ປະສົບການໃນການຝຶກງານທີ່ໂຮງຮຽນສົ່ງໂສກປ່າຫຼວງ

Khamparn Saiyavong
Nov 7 · 2 min read
MONK BOUNLY VILAKHONE
MONK KHAMPARN SAIYAVONG

ການໄປຝຶກງານຖືເປັນປະສົບການທີ່ສຳຄັນອີກຢ່າງໜຶ່ງທີ່ນັກສຶກສາທຸກຄົນຕ້ອງໄດ້ປະເຊີນ ແລະ ສຳພັດມັດດ້ວຍຕົນເອງ.

ເຮົາຈະມາເວົ້າເຖິງປະສົບການຂອງຜູ້ຂຽນເອງ ທີ່ໄດ້ລົງຝຶກງານທີ່ໂຮງຮຽນ ມໍປາຍສົງໂສກປ່າຫຼວງ ເຊິ່ງພວກເຮົາໄດ້ລົງຝຶກງານນຳກັນຢູ່ 2 ພະອົງຄື (ພຣະຄຳປານ ແລະ ພຣະບຸນລີ).

02/09/2019 ແມ່ນມື້ທໍາອິດຂອງການລົງຝຶກງານ

#ສິ່ງທີ່ໄດ້ຈາກການຝຶກງານມີຫຍັງແດ່

ໃນຊ່ວງເວລາທີ່ຝຶກງານທີ່ໂຮງຮຽນ ມໍປາຍສົງສົງໂສກປ່າຫຼວງຊ່ວງແລກໆຮູ້ສຶກວ່າມີຄວາມກົດດັນຫຼາຍທີ່ສຸດເພາະວ່າວຽກທີ່ເພິ່ນມອບໃຫ້ເປັນວຽກທີ່ບໍ່ຖະນັດ ແລະ ກໍ່ຮັກສາຍາກວຽກທີ່ເວົ້າມາກໍຄືຮັບລົງທະບຽນຊຳລະຄ່າຮຽນ

ມື້ແລກແຫກໝານເກືອບເປັນວິນເຮັດວຽກຢູ່ສອງອົງນັກຮຽນມາລົງທະບຽນໃນມື້ນັ້ນປະມານ 135 ອົງຄ່າລົງທະບຽນອົງ 220,000 ກີບໄດ້ເງິນທັງໝົດແມ່ນ 29,700,000 ກີບ ເພື່ອຊິແລ້ວແຕ່ລະອົງບໍ່ແມ່ນເລື່ອງງ່າຍພໍ້ເງິນບາດລາວແລະຫົວໃຈຊິເປັນວິນສິ່ງທີ່ເຮັດໃຫ້ເຈັບຫົວອີກກໍຄືຖ້າເງິນບໍ່ພໍແມ່ນໄດ້ເອົາເງິນຕົນເອງໃສ່ຖ້າເຫຼືອບໍ່ເປັນຫຍັງຖືວ່າເປັນກຳໄລເຮັດວຽກກ່ຽວກັບການຊຳລະຄ່າຮຽນໜຶ່ງເດືອນເຕັມໆ

#ວຽກໃນເດືອນທັດມາຄື

ວຽກນີ້ຊິວໆຈົດລາຍຊື່ນັກຮຽນມາລົງທະບຽນເຊົ່າປຶ້ມຄ່າປຶ້ມກະບໍ່ແພງຫົວໜຶ່ງຫ້າພັນກີບແຕ່ກະງຶດຕົວເອງເງິນຊຳລະຄ່າຮຽນສະຫຼຸບມື້ໜຶ່ງສິບປາຍລ້ານບໍ່ເຄີຍຕົກເຫ່ຍເສຍຫາຍແຕ່ວ່າເງິນຄ່າເຊົ່າປຶ້ມບໍ່ພໍມື້ລະຫ້າພັນສິບຈົກຖົງຕາມເຄີຍເພື່ອບໍ່ໃຫ້ມີບັນຫາ

#ເຂົ້າສູ້ວຽກງານສາຍ IT

ນີ້ ແລະ ຊີວິດເດັກ IT ກວ່າຊິໄດ້ເຮັດວຽກກ່ຽວກັບ IT ຕ້ອງໄດ້ໄປເຮັດວຽກກ່ຽວກັບບັນຊີມາກ່ອນຫຼັງຈາກທີ່ໄດ້ເຂົ້າມາສູ້ວຽກທີ່ກ່ຽວກັບຄອມພິວເຕີຮູ້ສຶກວ່າໄດ້ພັດທະນາຕົວເອງຂຶ້ນໄປອີກຂັ້ນເນື່ອງຈາກວ່າວຽກງານທີ່ທາງໂຮງຮຽນເພິ່ນມອບໝາຍໃຫ້ແລ້ວ ແລະ ຍັງມີຄຳຖາມທີ່ຄູອາຈານເພິ່ນຢາກຮູ້ກ່ຽວກັວຄອມພິວເຕີງານນີ້ເດັກ IT ຕ້ອງສາຍແວວຕອບບໍ່ໄດ້ເສຍຊື່ສະບັນເລີຍ ເຮົາກະໄດ້ຄົ້ນຄິດໄປນຳຈາກຄຳຖາມທີ່ເພິ່ນຖາມມາຖືເປັນການແລກປ່ຽນຄວາມຮູ້

#ສຸດທ້າຍຂໍສະຫຼຸບແບບສັ້ນໆ

ຫຼັງຈາກທີ່ໄດ້ລົງຝຶກງານມາເຮົາກະໄດ້ຮູ້ຫຼາຍສິ່ງຫຼາຍຢ່າງ ແລະ ກໍໄດ້ລົງມືເຮັດເຖິງວ່າມັນຈະອອກມາບໍ່ດີປານໃດກໍຈະເອົາເປັນບົດຮຽນເພື່ອໄປປັບປຸງແກ້ໄຂ ແລະ ໃນອານາຄົດເຮົາອາດຈະໄດ້ໃຊ້ໃນສິ່ງທີ່ເຮົາຮຽນມາ

ຂໍຂອບໃຈ ມາຍັງໂຮງຮຽນ ມໍປາຍສົງໂສກປ່າຫຼວງທີ່ໃຫ້ໂອກາດພວກເຮົາໃນຄັ້ງນີ້

Welcome to a place where words matter. On Medium, smart voices and original ideas take center stage - with no ads in sight. Watch
Follow all the topics you care about, and we’ll deliver the best stories for you to your homepage and inbox. Explore
Get unlimited access to the best stories on Medium — and support writers while you’re at it. Just $5/month. Upgrade