ມີຫຍັງໃໝ່ & ເຈ໋ງໆໃນ macOS Mojave(ໂມ-ຮາ-ເວ) ແດ່ ?

ຫຼັງຈາກທີ່ Apple ໄດ້ປ່ອຍ macOS ໂຕໃໝ່ໃຫ້ຄົນທົ່ວໂລກໄດ້ອັບເດດກັນ ໃນຊ່ວງທ້າຍເດືອນ ກັນຍາ 2018 ທີ່ຜ່ານມາ, ເຊິ່ງມາໃນຊື່ Mojave (ອ່ານວ່າ : ໂມ-ຮາ-ເວ)

ບາງຄົນອ່ານວ່າ : ໂມຈາເວ, ບາງຄົນອ່ານວ່າ : ໂມຈາວີ່ ແລະ ບາງຄົນກໍ່ອ່ານວ່າ : ໂມຮາວີ່, ແລ້ວຕົກລົງມັນອ່ານວ່າແນວໃດວະ ? ຂ້ອຍເລີ່ມສົນໃຈວ່າມັນອ່ານແນວໃດ ກໍ່ເລີຍແຊັດໄປຖາມທາງ Apple ຂະເຈົ້າກໍ່ບອກໃຫ້ອ່ານວ່າ “Mojave” ຫັ່ນລະ 555+ *ເອົາທີ່ສະບາຍໃຈ

macOS 10.14 Mojave

ເຊິ່ງມາພ້ອມກັບລູກຫຼີ້ນ ແຈ່ມໆຫຼາຍອັນສົມກັບການລໍຖ້າຂອງເຮົາ ບໍ່ວ່າຈະເປັນ : Dark Mode (ອັນນີ້ຖືກໃຈ@ຫຼາຍ ອິອິ), Stacks, Facetime ແບບກຸ່ມ, ​​​Continuity Camera, Mac App Store ແບບໃໝ່ ແລະ ລູກຫຼີ້ນເຈ໋ງໆອີກຫຼາຍໆອັນ !!!

ໂດຍໃນການອັບເດດເປັນ macOS Mojave ສຳລັບ Macbook, iMac, Mac Mini ສາມາດອັບເດດໄດ້ທີ່ < https://itunes.apple.com/th/app/macos-mojave/id1398502828?mt=12&ign-mpt=uo%3D8 > ເຊິ່ງມີຂະໜາດໄຟລ໌ປະມານ 5.7 GB

| Dark Mode

ສຳລັບລູກຫຼີ້ນທຳອິດຂອງ macOS Mojave ແມ່ນ Dark Mode ຫຼື ເອີ້ນວ່າ : ໂໝດມືດໆ ເຊິ່ງເຊື່ອວ່າມັນເປັນທີ່ຕ້ອງການຂອງສາຍ Dark ທັງຫຼາຍ

ເຊິ່ງໃນ Dark Mode ນີ້ບໍ່ພຽງແຕ່ຈະເຮັດໃຫ້ Dock & Menu Bar ດຳເທົ່ານັ້ນ, ແຕ່ມັນຍັງເຮັດໃຫ້ Desktop ແລະ Finder ດຳໄປນຳ

| Finder

Finder ສີດຳ ເຊິ່ງເປັນບ່ອນທີ່ເຮົາໄວ້ເຂົ້າເຖິງໄຟລ໌ຂໍ້ມູນທັງໝົດຂອງເຮົາ

| Stacks

Stacks ໃນ Desktop ທີ່ຈະມາຊ່ວຍໃນການຈັດໝວດໝູ່ຂອງໄຟລ໌ທີ່ຮົກໆໃນໜ້າຈໍເຮົາໃຫ້ເປັນລະບຽບໃນພິບຕາ

ເຮົາສາມາດຈັດການກັບໄຟລ໌ຕ່າງໆຂອງເຮົາທີ່ຢູ່ໃນ Desktop ໃຫ້ເປັນລະບຽບໄດ້ງ່າຍໂດຍ ກົດ2ນິ້ວລົງໃນ Desktop ແລ້ວເລືອກ Use Stacks

| Quick Look

Quick Look ຊ່ວຍໃຫ້ເຮົາສາມາດແກ້ໄຂຮູບພາບຕ່າງໆໄດ້ແບບງ່າຍໆ ໂດຍການກົດທີ່ຮູບສໍທີ່ Tab Menu

ເຮົາສາມາດ Crop ຮູບ, ໃສ່ໂຕໜັງສືໃນຮູບ, ແຕ້ມຮູບຕ່າງໆໄດ້ແບບງ່າຍໆເລີຍ…

| Continuity Camera

Continuity Camera ເປັນການ import ຮູບພາບ ທີ່ເຮົາສາມາດໃຊ້ກ້ອງ iPhone/iPad ຖ່າຍຮູບທີ່ເຮົາຕ້ອງການໃນຂະນະນັ້ນ ແລ້ວມັນຈະ import ເຂົ້າມາສະແດງຢູ່ໃນ Macbook ທັນທີ

ໃນຕົວຢ່າງ ແມ່ນເປັນການ import ຮູບພາບເຂົ້າມາໃນ Keynote

ເຂົ້າໄປທີ່ insert >import from iPhone or iPad > Take Photo, ຈາກນັ້ນເປີດກ້ອງຖ່າຍຮູບໃນ iPhone/iPad (ໂທລະສັບ ແລະ Macbook ຕ້ອງເຊື່ອມຕໍ່ຢູ່ໃນເຄື່ອຂ່າຍດຽວກັນ) ແລ້ວກົດຖ່າຍ ເຮົາກໍ່ຈະສາມາດ import ຮູບໄດ້ທັນທີ

| Apple News

Apple News ທີ່ລວບລວມເອົາຂ່າວສານໄວ້ໃນແອັບຯດຽວ ເຊິ່ງເຮົາສາມາດໃຊ້ Tab ດ້ານຂ້າງເພື່ອຄົ້ນຫາຫົວຂໍ້ ຫຼື ໝວດໝູ່ທີ່ເຮົາສົນໃຈ

| Screenshots

ເພີ່ມລະດັບໃນການບັນທຶກພາບໜ້າຈໍຂັ້ນເທບ ໂດຍການກົດ Shift + Command + 5 ຈາກນັ້ນເຮົາສາມາດເລືອກໃຊ້ຮູບແບບການບັນທຶກໜ້າຈໍໄດ້ເລີຍ

| Mac App Store

ມີການປັບຮູບແບບໃໝ່, UI ໃໝ່, ຈັດເນື້ອຫາຕ່າງໆໃຫ້ໜ້າສົນໃຈຫຼາຍຂຶ້ນ ແລະ ທີ່ສໍາຄັນໜ້າຕາແອັບຯເປັນສີດໍາ

| FaceTime

ເຮົາສາມາດໂທ Facetime ແບບກຸ່ມໄດ້ງ່າຍໆ ໂດຍການເພີ່ມເບີໂທລະສັບ ຫຼື ທີ່ຢູ່ອີເມວຂອງໝູ່ເຮົາ, ເຊິ່ງເຮົາສາມາດໂທເປັນກຸ່ມໄດ້ ທັງໝົດ 32ຄົນ

ສະຫຼຸບ : macOS Mojave ມາພ້ອມກັບ Dark Mode, ເຊິ່ງເຮົາຈະສັງເກດເຫັນວ່າແອັບຯຕ່າງໆຈະມີໜ້າຕາທີ່ເປັນສີດໍາ ແລະ ພ້ອມກັບລູກຫຼີ້ນທີ່ຫຼາກຫຼາຍຂຶ້ນ

// ສໍາລັບໃຜທີ່ຍັງບໍ່ທັນໄດ້ອັບເດດເປັນ macOS Mojave ແມ່ນສາມາດອັບເດດໄດ້ທີ່ < https://itunes.apple.com/th/app/macos-mojave/id1398502828?mt=12&ign-mpt=uo%3D8 > ເຊິ່ງມີຂະໜາດໄຟລ໌ປະມານ 5.7 GB

Thank you

  • Help.apple.com
  • Apple

#Apple #macOS #Mojave #OS #DEKIT_PROJECT

--

--