Google ເປີດໂຕ AR Drawing App ຢ່າງເຈ໋ງ

Google ໄດ້ເປີດໂຕ “Just a Line” ເຊິ່ງເປັນແອັບຯ AR Drawing App ສຳລັບ iPhone & Android ທີ່ຊ່ວຍໃຫ້ເຮົາສາມາດແຕ້ມຮູບໄດ້ ໂດຍໃຊ້ກ້ອງ iPhone ຫຼື Androidທີ່ຈະເຮັດໃຫ້ມັນສົມຈິງຫຼາຍຂຶ້ນ

ວິທີການແຕ້ມຈະໃຊ້ກ້ອງ iPhone ຫຼື Android ຖ່າຍວີດີໂອໃນສະຖານທີ່ ທີ່ເຮົາຕ້ອງການ ແລ້ວລົງມືແຕ້ມດ້ວຍເສັ້ນ (Line) ໃນໂລກຂອງ AR ໄດ້ເລີຍ

ເຊິ່ງທີ່ຈະເຮັດໃຫ້ເຮົາຂີດແຕ້ມຮູບແບບງ່າຍໆໄດ້ຕາມຄວາມເປັນຈິງຈາກການຖ່າຍວີດີໂອສັ້ນໆ ເຊິ່ງມັນຈະສະແດງຮູບພາບທີ່ເຮົາແຕ້ມຢູ່ຕາມຕຳແໜ່ງຕ່າງໆໃນວີດີໂອເລີຍ

ນອກຈາກນີ້ ຍັງສາມາດແຕ້ມຮູບຮ່ວມກັບໝູ່ຂອງເຮົາທີ່ຢູ່ໃກ້ກັນໄດ້ ເພື່ອແຕ້ມຮູບຕາມຈິນຕະນາການຂອງເຮົາໄດ້ເລີຍ ເຊັ່ນວ່າ ແຕ້ມຫຼີ້ນເກມ XO ແລະ ຍັງສາມາດແຕ້ມວັດຖຸສິ່ງຂອງຕ່າງໆໄດ້ຕາມໃຈເຮົາເລີຍ

ເອົາເປັນວ່າໄປລອງຫຼີ້ນກັນເບິ່ງເນາະ ຮັບຮອງວ່າມັນສ໌ ແລະ ມ່ວນ

ສຳລັບ iOS
ສຳລັບ Android

ຂອບໃຈ : iClarified

--

--