ທາງເລືອກສຳລັບ Back-end developer ມີຫຍັງແດ່?

P'phats Kps
Sep 7, 2018 · 2 min read

ໃນສ່ວນຂອງ Back-end developer ນັ້ນຂ້ອນຂ້າງຈະມີຄວາມທ້າທາຍຫຼາຍສຳລັບຜູ້ທີ່ສຶກສາດ້ວຍຕົນເອງ ຫຼື ອາດຈະລວມໄປເຖິງຜູ້ທີ່ກຳລັງສຶກສາເປັນວິຊາຊີບເລີຍກໍ່ເປັນໄດ້ ເພາະມັນເປັນສິ່ງທີ່ຕ້ອງໃຊ້ເວລາ,ຄວາມອົດທົນ ແລະ ຄວາມດຸໝັ່ນໃນການເຝິກຝົນຈາກໂປຣເຈັກນ້ອຍໆໄປຫາໂປຣເຈັກທີ່ຊັບຊ້ອນແຕ່ມັນກໍ່ບໍ່ຍາກເກີນໄປຖ້າຫາກວ່າທ່ານຍັງມີຄວາມຕັ້ງໃຈຢ່າງແນ່ວແນ່ທີ່ຈະສຶກສາມັນຢ່າງຈິງຈັງ ແລະ ບ້າເລືອດ.

“smiling man showing sticky note with code illustration” by Hitesh Choudhary on Unsplash

ທາງເລືອກຫຼັກໆສຳລັບຝັ່ງນີ້ແມ່ນຈະເວົ້າເຖິງພາສາທີ່ໃຊ້ໃນການພັດທະນາ ແລະ ຍັງລວມໄປເຖິງບັນດາ library/framework ຕ່າງໆທີ່ຊ່ວຍໃຫ້ developer ພັດທະນາ App/Web ໃຫ້ມີປະສິດທິພາບຫຼາຍຂຶ້ນອີກດ້ວຍ.

PHP: ຖືວ່າເປັນພາສາຍອດນິຍົມທີ່ນັກພັດທະນາຫຼາຍຄົນຮູ້ຈັກດີ ເພາະເວົ້າໄດ້ວ່າເປັນພາສາທີ່ຄອງໂລກໃນຊ່ວງໜຶ່ງເລີຍກໍ່ວ່າໄດ້ເນື່ອງຈາກເປັນພາສາທີ່ມີ library ຫຼາຍ, ມີ community ທີ່ໃຫຍ່ ແລະ ທີ່ສຳຄັນ Content Management System (CMS) ໃຫຍ່ໆກໍ່ລ້ວນແຕ່ຂຽນຈາກພາສາ PHP ທັງນັ້ນ, ດັ່ງນັ້ນ ຈຶ່ງບໍ່ແປກໃຈເລີຍວ່າ: ເປັນຫຍັງ developer ຝັ່ງນີ້ສ່ວນຫຼາຍຈຶ່ງເຕີບໃຫຍ່ມາຍ້ອນພາສາ PHP.

Framework ຂອງ PHP: Laravel (ເອີ້ນໄດ້ວ່າຮິດກັນທົ່ວບ້ານທົ່ວເມືອງກັນເລີຍ), Yii, Symfony, Nette, Codelgniter,etc.

php

Node.JS: ກ່ອນອື່ນຕ້ອງເວົ້າໄວ້ກ່ອນວ່າ Node.js ບໍ່ແມ່ນພາສາໃດໆແຕ່ພາສາທີ່ໃຊ້ພັດທະນາແທ້ໆແມ່ນ JavaScript, Node.js ເປັນໂປຣແກຣມທີ່ເຮັດໃຫ້ເຮົາສາມາດຂຽນ JavaScript ສັ່ງການເຄື່ອງ Server ໄດ້, ດັ່ງນັ້ນ ນັກພັດທະນາເອງເລີຍເອົາມາໃຊ້ໃນສ່ວນຂອງ Back-end ໃນຊ່ວງປີທີ່ຜ່ານມາຖືວ່າ Node.js ກໍ່ໄດ້ຮັບຄວາມນິຍົມຫຼາຍຈາກນັກພັດທະນາທົ່ວທຸກຊອກທຸກມູມຂອງໂລກກັນເລີຍແຫຼະ.

Framework ຂອງ Node.JS: Express.js(ນັກພັດທະນາພາກັນນິຍົມໃຊ້),Hapi.js,Sails.js,Koa.js,etc.

node.js

Ruby: ວ່າກັນວ່າ Ruby ແມ່ນຂຶ້ນຊື່ໃນເລື່ອງຂອງຄວາມງ່າຍ,ຄວາມໄວ ແລະ ຢືດຢຸ່ນໃນການນຳໃຊ້, ດັ່ງນັ້ນມັນຈຶ່ງເໝາະກັບໂປຣເຈັກທີ່ມີຂະໜາດນ້ອຍຫາປານກາງ.

Framework ຂອງ Ruby: Ruby on Rails,Sinatra,Padrino,etc.

Ruby

JAVA: ເປັນພາສາທີ່ສາມາດ Run ໄດ້ທຸກລະບົບປະຕິບັດການ ຫຼື ອາດເວົ້າໄດ້ວ່າເປັນພາສາຄອບຈັກກະວານເລີຍກໍ່ວ່າໄດ້, ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍຍ້ອນມັນສາມາດ Run ໄດ້ຫຼາຍ platform ແລະ ເຫດຜົນອີກຢ່າງໜຶ່ງກໍ່ຄືມັນເປັນພາສາເຊີງວັດຖຸ(OOP) ນີ້ຈຶ່ງເປັນຈຸດເດັ່ນຫຼືຈຸດຂາຍເລີຍກໍ່ວ່າໄດ້.

Framework ຂອງ JAVA: JavaServer Faces(JSF), Struts, Hibernate, Google Web Toolkit(GWT), Vaadin, Wicket, Vert.X, Spring, Play, Grails, etc.

java

Python: ເປັນພາສາທີ່ຮູ້ຈັກຢ່າງກວ້າງຂວາງໃນເລື່ອງຂອງຄວາມງ່າຍຕໍ່ການທຳຄວາມເຂົ້າໃຈແນວຄິດຂອງ code, ນອກຈາກນີ້ມັນຍັງສາມາດນຳໄປພັດທະນາ App ກໍ່ໄດ້ (ນິຍົມໃນສາຍງານຂອງ Data science) ແລະ ຍັງເໝາະສຳລັບມືໃໝ່ທີ່ຕ້ອງການທີ່ຈະຮຽນ Code ດ້ວຍຕົນເອງ, ສຳລັບສາຍເວບໄຊເອງກໍ່ຈະໃຊ້ຮ່ວມກັບ framework ທີ່ຊື່ວ່າ Django ກໍ່ໄດ້ເຊັ່ນກັນ.

Python

ASP.NET: ແມ່ນເຕັກໂນໂລຊີທີ່ພັດທະນາໂດຍ Microsoft ໃຊ້ເພື່ອພັດທະນາເວບໄຊ, Web Application ເຊິ່ງນັກພັດທະນາສາມາດເລືອກໃຊ້ໄດ້ 2 ພາສາຄື: VB.net ແລະ C#.

ASP.NET

ນອກຈາກນີ້ກໍ່ຍັງມີພາສາອື່ນໆອີກເຊັ່ນ: Go, Erlang, Scala, etc. ເຊິ່ງທ່ານສາມາດຊອກຫາຂໍ້ມູນເພີ່ມຕື່ມໄດ້.

Database

ມາເລືອກ Database ທີ່ເໝາະກັບໜ້າວຽກຂອງເຮົາກັນເຖາະ, ແນ່ນອນວ່າ ວຽກແຕ່ລ່ະຢ່າງມີຄວາມແຕກຕ່າງກັນໃນດ້ານຂອງການເກັບບັນທຶກຂໍ້ມູນ ແລະ ການດຶງຂໍ້ມູນດັ່ງກ່າວນັ້ນມານຳໃຊ້, ດັ່ງນັ້ນ ຖານຂໍ້ມູນທີ່ເລືອກໃຊ້ກໍ່ຄວນໃຫ້ເໝາະສົມກັບວຽກດັ່ງກ່າວ, ສ່ວນໃນແນວທາງຂອງການສຶກສານັ້ນເຮົາກໍ່ຄວນເລີ່ມຈາກຖານຂໍ້ມູນທີ່ບໍ່ຊັບຊ້ອນ, ງ່າຍຕໍ່ການທຳຄວາມເຂົ້າໃຈ ແລະ ມີປະສິດທິພາບໃນການໃຊ້ງານສູງ(ແນະນຳວ່າຄວນເລີ່ມຈາກ RDBMS).

Database ທີ່ໃຊ້ງານໃນປະຈຸບັນກໍ່ຈະມີ: Relational Database Management System(RDBMS) ແລະ NoSQL.

ໝາຍເຫດ: ເນື້ອຫາໃນບົດຄວາມນີ້ແມ່ນໄດ້ຮຽບຮຽງມາຈາກຫຼາຍໆເວບໄຊບວກກັບແນວຄິດສ່ວນໂຕ, ດັ່ງນັ້ນເນື້ອຫາທີ່ນຳມາອາດຍັງບໍ່ສົມບູນເທົ່າທີ່ຄວນຈຶ່ງຂໍໃຫ້ທ່ານໃຊ້ວິຈາລະນະຍານໃນການອ່ານ(ປານນັ້ນພຸ້ນຫວາ!!!).

P'phats Kps

Written by

A website developer with a poor computer labtop.

Welcome to a place where words matter. On Medium, smart voices and original ideas take center stage - with no ads in sight. Watch
Follow all the topics you care about, and we’ll deliver the best stories for you to your homepage and inbox. Explore
Get unlimited access to the best stories on Medium — and support writers while you’re at it. Just $5/month. Upgrade