ມາຮູ້ຈັກທຶນ Chevening ແລະ ເປັນຫຍັງຕ້ອງສະຫມັກທຶນນີ້

ປະຈຸບັນນີ້ ປະເທດລາວໄດ້ຮັບການຊ່ວຍເຫລືອທາງດ້ານການສຶກສາຈາກຫລາຍພາກສ່ວນ ບໍ່ວ່າຈະເປັນການສ້າງໂຮງຮຽນ, ການສົ່ງເສີມໃຫ້ເດັກນ້ອຍໄປໂຮງຮຽນ, ການສ້າງຈິດສຳນຶກໃຫ້ເຫັນເຖິງຄວາມສຳຄັນຂອງການສຶກສາ ຈົນເຖິງການມອບທຶນການສຶກສາທັງພາຍໃນ ແລະ ຕ່າງປະເທດ. ທຶນການສຶກສາກໍມີຢູ່ຫລາຍແບບ ລວມມີການແລກປ່ຽນໄລຍະສັ້ນ, ການທັດສະນະສຶກສາ, ການຝຶກອົບຮົມ, ການຄົ້ນຄວົ້າເຮັດບົດວິໄຈ, ການຮຽນລະດັບປະລິນຍາຕີ, ໂທ ແລະ ເອກ ແລະ ອີກຫລາຍໆຮູບແບບ. ທຶນການສືກສາລະດັບປະລິນຍາໂທກໍ່ມີມາຈາກຫລາຍປະເທດ ແລະ ຫນຶ່ງໃນນັ້ນກໍ່ມາຈາກ ສະຫະລາດຊະອານາຈັກອັງກິດ ທີ່ມີຊື່ວ່າ Chevening (ຊີບວີນິ່ງ).
Chevening ແມ່ນຫຍັງ?
ຕັ້ງແຕ່ປີ 1983 ເປັນຕົ້ນມາ, ລັດຖະບານອັງກິດໄດ້ລິເລີ່ມໂຄງການທຶນການສຶກສາໃຫ້ແກ່ນັກສຶກສາຕ່າງປະເທດໄດ້ເຂົ້າມາສຶກສາຕໍ່ທີ່ປະເທດເຂົາເຈົ້າ ໂດຍມີຈຸດປະສົງໃນການສົ່ງເສີມນະໂຍບາຍການຕ່າງປະເທດ ແລະ ເສີມສ້າງສາຍສຳພັນລະຫວ່າງປະເທດທີ່ຍັ້ງຍືນຜ່ານບັນດານັກສຶກສາເຫລົ່ານີ້ ໃນຂະນະດ່ຽວກັນກໍໃຫ້ໂອກາດບັນດາບຸກຄົນທີ່ມີພາວະຄວາມເປັນຜູ້ນຳ ແລະ ມີຄວາມຄິດຢາກພັດທະນາຕົນເອງ ແລະ ປະເທດຂອງຕົນໄດ້ໄປສຶກສາຕໍ່ທີ່ປະເທດອັງກິດ.
ໃນທຸກໆປີກໍ່ຈະມີຄົນຈາກທົ່ວໂລກສະຫມັກທຶນນີ້ ແລະ ໄດ້ໂອກາດໄປຮຽນຢູ່ອັງກິດລວມທັງ ປະເທດລາວເຮົານຳ. ທຶນດັ່ງກ່າວເປີດໂອກາດໃຫ້ຄົນລາວໄດ້ສະຫມັກມາກວ່າ 20 ປີ ແລ້ວ ແລະ ຈຳນວນທຶນກໍ່ເພີ່ມຂື້ນໃນແຕ່ລະປີຈົນຮອດປັດຈຸບັນ. ເຈົ້າຮູ້ບໍ່ວ່າສຳຫລັບປີ 2017 ທີ່ຜ່ານມາ, ມີຄົນສະຫມັກທຶນນີ້ຈາກທົ່ວໂລກເຖິງ 45,000 ຄົນ ແລະ ມີພຽງ 1,900 ຄົນທີ່ຖືກຄັດເລືອກ ໂດຍໃນນັ້ນມີຄົນລາວທັງ ຫມົດ 8 ຄົນທີ່ໄດ້ຮັບທຶນການສຶກສາດັ່ງກ່າວ. ປະເທດລາວ ແລະ ອັງກິດ ໄດ້ເລີ່ມຕົ້ນສາຍພົວພັນທາງການທູດໃນປີ 1955 ແລະ ໄດ້ຮັບການຟື້ນຄືນໃຫ້ເຂັ້ມແຂງໃໝ່ໃນປີ 2012 ໂດຍມີການເປີດສະຖານທູດ ອັງກິດປະຈໍາລາວ ຄືນໃໝ່ຈົນເຖິງປັດຈຸບັນ.

ໃນແຕ່ລະປີສະຖານທູດອັງກິດປະຈຳລາວກໍ່ຈະປະກາດທຶນການສືກສານີ້ຜ່ານສື່ຕ່າງໆ, ພ້ອມກັນນັ້ນຜູ້ທີ່ມີຄວາມສົນໃຈຍັງສາມາດລົງທະບຽນສະແດງຄວາມສົນໃຈໃນທຶນດັ່ງກ່າວໄດ້ທີ່ ເວັບໄຊທທາງການຂອງທຶນໄດ້ເລີຍ. ສະນັ້ນ, ທັນທີທີ່ທຶນເປີດຮັບສະຫມັກ ເຮົາກໍ່ຈະໄດ້ຮັບອີເມວແຈ້ງເຕືອນເລີຍວ່າຕອນນີ້ເຮົາສາມາດສະຫມັກໄດ້ແລ້ວ. ຖ້າເຮັດຕາມນີ້ຮັບຮອງວ່າຈະບໍ່ພາດທີ່ຈະຮັບຮູ້ວ່າທຶນນີ້ເປີດຮັບສະຫມັກແລ້ວ ເຊິ່ງເຮັດໃຫ້ເຮົາມີເວລາໃນການສະຫມັກຫລາຍຂື້ນ.
ການສະຫມັກທຶນ Chevening
ທຶນ Chevening ເປີດໂອກາດໃຫ້ຜູ້ສົນໃຈໄດ້ສະຫມັກເອົາທຶນການສຶກສາໄປສຶກສາຕໍ່ປະເທດອັງກິດ ໂດຍບໍ່ຈຳກັດສະຖາບັນ ຫລື ວິຊາຮຽນ ແຕ່ບາງສາຂາໂດຍສະເພາະສາຍ MBA ແມ່ນຈຳກັດວ່າຄ່າຮຽນຕ້ອງບໍ່ເກີນ 18,000 ປອນ ຫລື ຖ້າເກີນ, ຜູ້ສະຫມັກກໍ່ຕ້ອງຮັບຜິດຊອບເອງ. ນອກຈາກຜູ້ສະຫມັກຕ້ອງສະຫມັກທຶນແບບກອກຟອມອອນລາຍແລ້ວ ຜູ້ສະຫມັກກໍ່ຕ້ອງໄດ້ສະຫມັກໂຮງຮຽນດ້ວຍຕົວເອງ. ຄຸນນະສົມບັດຂອງຜູ້ສະຫມັກແມ່ນຕ້ອງ:
- ສັນຊາດລາວ
- ອາໃສຢູ່ປະເທດລາວ
- ມີໃບປະກາດຮຽນຈົບປະລິນຍາຕີ
- ມີປະສົບການເຮັດວຽກແລ້ວຢ່າງຕຳ່ 2 ປີ
ພຽງແຕ່ມີ 4 ຢ່າງນີ້ກໍ່ສາມາດເລີ້ມຕື່ມຟອມສະຫມັກໄດ້ເລີຍ. ຢູ່ໃນຟອມກໍ່ຈະມີຫົວຂໍ້ໃຫ້ຜູ້ສະຫມັກຂຽນບົດຄວາມ ແລະ ຂໍ້ມູນສ່ວນໂຕຕ່າງໆ. ນອກຈາກນັ້ນ ຍັງມີອີກ 1 ຢ່າງທີ່ຈຳເປັນກ່ອນທີ່ຜູ້ສະຫມັກຈະສາມາດສົ່ງຟອມໄດ້ ນັ້ນກໍ່ຄື ຊື່ມະຫາວິທະຍາໄລ ແລະ ວິຊາທີ່ຢາກຮຽນ. ຈຸດນີ້ເປັນຈຸດທີ່ສຳຄັນຫລາຍເພາະຜູ້ສະຫມັກບໍ່ສາມາດປ່ຽນໃຈພາຍຫລັງທີ່ສົ່ງຟອມແລ້ວ. ຜູ້ສະຫມັກສາມາດເລືອກໄດ້ 3 ຕົວເລືອກ ຕົວຢ່າງ 3 ມະຫາໄລ ແຕ່ຄົນລະວິຊາ, ຄົນລະວິຊາແຕ່ມະຫາໄລດ່ຽວ ຫລື 3 ມະຫາໄລແຕ່ວິຊາດ່ຽວກັນ. ວິຊາທີ່ເລືອກຕ້ອງເປັນ full-time, ເລີ່ມພາຍໃນເດືອນກັນຍາ ຫລື ຕຸລາຂອງປີຕໍ່ໄປ, ເປັນລະດັບປະລິນຍາໂທ ແລະ ທີ່ສຳຄັນຕ້ອງຢູ່ໃນສະຫະລາດຊະອານາຈັກອັງກິດ ນັ້ນກໍ່ຄື England, Wale, Scotland and Northern Ireland.
ເຖິງແມ່ນວ່າທຶນດັ່ງກ່າວຈະອະນຸຍາດໃຫ້ຜູ້ສະມັກເລືອກຮຽນຂະແຫນງການໃດກໍ່ໄດ້ ແຕ່ກໍ່ມີໂອກາດວ່າວິຊາ ແລະ ສະຖາບັນທີ່ເຮົາຢາກຮຽນບໍ່ໄດ້ຢູ່ໃນລາຍຊື່ວິຊາ ແລະ ລາຍຊື່ສະຖາບັນກໍ່ໄດ້. ສະນັ້ນ, ທຶນນີ້ຈຶ່ງມີຕົວຊ່ວຍໃຫ້ຜູ້ສະຫມັກ, ນັ້ນກໍ່ຄື course finder. ຜູ້ສະຫມັກສາມາດເຮັດການຄົ້ນຫາຜ່ານຊື່ວິຊາ ຫລື ຊື່ມະຫາໄລ ແລະ ເຂດທີ່ຕ້ອງການໄປຮຽນ ເພື່ອໃຫ້ຫມັ້ນໃຈວ່າ ວິຊາ ແລະ ມະຫາວິທະຍາໄລດັ່ງກ່າວຖືກຮັບຮູ້ ແລະ ອະນຸມັດຈາກທຶນແລ້ວ. ຖ້າຊອກບໍ່ເຫັນກໍ່ສາມາດຂຽນໄປຖາມຫ້ອງການທຶນໄດ້ ໂດຍຜ່ານຟອມທີ່ເພິ່ນກຽມໄວ້.
ສຳຫລັບການເລືອກໂຮງຮຽນນີ້ໂດຍສ່ວນຕົວຄິດວ່າໃຫ້ເລືອກ ແລະ ສະຫມັກໄປໄວເທົ່າໃດຍິ່ງດີ ເຊິ່ງບໍ່ຈຳເປັນຕ້ອງຖ້າໃຫ້ທຶນເປີດຮັບສະຫມັກດ້ວຍຊຳ້ ແລະ ທີ່ສຳຄັນຜູ້ສະຫມັກສາມາດປະຕິເສດມະຫາວິທະຍາໄລໄດ້ຢູ່ແລ້ວຖ້າບໍ່ຕ້ອງການ. ເວລາສະຫມັກກໍ່ຈະມີຕົວເລືອກໃຫ້ເລືອກວ່າທຶນການສຶກສາຈະຮັບຜິດຊອບຄ່າໃຊ້ຈ່າຍ. ການທີ່ຜູ້ສະຫມັກໄດ້ຄຳຕອບຈາກມະຫາໄລກໍ່ສາມາດເຮັດຜູ້ສະຫມັກຄັດເອົາມະຫາໄລທີ່ປະຕິເສດອອກຈາກຕົວເລືອກ ແລະ ເລືອກມະຫາໄລທີ່ຕອບຕົກລົງແລ້ວດີກ່ວາ ເຊິ່ງຈະຊ່ວຍເພີ່ມຄວາມຫມັ້ນໃຈວ່າຢ່າງຫນ້ອຍເຮົາກໍ່ມີມະຫາໄລທີ່ຮອງຮັບແລ້ວ. ເຖິງຢ່າງໃດກໍ່ຕາມ, ນີ້ກໍ່ບໍ່ສາມາດຈະຮັບປະກັນວ່າຜູ້ສະຫມັກຈະຖືກເລືອກໂດຍທຶນ ຍ້ອນວ່າມີມະຫາໄລຮັບແລ້ວ. ແຕ່ມັນກໍ່ເປັນໂຕບອກວ່າ ຜູ້ສະຫມັກມີການວາງແຜນ ແລະ ການກຽມພ້ອມທີ່ດີ. ຖ້າຍັງບໍ່ໄດ້ຄຳຕອບຈາກມະຫາໄລສາມາດສົ່ງຟອມສະຫມັກໄດ້ບໍ່? ຄຳຕອບຄືໄດ້, ແຕ່ຖ້າທັງສາມຕົວເລືອກຕອບປະຕິເສດມາຜູ້ສະຫມັກກໍ່ຈະຫມົດສິດທັງທີ່. ສຳຫລັບຈຸດນີ້ກໍ່ຂື້ນກັບຜູ້ສະຫມັກແຕ່ລະຄົນແລ້ວວ່າຈະເລືອກໃຊ້ວິທີໃດ.
ສິ່ງທີ່ຄວນຮູ້ກ່ຽວກັບຟອມສະຫມັກອອນລາຍນີ້ແມ່ນ (1) ຕ້ອງຂຽນເປັນພາສາອັງກິດ (2) ຜູ້ສະຫມັກສາມາດເຊບ ແລະ ກັບມາເຮັດໃຫ່ມໄດ້ (3) ສາມາດກວດກາ ແລະ ເບິ່ງຄືນໄດ້ວ່າເຮັດຮອດໃສແລ້ວ.
ເວົ້າເຖິງສິ່ງທີ່ຈຳເປັນໃນການສົ່ງຟອມໄປແລ້ວ, ຕໍ່ໄປກໍ່ເປັນສິ່ງທີ່ຈຳເປັນ ແຕ່ສາມາດສົ່ງໄດ້ເຖິງແມ່ນວ່າທຶນຈະປິດຮັບຟອມແລ້ວ ຫລື ສາມາດສົ່ງພ້ອມຟອມເລີຍກໍໄດ້ຖ້າມີ, ນັ້ນກໍ່ຄືເອກະສານຍັ້ງຍືນຄວາມສາມາດໃນການໃຊ້ພາສາອັງກິດ ຫລື ຜົນການສອບເສັງວັດການນຳໃຊ້ພາສາອັງກິດຂອງຜູ້ສະຫມັກນັ້ນເອງ. ຜູ້ສະຫມັກຕ້ອງເສັງ ແລະ ຍື່ນຜົນເສັງຂອງການເສັງ IELTS ຫລື TOEFL iBT ຫລື ຜົນເສັງອື່ນທີ່ທຶນສາມາດຮັບໄດ້ ເຊິ່ງສາມາດອ່ານເພີ່ມໄດ້ຢູ່ບ່ອນນີ້. ຖ້າບໍ່ມີຄະແນນຂອງບົດເສັງດັ່ງກ່າວ, ຜູ້ສະຫມັກກໍ່ຄວນວາງແຜນໃນການເສັງ ໂດຍການຫາສະຖານທີ່ເສັງ ແລະ ເລືອກເວລາທີ່ຈະເສັງໂດຍໃຫ້ຄຳນຶງເຖິງຄ່າໃຊ້ຈ່າຍ, ເວລາທີ່ຈະໄດ້ຮັບຜົນການສອບເສັງ ແລະ ເວລາທີ່ຈະຕ້ອງເສັງໃຫ່ມໃນກໍລະນີທີ່ຄະແນນບໍ່ຜ່ານເກນ. ເກນຄະແນນພາສາອັງກິດສຳຫລັບ IELTS ແມ່ນຕ້ອງໄດ້ຄະແນນລວມ 6.5 ໂດຍມີຄະແນນຍ່ອຍຂອງ ການອ່ານ, ການຂຽນ, ການເວົ້າ ແລະ ການຟັງ ຢ່າງຕຳ່ຢ່າງລະ 5.5. ແຕ່ນີ້ບໍ່ແມ່ນສິ່ງດ່ຽວທີ່ຄວນຄຳນຶງ, ຜູ້ສະຫມັກຕ້ອງຄຳນຶງເຖິງຄະແນນທີ່ມະຫາວິທະຍາໄລທີ່ຕົນສະຫມັກນັ້ນແມ່ນຫຍັງ ແລະ ຕ້ອງການເທົ່າໃດຈຶ່ງຈະຜ່ານເກນການສະຫມັກ. ສຸດທ້າຍທີ່ຕ້ອງລະວັງແມ່ນ ເຖິງແມ່ນວ່າຜູ້ສະຫມັກຈະສາມາດສົ່ງຜົນການສອບເສັງພາຍຫລັງສົ່ງຟອມແລ້ວ ແຕ່ມັນກໍມີມື້ກຳນົດສົ່ງເຊັ່ນກັນ. ບາງກໍລະນີກໍ່ບໍ່ຈຳເປັນຕ້ອງມີຄະແນນເສັງພາສາອັງກິດກໍໄດ້ຖ້າຜູ້ສະຫມັກເຄີຍຮຽນປະລິນຍາຕີເປັນພາສາອັງກິດມາກ່ອນແລ້ວ, ສາມາດອ່ານເພີ່ມຢູ່ໃນລີ້ງຂ້າງເທິງໄດ້ເລີຍ.
ຫລັງຈາກທີ່ຮຽນຮູ້ກ່ຽວກັບທຶນ ແລະ ການສະຫມັກແລ້ວ, ສິ່ງຕໍ່ໄປທີ່ຕ້ອງຮູ້ແມ່ນເຮັດຫຍັງຕໍ່ຫລັງຈາກສົ່ງຟອມສະຫມັກແລ້ວ. ຫລັງຈາກສົ່ງຟອມແລ້ວກໍ່ຖ້າເບິ່ງວ່າຈະຜ່ານເຂົ້າຮອບສຳພາດບໍ່, ໃນເວລາທີ່ຮູ້ວ່າຜ່ານແລ້ວກໍ່ຈະຕ້ອງໄດ້ເລືອກມື້ ແລະ ເວລາທີ່ຕ້ອງການຈະເຂົ້າສຳພາດ ໂດຍຜູ້ສະຫມັກຈະໄດ້ຮັບອີເມວພ້ອມລີ້ງໃຫ້ເລືອກເອງເລີຍ. ນອກຈາກນັ້ນ, ຜູ້ສະຫມັກຕ້ອງໄດ້ສົ່ງຫນັງສືອ້າງອີງ ຫລື reference ກ່ອນມື້ສຳພາດ ຖ້າຍັງບໍ່ໄດ້ສົ່ງພ້ອມຟອມເທື່ອ. ຫນັງສືອ້າງອີງຕ້ອງມີ 2 ອັນ, ເປັນພາສາອັງກິດ, ພິມເອົາ ແລະ ຕ້ອງອັບໂລດອອນລາຍ ໂດຍບຸກຄົນທີ່ຈະຂຽນໃຫ້ນັ້ນສາມາດເບິ່ງໄດ້ວ່າທຶນຕ້ອງການຮູ້ຫຍັງຈາກພວກເຂົາກ່ຽວກັບຜູ້ສະຫມັກ ຜ່ານເວັບໄຊທທາງການຂອງທຶນເລີຍ, ຜູ້ສະຫມັກສາມາດສົ່ງລີ້ງໃຫ້ຜູ້ຂຽນກ່ຽວກັບຄຳແນະນຳດັ່ງກ່າວເລີຍ. ໂດຍສ່ວນຕົວແລ້ວແມ່ນແນະນຳໃຫ້ຂໍບຸກຄົນທີ່ສາມາດອະທິບາຍການເຮັດວຽກຂອງເຮົາໄດ້, ຄວາມສາມາດທີ່ເຮົາມີ ແລະ ທີ່ສຳຄັນແມ່ນມັນຕ້ອງເປັນເລື່ອງທີ່ດີ, ບຸກຄົນດັ່ງກ່າວອາດຈະເປັນຄົນທີ່ເຮັດວຽກ ຫລື ເຄີຍເຮັດວຽກນຳກັນ ຫລື ຈະເປັນອາຈານກໍ່ໄດ້.
ມູມມອງສ່ວນຕົວ
ເນື່ອງຈາກຜູ້ຂຽນມີປະສົບການເຮັດວຽກໃນການບໍລິຫານທຶນການສຶກສາຢູ່ໄລຍະຫນຶ່ງ ກໍເລີຍມີຄຳແນະນຳທີ່ຢາກແບ່ງປັນໃຫ້ຜູ້ສະຫມັກທຸກຄົນກ່ຽວກັບການສຳພາດ. ຂັ້ນຕອນການສຳພາດແມ່ນມີຈຸດປະສົງຍັ້ງຍືນວ່າສິ່ງທີ່ຜູ້ສະຫມັກຂຽນລົງໃນຟອມນັ້ນ ທ້າວ ຫລື ນາງ ຂຽນດ້ວຍຕົນເອງຫລືບໍ່, ການນຳໃຊ້ພາສາອັງກິດເປັນແນວໃດ, ທັກສະໃນການສື່ສານ ແລະ ການໂອ້ລົມເປັນແນວໃດ, ການບໍລິຫານເວລາ, ການວາງແຜນ ແລະ ໄຫວພິບໃນການຕອບຄຳຖາມ, ສິ່ງເຫລົ່ານີ້ຈະເປັນສິ່ງທີ່ເຮັດໃຫ້ຜູ້ສະຫມັກເດັ່ນກວ່າຜູ້ສະຫມັກຄົນອື່ນ. ເຖິງແມ່ນວ່າຮູບຮ່າງພາຍນອກບໍ່ສຳຄັນເທົ່າຄວາມຮູ້ ຄວາມສາມາດພາຍໃນ ແຕ່ຖ້າຜູ້ສະຫມັກແຕ່ງຄໍຕົວບໍ່ໃຫ້ກຽດສະຖານທີ່ ແລະ ຜູ້ສຳພາດມັນກໍ່ຈະເບິ່ງບໍ່ມີຄວາມເຫມາະສົມແມ່ນບໍ່.
ສຳຫລັບຜູ້ຂຽນແລ້ວ ນິຍາມຂອງຄຳວ່າບຸກຄະລິກດີ ແມ່ນການແຕ່ງໂຕຖືກກາລາເທສະ, ຄວາມສະອາດ ແລະ ຄວາມຫມັ້ນໃຈ. ສະນັ້ນ, ເຮົາຕ້ອງຫມັ່ນຝຶກຝົນການເວົ້ານຳຄົນຫລາຍປະເພດເພື່ອສ້າງຄວາມຄ່ອງແຄ່ວ ແລະ ຫມັ້ນໃຈໃນການສົນທະນາ. ຮອຍຍິ້ມ ແລະ ການຄິດບວກກໍ່ເປັນສິ່ງສຳຄັນ, ມັນເຮັດໃຫ້ເຮົາເປັນຄົນມີສະເຫນ່ຂື້ນມາທັນທີ່. ກ່ອນຈະເຂົ້າສຳພາດໃຫ້ຄິດໄວ້ເລີຍວ່າ ແມ່ນຫຍັງທີ່ເຮັດໃຫ້ເຮົາເຫມາະສົມທີ່ຈະໄດ້ຮັບທຶນນັ້ນໆ ຫລາຍກວ່າຜູ້ສະຫມັກຄົນອື່ນ, ເຮົາມີຈຸດເດັ່ນດ້ານໃດ, ມີທັກສະຫຍັງແດ່ ແລະ ເຮົາສາມາດມີສ່ວນຮ່ວມໃຫ້ທຶນນັ້ນໆແບບໃດ. ຫລີກລ້ຽງການໃຊ້ຄຳສັບທີ່ບໍ່ບໍ່ຄູ້ນເຄີຍ ແລະ ຄຳສັບສະເພາະທາງທີ່ຄົນທົ່ວໄປອາດຈະບໍ່ເຂົ້າໃຈ. ພຽງເທົ່ານີ້ເຮົາກໍອາດຈະມີສິດຫລາຍກວ່າຄົນອື່ນແລ້ວ. ເປັນຫຍັງຜູ້ຂຽນຈຶ່ງເວົ້າພຽງວ່າເຮົາອາດຈະມີສິດຫລາຍກວ່າຄົນອື່ນ?
ຢ່າລືມວ່າ ຈຸດປະສົງຫລັກຂອງທຶນການສືກສາທີ່ຊ່ວຍເຫລືອໂດຍຕ່າງປະເທດສວ່ນໃຫ່ຍແມ່ນການສົ່ງເສີມນະໂຍບາຍການຕ່າງປະເທດ ແລະ ການພົວພັນສາກົນ, ເຊິ່ງແຕ່ລະປະເທດກໍ່ຈະມີເປົ້າຫມາຍ ແລະ ຈຸດທີ່ພວກເຂົາຕ້ອງການສົ່ງເສີມ, ສະນັ້ນ ຈຶ່ງໃຊ້ທຶນການສຶກສານິເປັນຂົວຕໍ່ໃຫ້ເຂົ້າເຖິງຈຸດນັ້ນໆ ຫລື ເປັນການປູທາງໄວ້ນັ້ນເອງ. ສະນັ້ນ, ບໍ່ຕ້ອງຄິດຫລາຍວ່າເຮົາບໍ່ເກັ່ງເທົ່າຄົນອື່ນ, ຄິດນ້ອຍໃຈວ່າເຮົາບໍ່ມີຄສາມສາມາດເທົ່າຄົນອື່ນ, ບາງຄັ້ງມັນພຽງບໍ່ແມ່ນທີ່ຂອງເຮົາເທື່ອ, ມັນມີຫລາຍປັດໃຈທີ່ເຮົາບໍ່ສາມາດຄວບຄຸມໄດ້, ໃຫ້ຄິດວ່າເຮົາເຮັດດີແລ້ວຈຸດໃດ ແລະ ຈຸດໃດທີ່ຕ້ອງປັບປຸງ ເພື່ອໂອກາດຫນ້າຈະມີສິດຫລາຍຂື້ນຕື່ມ ແທ່ນທີ່ຈະເວົ້າໃຫ້ຄົນວ່າ ເຮົາເກັ່ງກວ່າເປັນຫຍັງເຮົາຄືບໍ່ໄດ້. ປ່ອຍວາງ ແລະ ບໍ່ຕ້ອງໂທດຄົນອື່ນ, ຜູ້ຂຽນເຄີຍໄດ້ຍິນຄຳເວົ້າຫນຶ່ງທີ່ວ່າ "ຖ້າເຮົາຈະບໍ່ຊະນະການແຂ່ງຂັນ ມັນບໍ່ແມ່ນຍ້ອນຄົນອື່ນ ມັນແມ່ນຍ້ອນໂຕເຮົາເອງ" ເປັນຄຳເວົ້າທີ່ເຮັດໃຫ້ຄິດວ່າຖ້າເຮົາມົວແຕ່ໂທດຄົນອື່ນແລ້ວມື້ໃດເຮົາຈະຮູ້ພັດທະນາໂຕເອງ.
ກໍ່ໄດ້ພາກັນຮູ້ແລ້ວວ່າທຶນ Chevening ແມ່ນຫຍັງ ແລະ ສິ່ງທີ່ຕ້ອງຮູ້ກ່ຽວກັບການສະຫມັກ ແຕ່ກໍ່ຍັງບໍ່ຫມັ້ນໃຈວ່າທຶນນີ້ຈະໃຫ້ຫຍັງແກ່ຜູ້ສະຫມັກແດ່ ຫົວຂໍ້ຕໍ່ໄປມີຄຳຕອບແນ່ນອນ.
ເປັນຫຍັງຕ້ອງສະຫມັກທຶນນີ້
- ຄ່າໃຊ້ຈ່າຍ
Chevening ຮັບຜິດຊອບຄ່າໃຊ້ຈ່າຍຄື ຄ່າຮຽນ, ເງິນເບ້ຍລ້ຽງ (ລວມທັງຄ່າເຊົ່າບ້ານ), ຄ່າເດີນທາງໄປກັບ, ເງິນຕັ້ງຕົ້ນເວລາໄປຮອດ ແລະ ເງິນແຮຖົງຂາກັບ, ຄ່າເຮັດວິຊ່າ ແລະ ຄ່າໃຊ້ຈ່າຍທີ່ເກີດຂື້ນໃນການກວດພະຍາດວັນນະໂລກ. - ເລືອກຮຽນວິຊາຫຍັງກໍ່ໄດ້
ດັ່ງທີ່ໄດ້ກ່າວໄປແລ້ວໃນຕອນຕົ້ນ, ທຶນ Chevening ເປີດໂອກາດໃຫ້ຜູ້ສົນໃຈໄດ້ສະຫມັກເອົາທຶນການສຶກສາໄປສຶກສາຕໍ່ປະເທດອັງກິດ ໂດຍບໍ່ຈຳກັດສະຖາບັນ ຫລື ວິຊາຮຽນ ແຕ່ບາງສາຂາໂດຍສະເພາະສາຍ MBA ແມ່ນຈຳກັດວ່າຄ່າຮຽນຕ້ອງບໍ່ເກີນ 18,000 ປອນ ຫລື ຖ້າເກີນ, ຜູ້ສະຫມັກກໍ່ຕ້ອງຮັບຜິດຊອບເອງ. - ເລືອກຮຽນມະຫາວິທະຍາໄລແຖວຫນ້າຂອງໂລກ
ປະເທດອັງກິດເປັນປະເທດຫນຶ່ງທີ່ມີມະຫາວິທະຍາໄລຊັ້ນນຳຂອງໂລກທີ່ມີຊື່ສຽງ ແລະ ປະຫວັດສາດອັນຍາວນານ ແລະ Chevening ກໍ່ໃຫ້ອິດສະຫລະແກ່ຜູ້ສະຫມັກໃນການເລືອກມະຫາວິທະຍາໄລເອງ. - ມີໂອກາດພົບປະກັບຫມູ່ໃຫ່ມຈາກທົ່ວໂລກ
ເນື່ອງຈາກປະເທດອັງກິດມີລະບົບການສືກສາ ແລະ ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກ ຈຶ່ງເຮັດໃຫ້ຄົນທົ່ວໂລກມີຄວາມສົນໃຈຢາກທີ່ຈະມາສຶກສາຢູ່ທີ່ປະເທດດັ່ງກ່າວ ຈຶ່ງເຮັດໃຫ້ມີຄວາມຫລາກຫລາຍທາງດ້ານເຊື້ອຊາດ ແລະ ວັດທະນະທຳ ເຮັດໃຫ້ເຮົາມີໂອກາດພົບປະເພື່ອນໃຫ່ມ ທີ່ອາດກາຍເປັນຄູ່ຮ່ວມທຸລະກິດ, ຜູ້ໃຫ້ໂອກາດໃນການເຮັດວຽກ ຫລື ເພື່ອນສະນິດກໍ່ເປັນໄດ້. - ມີໂອກາດຮຽນຮູ້ວັດທະນະທຳອັງກິດ
ປະເທດອັງກິດເປັນປະເທດທີ່ມີປະຫວັດສາດອັນຍາວນານ ບວກກັບສະຖານທີ່ມີຄວາມເກົ່າແກ່ ແລະ ມີເລື່ອງລາວ ບໍ່ວ່າຈະເປັນປະສາດ, ໂບດ ຫລື ບ້ານເຮືອນ ຈຶ່ງເຮັດໃຫ້ມີສະຖານທີ່ທ່ອງທ່ຽວທີ່ຫລາກຫລາຍ ແລະ ຫນ້າສົນໃຈຫລາຍແຫ່ງໃຫ້ໄປຍ້ຽມຍາມ ຈົນເຮັດໃຫ້ເວລາພຽງປີດ່ຽວສັ້ນເຫລືອເກີນ. ນອກນັ້ນທີ່ຂາດບໍ່ໄດ້ກໍ່ຕ້ອງແມ່ນວັດທະນະທຳການກິນນຳ້ຊາໃນແບບຂອງອັງກິດທີ່ຕ້ອງໄດ້ລອງ ແລະ ຮຽນຮູ້ວ່າເປັນຫຍັງເຂົາເຈົ້າຕ້ອງມີໂມງກິນນຳ້ຊາ ແລະ ມັນກາຍເປັນຫນຶ່ງໃນວັດທະນະທຳຂອງອັງກິດໄດ້ແນວໃດ - ໃຊ້ເວລາພຽງ 1 ປີ
ການຮຽນປະລິນຍາໂທຢູ່ປະເທດອັງກິດໂດຍທົ່ວໄປແລ້ວ ແມ່ນໃຊ້ເວລາພຽງ 1 ປີ ເທົ່ານັ້ນ. ເຊິ່ງຖ້າທຽບໃສ່ປະເທດອື່ນກໍ່ຖືວ່າສັ້ນກວ່າ, ນັ້ນສະແດງໃຫ້ຮູ້ວ່າການຮຽນປະລິນຍາໂທຢູ່ປະເທດນີ້ມີຄວາມທ້າທາຍ ແລະ ເຂັ້ມຂູ້ນເປັນຢ່າງຍິ່ງ, ແຕ່ມະຫາວິທະຍາໄລເຫລົ່ານີ້ກໍ່ມີລະບົບໃນການຊ່ວຍເຫລືອນັກສຶກສາ ແລະ ກະຕຸ້ນໃຫ້ພວກເຂົາໄດ້ພັດທະນາທັກສະຕ່າງໆ. ນອກນັ້ນ, ມະຫາວິທະຍາໄລຍັງມີອຸປະກອນການຮຽນ, ສະຖານທີ່ໃນການຮຽນ ແລະ ແຫລ່ງຂໍ້ມູນທີ່ຄົບຖ້ວນສະຫນອງໃຫ້ນັກສຶກສາແບບເຕັມທີ່ກັນເລີຍ. - ພັດທະນາພາສາອັງກິດ
ສິ່ງທີ່ຂາດບໍ່ໄດ້ກໍ່ແມ່ນການພັດທະນາທັກສະພາສາອັງກິດຂອງເຮົາ ບໍ່ວ່າຈະເປັນການເວົ້າ, ການຂຽນ, ການອ່ານ ແລະ ການຟັງ ເພາະມັນຈະກາຍເປັນສິ່ງທີ່ຈຳເປັນໃນຊີວິດຢູ່ປະເທດອັງກິດເປັນເວລາ 1 ປີ ເຕັມ.
ເປັນແນວໃດ 7 ຂໍ້ທີ່ຜູ້ຂຽນສະເຫນີມາໄດ້ກະຕຸ້ນຕ່ອມຄວາມຢາກ ແລະ ສົນໃຈທີ່ຈະໄປສຶກສາຕໍ່ລະດັບປະລິນຍາໂທຫລືຍັງ? ຫວັງວ່າບົດຄວາມບົດນີ້ຈະເຮັດໃຫ້ຄົນຮູ້ຈັກທຶນ Chevening ຫລາຍຂື້ນ ແລະ ເປັນປະໂຫຍດໃຫ້ແກ່ຜູ້ທີ່ຕ້ອງການສະຫມັກເດີ້. ສຸດທ້າຍນີ້ ຢາກບອກວ່າທຶນ Chevening ປະຈຳສົກປີ 2018/2019 ໄດ້ເປີດຮັບສະຫມັກແລ້ວ ແລະ ຜູ້ສະຫມັກສາມາດສະຫມັກໄດ້ຕາມລີ້ງນີ້ເລີຍ www.chevening.org/apply ໂດຍມີເວລາເຖິງ ວັນທີ 7 ເດືອນພະຈິກປີ 2017 ນີ້. ຖ້າໃຜມີຄວາມສົນໃຈ ແລະ ຢາກສະມັກທຶນດັ່ງກ່າວ ແລະ ຕ້ອງການຄຳແນະນຳເພີ່ມເຕີ່ມ ຫລື ຢາກໂອ້ລົມກ່ຽວກັບທຶນນີ້ ຫລື ການຮຽນ ແລະ ການໃຊ້ຊີວິດຢູ່ປະເທດອັງກິດຜູ້ຂຽນມີຄວາມຍິນດີ ໃຫ້ການຊ່ວຍເຫລືອ, ຖ້າຢາກໃຫ້ອ່ານຟອມສະຫມັກໃຫ້ກໍ່ສາມາດຕິດຕໍ່ມາໄດ້ ລ້ຽງກາເຟຈອກຫນຶ່ງກະພໍ. ຖ້າໄປຮອດອັງກິດແລ້ວ ການເດີນທາງໄປປະເທດໄອສແລນກໍ່ບໍ່ຍາກອີກຕໍ່ໄປ, ບໍ່ວ່າຈະເປັນໄລຍະການເດີນທາງທີ່ສັ້ນກວ່າ ແລະ ຖືກກວ່າ. ຮູ້ແລ້ວແມ່ນບໍ່ເປັນຫຍັງຜູ້ຂຽນຈຶ່ງວ່າຖ້າອ່ານໂພສນີ້ແລ້ວອາດຈະມີໂອກາດໄດ້ໄປໄອສແລນຫລາຍຂື້ນ. ຕໍ່ໄປແມ່ນຄວາມພະຍາຍາມຂອງຜູ້ອ່ານແລ້ວເດີ້. ຂໍໃຫ້ຜູ້ສະຫມັກທຸກຄົນໂຊກດີເດີ້.

#ໂພສນີ້ແຊຮຕໍ່ໄດ້ບຸນແທ້ບໍ່ແມ່ນຮູບງູເກົ້າຫົວ
The Columnist
ຫມາຍເຫດ: ເນື້ອຫາທັງຫມົດທີ່ກ່າວມາຂ້າງເທິງນັ້ນມາຈາກປະສົບການສ່ວນຕົວຂອງນັກຂຽນ ແລະ ບໍ່ໄດ້ພາດພິງເຖິງໃຜ ຫລື ອົງກອນໃດໃດທັງສີ້ນ.
