Feb 24, 2017 · 1 min read
WhatsApp ເວີຊັນໃໝ່ຖືກໃຈຄົນມີຄວາມລັບ

ບໍ່ຮູ້ວ່າຫຼາຍຄົນໄດ້ອັບເດດເວີຊັນໃໝ່ຂອງ WhatsApp ແລ້ວຫລືບໍ່?
ສຳລັບເວີຊັນໃໝ່ນີ້ມາພ້ອມກັບຄວາມສາມາດໃນການໂພສສະຖານະໄດ້ຄືກັບ Facebook ບໍ່ວ່າຈະເປັນໂພສຮູບພາບ, ວິດີໂອຄ້າຍໆເປັນການ Live ສາມາດຄອມເມັ້ນໄດ້ ແຕ່ທີ່ຜູ່ຂຽນຄິດວ່າຄົງຈະຖືກໃຈຄົນທີ່ມັກຄວາມເປັນສ່ວນຕົວຢ່າງຍີ່ງນັ້ນກໍຄື ເຮົາສາມາດໂພສຫາໃຜກໍໄດ້ທີ່ເປັນແບບສ່ວນຕົວສາມາດແທັກໃຫ້ແຕ່ຄົນນັ້ນເຫັນ ຫລື ຈະແຊສໃຫ້ຜູ່ທີ່ເຮົາມີເບີຕິດຕໍ່ຫຼາຍຄົນກໍໄດ້.

ຫຼາຍຄົນອາດຄິດວ່າຄຶບໍ່ແຊັດບອກໂລດຖ້າຈະແທັກແຕ່ຜູ່ນັ້ນນະ ແຕ່ຢ່າລືມວ່າມັນຈະໃຫ້ຄວາມຮູ້ສຶກທີ່ແຕກຕ່າງກັນເນາະ 🤗🤗 ຂອງໃໝ່ກໍຄືຂອງໃໝ່.

ສຳລັບໃຜທີ່ອັບແລ້ວກໍຈະເຫັນສະເພາໝູ່ເຮົາທີ່ອັບແລ້ວເຊັ່ນກັນ
ເອົາເປັນວ່າໃຜຢາກລອງແນວໃໝ່ໆ ຫລື ເປັນຄົນທີ່ໂລກສ່ວນຕົວສູງ(ພວກຄວາມລັບຫຼາຍ555) ກໍລອງອັບມາໃຊ້ເບີ່ງເນາະ
ປລ: ຄຳເວົ້າໃດຫຍາບຄາຍຂໍອະໄພນຳເດີ.
