ສ້າງຮູບ 3D Photo ລົງ Facebook ງ່າຍໆ ດ້ວຍໂປຣແກຣມ Photoshop

ສະບາຍດີ, ດຽວຈະມາແນະນຳວິທີສ້າງຮູບ 3D Photo ລົງ Facebook ງ່າຍໆ ໂດຍໃຊ້ໂປຣແກຣມ Photoshop

// ສໍາລັບຄົນທີ່ຍັງບໍ່ເຄີຍສ້າງ 3D Photo ກໍ່ລອງເຮັດໄປນຳກັນໄດ້ເດີ້

ກ່ອນໜ້ານີ້ ຫຼາຍຄົນກໍ່ອາດຈະເຄີຍເຫັນ ຫຼື ສ້າງ 3D Photo ລົງ Facebook ມາກ່ອນແລ້ວ, ສະນັ້ນ ຈະບໍ່ຂໍເວົ້າຫຍັງຫຼາຍເນາະ ເຮົາມາລອງສ້າງ 3D Photo ກັນເລີຍຍຍຍ !

1. ເປີດໂປຣແກມ Photoshop ຂຶ້ນມາ

// Photoshop ເວີຊັ່ນໃດກໍ່ໄດ້ເດີ້ ເອົາທີ່ສະບາຍໃຈ

2. ເລືອກຮູບທີ່ເຮົາຈະເອົາມາສ້າງ 3D Photo

// ໃນຕົວຢ່າງແມ່ນຈະໃຊ້ຮູບ ຊື່ Mac.jpg

3. ເປີດຮູບໃນໂປແກຣມ Photoshop ໄດ້ເລີຍ

ຈາກນັ້ນ ໃຫ້ເຮົາສ້າງຮູບໃຫ້ເປັນ Depth Map (Depth Map ເປັນຮູບຂາວດໍາ ເປັນການລະບຸຄວາມເລິກຄວາມຕຶ້ນຂອງຮູບ) ໂດຍເຮົາຈະມີການ Die-Cut ຮູບທີ່ເຮົາຕ້ອງການແຍກຮູບໃຫ້ເປັນມິຕິ (ດັ່ງຕົວຢ່າງ)

// ສໍາລັບວິທີການ Die-Cut ຮູບແມ່ນໃຊ້ເຄື່ອງມື Pen Tools ຫຼື Quick Selection Tools ໄດ້ເລີຍ ຈາກນັ້ນເທສີລົງໄປໄດ້ເລີຍ (ດັ່ງຮູບ ຂ້າງເທິງ)

ອີງຕາມຕົວຢ່າງ ເຮົາແຍກໃຫ້ເປັນ 3 ສ່ວນ ໂດຍມີຫຼັກການງ່າຍໆຄື :

  • ສີຂາວສຸດ ຄືສ່ວນທີ່ຢູ່ດ້ານໜ້າສຸດ ຫຼື ສິ່ງທີ່ເຮົາຢາກໃຫ້ເດັ່ນ ແມ່ນໃສ່ສີຂາວໄປເລີຍ
  • ສີດໍາສຸດ ຄືສ່ວນທີ່ຢູ່ດ້ານຫຼັງສຸດ ເຊິ່ງເຮົາສາມາດໄລ່ສີໄດ້ຕາມຄວາມເໝາະສົມເລີຍ

ນັ້ນສະແດງວ່າ ເຮົາສາມາດໄລ່ສີຈາກແຈ້ງສຸດ(ສີຂາວ) ໄປຫາມືດສຸດ (ສີດຳ)ໄດ້ຕາມໃຈເລີຍ

4.ຫຼັງຈາກທີ່ເຮົາ Die-Cut ແລະ ເທສີໃສ່ໝົດແລ້ວ ໃຫ້ເຮົາກົດ Save ຮູບໄດ້ເລີຍ ໂດຍໃຫ້ເຮົາຕັ້ງຊື່ຮູບທີ່ເຮົາເຮັດໃຫ້ເປັນ Depth Map ຄືກັບຮູບທີ່ເຮົານໍາມາແຕ່ງ ແຕ່ໃຫ້ເພີ່ມ _depth ໃສ່ດ້ານຫຼັງຂອງຊື່ຮູບ

// ຕົວຢ່າງຖ້າເຮົາມີຮູບຊື່ Mac.jpg ແມ່ນໃຫ້ເຮົາ Save ເປັນ Mac_depth.jpg

5. ຈາກນັ້ນ ໃຫ້ເຮົາອັບໂຫຼດຮູບທັງສອງໄຟບ໌ລົງ Facebook (ຜ່ານ Web browser) ໄດ້ເລີຍ

ລະບົບຂອງ Facebook ກໍ່ຈະສ້າງ 3D Photo ໃຫ້ເຮົາໂດຍອັດຕະໂນມັດ

ພຽງເຮົານີ້ເຮົາກໍ່ຈະມີຮູບ 3D Photo ເທ່ໆ ລົງ Facebook ຄືໝູ່ແລ້ວ

// ຖ້າໃຜມີຄຳຖາມ ຫຼື ສົງໄສໃນໂຕໃດສາມາດຖາມໄວ້ໃນ Comment ໄດ້ເລີຍເດີ້

ຂອບໃຈ !

--

--