
ໃນມຸມມອງຂອງທຸລະກິດໃນຍຸກນີ້ ຖືວ່າ Digital PR ເປັນສ່ວນໜຶ່ງທີ່ສຳຄັນຫຼາຍ ແລະ ຖ້າສັງເກດອ້ອມໂຕເຮົາແລ້ວ ທຸລະກິດສື່ມີເດຍທີ່ເປັນຮູບແບບ traditional ໂດຍສະເພາະ ໜັງສືພິມ, ວາລະສານ, ວິທະຍຸ…. ກຳລັງປະສົບການປ່ຽນແປງຄັ້ງໃຫ່ຍ ເພາະອັດຕາການນໍາໃຊ້ສື່ດັ່ງກ່າວແມ່ນຫຼຸດລົງທຸກໆປີ ເຊິ່ງເຮົາຈະປະກົດເຫັນວ່າສື່ດັ່ງກ່າວແມ່ນພະຍາຍາມຫັນໂຕໃຫ້ກາຍມາເປັນ Digital Platform ທັງໝົດເພື່ອເອົາໂຕລອດໃນຍຸກປະຈຸບັນ.
ຖ້າເວົ້າເລື່ອງ Digital Platform ແລ້ວ, ສຳຫຼັບປະເທດເຮົາແມ່ນໃຊ້ Facebook ເປັນອັນດັບໜຶ່ງ ເຊິ່ງຂໍ້ມູນຊ່ວງຕົ້ນປີ 2019 ມີປະຊາກອນເຟສບຸກຂອງລາວປະມານ 2,700,000 ກວ່າຄົນ. ສະນັ້ນ, ເຮົາຈະເຫັນຫຼາຍເພຈທີ່ພະຍາຍາມກຳລັງສ້າງຖານ Follower ຂອງໂຕເອງໃນເຟສບຸກເພື່ອທີ່ຈະນໍາສະເໜີຂາຍແພັກເກັດໂຄສະນາໃຫ້ກັບຫ້າງຮ້ານບໍລິສັດຕ່າງໆ. ໃນເມື່ອກ່ອນ, ຍອດ Follower ແລະ Like ແມ່ນມີຄວາມສຳຄັນຕໍ່ກັບການຕັດສິນໃຈຊື້ໂຄສະນາ. ແຕ່, ຍຸກນີ້ ຍອດ Like ແລະ ຈຳນວນ Follower ບໍ່ແມ່ນອົງປະກອບສຳຄັນທີ່ສຸດອີກຕໍ່ໄປ.
ຍອດ Like ອາດຈະບໍ່ໄດ້ສຳຄັນ, ຍອດ Share ພໍຄວາມາສຳຄັນກວ່າ ແຕ່ການຄົນ Tag ຫມູ່ເຂົ້າມາເບິ່ງ content ແມ່ນມີຄວາມໝາຍທີ່ສຸດສຳຫຼັບ content ຍຸກປະຈຸບັນ.
ຖ້າໃນເມື່ອກ່ອນ 3 ຢ່າງນີ້ມີບົດບາດ ແລະ ຄວາມສຳຄັນເທົ່າໆກັນ, engagement ອັນດັບໜຶ່ງ ອາດຈະແມ່ນຍອດ Like. ແຕ່ຍຸກນີ້, ການຄອມເມັ້ນໂດຍ tag ມາເບິ່ງ content ນັ້ນມີຄວາມສຳຄັນສຸດ, ແຕ່ຈະໄດ້ engagement ລັກສະນະແບບນີ້ content ນັ້ນຕ້ອງຖືກຕາມຄວາມຕ້ອງການ ຫຼື ກະແສ ຫຼື ເວົ້າງ່າຍໆຄືຕ້ອງ creative ສຸດໆ.
Like ເປັນພຽງການວັດຜົນວ່າຄົນໆນັ້ນໄດ້ເຫັນ content ນີ້ແລ້ວ, ເຊິ່ງຖ້າວັດເປັນເປີເຊັນການຕັດສິນໃຈຊື້ແລ້ວ ແມ່ນຕໍ່າຫຼາຍ;
Share ຍັງເປັນວິທີການທີ່ສຳຄັນອີກອັນໜຶ່ງຂອງການເຮັດ PR ເພາະນັ້ນໝາຍເຖີງການເປັນຕົວແທນແບຣນໃນການກະຈາຍ content ໄປຍັງກຸ່ມອື່ນໆໃຫ້ເຫັນສິ່ງທີ່ແບຣນຕ້ອງການນໍາສະເໜີ;
Tag ເປັນວິທີການ PR ທີ່ປະສົບຜົນສຳເລັດທີ່ສຸດຂອງ content ໃນຍຸກປະຈຸບັນ ເພາະພຶດຕິກຳຂອງປະຊາກອນ Facebook ໃນທຸກມື້ນີ້ຄື: ຖ້າເຈີ content ທີ່ເໝາະສົມກັບໝູ່ຄົນໃດ ຈະ tag ຊື່ໝູ່ຂອງໂຕເອງໃນ comment ດັ່ງກ່າວ ເພື່ອໃຫ້ເຂົ້າມາອ່ານ content ນັ້ນ.
ພຶດຕິກຳນີ້ຖືວ່າເປັນການວັດຜົນທີ່ໃຫ້ຄ່າທີ່ສູງສຸດໃຫ້ກັບແບຣນ ແລະ ໃຫ້ຫຼາຍກວ່າການ Like ແລະ Share ແນ່ນອນ.
ເປັນຫຍັງຄືວ່າຊັ້ນ? ເພາະຄົນທີ່ຖືກ tag ມາອ່ານ ແມ່ນໄດ້ຖືກກັ່ນຕອງຈາກຜູ້ທີ່ tag ແລ້ວວ່າ content ນີ້ເໝາະສົມທີ່ສຸດສຳຫຼັບລາວລະທີ່ຈະຕ້ອງອ່ານ.
ເຊິ່ງຜູ້ທີ່ຖືກ tag ໃຫ້ອ່ານ ເປັນກຸ່ມເປົ້າໝາຍຂອງແບຣນເລີຍແຫຼະ ແລະ ມີໂອກາດສູງທີ່ຈະກາຍເປັນລູກຄ້າຂອງແບຣນນັ້ນໆເຊັ່ນດຽວກັນ.
ສະຫຼຸບ: ຍອດ Like ຫຼື follower ບໍ່ມີຄວາມສຳຄັນຕໍ່ການສ້າງ PR engagement ອີກຕໍ່ໄປ, ແຕ່ ການ comment ໂດຍການ tag ຫມູ່ມາມີສ່ວນກ່ຽວຂ້ອງກັບ content ດັ່ງກ່າວມິໂອກາດສ້າງການຂາຍຫຼາຍທີ່ສຸດ. ເປັນຫຍັງຄືວ່າມີໂອກາດສ້າງການຂາຍຫຼາຍທີ່ສຸດ ເພາະ Marketing ແມ່ນບໍ່ສາມາດວັດ ROI( Return of Investment ) ໄດ້.