
ສະບາຍດີທຸກຄົນ ຜູ້ຂຽນເຊື່ອວ່າຄົນທີ່ເຂົ້າມາອ່ານບລັອກນີ້ແມ່ນມີຄວາມສົນໃຈ, ມັກຮັກໃນວຽກງານການເປັນອາສາສະໝັກຄືກັນແມ່ນບໍ່? ເຊິ່ງຂ້າພະເຈົ້າເອງກໍມັກໃນວຽກງານຂອງອາສາສະໝັກເຊັ່ນດຽວກັນ ໂດຍສະເພາະແມ່ນຊ່ວງທີ່ຢູ່ໃນໄວຮຽນ (ຮູ້ໄດ້ເຖິງອາຍຸຜູ້ຂຽນເລີຍ😁 555) ແມ່ນຈະມັກໄປເຂົ້າຮ່ວມເປັນອາສາຕາມງານ ຫຼື ໂຄງການຢູ່ເລື້ອຍໆ.
ໃນຕອນທຳອິດຜູ້ຂຽນເອງກໍຍອມຮັບວ່າບໍ່ໄດ້ມີຄວາມສົນໃຈໃນການເຮັດວຽກອາສາໃດໆເລີຍ ເພາະຄິດວ່າຕ້ອງເມື່ອຍແຫຼະ, ຕ້ອງມີຄວາມຮັບຜິດຊອບ, ເຮົາຕ້ອງໄດ້ສະຫຼະເວລາສ່ວນຕົວນຳ ເພາະປົກກະຕິແລ້ວຕົນເອງຈະມັກເປັນຜູ້ເຂົ້າຮ່ວມງານຊື່ໆ.
ຈົນເລີ່ມເຂົ້າມາຮຽນໃນມະຫາວິທະຍາໄລ ເຊິ່ງພວກເຮົາຮູ້ກັນດີວ່າໃນຊ່ວງມະຫາໄລຈະມີກິດຈະກຳຫຼາຍ, ຕ້ອງໄດ້ພົບປະຜູ້ຄົນຫຼາກຫຼາຍ ແລະ ໃນຂະນະນັ້ນເອງການເປັນອາສາໃນຄັ້ງທຳອິດຂອງຂ້າພະເຈົ້າກໍໄດ້ເລີ່ມຂຶ້ນ ເນື່ອງຈາກວ່າໝູ່ຂອງຂ້າພະເຈົ້າເປັນຄົນຊັກຊວນໃຫ້ໄປເຮັດວຽກອາສານຳກັນ ເຊິ່ງໃນຕອນນັ້ນກໍຍັງມີຄວາມກັງວົນວ່າເຮົາຊິໄປເຮັດໄດ້ບໍ່ນໍ້ ແຕ່ຕົນເອງກໍຢາກຮູ້ເຖິງຄວາມຮູ້ສຶກໃນການເຮັດວຽກແນວນີ້ວ່າຈະເປັນແນວໃດ ແລະ ສຸດທ້າຍກໍໄດ້ຕັດສິນໃຈໄປຮ່ວມ.

ເມື່ອເວລາທີ່ໄປເຮັດວຽກຮ່ວມກັບອາສາຫຼາຍໆຄົນ ໄດ້ເຮັດເຮັດໃຫ້ຂ້າພະເຈົ້າເຫັນເຖິງອີກມຸມມອງໜຶ່ງຂອງການເຮັດວຽກອາສາ ໄດ້ເຫັນເຖິງແນວຄິດ, ຈິດໃຈ ແລະ ຄວາມຕັ້ງໃຈຂອງແຕ່ລະຄົນທີ່ມີຄວາມຕັ້ງໃຈຢາກເຮັດ ເຖິງວ່າໃນບາງຄັ້ງວຽກງານອາດຈະມີຄວາມຫຍຸ້ງຍາກ, ມີອຸປະສັກໃນການເຮັດວຽກທີ່ຈະຕ້ອງໄດ້ໃຊ້ຄວາມອົດທົນ ແລະ ຄວາມສະໝັກໃຈແທ້ໆ.

ຫຼັງຈາກທີ່ງານໄດ້ສຳເລັດສິ້ນສຸດລົງ ເຮັດໃຫ້ຂ້າພະເຈົ້າຫັນກັບມາຄິດທົບທວນກັບໂຕເອງວ່າ ນີ້ບໍ? ຄືຄວາມຮູ້ສຶກໃນການເຮັດວຽກອາສາ, ເຖິງວ່າສິ່ງທີ່ໄດ້ມາຈະບໍ່ແມ່ນຄ່າຕອບແທນ ແຕ່ສິ່ງທີ່ໄດ້ມັນມີຄ່າຫຼາຍກ່ວານັ້ນ ນັ້ນກໍຄືມິດຕະພາບຂອງເພື່ອນຮ່ວມງານ ແລະ ຄວາມຊົງຈຳທີ່ໜ້າປະທັບໃຈທຸກຄັ້ງທີ່ໄປເປັນອາສາ ເຊິ່ງບໍ່ວ່າງານໃດພວກເຮົາກໍຈະເຫັນຮອຍຍິ້ມແບບນີ້ຕະຫຼອດ🤗.

ທັງໝົດນັ້ນກໍຄືຈຸດເລີ່ມຕົ້ນຂອງຂ້າພະເຈົ້າເອງໃນການໄປຮ່ວມເຮັດວຽກອາສາ ອາດຈະເປັນເລື່ອງລາວທີ່ສັ້ນໆແຕ່ແຝງໄປດ້ວຍຄວາມປະທັບໃຈ💖ທີ່ຕົນເອງໄດ້ພົບມາ ແລະ ຕໍ່ໄປຜູ້ຂຽນຈະມາເລົ່າສູ້ຟັງເດີ້ວ່າເຮົາໄດ້ຫຍັງແດ່ຈາກການເປັນອາສາສະໝັກ? ສາມາດຕິດຕາມໄດ້ເດີ້ໃນບລັອກໜ້າ ເຮເຮ.
ຂອບໃຈທີ່ເຂົ້າມາອ່ານເດີ້