ລົດໄຫລຂຶ້ນຄ້ອຍ

ເຫັນມີຫລາຍຄົນຖາມເຂົ້າມາ ທັງແທັກໄປຫາໂພສຕົ້ນທາງນຳ ກໍລະນີມີກຸ່ມນັກຂັບຂີ່ນຶ່ງ ໄດ້ໄປພິສູດຄ້ອຍປິດສະຫນາ ທີ່ເປັນທາງຂຶ້ນຄ້ອຍ ແຕ່ລົດຜັດໄຫລຂຶ້ນຄ້ອຍໄດ້ຢ່າງຫນ້າອັດສະຈັນ
ປະເດັນນີ້ ອະທິບາຍໄດ້ງ່າຍໆ ວ່າເປັນພາບລວງຕາ ແລະບໍ່ແມ່ນເລື່ອງລຶກລັບ ຫລືເຫນືອທຳມະຊາດແຕ່ຢ່າງໃດ ເພາະມີຢູ່ທົ່ວໂລກ ເຊິ່ງສະຫມອງແລະຕາເຮົາຖືກສະພາບແວດລ້ອມລວງ ສະນັ້ນຖ້າຢາກຮູ້ຄວາມຈິງ ງ່າຍໆແມ່ນເອົາແນວວັດແທກລະດັບໄປແທກຈະເຫັນຄວາມຈິງວ່າ ລົດທີ່ເບິ່ງຄືໄຫລຂຶ້ນຄ້ອຍນັ້ນ ແທ້ຈິງແລ້ວມັນກຳລັງໄຫລລົງຄ້ອຍຢູ່.
ມາເບິ່ງກັນວ່າປະກົດການນີ້ເກີດໄດ້ແນວໃດ ຂໍຍົກຕົວຢ່າງຮູບປະກອບສອງຮູບນີ້ ຈະເຫັນວ່າ ສະຖານທີ່ດຽວກັນແຕ່ເບິ່ງຄົນລະມຸມຈະເຫັນເປັນຄົນລະແບບ


ຫລືອີກແບບນຶ່ງໃນການອະທິບາຍປະກົດການຄ້ອຍປິດສະຫນານີ້ ກໍແມ່ນຕາມຮູບດ້ານລຸ່ມນີ້

ສະຫລຸບກໍຄືເລື່ອງນີ້ ບໍ່ແມ່ນເລື່ອງພິດສະດານອັດສະຈັນແຕ່ຢ່າງໃດ ເປັນພຽງສະພາບແວດລ້ອມທີ່ລວງຕາເຮົາ ລົດໄຫລລົງຄ້ອຍຕາມແຮງດຶງດູດປົກກະຕິ ບໍ່ໄດ້ມີການຂັດກົດຟີຊິກແຕ່ຢ່າງໃດ.
ແຖມທ້າຍຢາກໃຫ້ລອງເບິ່ງຄລິບນີ້ ເປັນສະຖານທີ່ທ່ອງທ່ຽວນຶ່ງໃນສະຫະຣັດອາເມຣິກາ ຊື່ວ່າ oregon vortexໂດ່ງດັງຍ້ອນມີຄ້ອຍປິດສະຫນາ ຫລັງໆມາມີການສ້າງເຮືອນປິດສະຫນາໃສ່ອີກ ໃຫ້ນັກທ່ອງທ່ຽວທີ່ເຂົ້າໄປໃຫ້ຖືກລວງຕາລວງສະຫມອງກັນເປັນແຖວ
