Sherlock
Sherlock
Sep 4, 2018 · 2 min read

Werewolf ເກມຕໍແຫຼ2018

ເຫັນຫົວຂໍ້ອາດຈະສະອຶກໄປ 2 ວິ ແຕ່ຈົ່ງເຊື່ອວ່າໃຜກໍຕາມທີ່ໄດ້ລອງເຂົ້າໄປຫຼີ້ນເກມນີ້ແລ້ວ ຄວາມຕໍແຫຼທີ່ເຄີຍເຊື່ອງໄວ້ນັ້ນຈະຖືກນຳມາໃຊ້ແນ່ນອນ ຄ້າຍໆວ່າເກມນີ້ຈະໄປປຸກຄວາມຕໍແຫຼໃນຕົວເຮົາ ຫຼາຍຄົນອ່ານຮອດນີ້ອາດຈະຄິດວ່າ ອີ່ຫຍັງຈະປານນັ້ນ ຂຽນເວີເກີນໄປແລ້ວວວວວວວ 555

Werewolf ທີ່ຈີງແລ້ວແມ່ນເລີ່ມຕົ້ນມາຈາກ Board game (ເປັນ card ຄ້າຍໆໄພ້ ຕາມຮູບທາງລຸ່ມ) ສຳລັບໃຜທີ່ເຄີຍຫຼິ້ນ Werewolf ສະບັບ Board game ແລ້ວອາດຈະຮູ້ສຶກວ່າຄວາມມ່ວນຂອງເກມຍັງມີສ່ວນຂາດ ເພາະຖ້າຫຼິ້ນແບບນັ່ງເຊີ່ງໜ້າກັນຮັບຮອງວ່າຈະໄດ້ອາລົມກວ່າ.

ເອົາເປັນວ່າເຮົາມາຮູ້ຈັກກັບເກມ Werewolf Online ເລີຍວ່າເປັນຫຍັງຜູ່ຂຽນຈື່ງບອກວ່າເປັນເກມຕໍແຫຼ

+ ຕົວລະຄອນ ແລະ ວິທີການຫຼິ້ນ:

- ເກມຈະແບ່ງອອກເປັນ 3 ຝ່າຍ:

  • Villager (ປະຊາຊົນ) ແມ່ນກຸ່ມທີ່ເປັນຄົນດີອາໄສຢູ່ໃນບ້ານດ້ວຍຄວາມສະຫງົບສຸກ.
  • Werewolf (ໝາປ່າ) ແມ່ນກຸ່ມຂອງປ່າໝາທີ່ແຝງຕົວມາຢູ່ໃນບ້ານ ເພື່ອຂ້າປະຊາຊົນ.
  • Unknow (ຕົວປ່ວນເກມ) ແມ່ນກຸ່ມຄົນຮ້າຍທີ່ຈະມາປ່ວນເກມໃຫ້ຄາດເດົາໄດ້ຍາກຂື້ນ ເຊີ່ງກຸ່ມນີ້ແມ່ນເປັນໄພໃຫ້ທັ້ງ 2 ກຸ່ມຂ້າງເທີງ.

ຕົວລະຄອນແຕ່ລະຕົວຈະມີບົດບາດທີ່ໄດ້ຮັບແຕກຕ່າງກັນໄປ (ຂະນະທີ່ຫຼິ້ນຢູ່ເຮົາກໍສາມາດກົດອ່ານບົດບາດຂອງຜູ່ຫຼີ້ນໄດ້ຕະຫຼອດເວລາ) ເຊີ່ງບົດບາດນັ້ນຈະຖືກສຸ່ມກ່ອນເກມຈະເລີ່ມ.

+ ວິທີການຫຼິ້ນ:

ການດຳເນີນຂອງເກມແມ່ນຈະແບ່ງອອກເປັນ 2 ຕອນຄື: ກາງເວັນ ແລະ ກາງຄືນ

- ຕອນກາງເວັນ : ທຸກຄົນໆຈະມາລວມຕົວກັນ ເບີ່ງວ່າມີໃຜຕາຍ ຫຼື ບໍ່? ຈາກນັ້ນຕັ້ງຂໍ້ສົງໄສສອບຖາມຂໍ້ມູນ ເພື່ອນຳຫາຕົວຜູ່ຂ້າຄົນໃນບ້ານ.

ຝ່າຍຄົນດີກໍຕ້ອງຫາຜູ່ຂ້າໃຫ້ຖືກ (ອາດພາດຂ້າຄົນກັນເອງໄດ້) ສ່ວນຝ່າຍຄົນຮ້າຍກໍຈະຕໍແຫຼນ້ຽນໆໃຫ້ຄົນດີສັບສົນ.

ຫຼັງຈາກນັ້ນກໍຈະມີການເປິດໂຫວດ ເພື່ອເອົາຜູ່ທີ່ຖືກສົງໄສໄປເຜົາ ຫາກຜົນໂຫວດເປັນເອກະສັນຕາມຈຳນວນຜູ່ນັ້ນກໍຈະຕາຍແລະບໍ່ມີສິດໃນເກມ (ຍົກເວັ້ນຜູ່ຢັ່ງຮູ້ຈະສາມາດຖືກຊຸບຊີວິດຄືນໃໝ່ໄດ້ໂດຍຜູ່ສົ່ງສານ).

ສຳລັບຊ່ວງກາງເວັນເວົ້າງ່າຍໆຄືເປັນຊ່ວງທີ່ປະຊາຊົນຄົນດີລົມກັນ ຄົນຊົ່ວຕ້ອງນຽນເອົາໂຕລອດໃຫ້ໄດ້ ເພື່ອຫຼີກລ້ຽງການຖືກໂຫວດ.

ໝາຍເຫດ: ແຕ່ລະຕົວລະຄອນຈະມີສັນຍາລັກບົດບາດໃຫ້ເບີ່ງຢູ່ເບື້ອງຂວາທາງລຸ່ມ.

-ຕອນກາງຄືນ: ແມ່ນເປັນເວລາຂອງຄົນຊົ່ວຈະ ປຶກສາກັນ ເພື່ອຈະຂ້າຄົນດີ ຄືນລະ 1 ຄົນ ເຊີ່ງຖ້າຫາກໂຊກດີອາດໄດ້ມີຕົວປ່ວນຂ້າຊ່ວຍ (ຄົນຊົ່ວຈະຮູ້ວ່າທີມຕົວເອງມີໃຜແນ່ ໂດຍມີສັນຍາລັກຕີນໝາໃຫ້ເບີ່ງ) ແຕ່ໃນຂະນະດຽວກັນກໍຕ້ອງລະວັງກຸ່ມທີ່ 3 ທີ່ສາມາດຂ້າໝາປ່າໄດ້ເຊັ່ນກັນ.

ສຳລັບຊຸດທີ່ເຮັດແຕກຕ່າງກັນແມ່ນຈະໄດ້ມາຈາກການຊື້ໄອເຕັມຕ່າງໆ.

ສະຫຼຸບຄືເກມນີ້ຫຼິ້ນບໍ່ຍາກ ມີແບບເບຊິກ ແລະ ແອັດວ້ານນນນນ ສາມາດເພີ່ມຜູ່ຫຼິ້ນເຂົ້າມາໄດ້, ລອງຫຼິ້ນ 2–3 ເທື່ອກໍເຂົ້າໃຈແລ້ວ ແລະ ຮັບຮອງວ່າຄວາມຕໍແຫຼທີ່ສະສົມໄວ້ໄດ້ໃຊ້ແນ່ນອນ .

ສີ່ງສຳຄັນທີ່ຢາກບອກຄື: “ບໍ່ມີມິດແທ້ໃນ Werewolf” ຄົນດຽວທີ່ເຊື່ອໄດ້ຄືຕົວເຈົ້າເອງ!

ສຸດທ້າຍແລ້ວຂໍຂອບໃຈທີ່ອົດທົນອ່ານຈົນຈົບ ^_

ປລ: ດາວໂຫຼດເກມໄດ້ທີ່ App Store ແລະ Play Store

ການຂຽນບົດຄວາມແມ່ນມີຈຸດປະສົງເພື່ອແບ່ງປັນຄວາມຮູ້ ແລະ ເພີ່ມຂໍ້ມູນທີ່ເປັນພາສາລາວໃຫ້ຫຼາຍຂື້ນ. ທ່ານສາມາດໃຫ້ຄຳຕຳນິຕິຊົມ ຫຼື ແນະນຳໄດ້.

ຂໍຂອບໃຈທີ່ເຂົ້າມາອ່ານ ແລະ ແລກປ່ຽນ ^_^

Sherlock

Sherlock

Travel🎒 Movie🎬 Coffee🥤🛵 Camera📷Cook📱technology

Welcome to a place where words matter. On Medium, smart voices and original ideas take center stage - with no ads in sight. Watch
Follow all the topics you care about, and we’ll deliver the best stories for you to your homepage and inbox. Explore
Get unlimited access to the best stories on Medium — and support writers while you’re at it. Just $5/month. Upgrade