ນີ້ຍັງແມ່ນໂລກໃບດຽວກັນກັບທີ່ເຮົາອາໄສຢູ່ຫລືບໍ່?

The Columnist
Aug 23, 2017 · 8 min read

ເມສາທີ່ຜ່ານມາມີໂອກາດໄດ້ໄປທ່ຽວປະເທດຫນຶ່ງ ທີ່ບໍ່ໄດ້ຢູ່ໃນແຜນອັນໃກ້ໆນີ້ ແຕ່ມີໂອກາດໄດ້ໄປກໍ່ເລີຍບໍ່ປະຕິເສດ. ປະເທດທີ່ວ່າກໍ່ຄື Iceland ຫລື ໄອສແລນ ນັ້ນເອງ. ຕອນນີ້ຂື້ນອັນດັບເປັນປະເທດທີ່ຫນ້າສົນໃຈທີ່ສຸດທີ່ຄົນຂຽນໄດ້ໄປມາເລີຍ.

ຮູ້ບໍ່ວ່າປະເທດ Iceland ຕິດອັນດັບສາມໃນສິບປະເທດທີ່ມີຄວາມສຸກທີ່ສຸດໃນໂລກຂອງປີ 2017(1) ແລະ ອັນດັບຫນຶ່ງສຳຫລັບປະເທດທີ່ສະຫງົບທີ່ສຸດໃນໂລກອີກດ້ວຍ(2).

Iceland ເປັນປະເທດຫນຶ່ງທີ່ຕັ້ງຢູ່ທະວີບເອີຣົບ, ປະເທດນີ້ເປັນເກາະຢູ່ກາງມະຫາສະຫມຸດແອດແລນຕິກທີ່ບໍ່ມີຊາຍແດນຕິດກັບປະເທດໃດເລີຍ. ຫລາຍຄົນອາດຈະຮູ້ຈັກປະເທດນີ້ຍ້ອນພູເຂົາໄຟທີ່ລະເບີດປິ 2010 ທີ່ເຮັດໃຫ້ການສັນຈອນທາງທາງອາກາດຢຸດສະງັກເປັນເວລາ 2 ອາທິດສຳຫລັບຫລາຍປະເທດໃນຍູໂຣບ, ບາງຄົນກໍ່ນຶກຫາແສງເຫນືອ, ອາກາດທີ່ຫນາວຈັດ ແລະ ທີ່ແນ່ນອນ ຕາມຊື່ເລີຍ — ຕ້ອງມີນຳ້ກ້ອນຫລາຍເຫລະ. ຖືກຕ້ອງແລ້ວ, ໄອສແລນຫນາວຫມົດປີ, ຂະຫນາດລະດູຮ້ອນກໍ່ຍັງຕ້ອງໄດ້ໃສ່ເຄື່ອງທີ່ຂ້ອນຂ້າງອູ່ນ, ບໍ່ໄດ້ໃສ່ສາຍດ່ຽວແນ່ນອນ.

ພວກເຮົາໄປຊ່ວງເດືອນເມສາ, ອາກາດກໍ່ຍັງຫນາວຢູ່ ແລະ ມີລົມແຮງຢູ່ຕະຫລອດເວລາ. ອາກາດສາມາດປ່ຽນໄດ້ຫລາຍແບບຕໍ່ມື້, ທາງທີ່ດີມີເສື້ອອູ່ນທີ່ກັນນຳ້ໄດ້ແມ່ນດີທີ່ສຸດ. ເຊັ່ນດຽວກັນກັບເກີບ, ເນື່ອງຈາກພູມສັນຖານຂອງປະເທດເປັນກ້ອນຫີນ ປະສົມດິນ ແລະ ມີນຳ້ກ້ອນ ແລະ ຫິມະປົກຄຸມສ່ວນໃຫ່ຍ ຖ້າຢາກເຕັມທີ່ກັບສະຖານທີ່ຕ່າງໆທີ່ໄປຫລີ້ນແມ່ນແນະນຳໃຫ້ກຽມເຄື່ອງໄປພ້ອມດີກ່ວາ, ເກີບສົ້ນສູງເກັບໄວ້ບ້ານກ່ອນ. ເຖິງແມ່ນວ່າອາກາດຈະຫນາວ ແຕ່ວ່າ Iceland ມີແດດທີ່ແຮງບວກກັບຄວາມຮ້ອນທີ່ສະທ້ອນໃສ່ນຳ້ກ້ອນ ແລະ ຫິມະ ເຮັດໃຫ້ຜິວຂອງເຮົາໄຫມ້ໄດ້, ສະນັ້ນ ຄວນທາຄີມກັນແດດໄວ້ເລີຍ.

Iceland ເປັນປະເທດທີ່ມີປະຊາກອນພຽງ 338,349 ຄົນ(3), ແຕ່ຮູ້ບໍ່ວ່າທຸກໆ 1 ໃນ 10 ຄົນຂອງປະເທດນີ້ມີປື້ມທີ່ຂຽນເປັນຂອງຕົນເອງຢ່າງຫນ້ອຍ 1 ຫົວຕໍ່ປີ(4). ຄົນ Iceland ມັກການຂຽນ ແລະ ອ່ານເປັນຊີວິດຈິດໃຈ, ສະນັ້ນ ງານອະດິເລກກໍ່ບໍ່ພົ້ນການອ່ານ. ຂຽນ ແລະ ສະສົມປຶ້ມ, ກໍ່ບໍ່ຮູ້ວ່າເປັນຍ້ອນປະເທດເຂົາເຈົ້າຫນາວຕະຫລອດປີ ແລະ ຄົນກໍ່ມີເວລາຢູ່ໃນບ້ານຫລາຍ ແລະ ກິດຈະກຳດັ່ງກ່າວກໍ່ຫນ້າຈະເຫມາະສົມທີ່ສຸດ. ປະເທດລາວເຮົາມີ ພົນລະເມືອງ 6 ລ້ານກວ່າຄົນ, ສາມາດເອົາ Iceland ເປັນແບບຢ່າງ ໂດຍການສະຫນັບສະຫນູນໃຫ້ມີຄົນຂຽນ ແລະ ຄົນອ່ານຫລາຍຂື້ນ. ຕີພິມປື້ມ ແລະ ຫັນມາໃຊ້ເວລາຫວ່າງໃນການອ່ານຫລາຍຂື້ນ ໂດຍສ້າງໃຫ້ເປັນນິໄສ, ເຊື່ອວ່າທຸກຄັ້ງທີ່ເຮົາອ່ານ ເຮົາໄດ້ຄວາມຮູ້ ແລະ ແນວຄິດໃຫ່ມສະເຫມີ.​

ພາສາທີ່ໃຊ້ແມ່ນ Icelandic (ໄອສແລນດິກ) ແຕ່ຄົນສວ່ນໃຫ່ຍຈະສາມາດສື່ສານເປັນພາສາອັງກິດໄດ້. ປະເທດນີ້ມີລະບົບການຕັ້ງຊື່ທີ່ແຕກຕ່າງຈາກປະເທດອື່ນຄຶຊື່ທີ່ບໍ່ມີຢູ່ໃນລາຍຊື່ທີ່ອະນຸຍາດໃຫ້ຕັ້ງໄດ້ຈະຕ້ອງໄດ້ຮັບອະນຸມັດຈາກລັດຖະບານກ່ອນ ເພາະລັດຖະບານເຂົາເຈົ້າມີກົດຫມາຍການຕັ້ງຊື່ ວ່າຕ້ອງຕັ້ງຊື່ທີ່ມີຢູ່ໃນລາຍຊື່ທີ່ລັດຖະບານກຳນົດໄວ້ເປັນທາງການແລ້ວ.

ການເດີນທາງ

ຍ້ອນພູມສັນຖານຂອງປະເທດຄືຈຸດຂາຍຂອງ Iceland, ການຂັບລົດຢູ່ Iceland ຈຶ່ງເປັນປະສົບການທີ່ຕື່ນເຕັ້ນ ແລະ ຫນ້າຈົດຈຳ. ເຖິງແນວໃດກໍ່ຕາມ, ວິວທີ່ສວຍງາມ ແລະ ບັນຍາກາດທີ່ຫນ້າຕື່ນເຕັ້ນ ກໍ່ສາມາດເປັນອັນຕະລາຍໄດ້ຖ້າບໍ່ລະວັງ. ສະນັ້ນ, ໃຜທີ່ຈະເຊົ່າລົດຂັບເອງຄວນຈະສຶກສາຂໍ້ມູນກ່ຽວກັບສະພາບອາກາດ, ຖະຫນົນ ແລະ ມີຄວາມລະມັດລະວັງຕະຫລອດເວລາ.

“ຖ້າເຈົ້າບໍ່ມັກອາກາດຕອນນີ້, ໃຫ້ຖ້າອີກ 5 ນາທີ”- ນີ້ແມ່ນຄຳເວົ້າຕະຫລົກທີ່ຄົນ Iceland ມັກເວົ້າຍອກກັນ. ສະພາບອາກາດຢູ່ປະເທດນີ້ປ່ຽນໄວອີ່ຫລີ ແບບບໍ່ທັນໄດ້ຕັ້ງໂຕເລີຍ. ພວກເຮົາຂັບລົດຜ່ານນຳ້ຕົກແຫ່ງຫນຶ່ງ ແລະ ຕັດສິນໃຈວ່າຂາກັບຕອນແລງຈະມາແວ່. ຕອນຂາໄປຍັງເຫັນທົ່ງຫຍ້າທີ່ແຫ້ງເຕັມໄປຫມົດ ແຕ່ຂາກັບກັບບໍ່ເຫັນຫຍ້າເລີຍ ເພາະຫິມະຕົກປົກຄຸມຫມົດແລ້ວ. ຖະຫນົນຫລັກຂອງປະເທດນີ້ມີພຽງເສັ້ນດ່ຽວ ເອີ້ນວ່າ ຖະຫນົນຫມາຍເລກ 1 (Route 1) ຫລື ຖະຫນົນວົງແວນ (Ring Road) ຍ້ອນເປັນເສັ້ນດຽວທີ່ສາມາດຂັບລົດອອ້ມປະເທດໄດ້ ແລະ ເຊື່ອມຕໍ່ກັບອີກຫລາຍເສັ້ນທາງນ້ອຍຍ່ອຍໄປອີກ. ຂໍ້ມູນກ່ຽວກັບການຂັບລົດ, ລະບຽບ ແລະ ສະພາບອາກາດແມ່ນສາມາດເຂົ້າໄປເບິ່ງໄດ້ໃນເວັບໄຊທ safetravel.is(5) ຂອງສະມາຄົມຄົ້ນຫາ ແລະ ກູ້ໄພທ້ອງຖິ່ນ ແລະ ອ່ານເບິ່ງບົດຄວາມຂອງຄົນທີ່ມີປະສົບການຂັບລັດທ່ຽວທີ່ Iceland ກໍ່ດີຄືກັນ. ນອກນີ້, ຍັງທີເບີໂທສຸກເສີນ 112 ຫລື ໂລດເອັບໄວ້ໃນກໍລະນີຕ້ອງການຄວາມຊ່ວຍເຫລືອນຳອີກ. ທີ່ຕ້ອງສັງເກດຕະຫລອດເວລາແມ່ນຄວາມໄວຈຳກັດໃນແຕ່ລະເຂດເສັ້ນທາງ ແລະ ກ້ອງຈັບຄວາມໄວເດີ້ ເພາະມີຍັງຢາຍຢູ່ຕະຫລອດເສັ້ນທາງ, ທາງທີ່ດີປະຕິບັດຕາມກົດຈໍລະຈອນຂອງເຂົາເຈົ້າເດີ້ ເພື່ອບໍ່ໃຫ້ເສຍເວລາ ແລະ ປອດໄພເຮົານຳອີກ.

ການເລືອກເຊົ່າລົດແມ່ນແນະນຳໃຫ້ຄຳນຶງເຖິງສະຖານທີ່ທີ່ວາງແຜນວ່າຈະໄປວ່າຫົນທາງເປັນແນວໃດ. ຖ້າບອ່ນທີ່ຈະໄປບໍ່ມີຫົນທາງປູຢາງ ແລະ ມີຂີ້ຕົມ ຫລື ກ້ອນຫີນຫລາຍກໍ່ຄວນເອົາລົດທີ່ຂ້ອງຂ້າງໃຫ່ຍ ແລະ 4x4 ເພື່ອຄວາມປອດໄພ ແລະ ສະບາຍໃຈ. ຖ້າຈະເລາະແຕ່ໃນເມືອງ ແລະ ຫົນທາງປູຢາງກໍ່ສາມາດເຊົ່າລົດເກັ່ງ ຫລື ລົດນ້ອຍໄດ້. ສຳຫລັບ ຄົນລາວ, ພຽງແຕ່ນຳເອົາໃບຂັບຂີ່ສາກົນມາເຊົ່າລົດ ກໍ່ໄດ້ແລ້ວ, ສາມາດຈອງລົດອອນລາຍກ່ອນໄປຮອດ ແລະ ຮັບລົດທີ່ສະຫນາມບິນໄດ້ເລີຍ, ເເນະນຳວ່າໃຫ້ຈອງອອນລາຍກ່ອນ ເພື່ອຫລີກລ້ຽງລົດບໍ່ພໍ ແລະ ໃຫ້ໄດ້ລົດທີ່ເຮົາຢາກຈອງ. ນອກນັ້ນ ຄວນຄຳນຶງເຖິງ ການເຮັດປະກັນໄພລົດໄວ້, ຂໍ້ມູນປະກັນໄພສາມາດສອບຖາມກັບບໍລິສັດເຊົ່າລົດໄດ້ເລີຍ ແລະ ສາມາດເລືອກໄດ້ຕອນຈອງລົດອອນລາຍເລີຍ. ປະກັນໄພພື້ນຖານທີ່ຄວນເຮັດແມ່ນ ປະກັນໄພລົມ ແລະ ຊາຍ ຫລື wind and sand ເພາະຄືທີ່ໄດ້ເວົ້າມາກ່ອນຫນ້ານີ້ວ່າ ລົມແຮງຫລາຍ ແລະ ຊາຍກໍ່ມານຳລົມ ເຊິ່ງອາດຈະເຮັດໃຫ້ປະຕູລົດເພ່ໄດ້ ຫລື ເມັດຊາຍຕິດລົດຈົນລ້າງບໍ່ອອກ, ຖ້າບໍ່ເຮັດປະກັນໄພໂຕນີ້ໄວ້ ເວລາເອົາລົດມາສົ່ງທີໂອກາດທີ່ຈະຖືກປັບໄຫມໄດ້ ເພາະພະນັກງານກວດເອົາແທ້ເອົາວ່າ ຫນ້ອຍຫນຶ່ງກະເອົາ.

ສິ່ງທີ່ມາກັບບໍລິສັດເຊົ່າລົດທີ່ດີອີກຢ່າງແມ່ນອິນເຕີເນັດ ຫລື wifi. ເຮົາສາມາດເລືອກທີ່ຈະເອົາ wifi ໄດ້ພ້ອມ, ຄວາມໄວດີຫລາຍ, ສາມາດຕໍ່ໄດ້ຫລາຍຫນວ່ຍ, ບໍ່ພາດອັບຮູບງາມງາມລົງ social media ແນ່ນອນ. ສຳຫລັບພວກເຮົາແມ່ນເຊົ່າລົດຄັນໃຫ່ຍ (ເພາະບໍ່ມີທາງເລືອກ, ລົດຫມົດ ເພາະບໍ່ໄດ້ຈອງລ່ວງຫນ້າ ແລະ ຍັງໄປຊ່ວງ easter ອີກ) ແລະ ຈຸດດີກໍ່ຄືມັນລວມປະກັນໄພທຸກຢ່າງໄວ້ແລ້ວບໍ່ວ່າຈະເປັນ ລົດເພ່, ລົດເສຍ ແລະ ອຸບັດຕິເຫດຕ່າງໆ, ມັນກໍ່ຈະສະບາຍໃຈຫລາຍເຕີບທີ່ລຸຍໄດ້ທຸກບ່ອນ ແລະ ຫມັນໃຈ. ນອກນັ້ນ ຍັງມີ wifi ຕື່ມໃຫ້ນຳອີກ. ຖ້າໄປນຳກັນຫລາຍກ່ວາ 2 ຄົນຂື້ນໄປຮັບຮອງວ່າຄູ້ມແນ່ນອນ. ການເຕີມນຳ້ມັນກໍ່ສະດວກສະບາຍ ເພາະມີປຳ້ນຳ້ມັນຢັງຍາຍນຳທາງຫລາຍພໍສົມຄວນ. ແຕ່ເຖິງຢ່າງໃດກໍ່ຕາມ, ຄວນສຶກສາຫົນທາງ ແລະ ປຳ້ນຳ້ມັນແຕ່ລະຈຸດ ເພື່ອໃຫ້ຫມັ້ນໃຈວ່າເຮົາມີນຳ້ມັນພໍສຳຫລັບການເດີນທາງ.

ຫລາຍຄົນອາດສົງໄສວ່າ ບໍ່ມີລົດສາທາລະນະໃຫ້ໃຊ້ບໍລິການຫວາ ໃນກໍລະນີທີ່ບໍ່ຕ້ອງການເຊົ່າລົດຂັບ. ມັນກໍມີລົດເມຢູ່ ແຕ່ມັນແລ່ນແຕ່ພາຍໃນຕົວເມືອງ. ນອກນັ້ນ ຈຸດທ່ອງທ່ຽວແຕ່ລະບ່ອນແມ່ນຢັ່ງຍາຍກັນທົ່ວປະເທດ ແລະ ບໍ່ມີລົດເມແລ່ນ. ສະນັນ, ວິທີທີ່ດີທີ່ສຸດໃນການເດີນທາງຢູ່ປະເທດນີ້ແມ່ນການເຊົ່າລົດຂັບເອງ, ຖ້າບໍ່ຢາກຂັບແທ້ໆ ກໍ່ສາມາດຊື້ທົວ ໃຫ້ບໍ່ລິສັດທົວພາໄປກໍ່ໄດ້ເຊັ່ນດ່ຽວກັນ. ຂໍ້ມູນທົວກໍ່ມີຫລາຍອອນລາຍ ຫລື ຢູ່ສະຫນາມບິນ ແລະ ໂຮງແຮມກໍ່ມີ ຫລື ຈະເອົາຜູ້ຂຽນໄປນຳກໍ່ໄດ້ ຮ່າຮ່າຮ່າ.

ເລື່ອງເງິນເງິນ

ປະເທດ Iceland ມີສະກຸນເງິນເປັນຂອງຕົນເອງທີ່ຊື່ວ່າ Icelandic króna. ແຕ່ພວກເຮົາບໍ່ໄດ້ຈັບເງິນສະກຸນນີ້ເລີຍ, ເນື່ອງຈາກວ່າຈ່າຍທຸກຢ່າງໃຊ້ບັດຫມົດເລີຍ ເພາະທຸກບ່ອນຮັບຫມົດ ບໍ່ວ່າຈະເປັນ ຮ້ານອາຫານ ຮ້ານກາເຟ, ປຳ້ນຳ້ມັນ, ໂຮງແຮມ ແລະ ອື່ນໆ. ແຕ່ຖ້າຢາກອູ່ນໃຈມີເງິນສົດໄວ້ຕິດໂຕກໍ່ສາມາດຖອນຈາກບັດໄດ້ເລີຍ.

ກິນຫຍັງດີ

ອາຫານທີ່ສາມາດຫາກິນໄດ້ງ່າຍງ່າຍຕາມປຳ້ກໍ່ຈະມີ ແຊນວິສ ແລະ ເຂົ້າຫນົມທົ່ວໄປ, ສ່ວນທີ່ເປັນຮ້ານອາການເລີຍກໍ່ມີ. ສິ່ງທີ່ພວກເຮົາມັກແມ່ນປີ້ງປາທະເລ ຈຳພວກປາເຊວມອນ ແລະ ແກງຈາກກຸ້ງລອບສະເຕີ ເຊິ່ງຄິດວ່າຫນ້າສົນໃຈດີ ຫລື ຍ້ອນເຮົາຮູ້ຢູ່ແລ້ວວ່າມັນແມ່ນຫຍັງ. ນອກນັ້ນ ກໍ່ສາມາດຫາກິນຕາມຮ້ານ chain ຄື Subway ກໍ່ໄດ້. ອາການເຊົ້າສ່ວນໃຫ່ຍກໍ່ລວມຢູ່ໃນໂຮງແຮມແລ້ວ. ສະນັ້ນ. ທີ່ຕ້ອງຄິດຫາແມ່ນອາຫານສວຍ ແລະ ແລງ. ຖ້າໄປກັນຫລາຍຄົນ ແນະນຳໃຫ້ຊື້ເຂົ້າຈີ່ແຜ່ນ ແລະ ອາຫານກິນກັບຢູ່ຮ້ານຄ້າ ແລະ ເຮັດກິນເອງຈະຖືກກວ່າຫລາຍ. ຫມາກໄມ້ ແລະ ຜັກຖືວ່າມີລາຄາແພງ, ສະນັ້ນ ຕອນຢູ່ໂຮງແຮມກິນຫລາຍຫລາຍ. ມີຄົນຫໍ່ເຂົ້າສວຍອີກໃດ໋, ໃຜຢາກນຳເຄັດບໍ່ລັບນີ້ໄປໃຊ້ກໍ່ໄດ້ເດິ້. ສຳຫລັບອາຫານແລງ ກໍ່ຄວນສຶກສາເບິ່ງວ່າບ່ອນທີ່ເຮົາຈະໄປ ມີຮ້ານອາຫານທີ່ໃກ້ຄຽງບໍ່ ຫລື ຢູ່ໂຮງແຮມມີບໍລິການອາຫານບໍ່ ເພາະວິທີຂັບລົດໄປຫນ້າແລ້ວຊອກກິນແຄມທາງອາດຈະຍາກຫນ້ອຍຫນຶ່ງຖ້າບໍ່ໄດ້ຢູ່ໃນຕົວເມືອງແທ້ໆ. ໃຜສາມາດເອົາຫມີ່ກ່ອງຕິດໂຕໄປນຳໄດ້ຍິ່ງດີເລີຍ, ອູ່ນອູ່ນ, ແຊບ ແລະ ຖືກປາກເຮົາອີກ.

ໄປແນວໃດ

ເນື່ອງຈາກຜູ້ຂຽນໄປທ່ຽວປະເທດຝຣັ່ງ ຈຶ່ງເດີນທາງໄປປະເທດ Iceland ຈາກເມືອງປາຣີ, ໂດຍມີຖ້ຽວບິນຕົງຈາກປະເທດຝຣັງສູ່ເມືອງ Reykjavík (ເຣກຍາວິກ) ຫລາຍຄັ້ງຕໍ່ວັນ. ສຳລັບຄົນລາວແມ່ນຕ້ອງຂໍວີຊ່າ ເຊັນເກນ ຫລື Schengen ເນື່ອງຈາກປະເທດ Iceland ລວມຢູ່ໃນບັນດາປະເທດທີ່ຂື້ນກັບສະຫະພາບເອີຣົບ. ສະນັ້ນ, ໃຜທີ່ຢາກມາທ່ຽວຄວນເພື່ອເວລາໄປທ່ຽວປະເທດອື່ນທີ່ວິຊ່າໂຕນີ້ເຂົ້າໄດ້ເລີຍ ເພາະບິນໄກຮອດພູ້ນແລ້ວຈະໄດ້ໃຊ້ວີຊ່າໃຫ້ຄູ້ມ ແລະ ຄູ້ມຄ່າເວລາບິນ. ຖ້ຽວບິນໄປປະເທດນີ້ກໍ່ມີຫລາຍ ແລະ ສະຫມຳ່ສະເຫມີ ເຊິ່ງສະດວກສຳຫລັບເຮົາເລີຍ. ມີຫລາຍປະເທດທີ່ມີຖ້ຽວບິນໄປປະເທດ Iceland ສະນັ້ນ, ກໍ່ລອງສຶກສາເບິ່ງວ່າຈະອອກຈາກປະເທດໃດດີ ເຊິ່ງໃຫ້ດີກໍ່ແມ່ນປະເທດໃນເອີຣົບດີສຸດ ເຫດຜົນທຳອິດກໍ່ຍ້ອນ ປະເທດ Iceland ບໍ່ມີສະຖານທູດ ຫລື ກົງສູນຢູ່ປະເທດລາວ ສະນັ້ນ, ຈຶ່ງຕ້ອງຂໍຜ່ານກົງສູນປະເທດໃດຫນຶ່ງທີ່ສາມາດອອກວີຊ່າເຊັນເກນໄດ້, ເຫດຜົນທີ່ສອງແມ່ນ ເພື່ອສະດວກໃນການຕໍ່ຍົນໄປປະເທດ Iceland ຫລື ຖ້າຕ້ອງການໄປພຽງປະເທດ Iceland ປະເທດດຽວ ຫລື ປະເທດທຳອິດໃນກູ່ມປະເທດເອີຣົບ ກໍ່ຕ້ອງໄດ້ສຶກສາວ່າກົງສູນປະເທດໃດສາມາດອອກວິຊ່າໃຫ້ເຂົ້າປະເທດ Iceland ໄດ້ເດີ້. ພວກເຮົາເລືອກເດີນທາງຕອນກາງຄືນ ໂດຍມີຄວາມຫວັງວ່າຈະໄດ້ເຫັນແສງເຫນືອຕອນຂີ່ຍົນ, ແຕ່ກໍ່ບໍ່ເຫັນຊຳ້. ເສຍດາຍ ແລະ ກໍ່ພາວະນາວ່າຈະໄດ້ເຫັນໃນມື້ຕໍ່ໆໄປ.

ສະຖານທີ່ທ່ອງທ່ຽວ

ເນື່ອງຈາກຈຸດເດັ່ນຂອງປະເທດ Iceland ແມ່ນພູມສັນຖານຂອງປະເທດ ແລະ ທຳມະຊາດ, ບ່ອນທ່ອງທ່ຽວສ່ວນໃຫ່ຍກໍ່ຈະເປັນພູເຂົາ, ນຳ້ຕົກ, ແຜ່ນນຳ້ກ້ອນ, ພູເຂົາໄຟ ຈົນຮອດ ຊາຍຫາດ. ເທື່ອນີ້ພວກເຮົາໄດ້ໄປເບິ່ງສະຖານທີ່ຕ່າງໆໂດຍມີເວລາພຽງ 4 ວັນ. ສະຖານທີ່ທີ່ໄປກໍ່ຈະມີ Reyjavik (ເຣັກ-ຍາ-ວິກ), Öxarárfoss (ອົກ-ຊາ-ລາ-ຟອສ), Gullfoss (ກູ-ຟອສ), Seljalandsfoss (ເຊວ-ຍາ-ແລນ-ຟອສ), Skogafoss (ສະ-ໂກ-ກາ-ຟອສ), Black Sand Beach (ຫາດຊາຍດຳ), Jökulsárlón (ໂຍ-ກູນ-ຊາ-ລອນ) ແລະ Blue Lagoon (ບຣູ ລາ-ກູນ).

Reykjavik

Reykjavik ຫລື ເຣກຍາວິກ ແມ່ນເມືອງຫລວງຂອງ Iceland ເຊິ່ງຕັ້ງຫ່າງອອກຈາກສະຫນາມບິນ ໄປ 40 ນາທີ. ຫລັງຈາກທີເອົາລົດຈາກສະຫນາມບິນແລ້ວ, ພວກເຮົາກໍ່ຂັບລົດເຂົ້າເມືອງເພື່ອໄປເບິ່ງວິວໃນເມືອງ ແລະ ກິນເຂົ້າສວຍຢູ່ທີ່ທ່າເຮືອເລີຍ. ນອກນັ້ນ ຍັງແວ່ຈິບກາເຟເພື່ອເຕີມຄາເຟອິນເບົາໆກ່ອນອອກເດີນທາງ. ໄປ Reykjavik ກໍ່ຈະໄດ້ເຫັນທ່າເຮືອ, ບ້ານເຮືອ ແລະ ພິພິຕະພັນຕ່າງໆ ແລະ ໂບດທີ່ມີຊື່ສຽງແຫ່ງຫນຶ່ງນຳອີກ. ແນະນຳວ່າຄວນຫາເວລາມາແວ່ກ່ອນຫລືຫລັງທ່ຽວແລ້ວກໍ່ໄດ້, ຖ້າມີເວລາແດ່ກໍ່ ມື້ຫນຶ່ງ ແຕ່ພວກເຮົາຢູ່ພຽງເຄິ່ງມື້ຕອນເລີ້ມທີ່ຈະເດີນທາງໄປສະຖານທີ່ຕ່າງເພາະເວລາຈຳກັດ. ຕອນທີ່ແວ່ຊື້ກາເຟ ໄດ້ເຈິກັບເຈົ້າຂອງຮ້ານເຊິ່ງເປັນຜູ້ຍິງທີ່ກຳລັງຂົ້ວກາເຟຢູ່ໃນຮ້ານ, ຫລຽວໄປເຫັນບັນດາລາງວັນຕ່າງໆທີ່ລາວໄດ້ມາ ກໍເລີຍຍ້ອງລາວວ່າເຈົ້າເກັ່ງຫລາຍເນາະ ຂ້ອຍດີໃຈທີ່ໄດ້ມາຊີມກາເຟຮ້ານເຈົ້າເດີ້, ລາວຕອບວ່າ “ຂອບໃຈເດີ້ ຂ້ອຍກໍ່ບໍ່ໄດ້ເກັ່ງດອກ ຂ້ອຍພຽງເຮັດໃນສິ່ງທີ່ຂ້ອຍມັກ ແລະ ມີຄວາມສຸກແຕ່ລະມື້” ພະນັກງານໃນຮ້ານມີສາມຄົນລວມເຈົ້າຂອງຮ້ານ. ຄົນສ່ວນໃຫ່ຍໃນຮ້ານກໍ່ເປັນຄົນທ້ອງຖິ່ນທີ່ພາກັນມານັ່ງຈິບກາເຟ ແລະ ຝອຍຄືເຮົາຫັ້ນເຫລະ, ນອກນັ້ນກະຊິມີສາຍຄອມ (ນັ່ງຢູ່ຫນ້າຄອມ), ສາຍປື້ມ (ມີສະຕາຍຫນ້ອຍຫນຶ່ງ) ແລະ ສາຍຄຣີເອທີບ (ຈັດສາກຖ່າຍຮູບກ່ອນຈຶ່ງກິນໄດ້) ເປັນແນວໃດຕອນນີ້ຮູ້ໂຕວ່າໂຕເອງສາຍໃດ. ສຳຫລັບຜູ້ຂຽນແມ່ນສາຍຟອຍ ກັບ ສາຍຄຣີເອທີບ, ຟອງນົມຈົນຊິຍຸບຈຶ່ງໄດ້ກິນກາເຟ.

ບາຣິສຕາຢູ່ Reykjavik Roaster ເປັນ Ultraman

ສະຖານທີ່ທ່ອງທ່ຽວສ່ວນໃຫ່ຍໃນປະເທດນີ້ກໍ່ຈະແມ່ນ ທິວທັດທຳມະຊາດ, ນຳ້ຕົກ, ພູເຂົາໄຟ, ແຜ່ນນຳ້ກ້ອນ, ແຜ່ນມັກມາ. ຖຳ້ນຳ້ກ້ອນ ແລະ ຖຳ້ຫີນ. ໃຜຈະມາຫລີ້ນກໍແນະນຳໃຫ້ສືກສາເບິ່ງຕາມຮູບພາບຂອງຄົນທີ່ເຄີຍມາຫລີ້ນແລ້ວ ແລ້ວຕັດສິນໃຈວ່າຢາກໄປຕອນໃດ ເພາະແຕ່ລະລະດູຈະມີພາບທີ່ແຕກຕ່າງກັນ ນຳ້ຕົກອາດກາຍເປັນນຳ້ກ້ອນຫມົດ, ພື້ນອາດຈະເປັນສີຂາວຫມົດເພາະຫິມະປົກຄຸມຫມົດ ສະນັ້ນ, ສືກສາເບິ່ງວ່າຢາກເຫັນແບບໃດ. ສຳຫລັບພວກເຮົາແມ່ນເລືອກທີ່ຈະໄປລະດູໃບໄມ້ລົ່ນເພາະຍັງມີສີຂຽວຂອງຕົ້ນໄມ້ ໃບຫຍ້າ, ຊ່ວງສຸດທ້າຍຂອງລະດູການເບິ່ງແສງເຫນືອ ແລະ ທີ່ສຳຄັນເປັນອາກາດຫນາວທີ່ເຮົາຮັບໄດ້ຢູ່.

ຫລັງຈາກທີ່ເຕີມພະລັງ ແລະ ເລາະຖ່າຍຮູບໃນເມືອງ ເຣກຢາວິກ ແລ້ວລໍ້ກໍ່ພ້ອມຫມູນຕໍ່ໄປເຂດ Gloden Circle ຫລື ໂກເດັນເຊີໂຄ ເຊິ່ງເປັນຊື່ເອີ້ນຂອງເຂດຫນຶ່ງໃນໄອສແລນ. ເຂດດັ່ງກ່າວມີສະຖານທີ່ທີ່ນັກທ່ອງທ່ຽວໄປເບິ່ງມີບ່ອນຫລັກໆຄື ນຳ້ພຸຮ້ອນ Strokkur Geyser, ນຳ້ຕົກ Gullfoss ແລະ ປາກພູເຂົາໄຟ. ໃນພາສາໄອສແລນດິກ ຄຳວ່າ foss ນັ້ນຫມາຍເຖິງນຳ້ຕົກ. ຖ້ຽວນີ້ພວກເຮົາມີໂອກາດໄດ້ໄປເບິ່ງນຳ້ຕົກ Öxarárfoss, ນຳ້ພຸຮ້ອນ Strokkur Geyser, ນຳ້ຕົກ Gullfoss.

ກ່ອນຈະເຂົ້າໄປເຂດ Gloden Circle, ຈຸດທຳອິດທີ່ເຮົາຢຸດແມ່ນ Öxarárfoss, ເປັນນຳ້ຕົກທີ່ຄວາມຈິງແລ້ວແມ່ນມະນຸດເປັນຄົນສ້າງຂື້ນເພື່ອປ່ຽວແຫລວນຳ້ໄຫລ. ກ່ອນທີ່ຈະຮອດນຳ້ຕົກກໍ່ຕ້ອງຢ່າງເຂົ້າໄປທາງຫຸບເຂົາຫີນ ປະມານ 10 ນາທີ ກໍ່ຈະຮອດນຳ້ຕົກ. ເສັ້ນທາງທີ່ຍ່າງໄປນີ້ກໍ່ຫນ້າສົນໃຈ ແລະ ເປັນຈຸດຖ່າຍຮູບໄດ້ດີເຊັ່ນດ່ຽວກັນ.

ຕໍ່ໄປເຮົາກໍຂັບລົດໄປ ນຳ້ພຸຮ້ອນ ຫລື Strokkur Geyser ເຊິ່ງຈະປະທຸຂື້ນມາເລື້ອຍໆ ທຸກໆ 10 ຫາ 15 ນາທີ. ເຂດນີ້ເປັນເຂດນຳ້ອອກບໍ່ ນຳ້ຮ້ອນອີກໃດ, ເວລາຢ່າງເທິງແຜ່ນດິນໃນເຂດນັ້ນກໍ່ຈະເຫັນນຳ້ຝົດຢູ່ເປັນຈຸດຈຸດກະແຈກກະຈາຍໄປ ແລະ ມີບ່ອນຫນຶ່ງທີ່ເປັນເຈົ້າງານທີ່ຜຸສູງຂື້ນທີ່ສຸດ ສັງເກດງ່າຍງ່າຍແມ່ນບ່ອນທີ່ຄົນໄປຢືນມຸງກັນຫລາຍຫລາຍ. ນຳ້ຟົດ ແລະ ຮ້ອນຂະຫນາດນີ້ ລະວັງຢ່າເຂົ້າໃກ້ຫລາຍເດີ້ເພາະຈະເກີດອັນຕະລາຍໄດ້. ໃນຂະນະທີ່ຢູ່ບ່ອນນັ້ນກໍ່ເຮັດໃຫ້ຄິດວ່າ ໂລກຂອງເຮົາສາມາດເຮັດໄດ້ຫລາຍຂະຫນາດນີ້, ຢູ່ພື້ນດິນຮ້ອນເປັນຮ້ອຍອົງສາ, ຢູ່ເທິງຫນ້າດິນກັບມີແຜ່ນນຳ້ກ້ອນຂະຫນາດເທົ່າຫນ່ວຍພູ, ແລະ ບາງຄັ້ງພື້ນດິນກໍ່ປະທຸຄວາມຮ້ອນອອກມາປະທະກັບຄວາມເຢັນ, ມັນເປັນປະກົດການທີ່ເປັນຕາງຶດ.

ມ້າຢູ່ໄອສແລນຈະມີລັກສະນະຕ່າງຈາກຢູ່ບ່ອນອື່ນດັ່ງທີ່ເຫັນໃນຮູບ. ພວກມັນຈະຍືນກິນຫຍ້າຢູ່ແຄມທາງເຕັມໄປຫມົດ, ຖ້າມີບ່ອນຈອດລົດດີກໍ່ສາມາດລົງໄປຖ່າຍຮູບໄດ້.

ຈຸດດັ່ງກ່າວນີ້ຍັງມີບ່ອນຈອດລົດ, ຮ້ານອາຫານ, ໂຮງແຮມ ແລະ ບ່ອນຂາຍເຄື່ອງທີ່ລະນຶກນຳອີກ. ນອກນັ້ນຍັງມີຫ້ອງນຳ້ອີກ! ເປັນຫຍັງຕ້ອງໃສ່ຫມາຍຖ້ວງເວລາເວົ້າເລື່ອງຫ້ອງນຳ້! ຄວາມຈິງມັນມີຢູ່ວ່າ ຫ້ອງນຳ້ຖ້າບໍ່ມີໃຫ້ເຂົ້າ ກໍ່ມີຫ້ອງນຳ້ທີ່ຕ້ອງເສຍເງິນ. ຍຳ້ອີກເທື່ອຫນຶ່ງວ່າສວ່ນໃຫ່ຍຂອງປະເທດນີ້ແມ່ນຫ່າງໄກຊອກຫລີກ, ຄືແຕ່ລະສະຖານທີ່ມັນຫ່າງກັນອີຫລີ, ກວ່າຈະຮອດເມືອງເມືອງຫນຶ່ງມັນຕ້ອງຂັບລົດ 1 ຫາ 4 ຊົ່ວໂມງ. ສະນັ້ນ, ຫາຈຸດພັກລົດ ແລະ ພັກເຮົາໄດ້ຢູ່ໃສຈອດເລີຍ, ບໍ່ວ່າຈະເປັນຮ້ານຂາຍເຄື່ອງ, ປຳ້ນຳ້ມັນ, ສະຖານທີ່ທ່ອງທ່ຽວ, ສະຖານທີ່ພວກນີ້ມີຫ້ອງນຳ້ທີ່ສ່ວນໃຫ່ຍຈະບໍ່ໄດ້ເສຍເງິນ ແຕ່ຖ້າໂຕທີ່ເສຍ ເຮົາກະນຽນໄປເຂົ້າໃນຮ້ານເລີຍ. ປະເທດນີ້ບໍ່ໄດ້ແພງແຕ່ອາຫານເດີ້, ຫ້ອງນຳ້ມີບ່ອນຮູດບັດເຄຣດິດ ຄິດອອກບໍ່ວ່າລາຄາເທົ່າໃດ? ບາງບ່ອນທີ່ເຫັນແມ່ນປະມານ 2 ປອນ ຫລື 20,000 ກີບ! ສະນັ້ນ, ມີຫ້ອງນຳ້ຟີຣຢູ່ໃສເຂົ້າເລີຍ ບໍ່ແນະນຳໃຫ້ຈອດລົດຂ້າງທາງ ເຖິງວ່າເຈົ້າຈະເອົາສີ້ນແຕ້ມໄປນຳແລ້ວກໍ່ຕາມ.

ບາດນີ້ອອກຈາກຫ້ອງນຳ້ແລ້ວ ເຮົາກະຂັບລົດໄປຕໍ່ ເພື່ອໄປນຳ້ຕົກ Gullfoss, gull ແປວ່າ ຄຳນັ້ນເອງ. ຄິດວ່າມັນອອກສຽງວ່າ ກູ-ຟອສ, ຫນ້າຈະເປັນພາສາໄອສແລນດິກທີ່ອອກສຽງງ່າຍທີ່ສຸດແລ້ວ, ຖ້າບໍ່ເຊື່ອລອງອ່ານຊື່ນີ້ເບິ່ງ “Eyjafjallajökull” ເປັນຊື່ພູເຂົາໄຟທີ່ລະເບີດປີ 2010 ຫັ້ນເຫລະ, ມັນອອກສຽງວ່າ ອາຍ-ຍາ-ເຟຍ-ລາ-ໂຍກູ ງ່າຍບໍ່? ເອົ້າຂັບລົດຕໍ່ປະມານຫນ້ອຍຫນຶ່ງກໍ່ຮອດແລ້ວ. ນຳ້ຕົກໂຕນີ້ມີຂະຫນາດໃຫ່ຍທີ່ສຸດສຳຫລັບທຣິບນີ້ຂອງເຮົາ ແຕ່ບໍ່ແມ່ນໂຕທີ່ໃຫ່ຍທີ່ສຸດໃນ Iceland ເດີ້, ໂຕນັ້ນເຮົາບໍ່ໄດ້ໄປ. ນຳ້ຕົກແຫ່ງນີ້ງາມຫລາຍ ແລະ ປະທັບໃຈກັບພາບທີ່ໄດ້ເຫັນຫລາຍ ແຕ່ສິ່ງທີ່ບໍ່ປະທັບໃຈແມ່ນການທີ່ຈະເຫັນນຳ້ຕົກນັ້ນບໍ່ງ່າຍເລີຍ. ບໍ່ແມ່ນວ່າຂັບລົດໄປຍາກຫລືອີຫຍັງເພາະຫົນທາງສະດວກມີບ່ອນຈອດລົດສະເພາະ ແລະ ຢ່າງລົງລົດບໍ່ຮອດຫ້ານາທີກໍເຫັນແລ້ວ, ແຕ່ບັນຫາແມ່ນຊິລົງລົດກະຍາກແລ້ວ. ເພາະຕອນທີ່ເຮົາໄປລົມມັນແຮງຫລາຍຈົນຕ້ອງລະວັງເປີດປະຕູເທື່ອລະຫນ້ອຍເພື່ອບໍ່ໃຫ້ລົມພັດປະຕູໄປ ແລະ ເພື່ອໃຫ້ໂຕເອງຕັ້ງໂຕຕ້ານກັບ ລົມ, ຊາຍ ແລະ ນຳ້ທີ່ພັດມາ, ບອກເລີຍວ່າມືນຕາເກືອບບໍ່ໄດ້, ແວ່ນຕາກະບໍ່ກ້າໃສ່ ຍ້ານມັນປິວ, ຍ້ານກ້ອງຖ່າຍຮູບຕົກກະປານນັ້ນ ຍ້ອນມືແຂງຫມົດເລີຍ, ຊ່າງຖ່າຍຮູບກະວ່າຖົງມືມັນເກະກະບໍ່ຢາກໃສ່. ຍ້ອນຄວາມພະຍາຍາມ ແລະ ອົດທົນພວກເຮົາກະດັ້ງດົ້ນຢ່າງໄປຖ່າຍຮູບວິວ ແລະ ແລ່ນກັບມາຂື້ນລົດໂດຍໄວ. ຕອນທີ່ຂື້ນລົດມາພາກັນຖາມກັນວ່າ ແນ່ໃຈຫວາວ່າເຮົາຢາກມາຖ່າຍຮູບລະກະໄປເລີຍ, ເຮົາບໍ່ໄດ້ໃຊ້ເວລາເກີນ 5 ນາທີເລີຍໃດ໋. ຕັດສິນໃຈ ເປີດກະເປົ່າ ງັດອາວຸດທີ່ພົກພາມາຄື ຫມວກ, ຖົງຕີນ, ເສື້ອອູ່ນ, ຜ້າພັນຄໍ, ຖົງມື ເພີ່ມເປັນສອງເທົ່າທີ່ໃສ່ມາ ແລ້ວນັ່ງຖ້າໃຫ້ມືລະລາຍກ່ອນຈຶ່ງອອກໄປອີກຄັ້ງ.

ຕອນນັ້ນ ກໍ່ພະຍາຍາມຂື້ນຂັ້ນໃດໄປຈຸດຊົມວິວ ແລະ ໄດ້ຮູ້ເລື່ອງລາວຂອງນຳ້ຕົກແຫ່ງນີ້ ແລະ ຮູ້ມາວ່າ ນຳ້ຕົກແຫ່ງນີ້ເຄີຍເກືອບຖືກສ້າງເປັນເຂື່ອນ (ປະເທດໄອສແລນຜະລິດພະລັງງານຈາກຄວາມຮ້ອນໃຕ້ດິນ ແລະ ເຂື່ອນໄຟຟ້ານຳ້ຕົກ) ໃນຊ່ວງຕົ້ນສັດຕະວັດທີ່ 20, ໄດ້ມີນັກລົງທຶນຕ່າງປະເທດສົນໃຈທີ່ຈະສ້າງເຂື່ອນໃສ່ນຳ້ຕົກແຫ່ງນີ້ ເຂົາເຈົ້າຈຶ່ງຂໍຊື້ມັນຈາກຊາວນາທີ່ເປັນເຈົ້າຂອງນຳ້ຕົກແຫ່ງນີ້ໃນເວລານັ້ນ ແຕ່ລາວໄດ້ປະຕິເສດທີ່ຈະຂາຍ ແຕ່ ໃຫ້ເຊົ່າແທ່ນ. ລູກສາວຂອງຊາວນາທີ່ມີຊື່ວ່າ Sigriður ລາວບໍ່ເຫັນດີ ແລະ ຕ້ອງການທີ່ຈະຍົກເລີກສັນຍາທີ່ພໍຂອງລາວໄດ້ເຮັດໄວ້ ລາວຈຶ່ງໃຊ້ເງິນທີ່ລາວທ້ອນມາເພື່ອຈ້າງທະນາຍຈາກເມືອງ ເຣກຍາວິກ ມາຮັບຄະດີຄວາມຂອງລາວ. ຄະດີດັ່ງກ່າວຍືດຍາວເປັນເວລາຫລາຍປີ ເຊິ່ງເຮັດໃຫ້ນາງຈຳເປັນຕ້ອງຍ່າງເຂົ້າເມືອງຫລາຍຄັ້ງ, ລາວຍັງຂູ່ອີກວ່າຖ້າຍັງຈະເລີ່ມສ້າງເຂື່ອນໃສ່ນຳ້ຕົກໂຕນີ້ລາວຈະໂດດນຳ້ຂ້າໂຕຕາຍເພື່ອເປັນການປະທ້ວງ. ລາວໄດ້ເສຍຄະດີໃນສານຄັ້ງນັ້ນ ແຕ່ການກໍສ້າງກໍບໍ່ເຄີຍເລີ່ມເລີຍຍ້ອນນັກລົງທຶນເຫລົ່ານັ້ນບໍ່ຈ່າຍຄ່າເຊົ່າຕາມກຳນົດ. ຄວາມພະຍາຍາມຂອງສາວ Sigriður ທີ່ຈະອະນຸຮັກນຳ້ຕົກແຫ່ງນີ້ໄດ້ເຮັດໃຫ້ຄົນເຫັນເຖິງຄວາມສຳຄັນຂອງການອະນຸລັກທຳມະຊາດ ແລະ ການກະທຳຂອງລາວໃນຄັ້ງນັ້ນ ເຮັດໃຫ້ລາວໄດ້ນາມວ່າເປັນນັກອະນຸລັກທຳມະຊາດຄົນອິດຂອງໄອສແລນ. ຕໍ່ມາໃນປີ 1940, ລູກລ້ຽງຂອງຊາວນາຄົນດັ່ງກ່າວໄດ້ຮັບນຳ້ຕົກເປັນຂອງສືບທອດຈາກພໍ່ຂອງລາວ ແລະ ຫລັງຈາກນັ້ນ ລາວກໍໄດ້ຂາຍມັນໃຫ້ ລັດຖະບານໄອສແລນໃນທີ່ສຸດ. ມາຮອດປີ 1979, Gullfoss ຖືກຕັ້ງໃຫ້ເປັນເຂດສະຫງວນແບບຖາວອນເພື່ອຮັກສານຳ້ຕົກແຫ່ງນີ້ໄວ້ ແລະ ໃຫ້ຄົນທ້ອງຖິ່ນ ແລະ ນັກທ່ອງທ່ຽວໄປຍ້ຽມຍາມສະຖານທີ່ທີ່ມີເອກະລັກແຫ່ງນີ້ (6) ແລະ ນີ້ກໍ່ແມ່ນເລື້ອງລາວຂອງນຳ້ຕົກແຫ່ງນີ້.

Gullfoss

ສຳຫລັບມື້ທຳອິດກໍ່ໄດ້ເທົ່ານີ້ ແລະ ພວກເຮົາກໍຂັບລົດໄປພັກທີ່ຫມູ່ບ້ານແຫ່ງຫນຶ່ງ ເພື່ອສະດວກໃນການເດີນທາງມື້ຕໍ່ໄປ. ຍ້ອນວ່າເປັນລະດູຮ້ອນຟ້າຈຶ່ງນານມືດເຮົາກໍເລີຍມີເວລາຢູ່ນອກຫລາຍຂື້ນ ເຮັດໃຫ້ສະບາຍໃນການເດີນທາງ.

ມື້ທີ່ສອງຂອງການພະຈົນໄພຕ່າງແດນເລີ່ມຕົ້ນທີ່ ນຳ້ຕົກ Seljalandsfoss ເຊິ່ງເປັນນຳ້ຕົກທີ່ຢູ່ລະຫວ່າງທາງໄປຫາດຊາຍດຳ. ຕອນນີ້ພວກເຮົາມາຢູ່ເຂດພາກໃຕ້ຂອງປະເທດແລ້ວ. ນຳ້ຕົກນີ້ເປັນຫນຶ່ງໃນນຳ້ຕົກທີ່ສູງທີ່ສຸດຂອງ Iceland ເຊິ່ງສູງເຖິງ 63 ແມັດ ແລະ ສາມາດຍ່າງໄປທາງຫລັງນຳ້ຕົກໄດ້ ແຕ່ພວກເຮົາບໍ່ໄດ້ໄປ ເພາະມັນຫນາວຫລາຍ ແລະ ນຳ້ຕົກກະຕົກລົງມາເປັນຫິມະ ແທ່ນນຳ້ເລີຍ ທັງແຮງທັງຫນາວ ແຕ່ກໍງາມ. ຫລັງຈາກທີ່ເຫັນ Gullfoss ແລ້ວຮູ້ສືກວ່ານຳ້ຕົກໂຕອື່ນໆມີຄວາມທຳມະດາຫລາຍ ແລະ ເວລາຂັບລົດໄປກໍ່ເຫັນນຳ້ຕົກຢູ່ຕະຫລອດເວລາ ບໍ່ໃຫ່ຍກໍນ້ອຍ.

ຂັບລົດໄປອີກຫນ້ອຍຫນຶ່ງກໍຈະເຈິກັບ ນຳ້ຕົກ Skogafoss ເຊິ່ງເປັນນຳ້ຕົກທີ່ໃຫ່ຍເຊັ່ນດ່ຽວກັນ ປົກກະຕິຖ້າອາກາດກໍ່ຈະເຫັນສາຍລູ້ງຊ້ອນກັນສອງອັນເລີຍ, ນຳ້ຕົກແຫ່ງນີ້ຍັງເຄີຍເປັນບ່ອນຖ່າຍທຳຫນັງເລື່ອງ Thor: The Dark World ແລະ The Secret Life of Walter Mitty (ຫນັງທີ່ເອົາໄປອອ່ຍສະປອນເຊີໃຫ້ໄດ້ມາ ເຮເຮ) ແລະ ວິດີໂອເພງ I’ll Show You” ຂອງ Justin Bieber ນຳອີກ.

ຂັບລົດອອກມາອີກກໍ່ຈະຮອດຫມູ່ບ້ານ Vik ກໍ່ສາມາດໄປເບິ່ງ Hálsanefshellir Cave ເຊິ່ງເປັນຖຳ້ທີ່ຕັ້ງຢູ່ແຄມທະເລທີ່ມີຊາຍຫາດທີ່ເປັນກ້ອນຫີນສີດຳ ແລະ ມີຝາຫິນຕາມລຽບແຄມທະເລເລີຍ. ເຖິງວ່າຫາດຊາຍສີດຳນີ້ຈະເບິ່ງຫນ້າຕື່ນເຕັ້ນ ແຕ່ວ່າກໍ່ມີຄວາມອັນຕະລາຍໃນຕົວ ເພາະຢູ່ແຄມທະເລ ແລະ ເຄີຍມີເຫດການທີ່ຄື້ນແຮງພັດຂື້ນມາ ແລະ ດຶງຄົນລົງໄປທະເລເຮັດໃຫ້ເສຍຊີວິດແລ້ວ, ຖ່າຍຮູບກໍ່ຕ້ອງລະວັງຫລຽວຫລັງແດ່ເດີ້. ສະຖານທີ່ແຫ່ງນີ້ກໍ່ມີຕຳນານທີ່ຄົນທ້ອງຖິ່ນເລົ່າກັນວ່າ ດົນງານມາແລ້ວໄດ້ມີໂຕ trolls ສອງໂຕລົງໄປທະເລ ແລະ ທັນທີທີ່ແດດສ່ອງຖືກພວກເຂົາ ພວກເຂົາກໍ່ຫາຍເປັນຫິນຕິດຢູ່ແຄມທະເລເລີຍ. ສະຖານທີ່ຕ່າງໆຂອງ Iceland ສ່ວນໃຫ່ຍຈະທີເລື່ອງລາວຂຽນໄວ້ ແລະ ມັນກໍຫນ້າສົນໃຈທີ່ຈະໄດ້ຮູ້ ແລະ ເຫັນສະຖານທີ່ແທ້ເລີຍ. ຖ້າມັນບໍ່ແມ່ນເລື່ອງແທ້ ກໍຖືວ່າຄົນໄອສແລນເຂົ້າໃຈການຕະຫລາດ ແລະ ການຂາຍຫລາຍ ໂດຍທີ່ຂາຍເລື່ອງລາວ ແທ່ນທີ່ຈະຂາຍສະຖານທີ່ຢ່າງດ່ຽວ.

ອອກມາຈາກຫາດຊາຍແລ້ວພວກເຮົາກໍຂັບລົດໄປທີ່ພັກເລີຍ ເພາະຕ້ອງຂັບໄກ ຍ້ອນວ່າໂຮງແຮມຕັ້ງຢູ່ລະຫວ່າງກາງຈາກ ເມືອງ Vik ຫາ Jökulsárlón (glacier) ຫລື ແຜ່ນນຳ້ກ້ອນນັ້ນເອງ. ເຮົາຕັ້ງໃຈທີ່ຈະພັກໃຫ້ໃກ້ກັບ glacier ຫລາຍທີ່ສຸດ, ມື້ຕໍ່ໄປຈຶ່ງບໍ່ຕ້ອງຕື່ນແຕ່ເຊົ້າຫລາຍ ເພາະ ມື້ນີ້ກະວ່າຈະນອນເດິກ ຍ້ອນວ່າເປັນມື້ທີ່ຈະບອກໄດ້ວ່າເຮົາຈະເຫັນຫລືບໍ່ເຫັນແສງເຫນືອກໍ່ຂື້ນກັບມື້ນີ້ເຫລະ. ຫລັງຈາກທີ່ເດີນທາງມາຈາກຫາດຊາຍດຳທີ່ເມືອງ ວິກ ແລະ ຜິວໄຫມ້ກັນໄປຫລາຍເຕີບ ກໍ່ໄດ້ເດີນທາງມາຮອດໂຮງແຮມ (ຢາກບອກວ່າມີຄວາມສຸກ ແລະ ມັກໂຮງແຮມນີ້ສຸດໆໄປເລີຍ. ທຸກຢ່າງມັນເຫມາະສົມ ດີງາມ ຟິນເວີ້ ໄປຫມົດ), ອາບນຳ້ອຸ່ນອຸ່ນ ແລະ ກິນສະເຕັກແກະໄອສແລນແຊບແຊບກັບວາຍກໍ່ເຂົ້າໂຫມດງ່ວງນອນທັນທີ. ແຕ່ວ່າ ບໍ່ໄດ້! ຕ້ອງເຂັ້ມແຂງດ໋ຽວບໍ່ເຫັນແສງເຫນືອ.

ໂຮງແຮມທີ່ຢູ່ກໍ່ເຫມາະກັບການເບິ່ງແສງເຫນືອທີ່ສຸດເລີຍ ເພາະຢູ່ເທິງພູ ແລະ ບໍ່ມີຫຍັງອ້ອມຂ້າງເລີຍ ເຮັດໃຫ້ຕອນກາງຄືນມືດສະນິດ ແລະ ເປັນສະພາບແວດລ້ອມທີ່ເຫມາະແກ່ການເບິ່ງແສງເຫນືອ. ຕາມທີ່ໄດ້ຕິດຕາມນຳແອບ Aurora ທີ່ບອກວ່າຄືນນີ້ມີສິດໄດ້ເຫັນແສງເຫນືອເພາະຄ່າ KP Index ຂື້ນສູງບົ່ງບອກວ່າສະຖານທີ່ທີ່ຢູ່ປັດຈຸບັນມີສິດເຫັນແສງເຫນືອສູງ. ແນະນຳໃຫ້ໂລດຕິດມືຖືໄວ້. ກັບມາເລື່ອງວາຍ, ຫລັງຈາກທີ່ໃຈຈົດໃຈຈໍຖ້າໃຫ້ຟ້າມືດ ນາງກໍຫລັບສະນິດ ເພາະຟ້າມືດຊ້າຊ້າຍ້ອນວ່າມັນເປັນເວລາລະດູໃບໄມ້ລົ່ນ ເຮັດໃຫ້ຢ່າງຫນ້ອຍຟ້າຈະມືດປະມານ 10 ຫລື 11 ໂມງ. ດີແຕ່ມີຂາຄູ່ທ່ຽວມາປຸກ ແລະ ບອກວ່າແສງເຫນືອມາແລ້ວ. ລຸກຈາກໂຊຟາທັນທີ່ແລ່ນອອກໄປລະບຽງ ໃສ ໃສ ແສງເຫນືອ ຄືບໍ່ເຫັນ! ປາກົດວ່າ ມັນບໍ່ເຫັນໂດຍຕາເປົ່າຖ້າມັນບໍ່ເຄື່ອນໄຫວແຮງແທ້ໆ ຕ້ອງຖ່າຍຮູບອອກມາຈຶ່ງເຫັນວ່າຢູ່ທ້ອງຟ້າມີແສງໄຫລຢູ່. ເລື່ອງຖ່າຍແສງເຫນືອກໍ່ບໍ່ຮູ້ຈະແນະນຳເພາະບໍ່ແມ່ນນັກຖ່າຍຮູບມືອາຊີບ, ແນະນຳວ່າຊອກອ່ານບົດຄວາມກ່ຽວກັບການຖ່າຍແສງເຫນືອເດີ້ ຖ້າຢາກໄດ້ຮູບງາມງາມ, ບໍ່ສະນັ້ນ ກະຊື້ທົວລ່າແສງເຫນືອທີ່ມີໄກ້ທຖ່າຍຮູບໃຫ້ພ້ອມເລີຍ. ໃນຂະນະທີ່ເບິ່ງແສງເຫນືອຢູ່ເຖິງດາດຟ້າ ກໍ່ໄດ້ພົບກັບນັກຖ່າຍຮູບມືອາຊີບທີ່ຖ່າຍຮູບແສງເຫນືອ ແລະ ພູເຂົາໄຟລະເບີດທີ່ອາໃສຢູ່ ປະເທດໄອສແລນ ແລະ ໄດ້ໂອ້ລົມນຳເຂົາເຈົ້າ. ເຂົາເຈົ້າແນະນຳວ່າຊ່ວງຍາມຫນາວກໍ່ຈະມີໂອກາດເຫັນແສງຫລາຍກວ່າ ແລະ ແສງເຫນືອນິບໍ່ແມ່ນວ່າຈະເຫັນງ່າຍງ່າຍ ຫລື ສາມາດບອກໄດ້ຢ່າງຊັດແຈ້ງວ່າມື້ໃດຈະເຫັນຫລາຍ ມື້ໃດຈະເຫັນຫນ້ອຍ ມັນມາບໍ່ປົກກະຕິ ບາງຄັ້ງຂັບລົດໄປນຳທາງຊື່ໆກໍ່ເຫັນ ບາງຄັ້ງຕັ້ງໃຈອອກໄປຖ່າຍຮູບ ຫມົດຄືນກໍ່ບໍ່ເຫັນ. ສະຫລຸບແລ້ວ ຄືນນັ້ນເຮົາກໍໄດ້ເຫັນແສງເຫນືອສົມໃຈ ແລະ ປະສົບຜົນສຳເລັດກັບທຣິບນີ້. ເຍ!

ຫລັງຈາກຕື່ນເຊົ້າມາ ແລະ ເຕີມພະລັງດ້ວຍເຂົ້າເຊົ້າສຸດອີ່ມ (ພະຍາຍາມກິນຫລາຍຕອນເຊົ້າ, ກັກຕຸນສະບຽງ). ຂັບລົດຈາກໂຮງແຮມໄປ Jökulsárlón (glacier) ຫລື ແຜ່ນນຳ້ກ້ອນ ໃຊ້ເວລາປະມານ ຊົ່ວໂມງເຄິ່ງ. ພໍໄປຮອດເທົ່ານັ້ນເຫລະ, ຖາມໂຕເອງວ່າເຮົາຢູ່ໃສ ແລະ ທີ່ເຮົາເຫັນຢູ່ນິມັນແມ່ນຫຍັງ, ຄວາມອະລັງການ, ຄວາມເຫນັບຫນາວ, ຄວາມຂາວ ແລະ ໃສຂອງຫິມະ ແລະ ນຳ້ກ້ອນທີ່ເຮົາບໍ່ເຄີຍເຫັນມາກ່ອນ. Jökulsárlón ເປັນສ່ວນຫນຶ່ງຂອງອຸທະຍານແຫ່ງຊາດ Vatnajökull ເຊິ່ງກວມເອົາເນື້ອທີ່ເຖິງ 14,141 ຕາແມັດ ແລະ ສ່ວນທີ່ເປັນແຜ່ນນຳ້ກ້ອນຫລື Jökulsárlón ມີເນື້ອທີ່ເຖິງ 8,100 ຕາແມັດ ແລະ ມີຈຸດສູງສຸດຢູ່ທີ່ 2,200 ແມັດ, ຄວາມຫນາສຸດຢູ່ທີ່ 1,000 ແມັດ ເຊິ່ງກໍ່ໃຫ້ເກີດມີຖຳ້ນຳ້ກ້ອນທຳມະຊາດ ແຕ່ຕ້ອງຊື້ທົວເພື່ອທີ່ຈະໃຫ້ເຂົາເຈົ້າພາເຂົ້າໄປ, ໃນຊ່ວງລະດູຮ້ອນການໄປເບິ່ງຖຳ້ອາດຖືກຫ້າມຍ້ອນວ່າມັນບໍ່ປອດໄພ ເພາະ ອາກາດຮອດອາດເຮັດໃຫ້ນຳ້ກ້ອນເປື່ອຍຈົນເກີດອັນຕະລາຍໄດ້. ພາຍໃຕ້ແຜ່ນນຳ້ກ້ອນທີ່ໃຫ່ຍມະຫຶມານີ້ ກໍ່ມີພູເຂົາໄຟຢູ່ຫລາຍຫນ່ວຍນຳອີກ.

ແຜ່ນນຳ້ກ້ອນນີ້ລະລາຍເປື່ອຍລົງນຳ້ມະຫາສະຫມຸດແອັດແລນຕິກໄປມື້ລະຫນ້ອຍ ມັນທັງມີຄວາມງາມ ແລະ ຄວາມພິດສະຫວົງໃນໂຕ ແລະ ຄວາມຄິດວ່າມັນຈະເປື່ອຍຈົນຫມົດໃນມື້ໃດມື້ຫນຶ່ງແມ່ນບໍ່ ມັນເຮັດໃຫ້ເຮົາຢຸດຄິດເຖິງຫລາຍຫລາຍຢ່າງທີ່ຢູ່ອອ້ມຕົວເຮົາ ແລະ ແມ່ນຫຍັງທີ່ເຮົາຈະສາມາດມີສ່ວນຮ່ວມໃນການຮັກສາສະພາບແວດລ້ອມທີ່ໃຫ້ມີຄວາມສົມດູນ ແລະ ຮັກສາໂລກອັນມະຫັດສະຈັນຂອງເຮົາ.

ສະຖານທີ່ນີ້ນອກຈາກຈະເປັນທີ່ນິຍົມຂອງບັນດານັກທ່ອງທ່ຽວທີ່ມາຫລີ້ນໄອສແລນ ຍັງເປັນບ່ອນຖ່າຍທຳຫນັງດັງໆຫລາຍເລື່ອງເຊັ່ນ: HBO’s Game of Thrones (season 2, 2012), Batman Begins (2005), James Bond: Die Another Day (2002) ແລະ James Bond: A View to a Kill (1985). ບໍ່ທຳມະດາ, ສະນັ້ນ ຖ່າຍຮູບເຕັມທີ່ ແລະ ກໍ່ນັ່ງເບິ່ງວິວ ແລະ ຢ່າງເບິ່ງທິວທັດຂອງຄວາມງາມ ແລະ ຄວາມໃຫ່ຍຂອງແຜ່ນນຳ້ກ້ອນແລ້ວກໍ່ພາກັນຂັບລົດກັບເຂົ້າເມືອງ Reykjavik ເພື່ອກິນເຂົ້າສວຍໂດຍສະເພາະ ຍ້ອນວ່າຮູ້ມາວ່າມີອາຫານອາຊີ (ເຝີເຮືອ) ຢູ່ຫັ້ນ. ທີ່ສຳຄັນແມ່ນມີນັດພິເສດກ່ອນຂື້ນຍົນກັບ.

ການຂັບລົດກັບນັ້ນໃຊ້ເວລາຢູ່ 4 ຊົ່ວໂມງເຄິ່ງ ແຕ່ກໍ່ເປັນເວລາທີ່ສັ້ນຫລາຍຖ້າທຽບໃສ່ການເຫັນວິວງາມງາມຕະຫລອດທາງ. ຫລັງຈາກທີ່ໄປຮອດ, ກໍ່ຮີບດ່ວນໄປທີ່ຮ້ານເຝີເຮືອ (ບໍ່ວ່າຈະຢູ່ໃສກະຍັງນຳໄປກິນອາຫານອາຊີຢູ່ບໍ່ວ່າຈະຢາກຊຳໃດ). ຫລັງຈາກທີ່ອີ່ມທ້ອງກັນແລ້ວກໍ່ຂັບລົດໄປສະຖານທີ່ສຸດທ້າຍທີ່ເຮົາມີນັດ, ນັ້ນກໍ່ຄື Blue Lagoon ຫລື ບໍ່ນຳ້ຮ້ອນນັ້ນເອງ, ຄວາມຈິງແລ້ວບໍ່ໄດ້ຕັ້ງໃຈວ່າຈະໄປສຸດທ້າຍແຕ່ວ່າມັນຈຳເປັນ ເນື່ອງຈາກບໍ່ຮູ້ມາກ່ອນວ່າຕ້ອງຈອງໂມງເຂົ້າກ່ອນ ສະນັ້ນ, ຈຶ່ງໄດ້ຄິວມື້ສຸດທ້າຍຂອງທຣິບເວລາ 9 ໂມງແລງ. ແຕ່ວ່າຄວາມຜິດພາດດັ່ງກ່າວກໍ່ກາຍຄວາມຄິດທີ່ຖືກຕ້ອງ ເພາະວ່າຫລັງຈາກທີ່ຂັບລົດທ່ຽວຫມົດທຣິບ, ອາກາດທີ່ຫນາວ ແລະ ລົມແຮງທີ່ເຮັດໃຫ້ຜິວແຫ້ງເວີ້ (ພ້ອມທັງທ້ອງອູ່ນໆຫລັງຈາກເຝີເຮືອ) ແຕ່ຫລັງຈາກໄດ້ລົງແຊ່ນຳ້ຮ້ອນໆ ແລະ ມາກສຫນ້າຈົນສົດຊື່ນ ກໍ່ຮູ້ເລີຍວ່າດີແລ້ວທີ່ໄດ້ມາແຊ່ນຳ້ຮ້ອນເປັນການສະຫລຸບທຣິບ.

ກ່ອນອື່ນຕ້ອງບອກເລີຍວ່າບໍ່ນຳ້ຮ້ອນນີ້ບໍ່ແມ່ນບໍນຳ້ຮ້ອນທຳມະຊາດ ແຕ່ແມ່ນບໍນຳ້ຮ້ອນທີ່ມີເຄື່ອງເຮັດນຳ້ຮ້ອນເປີດໄວ້ໃຫ້ນຳ້ອູ່ນ ແລະ ແຮ່ທາດບາງຊະນິດທີ່ມານຳນຳ້ເຮັດໃຫ້ນຳ້ເປັນສີທະເລເມື່ອພົບແສງຄືທີ່ເຫັນໃນຮູບ. ແລ້ວຮູ້ບໍ່ວ່ານຳ້ທີ່ນີ້ແມ່ນມາຈາກໃສ? ນຳ້ນີ້ແມ່ນມາຈາກການນຳນຳ້ເສຍທີ່ມາຈາກໂຮງງານໄຟຟ້າໃຕ້ດິນທີ່ຢູ່ໃກ້ໆມາໃຊ້ໃຫ່ມ. ນຳ້ເສຍໂຕນີ້ແມ່ນມາຈາກກ້ອງພື້ນດິນລຶກເຖິງ 2,000 ແມັດ ແລະ ຖືກນຳຂື້ນມາປັ່ນສະຫນອງໄຟຟ້າ ແລະ ນຳ້ຮ້ອນໃຫ້ແກ່ບ້ານເຮືອນທີ່ໃກ້ຄຽງ ຫລັງຈາກທີ່ໃຊ້ໃນການປັ່ນໄຟແລ້ວ ໂຮງງານກໍ່ປ່ອຍນຳ້ອອກມາຖີ້ມ ແຕ່ມີຄົນເຫັນໂອກາດນຳນຳ້ເສຍໂຕນີ້ມາໃຊ້ໃຫ່ມ ເພາະໄດ້ຮູ້ເຖິງສັບພະຄຸນຂອງມັນໃນການບຳລຸງຜິວທີ່ມາຈາກແຮ່ທາດຂອງມັນ. Blue Lagoon ຈຶ່ງເປັນຕົວຢ່າງຂອງການນຳໃຊ້ຂອງເສຍມາໃຊ້ໃຫ້ເກີດປະໂຫຍດ ແລະ ສ້າງລາຍໄດ້ໃຫ້ແກ່ປະເທດທີ່ຫນ້າສົນໃຈ. ປະເທດເຮົາເດ່ ມີຫຍັງທີ່ເຮົາສາມາດນຳກັບມາໃຊ້ໃຫ່ມໃຫ້ເກີດປະໂຫຍດທາງເສດຖະກິດ ແລະ ຄົນອື່ນ.

ຄ່າໃຊ້ບໍລິການກໍເລືອກໄດ້ຫລາຍເພັກເກດ ສາມາດເລືອກຈອງ ແລະ ຈ່າຍເງິນອອນລາຍໄດ້ເລີຍໄດ້ທີ່ເວັບໄຊທທາງການຂອງ Blue Lagoon(7) ເລີຍ. ປະສົບການຄັ້ງນີ້ບໍ່ຄວນພາດຖ້າໄດ້ມາທ່ຽວຮອດໄອສແລນແລ້ວ, ເຖິງແມ່ນວ່າຫລາຍຄົນຈະຕິວ່າມັນແພງ ແລະ ມີນັກທ່ອງທ່ຽວຫລາຍ ແຕ່ຂໍໂທດເດີ້ ຖ້າເຮົາຍັງຢາກໄປ ລະເປັນຫຍັງຄົນອື່ນຈະບໍ່ຢາກໄປ, ມັນກະມ່ວນໄປອີກແບບ ການທີ່ໄດ້ຜ່ອນຄາຍຈິບ prosecco ເຍັນໆໃນບໍ່ນຳ້ອູ່ນ (ແມ່ນແລ້ວ, ມັນມີບາຢູ່ກາງອ່າງທີ່ສາມາດສັ່ງຊື້ໄດ້ ແຕ່ຂອງເຮົາມາກັບແພັກເກດຢູ່ແລ້ວກະເລີຍແຈ່ມ) ແລະ ໂອ້ລົມກັບຄົນທີ່ມາທ່ຽວນຳກັນກ່ຽວກັບການເດີນທາງຂອງເຂົາເຈົ້າ ແລະ ປະສົບການທີ່ເຂົາເຈົ້າເຈິວ່າຕ່າງຈາກຂອງເຮົາແນວໃດມັນກໍ່ຫນ້າສົນໃຈໄປອີກແບບ.

ຊື່ທີ່ເຮົາຕັ້ງກັນຫລີ້ນໆໃຫ້ອ່າງນຳ້ຮ້ອນນີ້ແມ່ນ ອ່າງເຊວຟີສະຕິກ ແລະ ອ່າງໂກໂປຣ ເພາະມີຫລາຍເຫລືອເກີນ. ບໍ່ຕ້ອງກັງວົນວ່າຈະເປັນໂຕປະຫລາດທີ່ເອົາກ້ອງ ຫລື ໂທລະສັບເຂົ້າໄປຖ່າຍເດີ້ ເພາະຖ້າເປັນແບບນັ້ນ ຢູ່ໃນອ່າງຫັ້ນເປັນຫມົດເລີຍ. ສ່ວນເຮົາເອົາກ້ອງເຂົ້າໄປກໍ່ບໍ່ຄ່ອຍໄດ້ຖ່າຍເພາະອາກາດມັນຫນາວຫລາຍຈົນບໍ່ຢາກລຸກຈາກນຳ້ເລີຍ. ພໍມາຮອດຈຸດສຸດທ້າຍແລ້ວ ທັງຮູ້ສືກດີທີ່ໄດ້ແຊ່ນຳ້ ທັງຮູ້ສຶກຄ້ອຍໃຈທີ່ຕ້ອງກັບແລ້ວ ແຕ່ກໍ່ພະຍາຍາມນອນແຊ່ນຳ້ເບິ່ງທ້ອງຟ້າ, ຊຶມຊັບບັນຍາກາດດີດີ ແລະ ເກັບໄວ້ເປັນຄວາມຊົງຈຳ.

ສິ່ງທີ່ປະທັບໃຈ

ເຄີຍໄດ້ອ່ານບົດຄວາມກ່ຽວກັບປະເທດໄອສແລນວ່າ ນຳ້ກອກຂອງປະເທດນີ້ສະອາດ ແລະ ມີລົດຊາດແຊບຄືນຳ້ດື່ມໃນຕຸກຢູ່ບ້ານເຮົາເລີຍ. ຂໍຍັ້ງຍືນເລີຍວ່າແມ່ນແທ້. ນຳ້ເຍັນທີ່ເປີດຈາກກອກນັ້ນສາມາດດື່ມໄດ້ເລີຍ ບໍ່ຈຳເປັນຕ້ອງຊື້ນຳ້ຕຸກມາດື່ມເລີຍ ພຽງແຕ່ເປີດນຳ້ກອກເບື້ອງນຳ້ເຍັນຈົນຈຳແລ້ວປ່ອຍໃຫ້ນຳ້ໄຫລເປັບຫນຶ່ງ ແລ້ວກໍ່ຕ່ວງກິນໄດ້ເລີຍ. ດີຂະຫນາດເລີຍ.

ນອກຈາກນຳ້ດື່ມແລ້ວ, ຍັງມີຄວາມສະອາດທີ່ໄອສແລນບໍ່ເປັນຮອງໃຜ. ນັບຕັ້ງແຕ່ກ້າວຂາອອກຈາກສະຫນາມບິນກໍບໍ່ເຫັນມີຂື້ເຫຍື້ອຍຊະຊາຍ, ບ້ານເຮືອນກໍ່ເປັນລະບຽບ ແລະ ມີບ່ອນຈອດລົດພຽງພໍ, ມີທັງຈອດເສຍເງິນ ແລະ ຈອດບໍ່ເສຍເງິນ ສະນັ້ນ, ກ່ອນຈອດເບິ່ງດີດີເດີ້ ບໍ່ສະນັ້ນອາດຖືກປັບໃຫມໄດ້ (ຫລືໃຜເຄີຍຖືກກະເລົ່າໃຫ້ຟັງແດ່ເດີ້).

ສຸດທ້າຍແຕ່ສຳຄັນທີ່ສຸດ, ຄືທິວທັດທຳມະຊາດທີ່ງາມ ແລະ ບໍ່ແມ່ນງາມທຳມະດາ ແຕ່ງາມແບບພິດສະຫວົງ. ເວລາຂັບລົດໄປຕາມທາງກໍ່ຈະເຫັນທິວທັດທີ່ແຕກຕ່າງໄປເລື້ອຍໆ ແຕ່ທະເລຊາຍ ຈົນເຖິງ ຫິມະ ແຕ່ແຜ່ນນຳ້ກ້ອນຈົນເຖິງ ແຜ່ນມັກມາທີ່ແຂງໂຕຫລັງຈາກພູເຂົາໄຟລະເບີດ. ເວລາເຫັນແລ້ວເຮັດໃຫ້ຮູ້ສືກວ່າເຮົາຢູ່ຄົນລະໂລກກັບທີ່ເຄີຍຢູ່ ແລະ ເຄີຍໄປມາເລີຍ. ທີ່ຂາດບໍ່ໄດ້ກໍ່ຄືແສງເຫນືອທີ່ເຮັດໃຫ້ຮູ້ສືກຕື່ນເຕັ້ນ ແລະ ເປັນຈຸດເດັ່ນຂອງທຣິບນີ້ເລີຍ. ໂດຍລວມແລ້ວ ຮູ້ສືກປະທັບໃຈຫລາຍ ແລະ ຫວັງວ່າອານາຄົດຈະໄດ້ກັບໄປປະເທດທີ່ມະຫັດສະຈັນນີ້ອີກຄັ້ງຫນຶ່ງ.

ປິດທ້າຍ

ເຈົ້າຮູ້ບໍ່ວ່າ ວົງ Of Monsters and Men ມາຈາກໄອສແລນ https://www.youtube.com/watch?v=XUClIslXKZo, ພວກເຂົາຮ້ອງເພງປະກອບຫນັງຢູ່ຫລາຍເລື່ອງ ແລະ ກໍເປັນວົງທີ່ຄົນຂຽນມັກນຳອີກ ເຊິ່ງຫາກໍ່ຮູ້ຕອນທີ່ສຶກສາກ່ຽວກັບໄອສແລນ, ແມ່ນຫຍັງຈະບັງເອີນຂະຫນາດນີ້.

ເຮົາຈະເຫັນໄດ້ວ່າປະເທດນີ້ກາຍເປັນສະຖານທີ່ຖ່າຍທຳຫນັງຢູ່ຫລາຍເລື່ອງ ຍ້ອນພູມສັນຖານ ແລະ ທິວທັດທຳມະຊາດອັນສວຍງາມ ແລະ ມະຫັດສະຈັນ, ສະນັ້ນຈຶ່ງມີລະບຽບການທີ່ວ່າ ຄ່າໃຊ້ຈ່າຍໃນການຖ່າຍຫນັງທີ່ເກີດຂື້ນຢູ່ໄອສແລນນັ້ນສາມາດແລກຄືນໄດ້ເຖິງ 25%, ອ່ານເພີ່ມ http://www.filminiceland.com/incentives/.

ຄົນໄອສແລນບໍ່ມີນາມສະກຸນ ເຂົາເຈົ້າອາໄສໃຊ້ຄຳວ່າລູກຜູ້ຊາຍ ຫລື ຜູ້ຍິງ ແທ່ນ ບວກກັບຊື່ ພໍ່ ຫລື ແມ່ຂອງເຂົາເຈົ້າ, ອ່ານເພີ່ມ https://guidetoiceland.is/history-culture/the-10-weirdest-things-about-icelanders

ຢູ່ໄອສແລນບໍ່ມີຍຸງ — ໄປລອງມາກັບໂຕແລ້ວ ແລະ ຢູ່ໄອສແລນບໍ່ມີລາງລົດໄຟ ຫລື ລົດໄຟໃດໆເລີຍ.

ນອກຈາກນີ້ໄອສແລນຍັງມີເລື່ອງລາວ, ຄວາມເຊື່ອ ແລະ ກົດລະບຽບທີ່ຫນ້າສົນໃຈຫລາຍ, ລອງຊອກອ່ານເບິ່ງເດີ້ ແລ້ວຈະຢາກໄປສຳຫລວດດິນແດນແຫ່ງຮູບແຕ້ມທີ່ມີຊີວິດແຫ່ງນີ້ຄືກັນກັບພວກເຮົາ.

The Columnist

ອ້າງອີງ:

1 http://worldhappiness.report/wp-content/uploads/sites/2/2017/03/HR17.pdf

2 http://visionofhumanity.org/indexes/global-peace-index/

3 http://old.statice.is

4 http://www.bbc.co.uk/news/magazine-24399599

5 http://gullfoss.is/about-gullfoss/

6 http://safetravel.is

7 http://www.bluelagoon.com

)

The Columnist

Written by

"We just want to bring the world closer to you"

Welcome to a place where words matter. On Medium, smart voices and original ideas take center stage - with no ads in sight. Watch
Follow all the topics you care about, and we’ll deliver the best stories for you to your homepage and inbox. Explore
Get unlimited access to the best stories on Medium — and support writers while you’re at it. Just $5/month. Upgrade