ທ່ຽວແບບໄດ້ຄວາມຮູ້ ທ້ອງຟ້າຈຳລອງກຣຸງເທບ

ຜູ່ຂຽນເປັນຄົນນຶ່ງທີ່ມັກຄວາມສວຍງາມຂອງທ້ອງຟ້າທີ່ມີດວງດາວປະດັບ ແລະ ຈັກກະວານ ພໍໄດ້ມາຝຶກງານຢູ່ກຣຸງເທບ ກໍບໍ່ພາດທີ່ຈະຖືໂອກາດນີ້ມາເບິ່ງທ້ອງຟ້າຈຳຮອງຢູ່ ສູນວິທະຍາສາດເພື່ອການສຶກສາ ເຊິ່ງບົດຄວາມນີ້ກໍຈະເປັນການແບ່ງປັນປະສົບການທີ່ໄດ້ຮັບ

ສຳລັບທີ່ຕັ້ງແມ່ນຢູ່ຕາມ ແຜ່ນທີ່ນີ້ເລີຍ ຖ້າໃຜໄດ້ມາກຣຸງເທບກໍລອງມາແວ່ທ່ຽວເບິ່ງ

ຫລັງຈາກອອກຈາກຫໍມາແລ້ວກ່ອນອື່ນກໍຕ້ອງຕື່ມພະລັງກ່ອນ ຄາບນີ້ເປັນເຂົ້າຂາຫມູລາຄາກໍ 40 ບາດໄດ້ຫລາຍກິນຈົນກາຍອີມເລີຍ

ຫລັງຈາກິນເຂົ້າເຊົ້າແລ້ວກໍຍ່າງມາຊື້ປີ້ ລົດໄຟຟ້າ MRT* ເຊິ່ງລົດຈະມີທຸກໆ 6 ນາທີ

ປີ້ເປັນແບບທ່ຽວຂອງລົດໄຟຟ້າ MRT

ບັນຍາກາດໃນລົດໄຟຟ້າ MRT

ເນື້ອງຈາກວ່າທາງໄປຈຸດຫມາຍເຮົານັ້ນຈະຕ້ອງປ່ຽນສາຍລົດກໍຕ້ອງລົງແລ້ວມາຊື້ປີ້ ແລະ ຖ້າລົດໄຟຟ້າ BTS** ອີກເທື່ອນຶ່ງ

ປີ້ເປັນແບບທ່ຽວຂອງ BTS

ຫລັງຈາກເດີນທາງໂດຍລວມປະມານ 1 ຊົ່ວໂມງປາຍກໍມາເຖິງແລ້ວ ສູນວິທະຍາສາດເພື່ອການສຶກສາ

ທາງເຂົ້າ

ຈາກນັ້ນກໍເຂົ້າມາຊື້ປີ້ ສຳລັບຕາຕາລາງວັນ ເສົາ-ອາທິດ ທ້ອງຟ້າຈຳຮອງຈະມີ 4 ຮອບຄື 11:00, 13:00, 14:00, 16:00 ຕອນທຳອິດຄິດວ່າຈະເບິ່ງຮອບ 11:00 ແຕ່ມາຊ້າໂພດປີ້ຫມົດກ່ອນຍັງເຫລືອແຕ່ 14:00 ຂຶ້ນໄປກໍເລີຍເລືອກ 14:00 ໂມງ

ສຳລັບປີ້ຈະມີຢູ່ 2 ຢ່າງໃຫ້ເລືອກຄື: ແບບນິທັດສະການຈະໃຫ້ເຮົາເຂົ້າເບິ່ງພິພິດຕະພັນດ້ານວິທະຍາສາດ, ແບບທີ່ສອງເປັນການເຂົ້າເບິ່ງທ້ອງຟ້າຈຳຮອງ

ລາຄາປີ້ທັງສອງຈະເທົ່າກັນຄື 30 ບາດ

ພາບບັນຍາກາດການທ່ຽວເບິ່ງນິທັດສະການພິພິດຕະພັນວິທະຍາສາດ

ອາຄານໂລກສວນນ້ຳກໍຈະມີໂດວຂອງປາ ແລະ ປາແທ້ໆໃຫ້ເບິ່ງ ແຕ່ຈະມີບໍ່ຫລາຍຫນ້ອຍດຽວນຶ່ງ

ແຮ່ທາດຕ່າງໆທີ່ຖ້າເບິ່ງຈາກສູດເຄມີແລ້ວ ຫລາຍຄົນຄືຈະຫ້ອງ “ອໍ້” ໂລດ ແລະ ຍັງມີຫີນທີ່ມີຊາກຂອງຫອຍທີ່ມີອາຍຸເຖິງ 280 ລ້ານປີ (ອັນຫຍັງຈະດົນປານນັ້ນ) ຫລື ຈະເປັນໄມ້ທີ່ກາຍເປັນຫີນກໍຫນ້າຕື່ນເຕັ້ນດີ

ຫລືຈະເປັນໂຊນກ່ຽວກັບຍານອາວາກາດກໍມີ

ໂຊນກ່ຽວກັບສິ່ງທີ່ມີຊີວິດກໍມີໂມວຂອງເຜົ່າພັນມະນຸດນຳ

ມະນຸດຍຸກທຳອິດ

ເມື່ອໃກ້ຈະຮອດເວລາເບິ່ງທ້ອງຟ້າຈຳຮອງແລ້ວກໍຈະມີຄົນປະກາດບອກໃຫ້ເຮົາເຂົ້າຫ້ອງ ສຳລັບການສາຍຈະມີ 2 ສ່ວນຄື:

ສ່ວນທຳອິດ ຜູ່ບັນຍາຍຈະອະທິບາຍເລື່ອງທົ່ວໄປ ຕໍ່ມາກໍຈະອະທິບາຍວິທີການເບິ່ງດາວ ອາທິບາຍກ່ຽວກັບດາວ ແລະ ກຸ່ມດາວຕ່າງໆ. ສ່ວນທີ່ສອງ ຈະເປັນການສາຍວິດີໂອໃຫ້ຄວາມຮູ້ດ້ານວິທະຍາສາດເຊິ່ງມື້ນີ້ເປັນວິດີໂອຫົວຂໍ້ “ກວ່າຈະບິນໄດ້” ທີ່ພາເຮົາໄປຮຽນຮູ້ການສ້າງເຄື່ອງບິນຕັ້ງແຕ່ ອາດິດ-ປັດຈຸບັນ ເລລາໂດຍລວມປະມານທັງຫມົດ 50 ນາທີ່.

ກຸ່ມດາວຕ່າງໆ
ຫນ່ວຍໂລກເບິ່ງຈາກດ້ານນອກ
ພາບຂອງກາແລັກຊີ
ອ້າຍນ້ອງຕະກູນ Wright ທີ່ເປັນຜູ່ສ້າງຕົ້ນແບບຂອງຍົນທີ່ບິນໄດ້ຈິງ

ສຳລັບບົດຄວາມນີ້ກໍຈະຂໍຈົບພຽງເທົ່ານີ້ ແຕ່ກໍຍັງມີອີກຫລາຍຢ່າງທີ່ບໍ່ໄດ້ເອົາມາໃສ່ເພາະຍ້ານບົດຄວາມມີຮູບຫລາຍໂພດເຮັດໃຫ້ໃຊ້ເວລາໂຫລດດົນ

ຖ້າຜູ່ໃດຢາກເບິ່ງຮູບທັງຫມົດກໍສາມາດເຂົ້າໄປເບິ່ງໃນ Google Photo ນີ້ ໄດ້ເລີຍ

*MRT : ເປັນລົດໄຟຟ້າໃຕ້ດິນ

**BTS : ເປັນລົດໄຟຟ້າເທິງດິນລອຍຟ້າ

)

Thanongsine Chantakham

Written by

Programmer who like to take photos, reading, teaching, writing, traveling…

Welcome to a place where words matter. On Medium, smart voices and original ideas take center stage - with no ads in sight. Watch
Follow all the topics you care about, and we’ll deliver the best stories for you to your homepage and inbox. Explore
Get unlimited access to the best stories on Medium — and support writers while you’re at it. Just $5/month. Upgrade