ເປັນຫຍັງຄົນຈຶ່ງຕິດການພະນັນ

ໄລຍະນີ້ມີຂ່າວຮືຮານາຍົກສັ່ງ ຫລຸດຜ່ອນການອອກເລກອອກຫວຍ ເຮົາເຄີຍສົງ ໄສກັນບໍ່ວ່າ ທັງໆທີ່ປະເທດເອກອ້າງຕົນວ່າເປັນເມືອງພຸດ ແຕ່ການພະນັນ ຜັດ ແຜ່ຫລາຍ ບໍ່ວ່າລັດຖະບານຈະອອກນະໂຍບາຍ ໄປໃນທິດທາງໃດ ກໍລ້ວນແຕ່ ມີຫາງສຽງທັງເຫັນດີແລະບໍ່ເຫັນດີເຊັ່ນ:
- ຖ້າລັດຖະບານປະກາດວ່າຫ້າມເລື່ອງການພະນັນ (ແບນທຸກຢ່າງ) ກໍຈະມີບາງ ກຸ່ມຄົນເຫັນດີ ແຕ່ໃນຂະນະອີກບາງກຸ່ມກໍຫັນໄປຫລິ້ນຫວຍເຖື່ອນ ບາງກຸ່ມກໍ ອາດບອກວ່າບໍ່ເຫັນດີເພາະລັດຖະບານເສຍລາຍໄດ້
- ຖ້າລັດຖະບານສົ່ງເສີມການພະນັນໃຫ້ຖືກກົດຫມາຍ ໂດຍອ້າງວ່າເພື່ອກຳຈັດ ການຫລິ້ນເຖື່ອນແລະສ້າງລາຍຮັບເຂົ້າລັດ ກໍຈະມີຄົນທີ່ຫລິ້ນປົກກະຕິແລະຫລິ້ນ ຫລາຍຂຶ້ນ, ໃນຂະນະດຽວກັນກໍຈະມີຫາງສຽງວ່າ ລັດເຮັດບໍ່ຖືກທີ່ໄປສົ່ງເສີມການ ພະນັນ
- ກໍລະນີມາແບບກາງ ໃຫ້ມີແນ່ແຕ່ມີຫນ້ອຍ ກໍຕ້ອງທົນສະພາບວ່າ ມີຄົນໂຫຍຫາ ໄປຫລິ້ນຂອງເຖື່ອນຫລາຍຂຶ້ນຄຽງຄູ່່ໄປນຳ
ເຫັນບໍ່ວ່າ ບໍ່ວ່າຈະໄປທາງໃດ ສຸດທ້າຍກໍຍັງມີຄົນຫລິ້ນຢູ່ດີ ສະນັ້ນຈຶ່ງມາຕັ້ງຄຳຖາມ ນຳກັນວ່າ ເປັນຫຍັງຄົນຈຶ່ງຢາກຫລິ້ນການພະນັນ ເຮົາຈະລົບລ້າງມັນອອກຈາກ ສັງຄົມໄດ້ບໍ່? ມື້ນີ້ຈະພາໄປລົງເລິກກົນໄກການເຮັດວຽກພາຍໃນສະຫມອງ ຂອງວົງ ຈອນນຶ່ງທີ່ເປັນຕົ້ນເຫດຂອງຫລາຍໆຢ່າງນັບແຕ່ ຕິດການພະນັນ, ຢາສູບ, ເຫລົ້າ, ຢາເສບຕິດ, ຕິດບ່າວຕິດສາວ, ຕິດຂອງຫວານ, ຕິດຂອງມັນ, ຕິດລະຄອນ, ຕິດເກມ… ແຕ່ເຮົາຈະເອົາສະເພາະດ້ານການພະນັນເປັນຫລັກ.
ກົນໄກການເສບຕິດ
ນັກວິທະຍາສາດຮູ້ມາດົນວ່າ ໃນສະຫມອງມີກົນໄກທີ່ກ່ຽວຂ້ອງກັບການເສບຕິດ (ຫມາຍເຖິງເຮັດແລ້ວມີຄວາມສຸກ) ກົນໄກນີ້ເກີດຂຶ້ນເມື່ອສະຫມອງຫລັ່ງສານທີ່ຊື່ ວ່າ ໂດປາມີນ ອອກມາ ພຽງແຕ່ຍັງຄາໃຈວ່າ ກົນໄກນີ້ສ້າງໃຫ້ຄົນຕິດສິ່ງໃດສິ່ງນຶ່ງ ຫນັກໆໄດ້ແນວໃດ ແລ້ວການຕິດນັ້ນເກີດດ້ວຍເຫດຜົນຫຍັງ? ໃນກໍລະນີນີ້ເຮົາຈະ ມາສົມທຽບໃສ່ການພະນັນ ໃນເມື່ອໂດປາມີນ ຫລັ່ງອອກມາໃຫ້ເຮົາມີຄວາມສຸກ (ມີຄວາມສຸກເລີຍຢາກເຮັດອີກ ຈົນກາຍເປັນຕິດ) ແລ້ວເຮົາຕິດໄດ້ແນວໃດ ໃນເມື່ອ ຫລິ້ນແລ້ວເສຍເງິນມັນຄວນຈະຢ້ານແລະເຊົາຫລິ້ນແມ່ນບໍ່?
ການຄົ້ນພົບນີ້ເກີດຂຶ້ນຈາກການທົດລອງຂອງນັກວິທະຍາສາດທ່ານນຶ່ງນາມວ່າ Wolfram Schultz

ເລີ່ມຕົ້ນລາວສອນໃຫ້ລີງຮູ້ຈັກກົດປຸ່ມ ເມື່ອລີງກົດປຸ່ມນັ້ນແລ້ວຈະມີນ້ຳຫມາກລະ ແຊັງອອກມາ ໄລຍະທຳອິດຂອງການທົດລອງເປັນໄປຕາມຄາດ ເມື່ອລີງກົດປຸ່ມແລ້ວ ໄດ້ນ້ຳຫມາກລະແຊັງ ໂດປາມີນຫລັ່ງອອກມາ ລີງມີຄວາມສຸກ ແຕ່ພໍຜ່ານໄປໄລຍະນຶ່ງ ລີງທີ່ກົດປຸ່ມແລ້ວໄດ້ນ້ຳທໍ່ເກົ່າ ໂດປາມີນຜັດລົດລົງ ແລະຄ່ອຍໆລົດລົງເລື້ອຍໆ
ສິ່ງທີ່ໄດ້ຈາກຜົນການທົດຄັ້ງທຳອິດນີ້ບອກວ່າ ວົງຈອນໂດປາມີນ ສາມາດປັບປ່ຽນ, ຮຽນຮູ້ ໄປຕາມປະສົບການແລະຄວາມຈື່ຈຳໄດ້ ສິ່ງທີ່ເປັນຄວາມສຸກເທື່ອນີ້ ເທື່ອຫນ້າ ຈະບໍ່ມີຄວາມສຸກ
ການທົດລອງຂັ້ນທີສອງ ເທື່ອນີ້ລາວປ່ຽນເງື່ອນໄຂ ເມື່ອລີງກົດປຸ່ມ ມັນຈະໄດ້ນ້ຳລະ ແຊັງເປັນປະລິມານຄູນສອງ ຜົນກໍປະກົດວ່າລະດັບໂດປາມີນຂອງມັນເພີ່ມຂຶ້ນຢ່າງ ຫລາຍ, ຫລາຍກວ່າທີ່ໄດ້ຕອນຄັ້ງທຳອິດອີກ ແລະເຊັ່ນເຄີຍເມື່ອມັນກົດໄປເລື້ອຍໆ ລະດັບໂດປາມີນກໍລົດລົງເລື້ອຍໆຄືກັນ ແຕ່ມີບາງຄັ້ງລາວລອງປັບໃຫ້ນ້ຳລະແຊັງ ຫລຸດລົງເຫລືອເທົ່າການທົດລອງຄັ້ງທີ 1 ສິ່ງທີ່ໄດ້ກໍແມ່ນໂດປາມີນລົດລົງຢ່າງຫລາຍ ທັນທີທັນໃດເລີຍ
ກາຍເປັນວ່ານ້ຳລະແຊັງໃນລະດັບທີ່ເຄີຍເຮັດໃຫ້ມັນມີຄວາມສຸກໃນການທົດລອງຄັ້ງທຳອິດ ເມື່ອລີງມີປະສົບການໄດ້ຮັບນ້ຳລະແຊັງຫລາຍສອງທົບໃນການທົດລອງຄັ້ງ ທີສອງ ສິ່ງທີ່ເຄີຍເຮັດໃຫ້ມີຄວາມສຸກ ກາຍເປັນສິ່ງທີ່ເຮັດແລ້ວບໍ່ມີຄວາມສຸກເລີຍ.
ຂັ້ນທີສາມການທົດລອງເລີ່ມຊັບຊ້ອນຂຶ້ນໄປອີກ ເທື່ອນີ້ລາວອອກແບບໃຫ້ທຸກຄັ້ງ ທີ່ລີງກົດປຸ່ມ ຈະມີໄຟຮຸ່ງຂຶ້ນ ຈາກນັ້ນນ້ຳລະແຊັງຈຶ່ງໄຫລອອກມາ. ຊ່ວງທຳອິດທີ່ລີງ ກົດປຸ່ມ ໄຟຮຸ່ງ ແລະນ້ຳລະແຊັງອອກມາ ໂດປາມີນຂອງມັນກໍຍັງຫລັ່ງອອກມາຕອນ ທີ່ໄດ້ນ້ຳລະແຊັງ
ກົດປຸ່ມ => ໄຟຮຸ່ງ => ໄດ້ນ້ຳລະແຊັງ => ມີຄວາມສຸກ
ແຕ່ພໍຜ່ານໄປລະຍະນຶ່ງເມື່ອລີງເລີ່ມຮຽນຮູ້ວ່າ ທຸກຄັ້ງກ່ອນທີ່ນ້ຳລະແຊັງຈະອອກມາ ໄຟຕ້ອງຮຸ່ງ ເທື່ອນີ້ໂດປາມີນປ່ຽນມາຫລັ່ງຕອນທີ່ໄຟຮຸ່ງ ສ່ວນຕອນທີ່ໄດ້ນ້ຳແມ່ນ ບໍ່ຫລັ່ງເລີຍ
ສິ່ງທີ່ໄດ້ຈາກການທົດຂັ້ນທີສາມນີ້ແມ່ນເຮົາໄດ້ຮູ້ວ່າ ໂດປາມີນບໍ່ໄດ້ເຮັດວຽກຕອນ ໄດ້ຮັບຮາງວັນ ຫລືໄດ້ຜົນຕອບແທນ ແຕ່ມັນເຮັດວຽກຕອນທີ່ເຮົາເກີດຄວາມຄາດ ຫວັງ ຫລືໄດ້ລຸ້ນນັ້ນເອງ.
ຜ່ານການກົດໄປສັງເກດໄຟຮຸ່ງໄປຫລາຍຄັ້ງລີງກໍເລີ່ມເບື່ອ ແລະກົດປຸ່ມຫນ້ອຍລົງ ດັ່ງນັ້ນນັກວິທະຍາສາດຈຶ່ງເຂົ້າສູ່ການທົດລອງທີສີ່ ເທື່ອນີ້ ເມື່ອລີງກົດປຸ່ມນ້ຳລະແຊັງ ຈະສຸ່ມອອກມາ ບາງຄັ້ງກົດແລ້ວໄດ້ຫນ້ອຍ ບາງຄັ້ງກົດແລ້ວໄດ້ຫລາຍ ຜົນປະກົດວ່າ ລະດັບໂດປາມີນ ເພີ່ມຂຶ້ນຢ່າງຫລວງຫລາຍ ຫລາຍກວ່າການທົດລອງສາມຄັ້ງທີ່ ຜ່ານມາ.

ການທົດລອງນີ້ ກາຍເປັນຕົ້ນແບບ ຂອງການທົດລອງອີກຫລາຍຮູບແບບພາຍ ຫລັງອີກຫລາຍຄັ້ງ ເຊິ່ງເຜີຍໃຫ້ເຮົາຮູ້ວ່າ ຄວາມສຸກ ຫລືຄວາມພໍໃຈໃນຄັ້ງນີ້ ອາດຈະ ບໍ່ເຮັດໃຫ້ເຮົາຮູ້ສຶກຄືເກົ່າໃນຄັ້ງຫນ້າ ມະນຸດຫລືສັດລ້ຽງລູກດ້ວຍນົມຈຶ່ງສັນຫາສິ່ງທີ່ ດີຂຶ້ນເລື້ອຍໆ ເພາະມັນເປັນໂຕທີ່ກະຕຸ້ນໃຫ້ບັນພະບູລຸດພວກເຮົາກ້າວຫນ້າຂຶ້ນມາ ເຫນືອສິ່ງມີຊີວິດອື່ນ ຈາກຂວານທີ່ເຮັດດ້ວຍການທຸບຫີນ ກາຍມາເປັນເຄື່ອງມື ເຄື່ອງຈັກທີ່ທັນສະໄຫມ, ຈາກກວຽນທີ່ໃຊ້ງົວຄວາຍລາກກາຍມາເປັນລົດໃຫ້ຂີ່, ຈາກຮູ້ຈັກປຸກເຮືອນຊັ້ນດຽວກາຍມາເປັນອາຄານຫລາຍຮ້ອຍຊັ້ນ… ແຕ່ໃນທາງກົງ ກັນຂ້າມວົງຈອນນີ້ກໍເຮັດໃຫ້ເຮົາເກີດຄວາມໂລບມາກ, ເຫັນແກ່ໂຕ, ບໍ່ຮູ້ຈັກພໍ ມີ iPhone 7 ຢາກໄດ້ iPhone 8, ມີເງິນຮ້ອຍລ້ານຢາກໄດ້ພັນລ້ານ ຈົນກາຍເປັນຄວາມ ເດືອດຮ້ອນຫລືຄວາມທຸກໄດ້.
ແຕ່ສິ່ງສຳຄັນທີ່ສຸດການທົດລອງນີ້ແມ່ນເຮົາໄດ້ຮູ້ອີກວ່າ ວົງຈອນໂດປາມີນ ເປັນໂຕ ກະຕຸ້ນເຮັດໃຫ້ມະນຸດຍອມເຮັດສິ່ງທີ່ເຮັດໄດ້ຍາກ, ຜິດພາດແລ້ວກໍຍັງຢາກລອງ ຢາກພະຍາຍາມເຮັດອີກ ໂດຍຄາດຫວັງວ່າມັນຈະປະສົບຜົນສຳເລັດ ແລະກາຍເປັນ ວ່າຄວາມສຸກເກີດຈາກການໄດ້ຄາດຫວັງ, ການໄດ້ລອງ, ການໄດ້ພະຍາຍາມ ຖ້າເຮັດ ຫຍັງທີ່ເຮັດແລ້ວໄດ້ຜົນຕອບແທນມາງ່າຍໆເຮັດບຶດດຽວເຮົາກໍເບື່ອ ກົງກັນຂ້າມຖ້າ ເປັນສິ່ງທີ່ຍາກໆ ໄດ້ຜົນຕອບແທນມາຍາກ ມີຄວາມທ້າທາຍ ໂດປາມີນຈະຍິ່ງຫລັ່ງ ຫລາຍຂຶ້ນ ຈຶ່ງເປັນສາເຫດທີ່ມະນຸດ ຕິດການພະນັນ, ຫລິ້ນຫວຍຫລິ້ນເລກ, ຫລິ້ນໄພ້, ຕິດສາວຕິດບ່າວ, ຕິດເກມ, ອ່ານນິຍາຍທີ່ຕື່ນເຕັ້ນເນື້ອເລື່ອງຫັກມຸມ, ເບິ່ງຫນັງຜີ (ທັງໆທີ່ຢ້ານແຕ່ກໍຍັງຢາກເບິ່ງ) ແລະອື່ນໆ.
ຄວາມຮູ້ທີ່ໄດ້ໃນເລື່ອງນີ້ ເຮັດໃຫ້ເຮົາສາມາດເຂົ້າໃຈແລະອະທິບາຍເຖິງສິ່ງຕ່າງໆທີ່ຢູ່ ອ້ອມໂຕ ໂດຍສະເພາະໃນວົງການການພະນັນ ກໍມີການຄຶດຄົ້ນເກມການພະນັນທີ່ ສ້າງຄວາມທ້າທາຍຕື່ນເຕັ້ນຫລາກຮູບແບບ ໄພ້ສາລະພັດຊະນິດ, ຫວຍຂູດ, ຫວຍສອງໂຕສາມໂຕເລກທ້າຍເລກຫນ້າ, ຕູ້ເກມຢອດຫລຽນຫລາຍຮູບແບບ ໄປຈົນຮອດການອອກແບບກາສີໂນໃຫ້ມີລັກສະນະຕື່ນເຕັ້ນ ມີການແຈກນ້ຳແຈກ ເຂົ້າຫນົມ ແຈກຄູປອງອາຫານ ແຈກນັ້ນແຈກນີ້ເລື້ອຍໆ ເພື່ອສ້າງຄວາມປະຫລາດ ໃຈ ແລະດຶງໃຫ້ຄົນຢາກຫລິ້ນຢູ່ໃນກາສິໂນດົນໆ.

ສະຫລຸບກໍຄື ປັດໃຈທຳອິດທີ່ເຮັດໃຫ້ມະນຸດເຂົ້າຫາການພະນັນ ແມ່ນເລື່ອງຜົນຕອບ ແທນ ເຮົາຕື່ນເຕັ້ນທີ່ໄດ້ເຫັນຜົນຕອບແທນຈຳນວນຫລາຍ ແຕ່ພໍຫລິ້ນໄປໄລຍະນຶ່ງ ເຮົາຈະເລີ່ມຕິດຈາກການໄດ້ລຸ້ນ ຈາກການໄດ້ທ້າທາຍ (ເຫັນຫລາຍຄົນວ່າ ຫລິ້ນໄປ ຍ້ອນໄດ້ລຸ້ນມ່ວນ ຄັນຟຸກຖືກມາກໍເອົາເງິນມາລ້ຽງສະຫລອງຫມູ່ຄູ່ກັນຊື່ໆ) ສະນັ້ນຈຶ່ງ ເວົ້າໄດ້ວ່າ ການພະນັນມັນຄຽງຄູ່ກັບມະນຸດ ຍ້ອນເປັນກົນໄກໃນສະຫມອງທີ່ເຮັດ ວຽກດ້ານນີ້ ເຊິ່ງແນ່ນອນມັນມີທັງດ້ານດີ ແລະບໍ່ດີ.
ສິ່ງທີ່ດີທີ່ສຸດກໍຄື ຢ່າເອົາໂຕເຂົ້າໄປຫຍຸ້ງກ່ຽວກັບການພະນັນ ເພາະບໍ່ວ່າໃຜໆຖ້າຫລົງ ໂຕເຂົ້າໄປແລ້ວ ອາດອອກມາຈາກວົງຈອນນັ້ນຍາກ ສະນັ້ນບໍ່ວ່າຈະຫ້າມປານໃດ ສຸດທ້າຍຄົນເຮົາກໍສັນຫາມາຈົນໄດ້ ຄຶດອີກແງ່ນຶ່ງກໍແມ່ນການຫລິ້ນພໍມ່ວນພໍຊື່ນ ກໍເປັນການສ້າງຄວາມສຸກໃຫ້ຄົນຫລິ້ນໄດ້ (ມີຄວາມສຸກຈິດໃຈດີ ສຸຂະພາບກໍດີ) ແຕ່ອີກດ້ານນຶ່ງຄົນທີ່ຕິດຫນັກ ຫລິ້ນຫນັກ ກໍສ້າງຄວາມເດືອດຮ້ອນໃຫ້ຄອບຄົວ
ແລ້ວທ່ານຄຶດວ່າແນວໃດຈຶ່ງເຫມາະສົມ ແລະຈະແກ້ໄຂບັນ ຫາການຕິດການພະນັນແນວໃດໃນປະເທດລາວ?
ໃນປຶ້ມ “ເລື່ອງໃຫຍ່ໃນໂລກນ້ອຍ ເຫລັ້ມ 1” ຂຽນເຖິງວົງຈອນນີ້ລະອຽດ ແຕ່ໃນບົດ ຄວາມນີ້ຄັດມາເວົ້າສະເພາະເລື່ອງການພະນັນ ໃຜສົນໃຈສາມາດຊອກອ່ານເພີ່ມ ໃນປຶ້ມໄດ້.
