© ໂປຼແກຼມ ຂອງແທ້ Vs ຂອງປອມ ຕ່າງກັນແນວໃດ ?

ເມື່ອເວົ້າເຖິງ ຂອງແທ້(ລິຂະສິດ)Vs ຂອງປອມ(ເຖື່ອນ) ແນ່ນອນວ່າ ຂອງແທ້ ຈະດີກວ່າ 100% ຢູ່ແລ້ວເນາະ ບໍ່ວ່າຈະເປັນລະບົບປະຕິບັດການຕ່າງໆ ຫຼື ໂປຼແກຼມຕ່າງໆກໍ່ດີ

ໂປຼແກຼມ ຂອງແທ້ Vs ຂອງປອມ ຕ່າງກັນແນວໃດ ?

  • ຂອງແທ້ ບໍ່ຜິດກົດໝາຍ
  • ຂອງປອມ ຜິດກົດໝາຍ

ມັນກໍ່ບໍ່ຕ່າງກັນປານໃດ, ແຕ່ຢາກໃຫ້ລອງຄິດປຽບທຽບຫຼິ້ນໆໃຫ້ເຂົ້າໃຈນໍາກັນວ່າ ຖ້າປຽບທຽບໂປຼແກຼມຄືກັບລົດຈັກ ແມ່ນລົດຄັນໜຶ່ງຊື້ອອກຮ້ານມາ (ເອກະສານຄົບ) ໂດຍທີ່ອີກຄັນໜຶ່ງແມ່ນຊື້ລົດເຖື່ອນມາ ເຊິ່ງມັນສາມາດຂັບຂີ່ໄດ້ຄືກັນ ຂີ່ໄວຂີ່ຊ້າ ຊ້ອນ 3 ຊ້ອນ 4 ໄດ້ຄືກັນ ແລະ Options ຄືກັນທຸກຢ່າງ, ແຕ່ມັນຈະຕ່າງກັນຢູ່ບ່ອນວ່າ ຖ້າເຮົາຂັບລົດເຖື່ອນໄປແລ້ວຖືກຕໍາຫຼວດລັດ ເຮົາກໍ່ອາດຈະຖືກໂທດຕາມມານັ້ນເອງ ! (ເອິ…ແລ້ວມັນກ່ຽວຫຍັງກັບລົດຈັກວະ 555+ )

ໂປຼແກຼມກໍ່ເຊັ່ນກັນ ມັນສາມາດໃຊ້ໄດ້ຄືກັນ, ເຄື່ອງມືຄືກັນ, Options ຕ່າງໆຄືກັນ

ຖ້າເຮົາຊື້ຂອງແທ້ມາໃຊ້ ກໍ່ບໍ່ຕ້ອງຢ້ານວ່າເວລາຕໍາຫຼວດລັດລົດແລ້ວເຮົາຈະຖືກປັບໄໝ (ຕໍາຫຼວດລັດລົດ ເຂົາບໍ່ໄດ້ກວດວ່າເຈົ້າໃຊ້ໂປຼແກຼມຂອງແທ້ ຫຼື ຂອງປອມເດີ້ 555+ ), ບໍ່ຕ້ອງຢ້ານເລື່ອງບັນຫາໂປຼແກຼມ Error, ບັນຫາເລື່ອງການຕິດຕັ້ງ ຫຼື ຈະເປັນການອັບເດດເຄື່ອງມືໃໝ່ໆກໍ່ຄືກັນ ເພາະວ່າເຮົາຈະສາມາດຕິດຕໍ່ຂໍຄວາມຊ່ວຍເຫຼືອກັບທີມ Support ໄດ້ໂດຍກົງເລີຍ,

ຖ້າເຮົາໃຊ້ຂອງປອມ ເວລາເກີດບັນຫາ Error ຕ່າງໆ ແມ່ນເຮົາຕ້ອງໄດ້ຊອກວິທີແກ້ໄຂເອງ.

// ແຕ່ວ່າ ໂປຼແກຼມຂອງແທ້ ມັນແພງງງງນະ ຮ່າຮ່າ

ແລ້ວຖ້າເຮົາຫຼົງໃຊ້ໂປຼແກຼມຂອງປອມ ຜິດບໍ ?

ຜິດ ! ແຕ່ກໍ່ຂຶ້ນກັບຈຸດປະສົງຂອງເຮົານໍາ ວ່າເຮົານໍາໃຊ້ໂປຼແກຼມນັ້ນເຮັດຫຍັງ ?

  • ໃຊ້ກັບທຸລະກິດ ຫຼື ອົງກອນ : ເຊິ່ງມັນເວົ້າເລື່ອງຄວາມນ່າເຊື່ອຖື ແລະ ຄວາມປອດໄພໃຫ້ກັບອົງກອນນໍາ ( ຄວນຈະໃຊ້ຂອງແທ້ )
  • ໃຊ້ເພື່ອຮຽນຮູ້ : ສ່ວນນີ້ອາດຈະເປັນນັກຮຽນເອງ ຫຼື ບຸກຄົນທົ່ວໄປທີ່ນໍາໃຊ້ເພື່ອການຮຽນຮູ້(ທົດລອງໃຊ້) ເຊິ່ງອາດຈະບໍ່ມີງົບປະມານໃນການຊື້ ກໍ່ທົດລອງໃຊ້ຂອງປອມ(ເຖື່ອນ)ໄປກ່ອນເນາະ

ປລ. ກ່ຽວກັບເລື່ອງກົດໝາຍລອງໄປສຶກສາເພີ່ມຕື່ມອີກເນາະ *_^

ສະຫຼຸບ​ : ໃຊ້ໂປຼແກຼມຂອງແທ້ ດີທີ່ສຸດ ! ບໍ່ເວົ້າຫຼາຍ ມີເງິນລະຊື້ຂອງແທ້ໂລດ.

--

--