Backpackers in Jeju Island ( Just only 200$ .3nights 4 days)


ແຕ່ຈຸດປະສົງໃນການຂຽນ blog ນີ້ແມ່ນເພື່ອແຊລ ປະສົບການໄປ ແລະ ບັນທືກລະຫວ່າງການເດີນທາງ ສຳລັບຜູ້ທີ່ຕ້ອງການຊອກຫາປະສົບການດີໆ ເວລາໄປເອງຈັງໜົດເງີນບໍ່ຫລາຍຮ່າຮ່າ ພັດວ່າ…..ແຕ່ແລ້ວຈະຄິດ ແຕ່ສີ່ງສຳຄັນສຳລັບການເດີນທາງແຕ່ລະບ່ອນ ນັ້ນແມ່ນດ້ວຍຄວາມຢາກຮູ້ ຢາກເຫັນຫລາຍສີ່ງຫລາຍຢ່າງ ເບີ່ງຄວາມແຕກຕ່າງຂອງແຕ່ລະແຫ່ງວ່າເປັນແນວໃດ ເບີ່ງວ່າບ້ານເຮົາ ບ້ານຕົນເອງເປັນແນວໃດແລ້ວເອົາມາປັບປຸງບ້ານເຮົາ hahaha…..ຮູ້ສືກວ່າເປັນນັກພັດທະນາຂະໜາດ …ເບີ່ງຊິວິດການເປັນຢູ່ຂອງຄົນແຕ່ລະສັນຊາດ ແຕ່ລະປະເທດເປັນແນວໃດ ແລະ ມັກຄວາມທ້າທາຍ ເດີນທາງແບບບໍ່ຕ້ອງຄິດຫຍັງຫລາຍກ່ຽວກັບການທ່ອງທ່ຽວທີ່ຈະເກີດຂື້ນວ່າ ງາມ ຫລື ບໍ່ງາມ ຄົນໄປຫລາຍ ຫລື ໜ້ອຍ ພຽງແຕ່ເຂົ້າໃຈວ່າ “ ທຸກໆການເດີນທາງຄືການ ຮຽນຮູ້ ສີ່ງໃໜ່ໆທີ່ເກີດຂື້ນ ຜິດຖືກກະໄປຕາມນັ້ນ…. ແບບລຽບໆງ່າຍໆ ສະບາຍສະບາຍ”
ຄິດວ່າມັນອາດຈະບໍ່ເໜາະກັບບາງຄົນທີ່ ໄປແບບຕ້ອງການຄວາມສະດວກສະບາຍ ກິນອາຫານຈະຕ້ອງດູດີ ໄປແບບບໍ່ຕ້ອງຍ່າງຫລາຍ ໄປຫັນແລ້ວໄປຈຸດນັ້ນ ບໍ່ມີການຊອກຫາບ່ອນທີ່ແປກໃໜ່. ທຸກຢ່າງຕ້ອງperfect ຖ່າຍຮູບເອົາຫລູຫລ້າ ແຕ່ສາຍຂອງເຮົາແມ່ນການເບີ່ງຄວາມແຕກຕ່າງຂອງທຳມະຊາດ ແຕ່ລະແຫ່ງວ່າເປັນແນວໃດສືບຄວາມສົດຊື່ນຂອງກີນອາຍທຳມະຊາດ ເບີ່ງຊິວິດການເປັນຢູ່ຂອງຄົນ ເບີ່ງສີ່ງທີ່ແປກໃໜ່ ນັ້ນເປັນຈຸດເລີ່ມຕົ້ນຂອງການເປັນຄົນ
Positive thinking …open mind …freedom ..challenges …learn new things….don’t like to do the same thing ….Like to go alone or partner who looks like you…like to go alone hahaha….
Find yourself by journey .
If You Don’t Know Yourself Enough …You Must Go Alone
#trip in Jeju# in Korea
ຈຸດເລີ່ມຕົ້ນຂອງທິບນີ້ ບໍ່ມີຫຍັງເກີດຂື້ນມາກ່ອນ ບໍ່ມີ Plan ໃນຫົວ .ເພາະເບີ່ງແລ້ວ ການໄປມັນຕ້ອງໃຊ້ຈຳນວນເງີນ ຈຳນວນໜື່ງໄປ ເພື່ອທີ່ຈະໄປໃຫ້ຄຸ້ມ ກະເລີຍ skip ໄວ້ກ່ອນບໍ່ຂໍຄິດນຳ ເລື່ອງໄປທ່ຽວ ເກາະ ເຈຈູ ເອົາໄວ້ ມາຊຸດໜ້າ ຖ້າມີໂອກາດຈັ່ງໄປ ຮ່າຮ່າ
ສຸດທ້າຍໄປແບບເວົ້າຫລີ້ນກັນຊື່ຊື່ ກັບ ສອງເອື້ອຍນ້ອງ( sis Bibee)ເຫັນເອື້ອຍ Natcy ເພີ່ນມີແຜນວ່າຈະໄປ… ພໍແຕ່ຄິດເລື່ອງໄປ ມີຄວາມຫ້າວ ເລີຍພາກັນ ຄິດຄິດ…. ແບບ BackPack ..chill No plan …ຢູ່ບ່ອນໃດນອນບ່ອນຫັນ….ວ່າຊັ້ນເດ. ແຕ່ເລີ່ມຕົ້ນດ້ວຍການຊອກຫາສະຖານທີ່ຕ້ອງການຢາກໄປ ແຕ່ລະບ່ອນ…..
Let’s see ….our journey …..in Jeju
ເລີ່ມຕົ້ນດ້ວຍການຊອກຫາ ຖ້ຽວບີນທີ່ມີລາຄາຖືກທີ່ສຸດ ທີ່ເໜາະກັບເວລາກັບຈຳນວນເງີນທີ່ເຮົາສາມາດຈ່າຍໄດ້ ແຕ່ລວມໆ ເຮົາສາມາດຊອກໄດ້ ງ່າຍລາຄາເໜາະສົມ ເພາະຢູ່ເກລົາຫລີ ມີຫລາຍຖ້ຽວການບີນ ແລະ ລາຄາມີຄວາມແຕກຕ່າງກັນຫລາຍ ແລ້ວແຕ່ເຮົາເລືອກ ຕາມຄວາມເໜາະສົມ…ເຊີ່ງໄດ້ຖ້ຽວບີນແມ່ນ ລາຄາ 80,000 Won = 640,000 kip ( ໄປ- ກັບ) ຖືວ່າເລືອກຖືກທີ່ສຸດ….
ຂໍ້ມູນ: https://www.twayair.com/main.do?_langCode=EN
Day 1 : ບັນທືກການເດີນທາງ ເລີ່ມຈາກ: Sejeong ຫາ Gimport International Airport .
ຄ່າຈາກການເດີນທາງ ຈາກ Sejeong ຫາ Gimport International Airport ແມ່ນລາຄາ12,100 Won ເຊີ່ງມີຖ້ຽວ 8:15 , 10:00 , …. 14:00 ປະມານນີ້ ແຕ່ສອງ backpackers ເລືອກຖ້ຽວທີ່ ໄວທີ່ສຸດ ເພື່ອຄິດກັນແລ້ວວ່າຕ້ອງການໄປ Explore at Gimport International Airport ແລະ ບໍລິເວນອ້ອມ ສະໜາມບີນວ່າມັນມີຫຍັງແນ່…


Gimpo International Airport ເປັນສະໜາມບີນທີ່ລວມທັງພາຍໃນ ແລະ ຕ່າງປະເທດ ເປັນສະໜາມບີນທີ່ສ້າງຂື້ນກ່ອນIncheon International Airpot ທີ່ເຮົາຮູ້ກັນດີ .Gimpo International Airport ຫ່າງຈາກ Seoul ແມ່ນ 15km
ແນະນຳ:
- ຈອງປີ້ລົດກ່ອນຈື່ງເປັນການດີ ເພາະເຮົາຈະສາມາດເລືອກເວລາຕາມໃຈ ແຕ່ບາງສະຖານນີຈະບໍ່ມີຖ້ຽວລົດໄປຫາສະໜາມບີນໂດຍຕົງ ສະນັ້ນເຮົາຕ້ອງກວດເບີ່ງດີໆກ່ອນວ່າ ຈະມີການຕໍ່ລົດ ຈັກສາຍຈື່ງຈະໄປຮອດ …
- ການເລືອກສະໜາມບີນແລ້ວແຕ່ເຮົາຈະເລືອກ ແລ້ວແຕ່ຄວາມສະດວກ ເບີ່ງວ່າໄລຍະທາງ ຈາກບ່ອນທີ່ເຮົາຢູ່ກັບສະໜາມບີນ ບ່ອນໃດໃກ້ກວ່າກັນ ລາຄາກະຕ່າງກັນ ຈາກເກາະ ເຈຈຸ ເຮົາສາມາດເລືອກຂື້ນບ່ອນໃດກະໄດ້ ແລ້ວແຕ່ຄວາມສະດວກຂອງໃຜລາວ.
ໃຊ້ເວລາໃນການຊອກຕົນເອງດ້ວຍການເດີນທາງແບບຊິວຊິວ ກະເປັນ ອີກວິທີໜື່ງທີ່ຄົ້ນຫາຄົນເອງ ວ່າ ເຮົາຢາກເຮັດຫຍັງ ຕ້ອງການຍັງ ໄປແບບບໍ່ຕ້ອງຄິດຫຍັງ ….

ລົດເບີ 5 ໄປຫາ ສະໜາມບີນພາຍໃນ ເຊີ່ງບໍລີການ ຟຣີ ສຳລັບຜູ້ໂດຍສານ


ອ້ອມສະໜາມບີນຈະມີ Lotte Mall . ຕາມExplore ບໍລິເວນ Gimpo International Airport ຍັງບໍ່ທັນມີຫຍັງຫລາຍ ຄິດວ່າເປັນສະໜາມບີນທີ່ສ້າງກ່ອນ Incheon International Airport ແນ່ ແຕ່ທຽບໃສ່ບ້ານເຮົາຈະເປັນສະໜາມບີນວັດໄຕ ແຕ່ຖ້າສົນໃຈແຖວນັ້ນ ລອງຍ່າງອ້ອມໆເບີ່ງ……



ກີນເຂົ້າຂອງສອງແອງຂໍກີນແບບ ບ້ານບ້ານ ເພາະຈະໄດ້ Feeling ທີ່ກີນຢູ່ໃນຮ້າງ ຈະໄດ້ສະໄຕລແບບ Hipster ຫລາຍ ແຕ່ກະແປກໃຈ ຄິດວ່າສະໜາມບີນຈະມີສະໄຕລບ້ານ ບ້ານຄືແຄມທາງແບບນີ້ ແຕ່ວີທີການສັ່ງອາຫານນີ້ ຂໍເບີ່ງຜູ້ທີ່ສັ່ງກ່ອນວ່າໜ້າຕາເປັນແນວໃດ ກ່ອນ hahahah…ຮູ້ແຕ່ວ່າຢູ່ຫັນມັນມີ kimbub ທີ່ຮູ້ວ່າ ມັນແມ່ນຫຍັງ ກັບ Noodle soup ທີ່ຂຽນໃນຫັນ ກາຍຫັນບໍ່ຮູ້ມັນໜ້າຕາແນວໃດ…..ນີ້ແຫລະນໍ ບໍ່ໄດ້ພາສາບ້ານເພີ່ນ



ໃນສະໜາມບີນບ່ອນ check out ຈະມີບ່ອນໃຫ້ຂໍ້ມູນກ່ຽວກັບເຈຈູ ດີແທ້ເຮົາເອົາມາເບີ່ງຈະໃຫ້ປະໂຫຍດຫລາຍ ສຳລັບຜູ້ທີ່ຍັງບໍ່ທັນຊອກຂໍ້ມູນມາ.
Feeling excited and exciting every time when we start our step everywhere…





ຂໍ້ມູນສະໜາມບີນພາຍໃນ Gimpo International Airport
- ພາຍໃນສະໜາມບີນຈະມີບ່ອນຊື້ບີນລົດໂດຍສານແຕ່ລະສາຍເວລາ ເຮົາ ຈະກັບບ້ານ ເຊັ່ນ : Seoul, Daejeon , Sejeong….etc ເຊີ່ງເຮົາສາມາດຊື້ໄດ້ໂດຍ Machines ແຕ່ຈະເປັນພາສາKorean ບ່ອນຂາຍປີ້ຈະເບື້ອງຂວາສຸດ (ເວລາເຮົາຍ່າງເຂົ້າໄປປະຕູທາງເຂົ້າໃຫຍ່)ແຕ່ ຖ້າເຮົາບໍ່ຮູ້ວີທີການຊື້ ເຮົາສາມາດສອບຖາມບ່ອນໃຫ້ຂໍ້ມູນໄດ້.


- ໃນສະໜາມບີນ Gimpo International Airport ມີ gate ສຳລັບການລໍຖ້າຂື້ນຍົນ ແມ່ນ ມີແຕ່ 1–20 gates ເຊີ່ງມີຄວາມໃຫຍ່ພໍສົມຄວາມ ແຕ່ລະ gates ຈະເປັນສາຍການບີນຂອງໃຜລາວ ເຊີ່ງສະດວກໃນການຊອກ


- ບ່ອນທີ່ລໍຖ້າທາງໃນ gate ນັ້ນຈະມີຮ້ານສະດວກຊື້ ຖ້າໃຜຕ້ອງການບໍຢາກຊື້ມາແຕ່ນ້ອງ ຖ້າຊື້ຢູ່ໃນບ່ອນລໍຖ້າດີກ່ອນ ເພາະກ່ອນທີ່ເຮົາໄປບ່ອນລໍຖ້າບ່ອນgates ນັ້ນ ຈະມີການກອດສອບເຄື່ອງກ່ອນເຂົ້າ ຄິດວ່າມັນຄືກັນກັບແຕ່ລະບ່ອນ ຫ້າມເອົານໍ້າເຂົ້າ ລະສີ່ງຂອງທີ່ເປັນຂອງແຫລວ
- ຈະມີ subway ຢູ່ໃນ ສະໜາມບີນ ຖ້າເຮົາຢູ່ seoul ແລ້ວຕ້ອງການມາສະໜາມບີນຈະງ່າຍ ແຕ່ໃຊ້ເວລາ 30-40 ນາທີ ຢູ່ຊັ້ນ1
- ບ່ອນທີ່ເຮົາ check out ບາງສາຍການບີນຈະມີ Machine ສຳລັບການ ປີ້ຍົນເຊີ່ງເຮົາສາມາດກົດເອົາໄດ້ສະບາຍໂດຍບໍ່ມີການລໍຖ້າ ແຕ່ສຳລັບ tway air ຈະບໍ່ມີຕູ້ກົດ ເຊີ່ງເຮົາສາມາດcheck out ໄດ້ກ່ອນ 1 ຊົ່ວໂມງ ຖ້າໄປກ່ອນຫລາຍຊົ່ວໂມງບໍ່ສາມາດ check out ເພື່ອເອົາປີ້ຍົນໄດ້



ເປັນການເດີນທາງທີ່ ຄຸ້ມຄ່າອີຫລີ ກັບການເດີນທາງຄັ້ງນີ້ ມີຫລາຍເລື່ອງທີ່ເຮົາຢາກລອງໜົດ ມີຫລາຍເລື່ອງທີ່ບໍ່ໄດ້ຄິດວ່າ ສີ່ງທີ່ເຮົາຄິດມາ ແລະ ຈີນຕະນາການຕະຫລອດຂອງການເດີນທາງ ວ່າມັນຊີເປັນແນວໃດ ຈົນຄິດວ່າເກາະ ເຈຈູ ເປັນເກາະທີ່ນ້ອຍບໍ່ໃຫຍ່ ຈົນເຮົາສາມາດຂີ່ລົດຖີບອ້ອມເກາະໄດ້ເລີຍ ຄິດວ່າໃຊ້ເວລາມື້ໜື່ງຂີ່ລົດອ້ອມເກາະໜ້າຈະເປັນໄປໄດ້ ແລ້ວໃຊ້ເວລາເລາະໄປຕາມຈຸດຕ່າງໆ ແຕ່ສີ່ງທີ່ຄິດ ແລະ ຈິນຕະນາການໄປນັ້ນມັນບໍ່ແມ່ນຢ່າງທີ່ຄິດ …hahaha ແຫລະແລ້ວ ສີ່ງທີ່ເຫັນມັນຄື……
ບາດວ່າຮອດ “ ປະຕິໂທ!! ເອື້ອຍບີ່ ມັນບໍ່ແມ່ນລະຕິນີ້ມັນ….



If you think or imagine in the future what you would see …. you will adapt what you will do the next.
ຍີ່ງໃກ້ຮອດສະໜາມບີນ Jeju ຍີ່ງມີຄວາມຕື່ນເຕັ່ນ ເພາະເລີ່ມການທີ່ເຮົາບໍ່ຮູ້ຫຍັງມາກ່ອນ ເລາະແບບບໍ່ມີແຜນການ ບໍ່ຮູ້ວ່າເກາະJuje ຈະກວ້າງປານໃດ … ຮ່າຮ່າ ຄິດວ່າເປັນເກາະນ້ອຍໆວ່າຊັ້ນ hahaha…

ເມື່ອຮອດສະໜາມບີນບໍ່ຕ້ອງຢ້ານວ່າ ເຮົາຊີບໍ່ຮູ້ໄປທາງໃດ ເພາະບ້ານເພີ່ນຈະມີບ່ອນໃຫ້ບໍລິການທີ່ tourist information ເຮົາສາມາດສອບຖາມຂໍ້ມູນລາຍລະອຽດກ່ຽວກັບເກາະ Juje ທີ່ໃຫ້ລາຍລະອຽດຕ່າງໆ ທີ່ເຮົາຕ້ອງການຈະໄປ ແມ້ແຕ່ຂື້ນລົດເມ ບ້ານພັກຕ່າງໆ ສາມາດຖາມລາຍລະອຽດໄດ້ ເຊີ່ງມີປະໂຫຍດໃນການເດີນທາງ ຫລື ສາມາດຊອກຫາແຜນທີ່ໄດ້ ບ່ອນ Tourist information… ງ່າຍຫລາຍຫາຍຫວ່ງເລື່ອງນີ້
=) ແລະ ທີ່ສະບາຍໄປກວ່ານັ້ນ ຢູ່ໃນເກາະ Jeju ຈະມີ wifi ທຸກບ່ອນ ສາມາດເຊື່ອມຕໍ່ ຊອກຫາຂໍ້ມູນໄດ້ສະບາຍ ບໍ່ຈຳເປັນຕ້ອງໄດ້ຊື້ Sim ນີ້ລະຄວາມທັນສະໄຫນບ້ານເພີ່ນ ເບີ່ງແລ້ວກະເອົະເອົາໄປພັດທະນານຳ ……



Day 1ຍັງບໍ່ທັນຈົບ….
- ເລີ່ມ ຈາກ trip ຂອງເຮົາແມ່ນໄດ້ booking guest house ໄວ້ກ່ອນ ເພື່ອບໍ່ເປັນເສຍເວລາ ເພາ ເພາະ ເມື່ອເວລາຮອດແລ້ວເຮົາຈະຮູ້ ຈຸດມຸ່ງໜາຍກ່ອນວ່າເຮົາຈະໄປຢູ່ໃສກ່ອນ ອີກຢ່າງ ເພື່ອເປັນການສະດວກໃນເວລາຮອດ ຈື່ງຈະງ່າຍຕໍ່ການຖາມ …ແຕ່ສຳລັບມື້ທີ່ສອງ ຈະວ່າກັນໄປ ຂໍລອງມື້ທີ່ໜື່ງກ່ອນວ່າຈະເປັນແນວໃດ
- ເລີ່ມຈາກ ຂື້ນລົດເມໄປຫາບ່ອນພັກ …. ເຊີ່ງຈະບ່ອນໃຫ້ຖ້າເວລາຍ່າງອອກມາ ຖືວ່າທຸກສີ່ງມີຄວາມສະດວກສະບາຍ ໄວຟາຍໄດ້ ນອກຈາກນັ້ນ ເວລາເຮົາຈະຈອງບ່ອນພັກທຸກບ່ອນຈະບອກລາຍລະອຽດການໄປໃຫ້ງ່າຍຂື້ນ ແຕ່ເພື່ອ confirm ໃຫລະອຽດວ່າ ເຮົາໄປຖືກບໍ່ ແມ່ນເຮົາສາມາດຖາມຄືນ tourist information ໄດ້.





- ບໍ່ໄດ້ Promote ແຕ່ hotel ນີ້ແຕ່ ກະໂອເຄຢູ່ ລາຄາ 15,000 W … ຂື້ນກັບເຮົາເລືອກວ່າຈະເອົາເອົາລາຄາທໍ່ໄດ້
#ແນະນຳ :
- ຄວນຈະເລືອກບ່ອນທີ່ເປັນ zonen city ແນ່ ເພື່ອຈະໄດ້ຍ່າງເລາະຫລີ້ນ chill ໄປຕາມ city ແນ່ ເພາະຢູ່ Jeju island or Korea ຈະມີເປັນ Zone ສຳລັບການ walking chill out ….relax..
- ການຈອງໂຮງແຮມ ຖ້າ booking ກ່ອນຈະລາຄາຕາມນັ້ນ ແຕ່ຖ້າໄປຊອກເລີຍ ລາຄານະເພີ່ມຂື້ນແນ່ໜ້ອຍໜື່ງ
- ບໍລິເວນໃກ້ the forest Hostel and Guest house
= ຈະມີ JEJU Dongmun Market
= zone ບ່ອນຍ່າງ Shopping ຮ້ານ ອາຫານຕ່າງໆ
= ໃກ້ແຄມທະເລ










> ມີບ່ອນນັ່ງ chill ຫລາຍ…. ດີຕໍ່ໃຈ…ບ່າວກະຫລາຍ…..
Day 2: ເລີ່ມມື້ທີ່ສອງ ຈາກຈຸດທີ່ພັກ ຫາ ຈຸດມຸ່ງໜາຍ…..Halla Mountain ບໍ່ຮູ້ ຮ່າຮ່າ…

ການທີ່ບໍ່ຮູ້ແລ້ວ ລອງຜິດລອງຖືກເປັນສີ່ງທີ່ທ້າທາຍ ….. ແຕ່ເຖີງຈະເປັນສີ່ງທີ່ທ້າທາຍແຕ່ມັນກະແມ່ນປະສົບການ ແລະ ການຮຽນຮູ້…….
- ເລີ່ມ check out ອອກຈາກ guest house ເວລາ 7:00 a.m ຫາ Jeju Bus Terminal

#ແນະນຳ:
- ໃນ Jeju Bus Terminal ແມ່ນສະຖານນີຫລັກໆຂອງເກາະ Jeju ບໍ່ວ່າເຮົາຈະໄປໃສໃນເກາະເຈຈູ ແມ່ນສາມາດຂື້ນລົດເມໄປໄດ້ຢູ່ນີ້ (ຖ້າຫາກເຮົາຍັງບໍ່ຮູ້ ຈະເລີ່ມໄປຂື້ນລົດບ່ອນໃດ) ….ແຕ່ເຮົາສາມາດຊອກຫາຂໍ້ມູນໄດ້ ຫລື ສອບຖາມຜູ້ຊ່ວຍຢູ່ໃນ ທຸກ Bus stops ໄດ້ ເພາະຈະມີຜູ້ຊ່ວຍມາໃຫ້ຄຳແນະນຳໃນການໄປ ຖ້າຫາກເຮົາບໍ່ຮູ້< ໃຈດີຈັ່ງມາກມາຍ~ >
- ນອກຈາກນັ້ນແລ້ວການໃຊ້ລົດໂດຍສານແມ່ນໃຊ້ T-Money ໄດ້…. ຂໍແຕ່ຕື່ມເງີນໄປໄດ້..ຮ່າຮ່າ
- ຢູ່ Jeju Bus Terminal ຈະມີ ເວລາ, ເບີລົດ …ໄປ ສະບາຍ ກີນສະບາຍ….ນີ້ແຫລະກັບຂາຄູ່ J Bibee…. ຄູ່ Partner ທີ່ເດີນທາງໄປນຳກັນ ຜິດ ຜິດ ຖືກໆ ໄປນຳກັນ … ມ່ວນດີ
ໜາຍເຫດ:ຢູ່ ເກາະເຈຈູຈະມີ ບໍລິການ ເຊົ່າລົດ ..ລົດຖີບ ລົດໃຫຍ່ ລາຄາ ຈະສູງນິດນິດ ແຕ່ສາຍພະຈົນຂໍນັ່ງ chill ໄປກ່ອນກັບ ລົດ ໂດຍສາຍໄປກ່ອນ….ຮ່າຮ່າ





Looked at Sister Bibee < ກູໄປຖືກຢູ່ບໍ > ເລື່ອງລາວມາຂື້ນ Jeju Bus Terimal ຕັ້ງສອງເທື່ອ.
ເທື່ອທີ່1: ຕັ້ງໃຈໄປ Hallasan Mountain for Climbing Mountain ເລີ່ມຂື້ນລົດເມຈາກ Jeju Bus Terminal ເຊີ່ງໃຊ້ເວລາ 30 ນາທີ ປະມານນີ້ …


ຂໍ້ມູນກ່ຽວ Hallasan Mountain ຫລືຮຽກວ່າ: Hallasan National Park [UNESCO World Heritage] (한라산국립공원 [유네스코 세계자연유산])
#Introduction
Hallasan Mountain rises up proudly from the center of Jeju Island and is perhaps the island’s most memorable landmarks. Also called Mt. Yeongjusan, meaning “mountain high enough to pull the galaxy,” Hallasan Mountain is widely known by scientists for its geological value. Designated as a national park in 1970, there are 368 parasitic volcanoes called Oreums (peaks) around the main mountain.
Hallasan Mountain is famous for its vertical ecosystem of plants that results from the varying temperatures along the mountainside. Over 1,800 kinds of plants and 4,000 species of animals (3,300 species of insects) have been identified; to explore the mountain’s treasures, simply follow one of the well-developed mountain hiking trails.
Hallasan Mountain is relatively easy to hike. With hiking courses less than 10 km in length, it is possible to go to the peak and back in one day. However, the constantly changing weather brings a lot of wind, so make sure that you are well prepared before you start climbing.


- ເປັນຈຸດສູນການຂອງເກາະ Jeju Island ຖືວ່າເປັນ highlight ຂອງ ເກາະກະວ່າໄດ້
- ຕາມການສອບຖາມຂໍ້ມູນໃຊ້ເວລາຂື້ນປະມານ 9 Hours ເຊີ່ງຖືວ່າຕ້ອງໃຊ້ເວລາເຊົ້າ-ແລງໜື່ງໃນການ hiking ໄປ ເພື່ອໄປຮອດຈຸດສູງສຸດ ປານ ຂຶ້ນ Everest mountain ພູ້ນແຫລະ.
- Hallasan National Park ຈະມີຫລາຍບ່ອນຂື້ນ ແລ້ວແຕ່ເຮົາໄປເສັ້ນທາງໃດ….ບາງເອີນເຮົາໄປທາງທີ່ໄກກ່ອນ ຮ່າຮ່າ….ເລີຍບໍ່ມີເວລາຂື້ນ ເພາະໄປຮອດກະໃຊ້ເວລາດົນລະ ແຖມຫຍັງມີເວລາປິດ ເຂດທີ່ຮອດຈຸດສູງສຸດເວລາປະມານ 4:00 ປີດ ~~
ແລະ ແລ້ວ~~ ກະບໍ່ໄດ້ຂື້ນ ເພາະຕ້ອງໃຊ້ໄລຍະທາງ 10 Km ປະມານ 9 Hours ຂື້ນລົງ ..ແຕ່ມີເວລາພຽງແຕ່4 hours ບໍ່ພໍ ຂື້ນໄດ້ ແຕ່ບໍ່ສຸດຮອດຈຸດສຸງສຸດ…ເອົາວ່າ ແຜນນີ້ຕ້ອງຈົບກ່ອນ~~ ດຳເນີນແຜນຕໍ່ໄປ …..ເປັນເຫດເຮັດໃຫ້ກັບມາ terminal ຮອດສອງ….. ຮ່າຮ່າ ເອົາເປັນວ່າ ເສຍເວລາໄປຫລາຍເຕີຍ….
ເທື່ອທີ ສອງ: ທີ່ Juje Bus Terminal ອີກຄັ້ງ ປ່ຽນເສັ້ນທາງໃນການເດີນທາງດ້ວຍ ລົດເມ ຈາກການຂີ່ລົດເມຜ່ານເສັ້ນກາງຂອງ Jeju. ມາບາດນີ້ມາເປັນເສັ້ນທາງອອ້ມ Jeju Island ເພື່ອໄປຫາ Seongsan Ilchulbong Peak and U-do ( U Island).. ຖືວ່າ ລຽບທະເລໄປ…..
>..ເລືອກຖ້ຽວລົດດີດີ ເພາະບາງຖ້ຽວຈະມີໄປບ່ອນດຽວກັນ ແຕ່ຈະມີໄລຍະການຢຸດຕ່າງການ….. ເບີ່ງຮູບຖ່າຍຢູ່ເຖີງຫົວກະແລ້ວກັນວ່າມີຄວາມຖີ່ໃນການຢຸຈັກບ່ອນ~~ ຄ່ອຍຂ້າງຫລາຍແຕ່ ແຕ່ມັນຈະມີສະຖານທີ່ທ່ອງທ່ຽວແຄມທະເລນຳ….ຂໍບອກງາມ ~~ ຖ້າມີເວລາອີກ….ຈະລອງເລາະທຸກບ່ອນແຄມທະເລ … ແຕ່ເນື່ອງຈາກວ່າ ເວລາຈຳກັດ ເສຍເວລາໄປ Hallason mountain ແນ່ ແຕ່ບໍ່ໄດ້ຂື້ນ…..ຊຸດໜ້າພາດບໍ່ໄດ້ແນ່ນອນ….>

- ໃນທີ່ສຸດກະຮອດ Seongsan Ilchulbong Peak ໃຊ້ເວລາອອກຈາກ Jeju Bus Ternimal ປະມານ 11:30 a.m ຮອດປະມານ 2 p.m
- Seongsan Ilchulbong Peak ກະຍັງເປັນ Highlight ໜື່ງທີ່ເຮົາບໍຄວນພາດ ເພາະເປັນ UNESCO World Heritage
#Arrived :Seongsan Ilchulbong Peak






- ຄ່າເຂົ້າປະມານ 2000w= 18,000ກີບ
- ແນະນຳຕ້ອງຂື້ນໄປ ເພາະຈະເຫັນ View ດ້ານເຖີງຂອງ Seongsan Ilchulbong Peak ຄືກັບຮູບ ນີ້:

Introduction
Seongsan Ilchulbong Peak rose from under the sea in a volcanic eruption over 100,000 years ago. Located on the eastern end of Jejudo Island, there is a huge crater at the top of Seongsan Ilchulbong Peak. The crater is about 600m in diameter and 90m high. With the 99 sharp rocks surrounding the crater, it looks like a gigantic crown. While the southeast and north sides are cliffs, the northwest side is a verdant grassy hill that is connected to the Seongsan Village. The ridge provides an ideal spot for walks and for horse riding as well.
The sunrise from the crater is magnificent. Also the Seongsan Ilchulbong Peak surrounded by bright yellow colored canola flowers in the spring is truly a sight to behold.







#U- do = U Island : ພາສາເກລົາຫລີຈະວ່າ “ ໂດ” (도) ໜາຍເຖີງ ເກາະ ນັ້ນເອງ
- ເກາະU -do ຈະຢູ່ຫ່າງຈາກ Seongsan Ilchulbong Peak ປະມານ 2–3 Kham ປະມານນີ້ ແຕ່ໃຊ້ເວລາຍ່າງກະປະມານ 10 ນາທີຕີ !້ ແລ້ວແຕ່ຍ່າງ ຫລື ສາມາດຂື້ນລົດເມຕໍ່ໄປໄດ້ ຮອດໄວ. ບາງເອີ້ນວ່າຖະນັດໃນການຍ່າງເລາະ ກັບສອງແອງ…ຍ່າງຜິດຍ່າງຖືກກະວ່າກັນໄປ . ໃນເວລານັ້ນກະປະມານ 3 ໂມງປາຍປາຍລະ …ເວລາໜ້ອຍເຕັມທີລະ ຫລັງຈາກທີ່ຂີ່ລົດເມມານີ້ກະໃຊ້ເວລາດົນລະ ເລີຍຕັດສີນໃຈໄປ U-do ກ່ອນ ຈະກັບມາ Seongsan Ilchulbong Peak ອີກຄັ້ງເພາະຈະໄດ້ມາຖ້າລົດເມຢູ່ແຖວບ່ອນSeongsan Ilchulbong Peak ຄືເກົ່າ. ສອງເເອງກະນັ່ງເຕີມພະລັງໄປນຳ ຄິດໄປນຳ ເບີ່ງແຜນທີ່ໄປນຳ ຈະຂື້ນໄປ Seongsan Ilchulbong Peak ກ່ອນບໍ່ ຫລື ຈະໄປ U-doກ່ອນ ເພາະສອງບ່ອນ ນີ້ມັນເປັນ Highlight ຂອງເກາະ Jeju ແນ່ ອັນໃດກະຢາກໄປໂອ!! ຈັ່ງໃດກະຢ່າ ຂໍຕັດສີນໃຈໄປບ່ອນໃກ້ກ່ອນ ລະຈັງກັບມາ ເບີ່ງ Seongsan ອີກ ….ເອົາລະເວີຍ ….ເວລາມັນຕ້ອງທັນທັງສອງບ່ອນທີ່ຢາກໄປ ….. ບໍ່ໄດ້ໄປບໍ່ຍອມ….ແຕ່ເບີ່ງເວລາແລ້ວ3 ໂມງປາຍນິດນິດ…. ຖາມເຈົ້າຂອງຮ້ານອາຫານກະວ່າ: ບາງທີມັນປິດ 4 ໂມງ ຖ້າເກາະ U -do ປິດ ແມ່ນຈະຂ້າມກັບມາບໍ່ໄດ້ ຈະຕ້ອງໄດ້ນອນຫັນ ເຂົາເຈົ້າວ່າ ມີຫລາຍນັກທ່ອງທ່ຽວຄ້າງຢູ່ຫັນວ່າຊັ້ນເດ ……
<ຄິດໃນໃຈບໍ່ຢ້ານຈັກດີ ….ໄປເບີ່ງດຸວ່າເປັນແນວໃດ…. ມີບ້ານຄົນຢູ່ເບາະຫັນ…ມັນເປັນແນວໃດວ່າ….
ແຕ່ບາງເອີນເຈີບ່າວນ້ອຍເກລົາຫລີບໍ່ລໍຊ້າ: “ ຕ້ອງຖາມເອີຍ!” ຢາກຮູ້ຈັກທາງ ຫລື ວ່າຢາກຮູ້ບ່າວ…. ເອົາເປັນວ່າ ທັງສອງ ອີອີອີ….ບາງເອີນພາສາເກລົາຫລີ ກະບໍ່ໄດ້… ເອີ ນໍ ໄປ ..ຍ່າງໄປສົ່ງຈົບງາມ ເພື່ອໄປຮອດທ່າເຮືອ ເພື່ອຈະໄປ ເກາະ U-do . ລົມໄປລົມມະມັນກະຖາມວ່າ “ ເຈົ້າຊີໄປ ອີຫລີຫວາ ມັນຊີປິດລະໃດລະ ໄປແລ້ວມາບໍ່ທັນທ່າເຮືອໃດ ມີນັກທ່ອງທ່ຽວຫລາຍຄົນໃດ ກັບມາບໍ່ໄດ້”
ຕົນເອງ: ເບີ່ງໂມງກະ 4ໂມງລະນີ້ ເຮັດຈັ່ງໃດເວີຍ ໃຈນໍໃຈ ມາມັນກະຕ້ອງມາໃຫ້ເຖີງທີ່ສຸດ ….. ແຕ່ຍ່າງໄປທ່າເຮືອກະບໍ່ຮອດຈັກເທື່ອ…. ແມ່ປ້ານັ້ນຕົວະແລ້ວ ວ່າຍ່າງໄປ 10 ນາທີ ປານນີ້ ກະ30 ນາທີລະເດ
ເອື້ອຍບີ : ເອົາແນວໃດວ່າ ໄກເຕີມລະນີ້…
ຕົນເອງ: ໄປ ໄປ…ຈັງໃດກະໄປ ໄປລອງເບີ່ງ ທ່າເຮືອປິດຈັ່ງວ່າກັນ~_~


- ໃນທີ່ສຸດກະຮອດໂອ …..ໂຊກດີບໍປິດ ຮ່າຮ່າ….ຈັງໃດກະໄປ ໃສ່ເວລານ້ອຍດຽວກະໄປ …..ຂໍແຕ່ໄປຮອດເກາະ ໄປແຕະກະດີ ຮ່າຮ່າ..ກ່ອນຊີຂ້າມໄປຕ້ອງມີການຂຽນຟອມ …ລາຄາກະປະມານ 7000w or 8000W ໄປ ກັບ ກັບປະມານຖ້ຽວ ປະມານ 6 ໂມງຍັງ …. ສະແດງວ່າມີເວລາປະມານ 1 ຊົ່ວໂມງຢູ່ຫັ້ນ… ເອົາລະເວີຍ…..Go … Go
< ຂອບໃຈບ່າວນ້ອຍມາສົ່ງລະກະສົ່ງຂື້ນເຮືອຢ່າງດີ …take care …ສາວນ້ອຍ ສອງ ແອງ ພະຈົນໄພແບບບໍ່ຮູ້ຫຍັງ( ພາສາ, ທາງ….) ຮ່າຮ່າ No plan No problem … Just enjoy …>










ໜາຍເຫດ: U- do ຈະເປັນເກາະນ້ອຍ ເກາະໜື່ງທີ່ຂື້ນກັບ Jeju ມີນັກທ່ອງທ່ຽວກະຫລາຍ…. ເປັນບ່ອນຜ່ອນຄາຍໄປນຳ ກິດຈະກຳຫລັກຢູ່ຫັນ ຈະແມ່ນການຂີ່ລົດຖີບ ຫລື ຂີ່ລົດຈັກອອ້ມເກາະ ຕາມປະສົບການໄປຂີ່ລົດແມ່ນປະມານ11 km…ແຕ່ຕ້ອງໄດ້ເຊົ່າ ຜູ້ທີ່ບໍ່ມີ ໃບ ຂັບຂີ່ສົນ ແມ່ນ ບໍ່ສາມາດເຊົ່າລົດ Scooterໄດ້ ເຊົ່າໄດ້… ແລະ ນອກຈາກນັ້ນເປັນບ່ອນຊົມ View ~~ລອຍນຳ້…ເໜາເໜາະສຳລັບ ໄປເປັນຄູ່ບ່າວສາວ ອີຫລີ Honeymoon …..ໂອ້ຍເຫັນແລ້ວ ອີສາເບົາ…. ແຕ່ບໍ່ເປັນຫຍັງໄປເປັນກຸ່ມໜູ່ ຫລື ໄປດຽວ… ບໍ່ມີບັນຫາຍັງ …. ສາຍດຽວໂລດເລາະ…. ຢ່າໄດ້ແຄ…











- ຮອດເກາະ U-do





#ກິດຈະກຳທຳອິດແມ່ນ:
- ເຊົ່າລາຄາແມ່ນ5000w / ຄັນ






We know ourself …if we chill out and go but yourself…Freedom makes you are stronger…You will know what you like
I thought “ I want to skip my times for the moment to traveling …. Relax… It would be nice if we go with lover…..One day We come together….. Hopefully …Make a dream come true….












- ປະມານຊົ່ວໂມງເຄີ່ງເຕັມໆກັບການຂີ່ລົດ ອ້ອມເກາະ ປະມານ 11km…..ໃຈສູ້ໃຈສູ້ ຄິດແຕ່ວ່າປານໃດຈະຮອດ ເບີ່ງຄືວ່າໃກ້ໃກ້ ແຕ່ໄປ ກະບໍ່ຮອດທັງຂື້ນຄ່ອຍ ລົງຄ່ອຍນຳ …. ອັນຕອນຂື້ນຄ່ອຍນີ້….(+_+) …. ແຕ່ມັນສຸດ/// ຊົມວິວ ຖ່າຍຮູບງາມສຸດລະ…..ຊິວິດແບບມີຄວາມສຸກ ສະບາຍອົກສະບາຍເຈີ Slow life ຄິດຮອດພໍ່ແມ່ …
#ແນະນຳ ໃນການເດີນທາງ ມີທັງ Hiking , Cycling , walking….
- ຕ້ອງນຸ່ງເຄື່ອງທີ່ສະບາຍສະບາຍ… ເບົາໆໄປງ່າຍ
- ບໍ່ໃຫ້ກະເປົ່າໜັກເກີນໄປ ….ມັນລຳບາກ..ແບັກນ້ອຍນ້ອຍ ບໍ່ເອົາເຄື່ອງໄປຫລາຍກະໄດ້ ….ຊື້ທາງໜ້າລາຄາຖືກເອົາຮ່າຮ່າ
- ກຽມ Battery ສຳຮອງແນ່ກະດີ….ມີກ້ອງຖ່າຍ…ນຳກະດີໄປຕື່ມ ເພາະຈະເກັບພາບ ວິວທຳມະຊາດງາມໆ…. ບໍ່ພໍທໍ່ນັ້ນ Memeries ຕ້ອງບໍ່ເຕັມ … ຮ່າຮ່າ….
- ສືກສາການໄປຄາວໆເບີ່ງວ່າສະຖານທີ່ຕ່າງໆວ່າເປັນແນວໃດ … ໄດ້ສືກສາເບີ່ງນ້ອຍໜື່ງກະດີ ຈັ່ງບໍ່ໄດ້ເສຍເວລາ……ໃຫ້ມັນຄຸ້ນຫູຄຸ້ນຕາ…
>ບາດນີ້ໄດ້ເວລາກັບ ແຕ່ Tripຍັງບໍ່ໜົດ ກັບໄປຊອກທີ່ພັກບາດນີ້ … ຊີຢູ່ໃສດີນໍ…
ເວລາ 6:30 ຄ່ອຍຄຳຍາມແລງ…. ຕັດສີນໃຈມຸ່ງໜ້າໄປ Seogwipo city ~~ ຂ້ອນຂ້າງຈະເປັນເສັ້ນທາງໃໜ່…..ເກືອບວ່າຈະອ້ອມ Jeju ລະແລ້ວໂລດ ….
> ຮູ້ແຕ່ວ່າເວລານັ້ນຂື້ນລົດຜິດສາຍ ກັບມາເສັ້ນທາງທີ່ເຮົາມາແຕ່ Jeju Bus Termial ຫາ Seongsan Ilchulbong Peak ຄືເກົ່າ . ສະນັ້ນເພື່ອບໍ່ເປັນການເສຍເວລາໃນການກັບໄປມາ ຕ້ອງຖາມລະອຽດຄັກແນ່ ເພື່ອຄວາມໜັ້ນໃຈ..ວ່າເຮົາຢາກໄປບ່ອນໃດ ….(ເພາະ ສອງຄົນເຮົາກະໄປຜິດຄືກັນ ເລີຍ Jeju Bus Termial ຄືເກົ່າ ແຕ່ໃນເວລານັ້ນ 8:00 ລົດເລີ່ມໜົດແລ້ວຢູ່ Terminal ຈຳເປັນຈະຕ້ອງໄປ Jeju Airport ເພື່ອຂື້ນລົດໄປ Seogwipo city…ໂດຍຕົງເລີຍ….ປະມານ 4000 W ຖ້າຈື່ບໍ່ຜິດ<
- ຮອດ Seogwipo city 10:30 ໂມງ …ອອກຈາກ Jeju Airport ປະມານ 9 ໂມງ ໃຊ້ເວລາ ປະມານ ສອງຊົ່ວໂມງ ຕາມແຜນທີ່.

#ແນະນຳ : ໃນການໄປພັກຢູSeogwipo city
- Seogwipo ເປັນ city ໃຫຍ່ອຳດັບທີ່ສອງຂອງ ເກາະ ເຈຈູເຊີ່ງເປັນການເລືອກທີ່ພັກ ຂໍແນະນຳເລືອກບ່ອນທີ່ຢູ່ໃນກັບບ່ອນ ສະຖານທີ່ທ່ອງທ່ຽວ ເພາະຈະສະດວກໃນການຍ່າງຫລີ້ນການຄືນແບບ chill , ຫລື ໄປຫາ ບ່ອນຫລີ້ນ ອື່ນໆ.

- ອີກຢ່າງຄ່າທີ່ພັກຈະມີລາຄາບໍ່ແພງປານໃດ ແຖວຍັງໃກ້ກັບບ່ອນຊຸມຊົນ

> ເອົາເປັນວ່າຂໍເວລາພັກໃນການເດີນທາງເປັບໜື່ງ…. ຮອດປັບກະຫິວເຂົ້າລະເດ “ Convenion Store” ຕາມເຄີຍເພາະຮ້ານ ເກືອບວ່າ ປິດໜົດ” ຄວາມວ່າຂີ່ລົດອ້ອມເຄີ່ງໜື່ງ Jeju …. ໂອ້ຍໄປຜິດທາງ ສື່ສານກັນຜິດພາດ…… ເປັນການເດີນທາງ ໄຮ້ພົມແດນ … ໄປໃສ ນອນໃສໄປໄດ້ໜົດ … ຂໍແຕ່ວ່າໄປ ….ເລື່ອງເງີນເອົາໄວ້ນຳຫລັງ ..ເລື່ອງກສຳກີນຮອງ… ສາຍ chill…. ກີນຫຍັງກະກີນໄດ້ໜົດ ເອົາ convenion store ເປັນ ຮ້ານປະຈຳ….ຮ່າຮ່າ…ດີແຕ່ວ່າ wifi ທຸກແຈ ທຸກມຸມ …ຢາກໄປໃສ Search ເອົາ…ຢາກໄປບ່ອນນີ້ກະຖາມເຂົາ..ຍອມຮັບວ່າ ຄົນ Jeju ໃຈດີອີຫລີ … ນີ້ລະນໍເພີ່ນສົ່ງເສີມບ້ານເພີ່ນ ເມືອງ ເພີ່ນໃຫ້ມີ good serive good Marketing ໄວ້ກ່ອນລະດີ…..

#Day3: Jeongbang waterfall, Oedolgae Rock …. Etc … Around Seowipo city…
> ຈຸດບ່ອນທີ່ພັກ ເຮົາສອງຄົນພັກ ຍ່າງໄປປະມານ 1 km ນັ້ນແມ່ນໃກ້ກັບ :
- Seogwipo daily olle Market ..

- Seogwipo daily olle Market…ຈະເປັນຕະຫລາດທີ່ໃຫຍ່ຢູ່ Seogwipo… ຖືໄດ້ວ່າ ເປັນ Window into the way citizens live ທີ່ເຂົາເຈົ້າວ່າ … ເຮົາຈະເຫັນທຸກກິດຈະກຳ ວິທີການດຳລົງຊິວີດຂອງຄົນ Jeju ຢູ່ໃນ Seogwipo ວ່າເປັນແນວໃດ ຈະເຫັນສັນຍາລັກ ທຸກຢ່າງຢູ່ຫັນ…
ໄປຊ່ວງ summer ຄິດວ່າຈະເປັນຊ່ວງຍາມຂາຍໜາກກ້ຽງ








- Jeongbang waterfall










> ຮູ້ສືກວ່າ ສອງ ແອງຈະອອກສີຄໍ້າໆແນ່ໜ້ອຍໜື່ງ…. ຄິດວ່າ ບໍໜ້ອຍແຫລະ…..ມັນດຳຄໍ້າ….ບໍ່ຮູ້ສືກ “ ຮ້ອນ” ແລະ ບໍ່ຈັກວ່າ “ ເມື່ອຍ”

> ຂີ່ໄປໜ້ອຍໜື່ງອີກກະຈະໃກ້ກັບ:





ຍັງບໍ່ໜົດ…ອິອິ
