T.Bk
1 min readNov 30, 2017

--

ສະບາຍດີ ມື້ນີ້ຈະມາແນະນຳອາຫານພື້ນບ້ານທາງພາກເໜືອ🍲ນ້ຳຫນ້າເຂົ້າຊອຍ🍲ມາເບີ່ງສ່ວນປະສົມກັບວິທີເຮັດກັນເລີຍ😘

🍴ສ່ວນປະສົມ🍜

1 ຊີ້ນໝູບົດ 0,5 ກິໂລ

2 ຖົ່ວເນົ່າ 2 ບ່ວງ

3 ພີກໄທ 1 ບ່ວງນ້ອຍກາເຟ

4 ຫົວຜັກທຽມ 3–4 ກີບ

5ຫົວຜັກບົວແດງນ້ອຍ 3 ຫົວ

6 ເກືອ 1/4 ບ່ວງກະເຟ

7 ແປງນົວ 1 ບ່ວງກະເຟ

8 ນ້ຳມັນພຶດ 4–5 ບ່ວງ

9 ນ້ຳ 0,5 ລິດ

10 ໝາກເຜັດປຽກ(ບໍ່ເຜັດ) 3 — 4 ບ່ວງ

11 ຣົສດີ 1 ບ່ວງກາເຟ

12 ໝາກເລັ່ນ 1/2 ໜ່ວຍ

ວິທີເຮັດ

1 ຕັ້ງໝໍ້ໃຫ້ຮ້ອນ ແລ້ວໃສ່ນ້ຳມັນພືດ

2 ໃສ່ຫົວຜັກທຽມ ແລະ ຫົວຜັກບົວທີ່ຕຳໃຫ້ລະອຽດລົງໄປໄວ້ 1 ນາທີ

3 ຫຼັງຈາກນັ້ນກະໃສ່ຊີ້ນໝູບົດລົງໄປປະໄວ້3–5ນາທີ

4 ຈາກນັ້ນກະໃສ່ຖົ່ວເນົ່າລົງໄປ ຕາມດ້ວຍ ໝາກເຜັດປຽກ , ພີກໄທ ແລະ ນ້ຳ ປະໄວ້ 2–3 ນາທີ

5 ປຸ່ງອາຫານດ້ວຍເກືອ,ແປງນົວ,ຣົສດີ ແລະ ໝາກເລັ່ນ

😘ຖ້າໃຜມັກກິນກະສາມາດເຮັດໄດ🍜ກົດໄລໃຫ້ແດ່🍲ຈະມາແນະນຳເມນູໃນຄັ້ງຕໍ່ໄປ🍜

😘ຂອບໃຈ😍

--

--