Apple ປ່ອຍ macOS 10.14 Mojave ໃຫ້ອັບເດດແລ້ວ

macOS Mojave

Apple ໄດ້ປ່ອຍ macOS 10.14 ໃຫ້ອັບເດດແລ້ວ, ເຊິ່ງມາພ້ອມກັບຊື່ “ Mojave ” ບາງຄົນອ່ານວ່າ : ໂມຈາເວ, ບາງຄົນອ່ານວ່າ : ໂມຈາວີ່ ແລະ ບາງຄົນກໍ່ອ່ານວ່າ : ໂມຮາວີ່, ແລ້ວຕົກລົງມັນອ່ານວ່າແນວໃດວະ ? ຂ້ອຍເລີ່ມສົນໃຈວ່າມັນອ່ານແນວໃດ ກໍ່ເລີຍແຊັດໄປຖາມທາງ Apple ຂະເຈົ້າກໍ່ບອກໃຫ້ອ່ານວ່າ “Mojave” ຫັ່ນລະ 555+ *ເອົາທີ່ສະບາຍໃຈ

ເຊິ່ງ macOS 10.14 Mojave ສາມາດອັບເດດໄດ້ຜ່ານ Mac App Store ຕາມລິ້ງ : https://itunes.apple.com/us/app/macos-mojave/id1398502828?ls=1&mt=12

macOS 10.14 Mojave

ຢ່າງທີ່ຮູ້ກັນວ່າ ເມື່ອມີການອັບເດດເວີຊັ່ນໃໝ່, ມີການເພີ່ມຄຸນສົມບັດໃໝ່ ແນ່ນອນວ່າກໍ່ຕ້ອງມີເຫດການທີ່ວ່າ : ເຄື່ອງ Mac ລຸ້ນໃດທີ່ໄດ້ໄປຕໍ່ ແລະ ລຸ້ນໃດຕ້ອງໄດ່້ທຳໃຈນັ່ງແນມເບິ່ງໝູ່ອັບເດດ.

ເຮົາມາເບິ່ງວ່າເຄື່ອງ Mac ຂອງທ່ານຈະໄດ້ໄປຕໍ່ ຫຼື ຕ້ອງຢຸດສໍ່ານີ້ :

  • MacBook (Early 2015 ຫຼື ໃໝ່ກ່ວານີ້)
  • MacBook Air (Mid ​​2012 ຫຼື ໃໝ່ກ່ວານີ້)
  • MacBook Pro (Mid ​​2012 ຫຼື ໃໝ່ກ່ວານີ້) // ແອັດໄດ້ໄປຕໍ່ ຮ່າຮ່າ
  • Mac mini (Mid 2012 ຫຼື ໃໝ່ກ່ວານີ້)
  • iMac (Late 2012 ຫຼື ໃໝ່ກ່ວານີ້)
  • iMac Pro (2017)
  • Mac Pro (Late 2013, Mid ​​2010 ແລະ Mid ​​2012 models with recommend Metal-capable GPU)

ຖ້າຫາກເຄື່ອງ Mac ຂອງເຈົ້າບໍ່ມີຊື່ຕາມຂ້າງເທິງ ນັ້ນສະແດງວ່າເຈົ້າໝົດສິດ

ທີ່ຈະໄດ້ໄປຕໍ່ ແລະ ກໍ່ບໍ່ໄດ້ສຳຜັດກັບປະສົບການໃໝ່ ຢ່າງ macOS Mojave (ເລື່ອງນີ້ ແອັດເສຍໃຈນຳເດີ້ ອິອິ).

ແຕ່ : ແອັດມີວິທີແນະນຳ ທີ່ຈະຊ່ວຍໃຫ້ເຈົ້າໄດ້ໃຊ້ Mojave ຕໍ່ໄປ: ຄື “ຊື້ເຄື່ອງໃໝ່ສາເດີ້” 555+

Thanks : Apple

#Apple #macOS #Mojave #OS #DEKIT_PROJECT

--

--