ປ່ຽນໜ້າ Facebook ໃຫ້ເປັນ Dark Theme ເຈ໋ງໆ ໃນ Web Browsers

Dark Theme ແມ່ນຫຍັງ ?

Dark Theme” ຫຼື “Dark Mode” - ແມ່ນການປ່ຽນສີພື້ນຫຼັງຂອງໜ້າ Website ໃຫ້ເປັນສີດຳທັງໝົດ ຫຼື ເວົ້າງ່າຍໆກໍ່ຄືເຮັດໃຫ້ໜ້າ Website ຂອງເຮົາໃຫ້ເປັນສີດຳຫັ່ນລະ

// ມືດໄດ້ໃຈບໍ ຫະຫະ

ບໍ່ຢາກເວົ້າຫຼາຍ ເຮົາມາເບິ່ງວິທີປ່ຽນໜ້າ Facebook ຂອງເຮົາ ໃຫ້ເປັນ Dark theme ໄດ້ເລີຍ

ປລ. ປ່ຽນໄດ້ສະເພາະໃນ Web Browser ເທົ່ານັ້ນ ແລະ ຈະມີແຕ່ເຮົາເອງ ທີ່ເຫັນ Dark theme

1. ພິມ “stylish chrome extension” ໃນ Google

2. ຈາກນັ້ນໃຫ້ກົດເຂົ້າລິ້ງທີ່ເປັນ “stylish chrome extension”

ຫຼື ສາມາດກົດເຂົ້າລິ້ງນີ້ໄດ້ເລີຍ : https://chrome.google.com/webstore/detail/stylish-custom-themes-for/fjnbnpbmkenffdnngjfgmeleoegfcffe?hl=en

3. ເຂົ້າມາຮອດໜ້າເວັບຯຂອງ Stylish > ກົດ Add to Chrome

4. ມັນກໍ່ຈະຂຶ້ນໜ້າຕ່າງນີ້ ຈາກນັ້ນກົດ “Add Extension”

5. ກໍລະນີມັນຂຶ້ນມາແບບນີ້ ກໍ່ກົດ Next ໄປເລີຍ

6. ຫຼັງຈາກທີ່ຕິດຕັ້ງສຳເລັດແລ້ວ ສັງເກດມຸມຂວາມື ຈະມີ iCon Stylish ຂຶ້ນມາ

7. ເມື່ອເຮົາກົດເລືອກທີ່ iCon ມັນກໍ່ຈະສະແດງ Themeໃຫ້ເຮົາຕິດຕັ້ງໄດ້ເລີຍ

8. ເມື່ອເຮົາກົດຕິດຕັ້ງ ມັນກໍ່ຈະປ່ຽນສີພື້ນເທ່ໆໃຫ້ເຮົາເລີຍ

ປລ. ສຳລັບ Dark Theme ທີ່ຂ້ອຍໃຊ້ແມ່ນ “ Dusky Gray Facebook [Dark Theme]” ເນີ້

Link : https://userstyles.org/styles/118180/dusky-gray-facebook-dark-theme

ພິເສດ

ນອກຈາກທີ່ເຮົາສາມາດປ່ຽນສີພື້ນຫຼັງທີ່ເປັນແບບ Dark Theme ແລ້ວ ຍັງມີສີພື້ນຫຼັງຫຼາກຫຼາຍໃຫ້ເຮົາໄດ້ເລືອກປ່ຽນຕາມໃຈເລີຍ, ນອກຈາກປ່ຽນສີຂອງ Facebook ແລ້ວເຮົາຍັງສາມາດເລືອກປ່ຽນສີພື້ນຫຼັງຂອງໜ້າເວັບຯອື່ນໆໄດ້ອີກ ເຊັ່ນ : Google, Youtube, Yahoo, Amazon, Twitter…ແລະ ເວັບຯອື່ນໆອີກ

ສາມາດໄປລອງປ່ຽນ ໄດ້ທີ່ : https://userstyles.org

ເອົາເປັນວ່າ ຈະບໍ່ເວົ້າຫຍັງຫຼາຍເນາະ, ຖ້າໃຜສົນໃຈກໍ່ລອງເຂົ້າໄປປ່ຽນກັນເບິ່ງເນາະ

ຂໍຂອບໃຈ !

Love You 3000 ເດີ້

--

--