ການກໍ່ໂຕຂອງພາຍຸຫມຸນເຂດຮ້ອນ

ພາຍຸ ໄຕ້ຝຸ່ນ ເຮີຣິເຄນ ທໍນາໂດ… ຕ່າງກັນແນວໃດ?

Virasack VIRAVONG
Aug 24, 2017 · 2 min read

ຂ່າວພາຍຸເຂົ້າເຂົ້າເກາະຮົງກົງຮຸນແຮງເປັນປະຫວັດສາດ ແຖມພາຍຸດັ່ງກ່າວ ຍັງມີອິດທິພົນມາຮອດລາວ ເພາະກົມອຸຕຸນິຍົມປະກາດແຈ້ງເຕືອນແລ້ວວ່າ ລາວຈະຖືກຫາງພາຍຸ ເຮັດໃຫ້ຈະມີຝົນຕົກຫນັກ ໂດຍສະເພາະທາງພາກເຫນືອ ຂອງລາວເຮົາ ໃຫ້ຕິດຕາມຂ່າວສານແລະລະມັດລະວັງກັນ

ເຮົາຄົງຈະເຄີຍໄດ້ຍິນຂ່າວເລື່ອງພາຍຸ ຊື່ນັ້ນຊື່ນີ້ຫລາຍຊື່ສັບສົນ ມື້ນີ້ເລີຍຖືໂອກາດ ນຳສະເຫນີກ່ຽວກັບພາຍຸ ໃຫ້ເຂົ້າໃຈວ່າພາຍຸມັນເປັນແນວໃດ ແລະມີຈັກແບບຈັກຊື່.

ເລີ່ມຈາກປະເພດໃຫຍ່ໆກ່ອນ ພາຍຸມີ 3 ປະເພດໃຫຍ່ໆຄື:

  • ພາຍຸຝົນຟ້າຄະນອງ (Thunderstorm) ອັນນີ້ຄົງບໍ່ຕ້ອງອະທິບາຍຫຍັງຫລາຍ ເຮົາພົບໄດ້ທົ່ວໄປໃນຍາມຝົນ
  • ພາຍຸຫມຸນເຂດຮ້ອນ (Tropical Cyclone) ໂຕນີ້ຍາວ ດຽວເຮົາມາລົງລາຍລະ ອຽດກັນ
  • ພາຍຸທໍນາໂດ (Tornado) ເປັນພາຍຸຫມຸນຮຸນແຮງ ຈັກຫນ້ອຍຈະກ່າວເຖິງ ອີກບາດ

ເຫັນ 3 ປະເພດພາຍຸໄປແລ້ວ ຕອນນີ້ຄົງຈະສົງໄສກັນວ່າ ອ້າວແລ້ວອັນ ໄຕ້ຝຸ່ນ, ໄຊໂຄລນ, ເຮີຣິເຄນ, ດີເພຣັສຊັນ… ທີ່ມັກໄດ້ຍິນນຳຂ່າວເດ້ ມັນຢູ່ໃສ ສະນັ້ນເຮົາຈຶ່ງຕ້ອງລົງເລິກເຂົ້າໄປໃນລາຍລະອຽດ ໂດຍສະເພາະປະເພດທີ 2 ຂອງພາຍຸ.

ພາຍຸຫມຸນເຂດຮ້ອນ (Tropical Cyclone)

ເປັນພາຍຸທີ່ກໍ່ໂຕຂຶ້ນຈາກຄວາມກົດອາກາດຕ່ຳ ທີ່ເກີດໃນເຂດຮ້ອນ (ບໍລິເວນໃກ້ ເສັ້ນສູນສູດ) ເຊິ່ງເກີດຂຶ້ນໃນທະເລແລະມະຫາສະຫມຸດ ທີ່ມີອຸນຫະພູມນ້ຳສູງກວ່າ 27 ອົງຊາເຊ (ນີ້ຈຶ່ງເປັນສ່ວນນຶ່ງທີ່ສະພາບໂລກຮ້ອນ ເຮັດໃຫ້ນ້ຳທະເລຮ້ອນຂຶ້ນ ພາຍຸຈະເກີດຫລາຍຂຶ້ນ). ລັກສະນະຂອງພະຍຸປະເພດນີ້ ເປັນພາຍຸຫມູນຂະຫນາດ ໃຫຍ່ ມີເສັ້ນຜ່າໃຈກາງເປັນ 100Km ຫລືຫລາຍກວ່າ ແລະມີຄວາມໄວນັບແຕ່ 120–200ກິໂລແມັດຕໍ່ຊົ່ວໂມງ.

ພາຍຸຫມຸນເຂດຮ້ອນ ມີຄວາມຊັບຊ້ອນ ແລະມີລາຍລະອຽດຍ່ອຍລົງໄປອີກ ເພາະມັນ ແບ່ງເປັນປະເພດຍ່ອຍໆອີກຫລາຍປະເພດ ແຖມແຕ່ລະຂົງເຂດເອີ້ນຊື່ບໍ່ຄືກັນອີກ ລອງມາຄ່ອຍໆຮູ້ຈັກມັນເພີ່ມ.

ພາຍຸໄຕ້ຝຸ່ນ

ເປັນປະເພດຍ່ອຍຂອງ ພາຍຸຫມຸນເຂດຮ້ອນ ທີ່ມີຄວາມຮຸນແຮງ ແລະຖ້າເບິ່ງພາບ ຈາກດາວທຽມ ເຮົາຈະເຫັນເປັນ ຕາພາຍຸ. ມີຄວາມໄວເລີ່ມຕັ້ງແຕ່ 118ກມ/ຊມ ຂຶ້ນໄປ ເຊິ່ງຖ້າພາຍຸປະເພດນີ້ຜັດຂຶ້ນຝັ່ງໄດ້ ກໍຈະສ້າງຄວາມເສຍຫາຍ ບໍ່ວ່າຕົ້ນໄມ້ ເສົາໄຟຟ້າ ອາຄານ ເກີດຄື້ນສູງແຄມຝັ່ງທະເລ ແລະອື່ນໆ.

ພາຍຸໄຕ້ຝຸ່ນ ແບ່ງລະດັບຄວາມແຮງເປັນ 5 ລະດັບ ແລະຖືກເອີ້ນຊື່ແຕກຕ່າງກັນໄປ ຕາມແຕ່ລະທ້ອງຖິ່ນດັ່ງນີ້:

ລະດັບ 1 ມີຄວາມໄວລົມປະມານ 119–153 ກມ/ຊມ

ລະດັບ 2 ມີຄວາມໄວລົມປະມານ 154–177 ກມ/ຊມ

ລະດັບ 3 ມີຄວາມໄວລົມປະມານ 178–209 ກມ/ຊມ

ລະດັບ 4 ມີຄວາມໄວລົມປະມານ 210–249 ກມ/ຊມ

ລະດັບ 5 ມີຄວາມໄວລົມປະມານ 250 ກມ/ຊມ

  • ໃນເຂດມະຫາສະຫມຸດປາຊີຟິກເຫນືອເຊັ່ນ ທະເລຈີນໃຕ້ ເຮົາເອີ້ນວ່າ ໄຕ້ຝຸ່ນ (Typhoon)
  • ເຂດມະຫາສະຫມຸດອິນເດຍເຫລືອເຊັ່ນ ອ່າວເບງກໍ, ທະເລອາຫລັບ… ເອີ້ນວ່າ ໄຊໂຄຣນ (Cyclone)
  • ເຂດທະເລເມດິເຕຣານຽນ, ແຖວຕາເວັນອອກສຽງເຫນືອຂອງອົດສະຕາລີ ເອີ້ນວ່າ ວິລລີ-ວິລລີ (Willy-Willy)
  • ເຂດຟີລິບປິນ ເອີ້ນວ່າ ບາກຽວ (Baguio) ເປັນພາສາທ້ອງຖິ່ນ ແຕ່ປັດຈຸບັນເວລາອອກຂ່າວສ່ວນໃຫຍ່ພາຍຸຢູ່ຟິລິບປິນກໍມັກເອີ້ນໄຕ້ຝຸ່ນ
  • ເຂດມະຫາສະຫມຸດແອັດແລນຕິກ ໂຊນແມັກຊິໂກ, ອາເມຣິກາ… ເອີ້ນວ່າ ເຮີຣິເຄນ (Hurricane)
ແຕ່ລະເຂດເອີ້ນຊື່ຕ່າງກັນ

ພາຍຸໂຊນຮ້ອນ (Tropical Storm)

ໃນກໍລະນີພາຍຸຂະຫນາດໃຫຍ່ແບບໄຕ້ຝຸ່ນ ເຄື່ອນທີ່ແລ້ວມີກຳລັງອ່ອນລົງ ຈົນຄວາມ ໄວຕ່ຳກວ່າ 118ກມ/ຊມ ເຮົາຈະເອີ້ນວ່າ ພາຍຸໂຊນຮ້ອນ ເຖິງຈະອ່ອນກຳລັງລົງ ແຕ່ກໍອາດສ້າງຄວາມເສຍຫາຍໄດ້ເຊັ່ນກັນ ເພາະລົມຍັງແຮງຢູ່ ແລະຈະເຮັດໃຫ້ ເກີດຝົນຕົກຫນັກຕິດຕໍ່ກັນເຮັດໃຫ້ນ້ຳຖ້ວມໄດ້

ພາຍຸດິເພຣັສຊັນ (Tropical Depression)

ເປັນການອ່ອນໂຕອີກລະດັບຂອງພາຍຸໂຊນຮ້ອນ ຈົນມີຄວາມໄວລົມສູນກາງບໍ່ເກີນ 63 ກມ/ຊມ ພາຍຸໃນລະດັບນີ້ ຄວາມຮຸນແຮງຕ່ຳ ມີພຽງແຕ່ຝົນຕົກນ້ຳ ແລະອາດ ເຮັດໃຫ້ນ້ຳຖ້ວມໄດ້

ປະເທດລາວເຮົາຢູ່ເຂດທະເລຈີນໃຕ້ ສະນັ້ນເຮົາຈຶ່ງເອີ້ນພາຍຸພວກນີ້ວ່າ ໄຕ້ຝຸ່ນ ແຕ່ເນື່ອງຈາກພູມສັນຖານປະເທດເຮົາຢູ່ຫ່າງຈາກຝັ່ງທະເລຈີນໃຕ້ (ມີຫວຽດ ນາມຂັ້ນ) ເຮັດໃຫ້ເຮົາບໍ່ຖືກໄຕ້ຝຸ່ນ ຫລືພາຍຸໂຊນຮ້ອນກົງໆ ສ່ວນໃຫຍ່ກວ່າຈະ ມາຮອດເຮົາມັນຈະກາຍເປັນພາຍຸ ດິເພຣັສຊັນ ເກີດຝົນຕົກຫນັກ ອາດນ້ຳຖ້ວມ. ສ່ວນໃຫຍ່ພາຍຸເຫລົ່ານີ້ຈະເລີ່ມຕັ້ງແຕ່ເດືອນພຶດສະພາໄປຈົນຮອດເດືອນຕຸລາ ໃນໄລຍະເດືອນກັນຍາແລະຕຸລາ ຈະມີພາຍຸລັກສະນະນີ້ເຄື່ອນເຂົ້າມາຫາປະເທດ ເຮົາຫລາຍເປັນພິເສດ.

ກວ່າຈະຮອດລາວສ່ວນໃຫຍ່ກໍກາຍເປັນດິເພຣັສຊັນ

ສະຫລຸບກໍຄື ພາຍຸຫມຸນເຂດຮ້ອນ ມີຫລາຍລະດັບແລະແບ່ງຊື່ເອີ້ນຍ່ອຍ ໂດຍຫລັກໆ ຈັດຕາມຄວາມແຮງເປັນແບບນີ້

ພາຍຸໄຕ້ຝຸ່ນ (ຊື່ອື່ນໆເຊັ່ນເຮີຣິເຄນ, ໄຊໂຄລນ…) > ພາຍຸໂຊນຮ້ອນ > ພາຍຸດິເພຣັສຊັນ

ພາຍຸທໍນາໂດ (Tornado)

ທໍນາໂດເປັນພາຍຸທີ່ເກີດຈາກລົມຮ້ອນ ແລະລົມເຢັນມາປະທະກັນ (ເປັນພາຍຸຫມຸນ ເປັນກຽວ ຄ້າຍໆຄືລົມຫົວກຸດທີ່ບ້ານເຮົາມັກເອີ້ນ ແຕ່ຂະຫນາດໃຫຍ່ກວ່າເທົ່າ) ເມື່ອລົມທັງສອງປະທະກັນຈະກໍ່ໃຫ້ເກີດລົມຫມຸນຂະຫນາດໃຫຍ່ ເກີດໄດ້ທັງເທິງບົກ ແລະທະເລ (ສ່ວນໃຫຍ່ເກີດເທິງບົກ).

ທໍນາໂດ ສາມາດເກີດໄດ້ທົ່ວໂລກ ຖ້າສະພາບອາກາດເຫມາະສົມແກ່ການກໍ່ໂຕ ແຕ່ສ່ວນໃຫຍ່ເຮົາມັກໄດ້ຍິນຂ່າວກ່ຽວກັບ ທໍນາໂດ ຢູ່ສະຫະຣັດອາເມຣິກາ ເນື່ອງ ຈາກຢູ່ຫັ້ນສະພາບແວດລ້ອມເຫມາະສົມຫລາຍ ເຮັດໃຫ້ເກີດທໍນາໂດຢູ່ເລື້ອຍ ແລະຫລາຍກວ່າບ່ອນອື່ນ

ທໍນາໂດຈັດວ່າເປັນຫາຍະນະນຶ່ງທີ່ຮ້າຍແຮງ ເນື່ອງຈາກເຮົາບໍ່ສາມາດພະຍາກອນ ການເກີດລ່ວງຫນ້າໄດ້ດົນ ແລະພາຍຸລັກສະນະນີ້ມີຄວາມຮຸນແຮງສູງ ກໍລະນີແຮງ ສາມາດຍົກເຮືອນເປັນຫລັກຂຶ້ນໄປເທິງຟ້າໄດ້ເລີຍ. ພາຍຸທໍນາໂດແບ່ງຄວາມຮຸນ ແຮງເປັນ 6 ລະດັບດັ່ງນີ້

F0 ຄວາມໄວລົມ 64–116 ກມ/ຊມ

F1 ຄວາມໄວລົມ 117–180 ກມ/ຊມ

F2 ຄວາມໄວລົມ 181–253 ກມ/ຊມ

F3 ຄວາມໄວລົມ 254–332 ກມ/ຊມ

F4 ຄວາມໄວລົມ 333–418 ກມ/ຊມ

F5 ຄວາມໄວລົມ 419–512 ກມ/ຊມ

ພໍໄດ້ຮູ້ເບື້ອງຕົ້ນກ່ຽວກັບພາຍຸແລ້ວວ່າແຕ່ລະປະເພດເປັນແນວໃດ ແລະເປັນຫຍັງ ຄືເອີ້ນຊື່ຕ່າງກັນ ໂອກາດຫນ້າຈະເວົ້າເຖິງການຕັ້ງຊື່ພາຍຸໃຫ້ຟັງ ແລະປະສົບການ ສ່ວນໂຕ ທີ່ຕ້ອງເດີນທາງດ້ວຍຍົນໃນມື້ທີ່ ໄຕ້ຝຸ່ນລະດັບ 4 ກຳລັງເຄື່ອນໂຕເຂົ້າມາ ພໍດີ.

www.enjoyday.net/รู้จักกับพายุ.html

)

Virasack VIRAVONG

Written by

ອັບເດດເລື່ອງລາວກ່ຽວກັບ ວິທະຍາສາດ ແລະເທັກໂນໂລຍີ ແລະຕິດຕາມໄດ້ທີ່ Fan Page ວິທະຍາສາດ (facebook.com/laosci)

Welcome to a place where words matter. On Medium, smart voices and original ideas take center stage - with no ads in sight. Watch
Follow all the topics you care about, and we’ll deliver the best stories for you to your homepage and inbox. Explore
Get unlimited access to the best stories on Medium — and support writers while you’re at it. Just $5/month. Upgrade