ມີຫຍັງໃໝ່ໃນ XD ຫຼັງງານ Adobe Max 2019

Soukthave Thaxanon
Nov 6 · 1 min read

Feature ໃໝ່ສຸດ hot


ຈົບກັນໄປກັບງານ Adobe MAX 2019 ເຊິ່ງເປັນງານໃຫຍ່ປະຈຳປີ ຂອງທາງ Adobe ທີ່ມຸ່ງເນັ້ນສົ່ງເສີມຄວາມຄິດສ້າງສັນສຳລັບຊາວ Creative ແລະ ໄດ້ເປີດໂຕ products ໃຫມ່ບໍ່ວ່າຈະເປັນ Adobe fresco ເປັນ application ສຳລັບການແຕ້ມຮູບສີນ້ຳ,ສີນ້ຳມັນສະເໝືອນຈິງໂດຍໃຊ້ລະບົບ AI ພ້ອມທັງຣີວິ Photoshop, Illustrator ສຳລັບ i pad ແລະ ມີອີກຫຼາຍໆຢ່າງ.

ແຕ່ບົດຄວາມນີ້ຊິເວົ້າກ່ຽວກັບ feature ໃຫມ່ຂອງ Adobe XD .

ການສ້າງ Component

Component ແມ່ນ main group (ກຣຸບແມ່) ທີ່ເຮົາສ້າງຂື້ນມາ ເມື່ອເຮົາກ໋ອບປີ້ກຣຸບຍ່ອຍອອກມາເຮົາສາມາດປ່ຽນຮູບຮ່າງຂະໜາດໜ້າຕາ ຕຳແໜ່ງຂອງກຣຸບຍ່ອຍທີ່ຍັງ link ກັບກຣຸບແມ່ຄືເກົ່າ ເຊິ່ງມັນປະຫຍັດເວລາໄດ້ຫຼາຍເມື່ອອານາຄົດຢາກຕ້ອງການປ່ຽນລາຍລະອຽດຕ່າງໆ ພຽງແຕ່ແກ້ໄຂກຸຣບແມ່,ກຣຸບຍ່ອຍກໍປ່ຽນແປງນຳ.

ບໍ່ຕ້ອງ Duplicate artboards ໃຫ້ຮົກຕາອີກແລ້ວ🤪

ເຮົາສາມາດສ້າງ interaction ໃຫ້ແນບໄປກັບ component ເຊັ່ນກົດປຸ່ມນີ້ຈະມີ component ນີ້ແລ້ວຈະມີ Popup ເດັ້ງຂື້ນມາຫາກເຮົາເອົາ component ນີ້ໄປໃຊ້ໃນໜ້າອື່ນ ໂຕ interaction ນີ້ຈະຕາມໄປນຳ ຈຶ່ງເຮັດໃຫ້ການສ້າງ Prototype ໄວຂື້ນຫຼາຍ.

ສາມາດເຮັດວຽກຮວ່ມກັນໄດ້ແລ້ວ Co-editing🤩

ເຮັດວຽກຮ່ວມກັນຄ້າຍຄືກັນກັບ ບັນດາ Google docs, google slide ເຊຶ່ງສາມາດເຮັດວຽກເປັນທີມຈຶ່ງເຮັດໃຫ້ວຽກມີປະສິດຕິພາບ ແລະ ແລ້ວໄວຂື້ນ ແຕ່ອ້າຍ Figma ເພີ່ນມີມາດົນແລ້ວ😏.

ວິດີໂອ New Features ຂອງ XD.
ວິດີໂອເຕັມ ງານ Adobe MAX 2019

ຂອບໃຈທຸກໆທ່ານທີ່ໃຫ້ຄວາມສົນໃຈ 😁😁

Welcome to a place where words matter. On Medium, smart voices and original ideas take center stage - with no ads in sight. Watch
Follow all the topics you care about, and we’ll deliver the best stories for you to your homepage and inbox. Explore
Get unlimited access to the best stories on Medium — and support writers while you’re at it. Just $5/month. Upgrade