Macro/Micro Influencer ແມ່ນໃຜ?

Karatekas
Karatekas
Nov 4 · 2 min read

ໃນໂລກຂອງ ການຕະຫຼາດ, ໂຄສະນາ ຫຼື ການເຮັດ campaign ໃນທີ່ຜ່ານມາຈົນເຖີງປະຈຸບັນ, ຫຼາຍຄົນອາດຈະໄດ້ຍິນຄຳໆນີ້, ນັ້ນກໍ່ຄື “ Influencer “ ເຊິ່ງແປລາວຕາມໂຕແມ່ນບຸກຄົນທີ່ມີອິດທິພົນໃນແງ່ຂອງການເຮັດໃຫ້ brand ເປັນທີ່ຮູ້ຈັກ ແລະ ສ້າງໂອກາດໃຫ້ເກີດການຕັດສິນໃຈຊື້ຂອງສິນຄ້ານັ້ນໆ.

ແຕ່ໃນຄວາມເປັນຈິງແລ້ວ ທາງການຕະຫຼາດໄດ້ແບ່ງ Influencer ອອກເປັນສາມລະດັບເຊັ່ນ: Mega Influencer, Macro Influencer & Micro Influencer.

Cr: twfdigital

Mega Influencer ເວົ້າງ່າຍໆກະຄືດາລາ, ນາງແບບ ນາຍແບບ ທີ່ມີຍອດຜູ້ຕິດຕາມໃນເຟສບຸກຫຼາຍກວ່າ 100,000 ຄົນຂຶ້ນໄປຈົນຮອດຫຼັກລ້ານ, ເຊິ່ງສ່ວນຫຼາຍແລ້ວຕ່າງປະເທດຈະໃຊ້ຄົນກຸ່ມນີ້ສ້າງ brand awareness ເພື່ອໃຫ້ເປັນທີ່ຮູ້ຈັກໃນວົງກວ້າງ.

Macro Influencer ແມ່ນມີຄວາມຄ້າຍຄືກັນກັບ Mega Influencer ແຕ່ສິ່ງທີ່ແຕກຕ່າງແມ່ນ ຄວາມສົນໃຈຂອງ follower ຈະແຄບລົງມາຈາກກຸ່ມຂອງ Mega Influencerເຊັ່ນ: ການທ່ອງທ່ຽວ, ເທັກໂນໂລຊີ, ອາຫານ, ເຄື່ອງສຳອາງ…. ຂໍ້ດີຂອງການໃຊ້ Macro Influencer ເປັນເຄື່ອງມືທາງດ້ານການຕະຫຼາດ ແມ່ນຈະຊ່ວຍໃຫ້ສິນຄ້າເຂົ້າເຖີງກຸ່ມລູກຄ້າໃນວົງກວ້າງ ແຕ່ເຈາະຈົງສະເພາະກຸ່ມລູກຄ້າທີ່ມີຄວາມສົນໃຈສະເພາະດ້ານເດີ້!!

Micro Influencer ແມ່ນບຸກຄົນ/ກຸ່ມຄົນທີ່ມີຍອດ follower 5,000–100,000 ຄົນ, ແຕ່ບ້ານເຮົາຕໍ່າກວ່າ 5,000 ກໍ່ສາມາດເປັນ Micro Influencer ໄດ້ເນື່ອງຈາກຖານຂອງປະຊາກອນເຮົາໜ້ອຍຖ້າທຽບກັບຕ່າງປະເທດ. ກຸ່ມນີ້ເຖີງແມ່ນວ່າ follower ໜ້ອຍແຕ່ມີອິດທິພົນ ແລະ ສາມາດໂນ້ມນ້າວໃຫ້ follower ຕັດສິນໃຈຊື້ສິນຄ້າໆນັ້ນໄດ້ຫຼາຍ ເພາະບໍ່ວ່າກຸ່ມນີ້ຈະຣີວີວຫຍັງ ມັນເບິ່ງຄື້ real ໄປໝົດ ແລະ ຍຸກນີ້ຜູ້ບໍລິໂພກສະຫຼາດຫຼາຍ ສະນັ້ນ, ການໂຄສະນາຕ້ອງເປັນອີ່ຫຍັງທີ່ເບິ່ງຄື real ແລະ ຂໍ້ດີອີກອັນໜຶ່ງຂອງການໃຊ້ Micro Inluencer ແມ່ນ ຄ່າໃຊ້ຈ່າຍບໍ່ສູງຫຼາຍ. ສຳຫຼັບກຸ່ມນີ້ ແມ່ນເໝາະສຳຫຼັບການສ້າງ engagement ໃຫ້ກັບ brand.

ສະຫຼຸບ: ການໃຊ້ Macro Influencer/ Micro Influencer ເຂົ້າໃນການຕະຫຼາດແມ່ນແລ້ວແຕ່ວັດຖູປະສົງຂອງ campaign ນັ້ນໆ. ຖ້າ brand ທ່ານໃໝ່ສຳຫຼັບຕະຫຼາດແນະນຳໃຫ້ໃຊ້ Macro Influencer ເພື່ອສ້າງ awareness ໃນຕະຫຼາດ. ແຕ່ກົງກັນຂ້າມຖ້າແບຣນຂອງເຈົ້າຢູ່ໃນຕະຫຼາດມາດົນ ແຕ່ຢາກຂະຫຍາຍຖານຄົນຊົມໃຊ້ ແນະນຳໃຫ້ໃຊ້ Micro Influencer, ເຖີງວ່າຜູ້ຕິດຕາມຂອງເຂົາຈະໜ້ອຍ ແຕ່ອິດທິພົນຕໍ່ການຕັດສິນໃຈຊື້ຂອງເຂົາສູງກວ່າ.

Cr: https://www.ifluenz.com/

    Welcome to a place where words matter. On Medium, smart voices and original ideas take center stage - with no ads in sight. Watch
    Follow all the topics you care about, and we’ll deliver the best stories for you to your homepage and inbox. Explore
    Get unlimited access to the best stories on Medium — and support writers while you’re at it. Just $5/month. Upgrade