[ແຊຣ໌ປະສົບການ] ການອອກຈາກ Comfort Zone.

ເຊື່ອວ່າຜູ້ອ່ານຫຼາຍໆຄົນອາດຈະເຄີຍໄດ້ຍິນ ຫຼື ອາດຈະຮູ້ຈັກກັບຄຳວ່າ Comfort Zone ມາຢູ່ແລ້ວ, ແຕ່ໃນບົດຄວາມນີ້ຜູ້ຂຽນຢາກຈະມາແຊຣ໌ຄວາມຄິດກ່ຽວກັບ Comfort Zone ແລະປະສົບການຂອງຜູ້ຂຽນເອງໃນການກ້າວອອກມາຈາກຈຸດນັ້ນຈົນເຖິງຈຸດນີ້ ເຊິ່ງອາດຈະມາບໍ່ໄດ້ໄກຫຼາຍ ແຕ່ສິ່ງທີ່ຜູ້ຂຽນຢາກຈະສື່ໄປເຖິງຜູ້ອ່ານຄືຮູ້ສຶກ, ສິ່ງທີ່ເກີດເປັນແຮງບັນດານໃຈ ແລະ ຜົນທີ່ຕາມມາເປັນຕົວຢ່າງໃນການກ້າວອອກມາຈາກ Comfort Zone ນຳກັນ!
ການອອກຈາກ Comfort Zone ບໍ່ແມ່ນເລື່ອງທີ່ງ່າຍເລີຍ! ແຕ່ມັນກໍບໍ່ແມ່ນເລື່ອງທີ່ຍາກເຊັ່ນດຽວກັນ!
Comfort Zone ແມ່ນຫຍັງ?
Comfort Zone ແມ່ນມີຄວາມໝາຍແມ່ນ ພື້ນທີ່ທີ່ມີຄວາມສຸກສະບາຍທາງດ້ານຈິດໃຈ, ອາລົມ ຂອງຄົນເຮົາ ທີ່ເຮົາກຳນົດຂອບເຂດເອົາໄວ້ ເຊິ່ງເປັນພື້ນທີ່ທີ່ເຮົາຮູ້ສຶກປອດໄພ ໃນການເຮັດສິ່ງຕ່າງໆ ໃນເລື່ອງການເຮັດວຽກ, ການຮຽນ, ການຕັດສິນໃຈ ແລະ ການໃຊ້ຊີວິດ.
ໃນປົກກະຕິແລ້ວ ຈິດໃຕ້ສຳນຶກຂອງມະນຸດເຮົາແມ່ນບໍ່ມັກການປ່ຽນແປງ, ເຊິ່ງຈະເຮັດໃຫ້ຮ່າງກາຍຢູ່ໃນພາວະທີ່ຮູ້ສຶກຊີວິດມີຄວາມສົມດຸນ, ຢູ່ພາຍໃນການຄວບຄຸມຕ່າງໆ ບໍ່ມີໄພອັນຕະລາຍຫຍັງເຂົ້າມາໄດ້. ເຊິ່ງເປັນເຫດຜົນຫຼັກ ທີ່ເຮັດໃຫ້ເຮົາຫາເຫດຜົນມາຮ້ອຍກວ່າເຫດຜົນ ທີ່ຈະເຮັດໃຫ້ຕົນເອງບໍ່ປ່ຽນແປງການໃຊ້ຊີວິດຂອງຕົນເອງ.
ແລ້ວ… ສິ່ງທີ່ຢູ່ນອກ Comfort Zone ນັ້ນແມ່ນມີຫຍັງແນ່? ມັນເປັນສະຖານທີ່ທີ່ເຮົາອາດຈະບໍ່ລຶ້ງເຄີຍເລີຍ, ອາດຈະມີອັນຕະລາຍ-ຄວາມສ່ຽງຕ່າງໆ ອ້ອມຮອບເຮົາເອົາໄວ້ຢູ່ ເພື່ອລໍຖ້າດຶງເຮົາລົງດຳດິ່ງສູ່ຈຸດຕ່ຳສຸດຂອງຊີວິດກໍເປັນໄດ້. ແມ່ນລະ ການອອກມາຈາກ Comfort Zone ແມ່ນເໝືອນກັບການເອົາຊີວິດອອກມາສ່ຽງເຈິກັບບັນຫາຕ່າງໆທີ່ອາດຈະລຸມລ້ອມເຂົ້າມາຈົນເຮັດໃຫ້ຊີວິດພົບແຕ່ຄວາມລຳບາກຕ່າງໆ, ແຕ່ກັບກັນໃນມຸມມອງທີ່ກົງກັນຂ້າມ ຍ້ອນການເຈິກັບບັນຫາຕ່າງໆ ປຽບເໝືອນວ່າມັນເປັນໂອກາດເຂົ້າມາໃນຊີວິດຂອງເຮົາ.
ໂອກາດນັ້ນແມ່ນເປັນໂອກາດທີ່ເຮົາຈະໄດ້ພັດທະນາຕົນເອງ ຈາກການພະເຊີນໜ້າແກ້ໄຂບັນຫາຕ່າງໆ ເພື່ອທີ່ຈະນຳມັນມາເປັນປະສົບການຊີວິດຂອງເຮົາ ທີ່ເຄີຍຜ່ານສິ່ງໃດສິ່ງໜຶ່ງມາ.
ໂອກາດນັ້ນແມ່ນເປັນໂອກາດທີ່ເຮົາຈະໄດ້ເປີດຫູເປີດຕາຕໍ່ໂລກກວ້າງ ໂລກທີ່ຢູ່ພາຍນອກໂລກ Comfort Zone ຂອງເຮົາ, ເຮັດໃຫ້ເຮົາອາດຈະໄດ້ພົບ ແລະ ຮູ້ຈັກຄົນໃໝ່ໆ ກາຍເປັນສ່ວນໜຶ່ງຂອງ Community.
ບໍ່ສຳຄັນດອກໃນເລື່ອງຂອງແຮງຈູງໃຈຂອງເຮົາໃນການອອກຈາກ Comfort Zone, ຖ້າເຈົ້າຮູ້ສຶກບໍ່ມັກກັບສິ່ງທີ່ມັນເປັນຢູ່ ແລະ ເຈົ້າຢາກທີ່ຈະເຮັດຄວາມຝັນຂອງເຈົ້າກາຍເປັນຈິງໃນມື້ໃດມື້ໜຶ່ງ ນັ້ນໝາຍເຖິງເຈົ້າພ້ອມແລ້ວທີ່ຈະລອງກ້າວອອກໄປສູ່ໂລກກວ້າງ :D
ແມ່ນຫຍັງກໍສາມາດເກີດຂຶ້ນໄດ້ ເມື່ອອອກມາຈາກ Comfort Zone ພຽງແຕ່ມອງຂ້າມຄວາມຢ້ານ, ຕັດຄຳວ່າ ເປັນໄປບໍ່ໄດ້ອອກຈາກຄວາມຄິດໄປ ແລ້ວກ້າທີ່ຈະລອງຍ່າງໄປເຖິງຈຸດສູງສຸດທີ່ເຮົາຈະສາມາດໄປໄດ້ໄກທີ່ສຸດ.
if you expect results you have never got before, you have to do things you have never done before.
ສິ່ງທີ່ຈຸດປະກາຍໃນການອອກຈາກ Comfort Zone ຂອງຜູ້ຂຽນ.
ກ່ອນອື່ນຕ້ອງຂໍບອກກ່ອນເລີຍວ່າຜູ້ຂຽນເອງເປັນຄົນທີ່ຢູ່ໃນ Comfort Zone ຕະຫຼອດເວລາ ເຮັດໃຫ້ບໍ່ສົນໃຈໂລກພາຍນອກເລີຍ, ບໍ່ຄ່ອຍມີໝູ່ ແລະ ຕັ້ງໃຈຮຽນມາຢ່າງດຽວ ຮະຮະ
ຈົນມາເຖິງຈຸດໆໜຶ່ງຂອງຊີວິດທີ່ກ້າທີ່ຈະລອງສິ່ງໆໜຶ່ງ ນັ້ນກໍຄືການລອງຂຽນຟອມສະໝັກເພື່ອເຂົ້າຮ່ວມໂຄງການແລກປ່ຽນວັດທະນະທຳໃນຕ່າງປະເທດ! ໃນຕອນທີ່ຮູ້ວ່າຕົນເອງໄດ້ຖືກຄັດເລືອກເປັນຕົວແທນໄປແລກປ່ຽນນັ້ນ ເປັນສິ່ງທີ່ເໜືອຄວາມຄາດໝາຍຂອງຕົນເອງຫຼາຍ ລວມກັບຄວາມຢ້ານໃນສິ່ງຕ່າງໆທັງ ຢ້ານການບໍ່ເຂົ້າກັນກັບຄົນອື່ນ, ຢ້ານໃນເລື່ອງຂອງການເວົ້າສື່ສານກັບຄົນອື່ນ(ເປັນຄົນເວົ້າບໍ່ຄ່ອຍເກັ່ງແລະເວົ້າບໍ່ຄ່ອຍຮູ້ເລື່ອງ ຮະຮະ), ຢ້ານໃນເລື່ອງໃນການໃຊ້ພາສາອັງກິດ(ປົກກະຕິເວົ້າທຳມະດາກໍເວົ້າບໍ່ຄ່ອຍເກັ່ງຢູ່ແລ້ວ ແບບບໍ່ຮູ້ຈະເວົ້າຫຍັງ ອັງກິດກໍຈະເວົ້າອອກບໍ່ນໍ້ ຮ່າຮ່າ), ຢ້ານໃນເລື່ອງນຳບໍ່ທັນຄົນອື່ນ etc… ຫຼາຍຮ້ອຍເລື່ອງທີ່ຢ້ານແລະເກັບມາຄິດຕະຫຼອດເວລາ ຈົນຢາກຖອນໂຕອອກຈາກໂຄງການ…
ແຕ່ຍ້ອນເຫັນຄົນໆໜຶ່ງທີ່ຮ່ວມໂຄງການດ້ວຍກັນ ປຽບເໝືອນລາວເປັນຄົນໆໜຶ່ງທີ່ພະຍາຍາມດຶງທຸກໆຄົນໃຫ້ມີຄວາມກ້າ, ໃຫ້ມີຄວາມສາມັກຄີກັນ ຈົນເຮັດໃຫ້ໂຄງການນັ້ນຜ່ານໄປດ້ວຍດີ ແລະ ເຮັດໃຫ້ເປັນຄວາມຊົງຈຳທີ່ດີຂອງທຸກຄົນທີ່ໄດ້ເຂົ້າຮ່ວມໂຄງການນັ້ນນຳກັນ.
ດ້ວຍເຫດນັ້ນຈຶ່ງເຮັດໃຫ້ຂ້ອຍມີຄວາມຮູ້ສຶກໜຶ່ງເກີດຂຶ້ນມາຫຼັງຈາກຈົບໂຄງການນັ້ນຄື ຢາກມີຄວາມກ້າທີ່ຈະຕັດສິນໃຈໄດ້ຄືກັບລາວ, ມີຄວາມກ້າທີ່ຈະເຮັດໃນສິ່ງສ່ຽງ, ມີຄວາມກ້າທີ່ຈະເຮັດໃນສິ່ງທີ່ມັນເປັນໄປບໍ່ໄດ້ ໃຫ້ກາຍເປັນສິ່ງທີ່ເປັນໄປໄດ້ ເພາະລາວສະແດງໃຫ້ເຫັນຕະຫຼອດເວລາເລີຍໃນສິ່ງທີ່ຄືເປັນໄປບໍ່ໄດ້ ແຕ່ລາວເຮັດໃຫ້ເປັນໄປໄດ້.
ແຕ່ນັ້ນເປັນພຽງຈຸດເລີ່ມຕົ້ນທີ່ຜູ້ຂຽນລອງເລີ່ມຍ່າງອອກມາສູ່ໂລກພາຍນອກ ເພື່ອເປີດຫູເປີດຕາກັບໂລກທີ່ກວ້າງໃຫຍ່ ລອງທີ່ຈະເຮັດໃນສິ່ງໃໝ່ໆທີ່ບໍ່ເຄີຍເຮັດມາກ່ອນ ຢ່າງເຊັ່ນ ການເຂົ້າຮ່ວມງານອີເວັ້ນຕ່າງໆ ທີ່ເຜີຍແຜ່ປະສົບການແລະຄວາມຮູ້, ການໄດ້ກາຍເປັນອາສາສະໝັກ ແລະ ໄດ້ກາຍມາເປັນ member ຂອງ Community ໃດໜຶ່ງ, ແລະ ໄດ້ຮູ້ຈັກກັບຄົນອື່ນໆຫຼາຍຂຶ້ນຈົນຄົ້ນພົບກັບສິ່ງທີ່ຕົນເອງມັກທີ່ຈະເຮັດ — ມັກທີ່ຈະຮຽນ.
ເຊິ່ງສາລະພາບເລີຍວ່າ ຕອນ ມ.7 ຂອງຜູ້ຂຽນເອງຄະແນນຕົກຕ່ຳລົງຫຼາຍ 😂 ຍ້ອນການຫັນອອກຈາກ Comfort Zone ແລະ ຄ່ອຍໆເລີ່ມກາຍມາເປັນເດັກກິດຈະກຳເທື່ອລະໜ້ອຍຈຶ່ງປັບໂຕໃນເລື່ອງການຮຽນບໍ່ໄດ້ ຮະຮະ.
ສິ່ງທີ່ຕາມມາຈາກການອອກຈາກ Comfort Zone.
ຫຼັງຈາກເລີ່ມກ້າວອອກຈາກ Comfort Zone ມາໄດ້ເປັນໄລຍະໜຶ່ງ ສິ່ງທີ່ເກີດຂຶ້ນໃນຊີວິດແມ່ນແຕກຕ່າງຂຶ້ນຫຼາຍ ຈາກເມື່ອກ່ອນເຊັ່ນ:
- ເລີ່ມມີຄວາມກ້າທີ່ຈະເປັນ Leader ໃນການນຳພາຄົນອື່ນ.
- ມີຄວາມກ້າທີ່ຈະສະແດງຄວາມຄິດເຫັນຂອງຕົນເອງໃຫ້ຄົນອື່ນຮັບຟັງ.
- ມີຄວາມກ້າທີ່ຈະຈັດການກັບບັນຫາທີ່ຢູ່ທາງໜ້າ.
- ໄດ້ຮູ້ຈັກຄົນຫຼາຍຂຶ້ນ.
- ໄດ້ຮູ້ຈັກການພັດທະນາຕົນເອງ.
- ໄດ້ຮູ້ຈັກກັບຕົນເອງຫຼາຍຂຶ້ນ ວ່າຕົນເອງຕ້ອງການຫຍັງ? ມັກຫຍັງ?
- ໄດ້ຮູ້ວ່າ ຊີວິດນີ້ມີອີກຫຼາຍຢ່າງໃນການຮຽນຮູ້.
- ເຮັດໃຫ້ຄະແນນ ຈົບ ມ.7 ຕົກຕ່ຳ ຮະຮະ.
- ກາຍເປັນສ່ວນໜຶ່ງຂອງ Community.
- ໄດ້ລອງເຮັດສິ່ງໃໝ່ໆຕະຫຼອດເວລາ.
- ທີ່ສຳຄັນຄື ໄດ້ມີໂອກາດຫຼາຍຂຶ້ນ.
ສິ່ງທີ່ວ່າໄປທັງໝົດນັ້ນກໍຄື ທັດສະນະຄະຕິກ່ຽວກັບ Comfort Zone ແລະ ແຮງບັນດານໃຈຂອງຜູ້ຂຽນເອງ ຈຶ່ງເຮັດໃຫ້ເປັນຜົນມາຈົນເຖິງປັດຈຸບັນ ໃນມຸມມອງທັດສະນະຄະຕິແລະມີຄວາມຄິດທີ່ປ່ຽນໄປຈາກເມື່ອກ່ອນ ເຊິ່ງແຕ່ກ່ອນຄິດແຕ່ວ່າ ມີແຕ່ຮຽນໆໄປໂລດ ໂອກາດຫາກມາຫາເຮົາເອງດອກຖ້າເຮົາຮຽນເກັ່ງ ລະກໍມາແທ້ໆ ກາຍເປັນກ້າວທຳອິດໃນການກ້າວໄປຫາໂອກາດຄັ້ງຕໍ່ໄປ.
ສຸດທ້າຍແລ້ວ ຢາກຈະບອກກັບຫຼາຍໆຄົນທີ່ວ່າຍັງບໍ່ກ້າທີ່ຈະອອກຈາກ Comfort Zone ຂອງຕົນເອງວ່າ ຖ້າຍັງຮູ້ສຶກບໍ່ພ້ອມທີ່ຈະອອກມາ ແມ່ນບໍ່ຟ້າວອອກມາດອກ ແຕ່ຖ້າເຫັນໂອກາດມາຫາ ແລ້ວເຮົາບໍ່ກ້າຄວ້າເອົາມາໃຊ້ ນັ້ນລະຄືສິ່ງທີ່ຜິດພາດທີ່ສຸດໃນຊີວິດ ເພາະໂອກາດແມ່ນບໍ່ໄດ້ມາງ່າຍໆ ແລະ ກໍບໍ່ໄດ້ມາຕະຫຼອດ.
ແຕ່ຍິ່ງຖ້າອອກມາຈາກ Comfort Zone ໄດ້ໄວຊ່ຳໃດ ເຮົາກໍຈະເຫັນໂລກພາຍນອກໄດ້ໄວຂຶ້ນເທົ່ານັ້ນ ແລະ ມີໂອກາດພົບເຈິກັບໂອກາດຫຼາຍຂຶ້ນ.