເຮົາມັກແທ້, ດີກວ່າຮຽນໄປແລ້ວ ຮູ້ສຶກວ່າບໍ່ມັກ, ຮຽນໄປກໍບໍ່ໄດ້ ມັນຈະເຮັດໃຫ້ເຮົາເສຍເວລາ, ເງິນຄຳ ແລະ ບໍ່ໄດ້ຮັບໝາກຜົນຫຍັງເລີຍ; ນີ້ເປັນສິ່ງສຳຄັນຫຼາຍທີ່ເຮົາຈະລອງສຶກສາມັນກ່ອນ.

ການຮຽນຮູ້ດ້ວຍຕົນເອງ (Self Learning)

ຖ້າຫາກໃຜຄິດວ່າ ສິ່ງທີ່ເຮົາຮຽນຢູ່ໃນຫ້ອງຮຽນນັ້ນພຽງພໍ ແລະ ສາມາດເອົາໄປນຳໃຊ້ໄດ້ແລ້ວ, ຂໍບອກເລີຍວ່າເປັນຄວາມຄິດທີ່ຜິດ; ເພາະວ່າການຮຽນໃນຫ້ອງຮຽນນັ້ນ ອາຈານຈະສອນພຽງແຕ່ອົງປະກອບ, ແນວຄິດ ແລະ ແນວທາງເບື້ອງຕົ້ນຂອງວິຊາເທົ່ານັ້ນ ບໍ່ໄດ້ສອນຢ່າງລະອຽດ ແລະ ນຳໄປໃຊ້ໃນໂລກແຫ່ງຄວາມເປັນຈິງໄດ້ຢ່າງຄົບຖ້ວນ.

ອີກປະການໜຶ່ງ, ຄວາມຮູ້ທາງດ້ານໄອທີມີການພັດທະນາໄປຢ່າງວ່ອງໄວຫຼາຍ ແລະ ຄວາມຮູ້ພາຍໃນຫຼັກສູດການສອນກໍບໍ່ຄ່ອຍໄດ້ມີການປັບປຸງເພື່ອໃຫ້ແທດເໝາະກັບເຕັກໂນໂລຊີທີ່ມີການພັດທະນາຢ່າງກ້າວກະໂດດພໍປານໃດ, ສ່ວນໃຫຍ່ແລ້ວ ພວກເຮົາຈະໄດ້ສຶກສາສິ່ງເຫຼົ່ານີ້ດ້ວຍຕົວເອງ ເຊິ່ງກໍມີຫຼາຍແຫ່ງຄວາມຮູ້ທີ່ສາມາດຕອບສະໜອງຕໍ່ຄວາມຕ້ອງການຂອງເຮົາໄດ້ ບໍ່ວ່າຈະເປັນ ຫຼັກສູດອອນລາຍ (Online Courses), ບົດຄວາມຕ່າງໆ ຫຼື ຊຸມຊົນອອນລາຍທີ່ເຂົາເຈົ້າສຶກສາເລື່ອງທີ່ເຮົາສົນໃຈ ເປັນຕົ້ນ.

ດັ່ງນັ້ນ, ການຮຽນຮູ້ດ້ວຍຕົນເອງຈຶ່ງເປັນສິ່ງສຳຄັນທີ່ຈະເຮັດໃຫ້ເຮົາມີຄວາມເຂົ້າໃຈໃນສິ່ງນັ້ນຫຼາຍຍິ່ງຂຶ້ນ ແລະ ນຳມາປະຍຸກນຳໃຊ້ກັບສິ່ງທີ່ເຮົາໄດ້ຮຽນມາໄດ້ດີມີປະສິດທິພາບ; ການຮຽນຮູ້ໃນທີ່ນີ້ຈະບໍ່ໄດ້ຈຳກັດທີ່ເລື່ອງທີ່ເຮົາຮຽນກໍຄືໄອທີເທົ່ານັ້ນ, ມັນຍັງລວມໄປເຖິງອົງຄວາມຮູ້ທີ່ຈະມາປະຍຸກນຳໃຊ້ເຂົ້າກັບສາຍວຽກຂອງເຮົາອີກດ້ວຍ.

ບົດສະຫຼຸບ

ສິ່ງທີ່ຜູ່ຂຽນໄດ້ກ່າວໄປທັງໝົດນັ້ນກໍແມ່ນມາຈາກປະສົບການ ແລະ ການສຶກສາຄົ້ນຄວ້າຂອງຜູ່ຂຽນເອງ ເຊິ່ງອາດຈະມີມຸມມອງທີ່ແຕກຕ່າງຈາກຜູ່ອື່ນແດ່, ແຕ່ແນວໃດກໍຕາມ ທຸກໆຄົນທີ່ຮຽນສາຍໄອທີຈະໄດ້ເຈິສິ່ງດຽວກັນໝົດ.

ສຸດທ້າຍນີ້ຜູ່ຂຽນກໍຢາກບອກໄວ້ວ່າ ບໍ່ວ່າຈະຮຽນສາຍໃດກໍຕາມ ເຮົາກໍຕ້ອງເປັນຄົນທີ່ໝັ່ນສຶກສາຄົ້ນຄວ້າສິ່ງໃໝ່ໆຢູ່ສະເໝີ ເພາະວ່າທຸກສິ່ງທຸກຢ່າງມັນປ່ຽນແປງຢູ່ຕະຫຼອດເວລາ, ນຳຄວາມຮູ້ທີ່ມີມາໃຊ້ໃຫ້ເກີດປະໂຫຍດສູງສຸດຕໍ່ຕົນເອງ ແລະ ແບ່ງປັນໃຫ້ກັບສັງຄົມ ເພື່ອສັງຄົມທີ່ກ້າວໜ້າທັນສະໄໝ ແລະ ທີ່ສຳຄັນທີ່ສຸດຄື ເປັນຄົນດີ(ນີ້ສຳຄັນຫຼາຍ).