ທຳ​ຄວາມ​ຮູ້​ຈັກ​ກັ​ບ​ກຸ່ມ GDG Vientiane

Thanongsine Chantakham
GDG Vientiane
Published in
1 min readNov 24, 2016
ຮູບງນ DevFest 2014

Google Developer Group (GDG) ຫລື ກຸ່ມນັກພັດທະນາຂອງ Google ແມ່ນກຸ່ມທີ່ຮວມເອົານັກພັດທະນາ ຫລືບຸກຄົນທີ່ສົນໃຈເຕັກໂນໂລຊີຂອງ Google ບໍ່ວ່າຈະເປັນ Android , HTML5 , Google Drive , Google App Engine , Google API ແລະ ອື່ນໆອີກຫລາຍຢ່າງ ເຊິ່ງເລີ່ມກໍຕັ້ງຂຶ້ນທຳອິດໃນປີ 2008 ຢູ່ທີ່ silicon valley ສາຫະລັດອາເມລິກາ ໃນຕອນຕົ້ນໃສ່ຊື່ວາ Google Technology User Group (GTUG) ແລະ ໄດ້ປ່ຽນມາໃຊ້ຊື່ວ່າ Google Developer Group ໃນປີ 2012 ປະຈຸບັນກຸ່ມ GDG ນີ້ ຈະກະຈ່າຍຢູ່ທົ່ວໂລກກວ່າ 654 chapters ແລະ ຈັດງານມາແລ້ວ 3566 ງານ ກິດຈະກຳຂອງ GDG ນັ້ນມີຫລາຍຮູບແບບ ຕັ້ງແຕ່ຮູບແບບຂອງການບັນຍາຍ, ການເຮັດກິດຈະກໍາ, ການແຂ່ງຂັນດ້ານແນວຄິດ ແລະ ອື່ນໆ.

Google Developer Group Vientiane (GDG Vientiane) ໄດ້ສ້າງຕັ້ງຂຶ້ນໃນທ້າຍປີ 2011 ເປັນຕົ້ນມາ ໂດຍກຸ່ມ GDG ນີ້ເປັນກຸ່ມທຳອິດ ແລະ ເປັນກຸ່ມດຽວໃນປະເທດລາວ ປະຈຸບັນໄດ້ມີການຈັດກິດຈະກຳຜ່ານມາແລ້ວກວ່າ 78 ກິດຈະກຳ ແລະ ມີຜູ້ເຂົ້າຮ່ວມ 4281 ຄົນ ໃນແຕ່ລະປີກໍຈະມີກິດຈະກຳຫລາກຫລາຍ ແຕ່ຈະມີງານໃຫຍ່ເອີ້ນວ່າ GDG Devfest

ຈຸດປະສົ່ງຂອງກຸ່ມ GDG Vientiane ກໍເພື່ອນຳສະເຫນີກ່ຽວເຕັກໂນໂລຊີຂອງ Google ເພື່ອໃຫ້ເກີດປະໂຫຍດ ແລະ ປະຫຍຸກໃຊ້ເຂົ້າໃນວຽກງານໄອທີໃຫ້ໄດ້ຫລາກຫລາຍ, ເພື່ອເປັນບ່ອນເຕົ້າໂຮມບັນດານັກພັດທະນາໄອທີ ບໍ່ວ່າຈະເປັນນັກສຶກສາ ນັກພັດທະນາມືອາຊີບ ເພື່ອສ້າງເປັນສັງຄົມແຫ່ງ ການລຽກປ່ຽນແບ່ງປັນ ຄວາມຮູ້ປະສົບການດ້ານໄອທີ ແລະ ເຕັກໂນໂລຊີໃຫມ່ໆ ເພື່ອເປັນການກພັດທະນາບຸກຄາລາກອນດ້ານໄອທີໃນລາວ ໃຫ້ຮອດເປົ້າຫມາຍຂອງ GDG Vientiane ຄືການເຜີຍແຜ່ຄວາມຮູ້ ແລະ ສ້າງນັກພັດທະນາໃຫມ່ໆ ໃຫ້ມີຜົນງານ ຫລື ສ້າງຜະລິດຕະຜັນທີ່ມີປະໂຫຍດ ອອກຮັບໃຊ້ສັງຄົມ ແລະ ຂະຫຍາຍໄປໃຫ້ທຽບເທົ່າກັບນາໆຊາດ.

ທີ່​ມາ: thanongsine.com

--

--

Thanongsine Chantakham
GDG Vientiane

Programmer who like to take photos, reading, teaching, writing, traveling…