ຄະດີທີ່ປ່ຽນແປງວົງການອຸດສະຫະກຳຢາຄັ້ງຍິ່ງໃຫຍ່

ຄະດີຄາດຕະກຳແບບສຸ່ມດ້ວຍຢາໄທລິນໍ

Virasack VIRAVONG
Aug 27, 2017 · 1 min read

ພໍດີຄົ້ນເຫັນຂໍ້ມູນເກົ່າເຄີຍຂຽນໄວ້ເລົ່າໃນລາຍການ ScienceTalk ຕອນສະໄຫມຈັດ ຢູ່ວິທະຍຸ 98.8MHz ເລີຍເອົາມາລົງໄວ້ນີ້ເພື່ອມີຄົນສົນໃຈອ່ານ ເປັນຄະດີດັງ ແລະສ້າງ ຄວາມປ່ຽນແປງໃນອຸດສະຫະກຳການຢາຄັ້ງຍິ່ງໃຫຍ່.

ເຫດການນີ້ເກີດຂຶ້ນໃນປີ 1982 ຢູ່ຊິຄາໂກ ສະຫະຣັດອາເມຣິກາ ມີຄົນຕາຍເປັນຈຳ ນວນ 7 ຄົນ ໂດຍບໍ່ຮູ້ສາເຫດ ບໍ່ມີຮ່ອງຮອຍຫລືຄວາມກ່ຽວຂ້ອງກັນແຕ່ຢ່າງໃດ. ເລີ່ມຈາກເດັກນ້ອຍ 12 ປີ ຄົນນຶ່ງຊື່ ນາງ ແມຣີ ຕື່ນນອນມາແລ້ວມີອາການເຈັບ ຫົວຄືຈະເປັນໄຂ້ ແມ່ເລີຍເອົາຢາລົດໄຂ້ ໄທລິນໍ ໃຫ້ກິນ ຫລັງຈາກນັ້ນບໍ່ດົນ ນາງນ້ອຍ ກໍລົ້ມຫມົດສະຕິໃນຫ້ອງນ້ຳ ພໍ່ແມ່ຮີບພາໄປໂຮງຫມໍ ແຕ່ກໍບໍ່ທັນແລ້ວ.

ເຫດການຕໍ່ມາເກີດຂຶ້ນກັບຊາຍຄົນນຶ່ງຊື່ ອາດຳ ຈານິສ ມີອາການເຈັບຫົວເລີຍກິນ ຢາ ໄທລິນໍ ຫລັງຈາກນັ້ນບໍ່ດົນກໍລົ້ມລົງຫມົດສະຕິ ແລະເສຍຊີວິດ. ໃນງານສົບຂອງ ຜູ່ກ່ຽວ ດ້ວຍຄວາມໂສກເສົ້າເສຍໃຈ ເຮັດໃຫ້ຍາດພີ່ນ້ອງອຸກໃຈຈົນບໍ່ສະບາຍໄປນຳ ຫລາຍຄົນ ໃນນັ້ນນ້ອງຊາຍຂອງອາດຳ ແລະແຟນ ເຈັບຫົວເລີຍເອົາຢາໄທລິນໍຂອງ ອ້າຍມາກິນ ແລ້ວກໍເສຍຊີວິດນຳກັນ.

ຕະຫລອດໄລຍະເວລາແຕ່ເດືອນ ກັນຍາ ຮອດ ຕຸລາ ປີ 1982 ມີຄົນເສຍຊີວິດ 7 ຄົນ ຕຳຫລວດພະຍາຍາມຊອກຫາສາເຫດ ວ່າເປັນຍ້ອນຫຍັງ ເກີດຍ້ອນຫຍັງ ທັງ 7 ກ່ຽວກັນແນວໃດ ຈົນໄດ້ຂໍ້ສະຫລຸບມາວ່າ ທັງ 7 ຄະດີ ມີສິ່ງກ່ຽວກັນຢູ່ບ່ອນ ທຸກຄົນ ກິນຢາ ໄທລິນໍ ລຸ້ນ Extra Strength ທີ່ຫາກໍອອກໃຫມ່ໃນໄລຍະນັ້ນ ຜະລິດໂດຍບໍລິສັດ Johnson & Johnson

ຫລັງຈາກສືບສວນ ເຈົ້າຫນ້າທີ່ໄດ້ຮູ້ເຖິງສາເຫດການຕາຍ ແມ່ນໃນຢາໄທລິນໍ ທີ່ຄົນ ຕາຍກິນ ມີສານໄຊຍາໄນ ປົນຢູ່ ພໍຂ່າວດັງອອກໄປກໍສ້າງຄວາມແຕກຕື່ນທົ່ວປະເທດ ເພາະຢາໄທລິນໍ ຖືເປັນຢາລົດໄຂ້ທີ່ຂາຍດີ ແລະຫລາຍຄອບຄົວມີຕິດເຮືອນ.

ບໍລິສັດ Johnson & Johnson ກະທົບຢ່າງຫນັກ ຖືກສື່ແລະສັງຄົມໂຈມຕີ ເຖິງຄວາມ ໄຮ້ຄຸນນະພາບຂອງການຜະລິດຢາ. ຫລັງຈາກນັ້ນບໍ່ດົນຜົນສືບສວນພົບວ່າ ສານພິດ ໃນຢາບໍ່ໄດ້ມາຈາກໂຮງງານ ແຕ່ເກີດຈາກຄົນວາງຢາໃສ່ໃນແຄັບຊູນ ແລ້ວເອົາໄປສະ ຫລັບກັບຢາແທ້ໃນຮ້ານຂາຍຢາ. ສາເຫດກໍຍ້ອນສະໄຫມນັ້ນ ການຜະລິດຢາເປັນ ແບບແຄັບຊູນ ແລ້ວໃສ່ໃນກ່ອງພລາສຕິກ ທີ່ແກະໄດ້ງ່າຍວາງຂາຍ ເຮັດໃຫ້ຄາດຕະ ກອນ ສາມາດເອົາຢາພິດໃສ່ໃນແຄັບຊູນ ແລະໄປລັກແກະໃສ່ໃນກັບຢາໄດ້.

ເພື່ອປ້ອງກັນອັນຕະລາຍທີ່ອາດຈະເກີດຫລາຍກວ່ານີ້ Johnson & Johnson ເອີ້ນເກັບຢາໄທລິນໍທັງຫມົດ 31ລ້ານກັບ ເສຍຫາຍລ້ານຮ້ອຍລ້ານໂດລາ, ຫຸ້ນຕົກ ພາບຫລັງບໍລິສັດຕ່ຳ ຖືກສັງຄົມແລະສື່ໂຈມຕີ ຕ້ອງໃຊ້ເວລາອີກຫລາຍປີຕໍ່ມາ ໃນການສ້າງຊື່ສຽງຄືນ ທັງອອກຢາແບບພິເສດ ທີ່ມີການຫຸ້ມຫໍ່ສາມຊັ້ນ ແລະ ອື່ນໆ.ໃນດ້ານຄະດີ ປັດຈຸບັນຍັງຄົງຫາຄາດຕະກອນທີ່ລົງມືບໍ່ໄດ້ ເພາະເກີດຂຶ້ນ ແບບສຸ່ມ ບໍ່ສາມາດນຳຫາຕົ້ນທາງໄດ້ເລີຍ.

ຄະດີດັ່ງກ່າວຖືກນຳໄປເປັນນິຍາຍ, ຮູບເງົາ, ກາຕູນ ແລະດັດແປງອີກຫລາຍຢ່າງ ນອກນັ້ນ ຜົນຈາກຄະດີດັ່ງກ່າວໄດ້ເຮັດໃຫ້ອຸດສະຫະກຳການຜະລິດຢາຕື່ນໂຕ ບໍລິສັດຜະລິດຢາ ເລັ່ງພັດທະນາຮູບແບບຢາໃຫມ່ໆທີ່ປອດໄພ ແລະຫລຸດຄວາມ ສ່ຽງການຖືກວາງສານພິດໃນລັກສະນະດັ່ງກ່າວ. ຈາກທີ່ເຮັດແຕ່ຢາເປັນ ແຄັບຊູນມີຜົງຢາຢູ່ໃນຫັ້ນ ກໍຫັນມາຜະລິດຢາແບບເມັດແຂງ. ສ່ວນໂຕຢາ ທີ່ຍັງຈຳເປັນຕ້ອງເຮັດແບບແຄັບຊູນ ກໍມີການຫຸ້ມຫໍ່ຫລາຍຊັ້ນ ບໍ່ໃຫ້ແກະ ປ່ຽນໄດ້ໂດຍງ່າຍ.

http://io9.gizmodo.com/the-horrifying-true-story-of-the-1982-chicago-tylenol-m-1675923381

)

Welcome to a place where words matter. On Medium, smart voices and original ideas take center stage - with no ads in sight. Watch
Follow all the topics you care about, and we’ll deliver the best stories for you to your homepage and inbox. Explore
Get unlimited access to the best stories on Medium — and support writers while you’re at it. Just $5/month. Upgrade