[Review] ງານ BarCamp Savannakhet 2018
ເປັນທີ່ສຳເລັດລົງໄປແລ້ວ ສຳລັບງານ BarCamp Savannakhet ປະຈຳປີ 2018 ເຊິ່ງເປັນງານທີ່ເປີດໂອກາດໃຫ້ທຸກໆຄົນໄດ້ມາເວົ້າໃນສິ່ງທີ່ຕົນເອງຢາກເວົ້າ ແລະ ມາຟັງຫົວຂໍ້ທີ່ສົນໃຈ; ໂດຍປີນີ້ກໍມີ Speaker ມາເວົ້າໃນຫົວຂໍ້ຕ່າງໆເປັນຈຳນວນຫຼວງຫຼາຍ ບໍ່ວ່າຈະເປັນຫົວຂໍ້ໄອທີ, ການແພດ, ສັງຄົມເປັນຕົ້ນ. ສຳລັບໃຜທີ່ບໍ່ທັນຮູ້ວ່າ BarCamp ແມ່ນຫຍັງ ກໍສາມາດເຂົ້າໄປເບິ່ງຂໍ້ມູນເພີ່ມເຕີມໄດ້ທີ່ລິງຕໍ່ໄປນີ້: ບາແຄ້ມ ແມ່ນຫຍັງ?
ພາບລວມຂອງງານ BarCamp Savannakhet

ສຳລັບປີນີ້ ກໍເປັນປີທີ 2 ທີ່ທາງທີມງານໄດ້ຈັດງານ BarCamp ຂຶ້ນມາທີ່ແຂວງສະຫວັນນະເຂດ, ໂດຍໃນປີນີ້ກໍມີຜູ້ເຂົ້າຮ່ວມງານທັງໝົດ 197 ຄົນ ເຊິ່ງຕົວເລກຜູ້ເຂົ້າຮ່ວມງານແມ່ນເພິ່ມຂຶ້ນຈາກປີກ່ອນພໍສົມຄວນ ແລະ ຜູ້ເຂົ້າຮ່ວມສ່ວນຫຼາຍກໍເປັນນັກຮຽນນັກສຶກສາຢູ່ພາຍໃນແຂວງສະຫວັນນະເຂດ. ນອກຈາກນັ້ນ ກໍຍັງມີຜູ້ເຂົ້າຮ່ວມຫຼາຍໆທ່ານທີ່ມາຈາກນະຄອນຫຼວງວຽງຈັນ ເຊິ່ງສ່ວນໃຫຍ່ກໍຈະເປັນ Speaker ໃນງານ, ໜຶ່ງໃນນັ້ນ ກໍແມ່ນ ລຸງໂອ້ດ ຈາກບໍລິສັດລາວໄອທີພັດທະນາ ແລະ ຜູ້ຈັດການ BarCamp Vientiane ເຊິ່ງເປັນຜູ້ສະໜັບສະໜຸນໃຈດີຂອງພວກເຮົາ ໂດຍເພິ່ນໄດ້ມາເວົ້າໃນຫົວຂໍ້ “Blockchain and Bitcoin”.

ສຳລັບຫົວຂໍ້ທີ່ Speaker ໄດ້ມາເວົ້າໃນປີນີ້ກໍມີທັງໝົດ 21 ຫົວຂໍ້ດ້ວຍກັນ ຕັ້ງແຕ່ຫົວຂໍ້ທີ່ກ່ຽວກັບໄອທີ, ການແພດ, ການສຶກສາ, ສັງຄົມ ແລະ ອື່ນໆດັ່ງບາງຫົວຂໍ້ຕໍ່ໄປນີ້:
- Deep Learning for Computer Vision
- ຂໍ້ດີຂອງການເຂົ້າຮ່ວມໂຄງການແລກປ່ຽນ
- General Knowledge of Cancer
- ການສ້າງຄວາມເຂັ້ມແຂງໃຫ້ກັບແມ່ຍິງ (ຄວາມສະເໝີພາບຂອງບົດບາດຍິງ-ຊາຍ)
- ພື້ນຖານທີ່ຈຳເປັນຕ້ອງມີໃນການຮຽນມະຫາໄລ ແລະ ກ້າວສູ່ສັງຄົມຂອງການເຮັດວຽກ
- ແລະຫົວຂໍ້ອື່ນໆອີກ
ນອກຈາກການຟັງຫົວຂໍ້ທີ່ເຮົາສົນໃຈແລ້ວ, ພາຍໃນງານກໍຍັງມີຫ້ອງສຳລັບຫຼິ້ນເກມກະດານໂດຍສະເພາະ ເພື່ອເປັນການລໍຖ້າຟັງຂໍ້ຫົວຕໍ່ໄປທີ່ເຮົາສົນໃຈອີກດ້ວຍ.

ຫຼັງຈາກທີ່ທຸກໆ Session ໄດ້ສຳເລັດລົງໄປແລ້ວ ກໍຍັງມີ Session ພິເສດກ່ອນຈົບງານອີກດ້ວຍ, ເຊິ່ງນຳສະເໜີໂດຍ ອ້າຍຈິມມີ້ (ແກ້ວມະໂນພອນ ທຳມະວົງ) ປະທານກຸ່ມ Google Developer Group Vientiane (GDG Vientiane) ໂດຍຈະເປັນການສຳທິດການເພີ່ມສະຖານທີ່ທີ່ຂາດຫາຍໃນ Google Maps; ໂດຍເພິ່ນເຫັນວ່າ ສະຖານທີ່ຕ່າງໆພາຍໃນນະຄອນໄກສອນພົມວິຫານເທິງ Google Maps ນັ້ນຍັງບໍ່ທັນມີຫຼາຍ ຈຶ່ງຢາກສົ່ງເສີມໃຫ້ຄົນທ້ອງຖິ່ນນັ້ນ ມີສ່ວນຮ່ວມໃນການພັດທະນາ Google Maps ກໍຄືການເພີ່ມສະຖານທີ່ໃນ Google Maps ນັ້ນເອງ.

ຮູບພາບບັນຍາກາດບາງສ່ວນພາຍໃນງານ


















ສະຫຼຸບຫຍໍ້
ໂດຍລວມແລ້ວ, ງານນີ້ກໍໄດ້ຮັບຄວາມສົນໃຈເປັນຈຳນວນຫຼວງຫຼາຍ, ຫຼາຍໆຄົນທີ່ມາງານກໍໄດ້ທັງຄວາມຮູ້(ບວກກັບຄວາມງົງ)ແລະປະສົບການໃໝ່, ໄດ້ພົບປະບຸກຄົນໃໝ່ໆ ແລະ ຍັງໄດ້ຂອງທີ່ລະລຶກເລັກໜ້ອຍພາຍໃນງານອີກດ້ວຍ.
ສຳລັບຜູ້ໃດທີ່ສົນໃຈຢາກເຂົ້າຮ່ວມງານ BarCamp ໃນປີຕໍ່ໄປກໍສາມາດຕິດຕາມລາຍລະອຽດໄດ້ທີ່ເພຈ Facebook: Barcamp Savannakhet ໄດ້ເລີຍ.

