Tips ! ຕັ້ງ Shutdown Computer ແບບເທ່ໆ ຜ່ານ Command Prompt

ວິທີຕັ້ງ Shutdown Computer ໃຫ້ປິດເຄື່ອງເອງດ້ວຍວິທີງ່າຍໆ ເທ່ໆໃນແບບຂອງເດັກຄອມ

ຂັ້ນຕອນເລີ່ມຕົ້ນ : ກົດປຸ່ມ Windows + R ທີ່ Keyboard ແລ້ວກົດ OK

ຫຼັງຈາກພິມ cmd ແລ້ວກົດ OK

ກໍ່ຈະເຂົ້າໄປທີ່ໜ້າຕ່າງຂອງ Command Prompt ແລ້ວເຮົາພິມຄຳສັ່ງ shutdown -s -f -t 500

Shutdown ປິດເຄື່ອງ

// -s ຄຳສັ່ງປິດ Computer

// -f ຄຳສັ່ງປິດໂປຼແກຼມທີ່ເປີດໃຊ້ງານຢູ່ ( ເພາະຖ້າບໍ່ໃສ່ -f ຈະເຮັດໃຫ້ໂປຼແກຼມທີ່ເປີດຢູ່ເຕືອນຂຶ້ນມາ ແລະ ເຮັດໃຫ້ Computer ບໍ່ປິດເຄື່ອງ )

// -t ຄຳສັ່ງຕັ້ງເວລາ ທີ່ເຮົາຕ້ອງການໃຫ້ປິດເຄື່ອງ ໂດຍມີຫົວໜ່ວຍເປັນ (ວິນາທີ)

// 500 ຄືເວລາທີ່ຕັ້ງໃຫ້ປິດເຄື່ອງ ເຊິ່ງໝາຍຄວາມວ່າ 500 ວິນາທີ ຫຼື 8 ນາທີນັ້ນເອງ (ຄູນເອົາ)

ເມື່ອເຮົາ ພິມຄຳສັ່ງ shutdown -s -t -f 500 ລົງໄປແລ້ວ ສະແດງວ່າອີກ 500 ວິນາທີ Computer ຂອງເຮົາກໍ່ຈະປິດເຄື່ອງແບບອັດຕະໂນມັດ

ຫຼັງຈາກທີ່ເຮົາກົດ Enter, ລະບົບກໍ່ຈະແຈ້ງເຕື່ອນຂຶ້ນມາວ່າ “Windows will shutdown in 8 minutes” ເຊິ່ງໝາຍຄວາມວ່າ Computer ຂອງເຮົາຈະປິດເຄື່ອງແບບອັດຕະໂນມັດ ໃນ 8 ນາທີ.

ອ້າວວ… ແລ້ວຖ້າກໍລະນີຂ້ອຍປ່ຽນໃຈບໍ່ຢາກໃຫ້ຄອມປິດເອງ ຫຼືວ່າ ຢາກຍົກເລີກ. ຈະເຮັດແນວໃດ ?

ງ່າຍໆ …! ຖ້າເຮົາຕ້ອງການຍົກເລີກຄຳສັ່ງ Shutdown ກໍ່ໃຫ້ພິມ shutdown -a ລົງໄປ

ຈາກນັ້ນ ກົດ Enter

// -a ຄຳສັ່ງຢຸດ Shutdown

ເມື່ອກົດ Enter ແລ້ວຈະມີແຈ້ງເຕືອນຂຶ້ນມາວ່າ “ Logoff is Cancelled “

ພຽງເທົ່ານີ້ ເຮົາກໍ່ສາມາດຍົກເລີກການປິດເຄື່ອງແບບອັດຕະໂນມັດໄດ້ແລ້ວ

#DEKIT_PROJECT

--

--