[ Sign in X Log in ] ແຕກຕ່າງກັນແນວໃດ?
ຫຼາຍຄົນເຄີຍສົງໃສບໍ່ວ່າບາງເວັບໄຊ໌ຄືໃຊ້ Sign in ແລະ ບາງເວັບໄຊ໌ຄືໃຊ້ Log in
ບາງເທື່ອອາດເຮັດໃຫ້ຜູ້ໃຊ້ງົງວ່າຕ້ອງກົດໂຕໃດ
ຕ້ອງບອກກ່ອນວ່າຄຳທີ່ກ່າວມານັ້ນຕ່າງແຕ່ມີຄວາມໝາຍດຽວກັນຄື: “ລົງຊື່ເພື່ອເຂົ້າໃຊ້ລະບົບ”
ແຕ່ສິ່ງທີ່ແຕກຕ່າງກັນຄື:

ຄຳທີ່ຂື້ນຕົ້ນດ້ວຍ Log ນັ້ນສ່ວນໃຫຍ່ຈະໃຊ້ງານກັບລະບົບທີ່ເປັນ session ເຂົ້າໃຈງ່າຍໆຄື ເມື່ອເຮົາເຂົ້າໃຊ້ງານລະບົບແລ້ວມີການພັກໜ້າຈໍ ລະບົບຈະເຮັດວຽກອອກຈາກລະບົບ ຫຼື ເອີ່ນວ່າ session time out ງ່າຍກວ່ານັ້ນຄື ລະບົບມັນດີດມາໜ້າ Log in ນັ້ນເອງ

ໃນສ່ວນຂອງ Sign in ນັ້ນສ່ວນໃຫຍ່ຈະໃຊ້ກັບເວັບໄຊ໌ທີ່ເຮົາຕ້ອງໄປສະໝັກເປັນສະມາຊິກເພື່ອເຂົ້າໃຊ້ງານເປັນເວລາບໍ່ດົນໂດຍສ່ວນໃຫຍ່ຈະເປັນເວັບໄຊ໌ຊື້ເຄື່ອງ online ຕ່າງໆບໍ່ວ່າຈະເປັນເວັບໄຊ໌ສັ່ງອາຫານ, ເວັບໄຊ໌ຈອງທີ່ພັກ ຫຼື ເປັນພວກເວັບບອດ(web board) ໂດຍເວັບໄຊ໌ເຫຼົ່ານີ້ສ່ວນໃຫຍ່ຈະບໍ່ມີການເກັບ session ຈະສັງເກດໄດ້ຄື ເມື່ອເຮົາບໍ່ໄດ້ເຂົ້າໃຊ້ງານເວັບໄຊ໌ນັ້ນດົນ ເມື່ອກັບມາໃຊ້ງານຍັງຄົງຊື່ຢູ່ໃນລະບົບ
ແລ້ວຄຳໃດຈັບຄູ່ກັບຄຳໃດເຖີງຈະເໝາສົມ?
ຕ້ອງເບີ່ງລັກສະນະຂອງເວັບໄຊ໌ວ່າເປັນຮູບແບບໃດ ແລ້ວຄ່ອຍພິຈາລະນາວ່າຄວນໃຊ້ຈັບຄູ່ກັບຄຳໃດເຊັ່ນ:
- “Sign in” | “Sign out”
- “Create account”
- “Log in” | “Log out”
- “Sign up”
ຈະເຫັນວ່າຖ້າໃຊ້ Log in ຈະຄູ່ກັບ Log out ແລະ Sign in ຈະຄູ່ກັບ Sign out ແຕ່ກໍມີບາງເວັບໄຊ໌ທີ່ໃຊ້ທັງສອງຄູ່ກັນ ແຕ່ກໍບໍ່ຜິດ ທີ່ສຳຄັນຄືໃຊ້ແບບໃດທີ່ຈະບໍ່ເຮັດໃຫ້ຜູ້ໃຊ້ສັບສົນວ່າຕ້ອງກົດປຸ່ມໃດ ນັ້ນຄື UX ທີ່ດີ
ຕົວຢ່າງແນະນຳ

ສຸດທ້າຍນີ້! ຂໍ້ມູນທັງໝົດແມ່ນຜູ້ຂຽນໄດ້ຮຽບຮຽງມາຈາກ”ອິນເຕີເນັດ” ຖ້າຜິດພາດປະການໃດ ກາຂໍຮ່ວມສືກສານຳກັນ
ຂອບໃຈ ຈຸບໆ
