ປະສົບການເສັງເຂົ້າ ມຊ

🔽JanSouda🔼
Aug 26, 2017 · 2 min read

Admission Experience in NUOL (Laos PDR)

ສະບາຍດີ. ຂ້າພະເຈົ້າເອງກໍເປັນພຽງບຸກຄົນໜຶ່ງທີ່ຢາກຈະ share ປະສົບການຂອງຕົນເອງໃຫ້ກັບຄົນອື່ນທີ່ມີປະສົບການຄ້າຍໆກັນກັບຂ້າພະເຈົ້າ ກະເລີຍຢາກຈະຂຽນບລ໋ອກຂຶ້ນມາເພື່ອ share ປະສົບການ.

ເລື່ອງເລົ່າທີ່ຂ້າພະເຈົ້າຈະເວົ້າເຖິງແມ່ນຊີວິດຫຼັງຈາກຈົບມໍປາຍ.

(ຮູບຖ່າຍລວມໝູ່ສະໄໝຮຽນມໍປາຍ)

(ຮູບເຈົ້າຂອງບລ໋ອກ)


ນັບຕັ້ງແຕ່ຈົບມໍປາຍມາແລ້ວ ແຕ່ລະຄົນກະຄືຊິຕັ້ງເປົ້າໝາຍໃຫ້ກັບຊີວິດຕົວເອງໃນຂັ້ນຕໍ່ໄປ. ຮຽນຕໍ່ມະຫາໄລໃນລາວ ຫຼື ຕ່າງປະ ເທດກະແລ້ວແຕ່, ແຕ່ເປົ້າໝາຍອັນຫຼັກໆຂອງທຸກຄົນທີ່ມີຄືກັນແມ່ນ “ໄດ້ເຂົ້າສຶກສາໃນຮົ້ວມະຫາວິທະຍາໄລ”.

ສຳລັບຂ້ອຍເອງ, ຂ້ອຍກະເປັນພຽງແຕ່ເດັກ ນ້ອຍມໍປາຍຄໄນໜຶ່ງທີ່ມີຄວາມຝັນຢາກຈະ ຮຽນໃນສິ່ງທີ່ຕົວເອງມັກ ຫຼື ເລືອກເອງ. ຕອນນັ້ນກະຍັງລັງເລຢູ່ຄືກັນບໍ່ຮູ້ວ່າຊິຮຽນຫຍັງ? ຕອນຢູ່ມໍປາຍກະໄດ້ຄຶດໄວ້ແລ້ວວ່າ ຢາກຮຽນກົດໝາຍພົວພັນ(ການທູດ) ແຕ່ຂ້ອຍກະລອງກັບມາຄຶດເບິ່ງວ່າ ‘ແມ່ນຢູ່ວ່າສາຍນີ້ເຮົາກະຢາກຮຽນ ແຕ່ຖ້າເສັງເຂົ້າແລ້ວກະຢ້ານບໍ່ຕິດຍ້ອນລູກເຈົ້າຫຼານນາຍ(ອັນນີ້ແມ່ນຄວາມເຫັນສ່ວນຕົວ). ອັນທີ່ສອງທີ່ ຢາກເລືອກຮຽນແມ່ນວິສະວະສິ່ງແວດລ້ອມ ແຕ່ອັນນີ້ກະກັບມາເບິ່ງຕົວເອງຢູ່ວ່າໂຄດອ່ອນເຄມີ ບໍ່ມັກອີ່ຫຼີວິຊານີ້ ກະເລີຍຕັດໃຈ. ລະອັນທີ່ເລັ່ງໄວ້ອັນສຸດທ້າຍກະບໍ່ມົ້ມຄະນະ ທີ່ຕົນເອງຮຽນຢູ່ປັດຈຸບັນນີ້: “ຄະນະສະຖາປັດ” ເຫັນວ່າຕົວເອງພໍມີພື້ນຖານດ້ານນີ້ແນ່ ກະເລີຍໄປສຶກສາມານຳໝູ່ທີ່ຮຽນຢູ່ຫັ້ນແນ່, ຄົ້ນຫາຂໍ້ມູນດ້ວຍໂຕເອງນຳ ກະເລີຍເລືອກ ມາທາງນີ້ກະຍ້ອນວ່າໂຕເອງມັກ.

ໃນຊ່ວງໄປຮຽນບຳລຸງ — ຕຽມເອກະສານຊິເສັງເຂົ້າ ມຊ ພໍ່ແມ່ບໍ່ໄດ້ຮູ້ເລີຍວ່າລູກສາວຊິຮຽນຫຍັງ? ຍ້ອນເພິ່ນບໍ່ຖາມ ເຮົາກະເລີຍບໍ່ໄດ້ບອກເພິ່ນແນ່. ຈົນໄດ້ບັດເຂົ້າຫ້ອງເສັງມາ ແລ້ວພໍ່ຈຶ່ງມາຖາມວ່າ ‘ເຂົາເຈົ້າປິດຮັບຄຳຮ້ອງມື້ໃດ?’ ກະເລີຍຕອບວ່າ ‘ປິດມື້ນີ້ແຫຼະ’; ລະເພິ່ນກະຖາມຕໍ່ວ່າ : ‘ເຈົ້າໄປສົ່ງລະຫວາ’

ຂ້ອຍ: ‘ຈົນແລ້ວລະ’

ພໍ່: ‘ລະເສັງເຂົ້າຄະນະຫຍັງ?’

ຂ້ອຍ: ‘ສະຖາປັດ’

ພໍ່: ‘ຄືບໍ່ຮຽນບໍລິຫານ’(ຕອນນັ້ນລາວເຮັດໜ້ານ້ອຍໃຈແນ່)

ຈາກນັ້ນຂ້ອຍກະມິດຢູ່ ເພາະວ່າຖ້າຕອບລາວໄປລາວກະຄືຊິຢາກໃຫ້ຮຽນອັນທີ່ກ່ຽວກັບພວກບໍລິຫານການຕະຫຼາດອີ່ຫຍັງ ຈັ່ງຊີ້. ອີກຢ່າງຢູ່ຄະນະເສດຖະສາດແມ່ນຕ້ອງເວົ້າເຖິງພວກ ‘ຕົວເລກ’ ເປັນສ່ວນໃຫຍ່ ຢູ່ແລ້ວ — ອັນນີ້ກະບໍ່ເກັ່ງເລກພວກນັ້ນໆແນ່ ຖ້າໄປເຮັດວຽກໃນທາງພວກນີ້ກະຊົງຊິຍາກ.


ຫຼັງຈາກເສັງແລ້ວຂ້ອຍກະໄດ້ລອງໄປເສັງຢູ່ອີກ3ບ່ອນຄື: ແພດສາດ, ສະຖາບັນທະນາຄານ, ມະຫາໄລຊູໂຈ(ແຖວຕະຫຼາດຄ້ອຍໂພນສະຫວ່າງ). ອັນແພດສາດກັບຊູໂຈ ຫັ້ນແມ່ນຢາກເສັງເອງ, ເສັງທັງໝົດ4ບ່ອນ ຢູ່ຊູໂຈອອກກ່ອນໝູ່ກະປະກົດວ່າ ‘ຕິດ’ ສາຍການຄ້າພົວພັນສາກົນ. ແຕ່ໃນຊ່ວງເວລານັ້ນທາງໂຮງຮຽນໃຫ້ເວລາການຕັດສິນໃຈສັ້ນໂພດບວກກັບຄ່າຮຽນກະແພງ ແລະ ຍັງລໍຖ້າຜົນເສັງບ່ອນອື່ນອີກກະເລີຍໄດ້ປະຕິເສດໄປ. ບ່ອນທີ່ສອງແມ່ນສະຖາບັນທະນາຄານກະ ‘ຕິດ’ ຄືກັນ(ສາຍການເງິນຈຸລະພາກ) ອັນທີ່ຈິງມາເສັງເຂົ້າໂຮງຮຽນນີ້ກະຍ້ອນພໍ່ບອກໃຫ້ ມາກະເລີຍມາ.

ຜົນເສັງແພດສາດ ກວ່າຈະຮູ້ກະຊ້າເກີນໄປແລ້ວເພາະໄດ້ຍິນມາຈາກໝູ່ທີ່ຮຽນຢູ່ຫັ້ນວ່າຕິດຊຸດສອງ.

(ຕັດພາບມາຕອນລຸ້ນຜົນເສັງ ມຊ)

ຄວາມຮູ້ສຶກຕອນນັ້ນມັນກະແບບລຸ້ນກະຈົນວ່າເມື່ອຍລຸ້ນແລ້ວ ພໍດີມື້ນັ້ນເປັນວັນອາທິດ, ກຳລັງນັ່ງເບິ່ງໂທລະທັດຢູ່ກະເຫັນນ້ອງມັນບອກວ່າຜົນເສັງຄະນະຄູອອກແລ້ວ(ສຶກສາສາດ). ອັນນີ້ກະຫູພຶ່ງທັນທີ!! ຈາກທີ່ໝົດການລຸ້ນລະຍັງມານັ່ງລຸ້ນຈົນໃຈຊິຂາດ ລະກະເຫັນມີຊື່ຢູ່ໃນນັ້ນ…ມື້ນັ້ນດີໃຈແຮງຮ້ອງຈົນລັ່ນບ້ານ(ອັນນີ້ລັ່ນອີ່ຫຼີ ພໍ່ແມ່ຈົນຍ່າງອອກມາເວົ້າໃຫ້ 555) ຄວາມຮູ້ສຶກຕອນນັ້ນມັນແບບໂຄດດີໃຈແຮງ.


(ມາຮອດເວລາທີ່ຕ້ອງຕັດສິນໃຈເລືອກ)

ມື້ທີ່ຜົນເສັງອອກ ພໍ່ກະຖາມວ່າຊິຮຽນຢູ່ໃສ? ອັນນີ້ກະຕອບວ່າຢູ່ດົງໂດກ. ເອົາໄປເອົາມາທັງພໍ່ທັງແມ່ກະບໍ່ມີໃຜດີໃຈນຳເພາະວ່າທີ່ຜ່ານມາແມ່ຂ້ອຍລາວກະພໍຮູ້ກ່ຽວກັບຮຽນສະຖາປັດມາຈາກລຸງ(ອ້າຍແມ່)ເພາະວ່າແຕ່ກີ້ແມ່ນຮຽນ 9ປີ(ກຽມ 2ປີ + ສຖປ 7ປີ). ລາວກະບໍ່ຢາກສະໜັບສະໜູນໃຫ້ຮຽນເພາະວ່າມັນເປັນວຽກຜູ້ຊາຍ. ຕອນນັ້ນຂ້ອຍກະໄດ້ແຕ່ຄິດວ່າ ‘ເຮີ້ຍ! ຍຸກນີ້ມັນ2017ແລ້ວ(ຕອນນັ້ນ2016ຢູ່)ໃຜກະສາມາດຄົ້ນຫາສິ່ງທີ່ຕົນເອງມັກໄດ້ແລ້ວ ບໍ່ແມ່ນແຕ່ວ່າຮຽນໃນສິ່ງທີ່ພໍ່ແມ່ຢາກໃຫ້ຮຽນ’

ມື້ຕໍ່ມາໃນຕອນແລງ ພໍ່ຂ້ອຍໄດ້ຊວນອອກໄປກິນເຂົ້າຢູ່ນອກບ້ານ. ຕອນນັ່ງລົດໄປນຳທາງລາວລະຖາມວ່າ: ‘ຊິຮຽນຢູ່ໃສແທ້?’ ອັນນີ້ທຳອິດກຳລັງລົມນຳນ້ອງມ່ວນໆຢູ່ກະມິດໄປບຶດໜຶ່ງກະເວົ້າວ່າ: ‘ຢູ່ມຊ ຫັ້ນແຫຼະ’ . ຈາກນັ້ນລາວກະເວົ້າແບບອາລົມຢາກຮ້າຍແນ່ບໍ່ພໍໃຈແນ່ວ່າ: ‘ເປັນຫຍັງເຈົ້າຄືບໍ່ຮຽນຢູ່ທະນາຄານຫັ້ນ?!’ ຕອນນັ້ນຄຶດໃນໃຈແລ້ວວ່າລາວຕ້ອງເວົ້າແບບນີ້, ແອນຕີ້ທຸກຢ່າງທີ່ເຮົາຢາກເຮັດ. ລະລາວກະຖາມຕໍ່ວ່າ ‘ເປັນຫຍັງເຈົ້າຄືຢາກຮຽນອັນນີ້ ມັນຍາກໃດ໋!! ເຈົ້າບໍ່ເຫັນວ່າລຸງກົດ(ນາມສົມມຸດ)ຮຽນ ລາວກະຍັງເວົ້າວ່າຕອນຮຽນປີ2ລາວເປັນພະຍາດຕັບຫັ້ນ’ ຕອນນັ້ນຈຸກແຮງກະເລີຍຕອບເພິ່ນໄປວ່າ: ‘ອັນທີ່ເຮົາເສັງຕິດ ມັນບໍ່ແມ່ນສາຍຄືລຸງຮຽນ(ສະຖາປັດ), ອັນທີ່ເຮົາຕິດແມ່ນຜັງເມືອງ’ ຄວາມຮູ້ສຶກຕອນນັ້ນມັນກະບໍ່ມີໃຜຍອມໃຜແນ່ກະເລີຍຕອບໄປວ່າ: ‘ຖ້າສົມມຸດວ່າເຮົາຍ້າຍໄປຮຽນສາຍສຳຮອງໄດ້ເຈົ້າກະຊິໃຫ້ເຮົາຮຽນແມ່ນບໍ່?’ ຕອນນັ້ນລາວມິດໄປບຶດໜຶ່ງລະຕອບວ່າ: ‘ແລ້ວສາຍສຳຮອງເຈົ້າແມ່ນຫຍັງ?’

ຂ້ອຍ: ‘ອອກແບບຕົກແຕ່ງ’ (ແນວຄະນະອື່ນຂ້ອຍບໍ່ມັກເນາະ)

ພໍ່: ‘ຢູ່ຄະນະດຽວກັນຫັ້ນ!?!’

ຂ້ອຍ: ‘ອືມ’

ພໍ່: ‘ຄືບໍ່ເລືອກບໍລິຫານນ!!!’

ຂ້ອຍ: ‘ມັນບໍ່ໄດ້ຢູ່ໃນກຸ່ມດຽວກັນມັນເລືອກບໍ່ໄດ້’ (ຕອນນັ້ນ ເສດຖະສາດສາຍC ສະຖາປັດສາຍA ເລືອກຂ້າມສາຍບໍ່ໄດ້)

ຕອນນັ້ນກະບໍ່ໄດ້ຕອບຫຍັງ ຄວາມຮູ້ສຶກມັນຈຸກຢູ່ໃນເອິກແຮງ-ຄືມີຫຍັງມາສຽບຄາກາງ ເອິກຢູ່ນິແຫຼະ, ນ້ຳຕາກະໄຫຼຢູ່ຈັ່ງຊັ້ນ ບໍ່ເຊົາຈັກເທື່ອ…


ຫຼັງຈາກນັ້ນກະມານອນຄຶດຢູ່ເຮືອນໝົດມື້ ລວມເປັນສອງມື້ສອງຄືນເຕັມໆ ຄຶດຫາຄຳຕອບທີ່ຈະເອົາໄປຕອບລາວໄດ້ວ່າເປັນຫຍັງຄືຢາກຮຽນອັນນີ້? ຕ້ອງຫາຄຳຕອບມາໃຫ້ໄດ້ອີ່ຫຼີ ແລ້ວຕອນນັ້ນອາໂທມາຊວນໄປດົງໂດກນຳກັນກະເລີຍໄປນຳລາວ, ລາວກະ ເວົ້າໃຫ້ຟັງຕອນທີ່ລາວເສັງຕິດຄືກັນ(ຕອນນັ້ນປີ 96 ພໍດີຫາກະມີ ມຊ) ລາວວ່າຕອນ ນັ້ນຄົນພາກັນນິຍົມຮຽນອັກສອນສາດ ສາຍພາສາອັງກິດ ກັບຮຽນໝໍ(ຕອນນັ້ນແພດສາດຂຶ້ນກັບ ມຊ) ລາວລະວ່າ ‘ພາສາອັງກິດ ຮຽນຢູ່ໃສກະໄດ້ ບໍ່ຈຳເປັນຕ້ອງແມ່ນ ມຊ, ບ່ອນອື່ນກະເປີດສອນຄືກັນ’. ຕອນນັ້ນລາວເສັງເຂົ້າຄະນະປ່າໄມ້ ຍ້ອນລາວວ່າ ‘ໃນອະນາຄົດ ເລື່ອງປ່າໄມ້ກັບສິ່ງແວດລ້ອມມັນຈະມີບົດບາດຫຼາຍໃນລາວ’ ລາວວ່າຕອນນັ້ນ ພໍ່ຂ້ອຍກັບພໍ່ຕູ້ແມ່ຕູ້ກະບໍ່ຢາກໃຫ້ລາວຮຽນຄືກັນ (ແຕ່ກີ້ມີແຕ່ຜູ້ຊາຍຮຽນ) ລາວວ່າຮຽນໄປລະຊິໄດ້ຫຍັງ? ແຕ່ລາວກະບໍ່ຟັງ (ປັດຈຸບັນເປັນ ອຈ ສອນຫຼັງປະລິນຍາຕີ ກັບ ນັກສຶກສາເຊື່ອມຕໍ່ຢູ່ ຄປມ,ເປັນນັກຄົ້ນຄວ້າພັນໄມ້).

ຕອນທີ່ໄດ້ຍິນຈາກລາວເວົ້າກະມາຄຶດໃສ່ຕົວເອງ ຕອນນັ້ນຄຶດຈັ່ງໃດກະຄຶດບໍ່ອອກລະໄດ້ແຕ່ໄຫ້ອອກມາຢ່າງດຽວ. ນັ່ງລົດໄປບຶດໜຶ່ງລາວກະເວົ້າຂຶ້ນມາວ່າ ‘ຖ້າສົມມຸດວ່າຢູ່ໜ້າ ມຊ ມັນມີຂີ້ເຫຍື້ອຫຼາຍ ລະຟາກທາງທະນາຄານການຄ້າມັນຈອດລົດຊ້ອນກັນຢູ່ ເຈົ້າຊິມີວິທີແກ້ໄຂຈັ່ງໃດ?’

ຂ້ອຍ: ‘ມັນກ່ຽວກັນກັບຜັງເມືອງຫວາ?’

ອາ: ‘ກ່ຽວແທ້ກ່ຽວວ່າ,ສົມພໍແຫຼະປານນັ້ນຢາກຮຽນຜັງເມືອງ ແຕ່ບໍ່ຮູ້ວ່າຜັງເມືອງແມ່ນຫຍັງ? ພໍ່ເຈົ້າກະບໍ່ຢາກໃຫ້ຮຽນ. ລະເຈົ້າຄຶດວ່າຜັງເມືອງແມ່ນຫຍັງຊັ້ນນະ?’

ຂ້ອຍ: ‘ພວກທີ່ເຮັດກ່ຽວກັບເມືອງ ຈັດສັນຕົວເມືອງ ແຕ້ມແຜນທີ່ຂອງເມືອງ ປະມານນີ້’ ຕອນນັ້ນຮູ້ແຕ່ຊ່ຳນີ້ອີ່ຫຼີ.

ມື້ແລງຕອນນັ້ນມັນກະໃກ້ຊິຮອດໂຄ້ງສຸດທ້າຍທີ່ເຂົາເຈົ້າຈະປິດຮັບນັກສຶກສາແລ້ວ ກະເລີຍຕ້ອງເລືອກຕາມທີ່ໃຈຕົວເອງມັກ. ມື້ນັ້ນນອນຢູ່ບ້ານພໍດີໄປເຫັນບົດຄວາມອັນໜຶ່ງທີ່ມັນສະທ້ອນເຖິງຊີວິດຂອງຄົນ ກັບ ສິ່ງທີ່ມັກ vs ສິ່ງທີ່ພໍ່ແມ່ເລືອກ. ພໍດີເຂົ້າໄປອ່ານກະຖືກໃຈແຮງເລີຍຕັດສິນໃຈເກັບ ເອກະສານທຸກຢ່າງໄປ ມຊ ໃນມື້ຕໍ່ມາ.

https://www.lifefeeds.org/2017/07/23/9-%e0%b8%ad%e0%b8%a2%e0%b9%88%e0%b8%b2%e0%b8%87%e0%b8%97%e0%b8%b5%e0%b9%88%e0%b8%88%e0%b8%b0%e0%b8%97%e0%b8%b3%e0%b9%83%e0%b8%ab%e0%b9%89%e0%b8%84%e0%b8%b8%e0%b8%93%e0%b8%95%e0%b9%89%e0%b8%ad%e0%b8%87/

(Link ຂອງການໄດ້ເຮັດໃນສິ່ງທີ່ມັກ)

ຖ້າສິ່ງໃດທີ່ຄິດວ່າເປັນສິ່ງທີ່ຕົນເອງມັກ ກະຈົ່ງເລືອກໃນສິ່ງນັ້ນໂລດ ຖ້າບໍ່ເລືອກແລ້ວຈະເສຍໃຈພາຍຫຼັງ ☺


ຫຼັງຈາກນັ້ນ ມື້ທີ່ມາຮຽນມື້ທຳອິດກໍໄດ້ມີໝູ່ໃໝ່, ສັງຄົມໃໝ່ໃນວົງກວ້າງ. ຄົນໃນຄະນະນີ້ກໍຕ້ອນຮັບແບບເປັນກັນເອງ ທຸກຄົນຮູ້ຈັກກັນໝົດທັງທຸກພາກວິຊາ ຊອກຫາຫ້ອງຮຽນກະບໍ່ຍາກຄືຄະນະອື່ນ. ຖ້າຢາກຮູ້ສັງຄົມໃນສະຖາປັດເປັນຈັ່ງໃດກະຊິໄດ້ເຮັດອີກບລັ໋ອກ ໜຶ່ງຂຶ້ນມາ. ພໍຮຽນໄປໄດ້ໄລຍະໜຶ່ງກະມີໂອກາດຖາມ ອຈ ກ່ຽວກັບແຕ່ລະສາຂາວ່າ ຮຽນກ່ຽວກັບຫຍັງ ອັນນີ້ສາມາດອ່ານເພີ່ມເຕີມໄດ້ທີ່: https://m.facebook.com/story.php?story_fbid=827556150746246&id=100004756052615 (ເຟສບຸກຂ້ອຍເອງ)

ສຸດທ້າຍນີ້, ຢາກຝາກເຖິງນ້ອງໆທີ່ກຳລັງຈະເປັນນັກສຶກສາ ມຊ ຫຼື ສະຖາບັນອື່ນ ທີ່ມີຄວາມມັກຮັກໃນສິ່ງທີ່ຕົນເອງເລືອກ ແລະ ຢາກຮຽນ ແຕ່ຖືກພໍ່ແມ່ກີດກັນຢາກໃຫ້ຮຽນໃນສິ່ງທີ່ເພິ່ນມັກ, ໃຫ້ລອງໄປທົບທວນສຶກສາໃຫ້ດີໆແລ້ວໄປຫາຄຳຕອບເອົາໄປຕອບເພິ່ນໃຫ້ໄດ້ ແລ້ວເຮັດໃຫ້ເພິ່ນເຄົາລົບ ໃນການຕັດສິນໃຈຂອງເຮົາ, ເມື່ອເຮົາກ້າຕັດສິນໃຈໄດ້ແລ້ວກໍຕ້ອງເຮັດໃຫ້ໄດ້ຕາມທີ່ ເຮົາຕ້ອງການ…ຮຽນກະຮຽນໃຫ້ດີທີ່ສຸດຄວາມສາມາດທີ່ເຮົາມີ. ບໍ່ຈຳເປັນຕ້ອງຮຽນໃຫ້ເກັ່ງ ແຕ່ເຮັດວຽກໃຫ້ເປັນນັ້ນຄືປະເດັນ ສຳຄັນ. ຂໍເປັນກຳລັງໃຈໃຫ້ນ້ອງໆທຸກຄົນທີ່ກຳລັງປະສົບກັບບັນຫາທີ່ ‘ຕ້ອງເລືອກ’ ໃນຊ່ວງຕຽມຕົວຮຽນວິຊາຊີບຕໍ່ໄປ.

ປລ. ປັດຈຸບັນພໍ່ແມ່ຂ້ອຍຮູ້ລະອຽດກ່ຽວກັບວຽກງານຜັງເມືອງແລ້ວ ແຕ່ກະຍັງຈອບຖ້າເບິ່ງຄະແນນຢູ່ (ລາວວ່າໄດ້ F ໂຕໜຶ່ງລະຊິໃຫ້ອອກ -,-)

● ຂໍຂອບໃຈ ● Thank you ●

)
    🔽JanSouda🔼

    Written by

    NuinuiSouda Archi Student (Urban Design)

    Welcome to a place where words matter. On Medium, smart voices and original ideas take center stage - with no ads in sight. Watch
    Follow all the topics you care about, and we’ll deliver the best stories for you to your homepage and inbox. Explore
    Get unlimited access to the best stories on Medium — and support writers while you’re at it. Just $5/month. Upgrade