ຮຽນຈົບ ມ7 ແລ້ວ ຈະເລືອກຮຽນຕໍ່ສາຍໃດດີ ?

Macky Hamaphasőuk
GDG Vientiane
Published in
2 min readJul 5, 2018
DEK-IT_PROJECT

ເລື່ອງມັນມີຢູ່ວ່າ : ກ່ອນໜ້ານີ້ດົນນານມາແລ້ວແຫຼະ, ດົນຈົນຂ້ອຍເອງກໍ່ບໍ່ຈື່ລະວ່າແມ່ນເລື່ອງຫຍັງ…555+

ມະ…ເຂົ້າເລື່ອງເນາະ *_^ ( ຂໍອະນຸຍາດແທນໂຕເອງວ່າອ້າຍເດີ້ )

ເລື່ອງມີຢູ່ວ່າ ໄດ້ມີນ້ອງໆທີ່ຫາກໍ່ຈົບມາໃໝ່ໆໄດ້ຖາມວ່າ ຮຽນຈົບ ມ7ແລ້ວ ນ້ອງຄວນຈະໄປຮຽນຕໍ່ຫຍັງດີອ້າຍ ? ຮຽນຢູ່ຄະນະໃດດີອ້າຍ ? ແລ້ວຮຽນຍາກບໍອ້າຍ ? …

//ງຽບຢູ່ 2ວິ ແລ້ວຄິດໃນໃຈ “ຂະໜາດນ້ອງເອງຍັງບໍ່ຮູ້ວ່ານ້ອງຢາກຮຽນຫຍັງ ລະອ້າຍຊິຮູ້ບໍນ້ອງ ຮ່າຮ່າ”

ເລີ່ມກວນxີນນນ…

ບອກເລີຍ ! ວ່າບໍ່ແມ່ນເລື່ອງແປກເນາະ ທີ່ນ້ອງໆຈະຍັງບໍ່ຮູ້ວ່າຕົນເອງມັກຫຍັງ ? ແລ້ວຈະເລືອກຮຽນຫຍັງ ? ນີ້ແຫລະ #ຄົນຈິງ2018

ເຊິ່ງອ້າຍກໍ່ເປັນຄືກັນ, ຊ່ວງອ້າຍຈົບໃໝ່ໆ ສະໄໝ 6ປີຫຼັງ(ກະບໍ່ໄດ້ດົນປານໃດເນາະ) ກ່ອນທີ່ອ້າຍຈະເລືອກຮຽນໄອທີ ກໍ່ເພາະວ່າໄດ້ມີລຸ້ນເອື້ອຍທີ່ຢູ່ບ້ານດຽວກັນໄດ້ຮຽນ ແລ້ວຮູ້ສຶກວ່າ…ອືມ ມັນນ່າຈະເທ່ດີແຫຼະ ກໍ່ເລີຍຕັດສິນໃຈມາຮຽນ ໂດຍທີ່ບໍ່ຮູ້ເລີຍວ່າມັນແມ່ນຫຍັງ ແລ້ວຮຽນກ່ຽວກັບຫຍັງວະ ຮະຮະ, ຂະໜາດຟັງແຕ່ຊື່ມັນກໍ່ຍັງເມື່ອຍກ່ອນລະ “ອິດ”- IT , ແຕ່ເມື່ອໄດ້ມາເລີ່ມຮຽນຈິງຈັງ ກໍ່ເຮັດໃຫ້ຮູ້ເຖິງຊີວິດນັກສຶກສາຫຼາຍຂຶ້ນ ແລະ ອ້າຍກໍ່ໄດ້ຮັກໄອທີຕັ້ງແຕ່ນັ້ນມາ 😍( ໄວ້ມີໂອກາດຈະມາຂຽນກ່ຽວກັບຊີວິດໃນຮົ້ວຕານ່າງໃຫ້ອ່ານ)

ດຽວເຮົາກັບມາເລື່ອງທີ່ນ້ອງໆໄດ້ຖາມໄວ້ເນາະວ່າ :

ຄວນຈະເລືອກຮຽນສາຍໃດດີ ? ຄະນະໃດດີ ?

ເຊື່ອວ່ານີ້ເປັນຄໍາຖາມໂລກແຕກ ສໍາລັບນ້ອງໆຫຼາຍຄົນທີ່ກໍາລັງຢູ່ໃນຊ່ວງຕັດສິນໃຈວ່າຈະເລືອກຮຽນສາຍໃດດີ ແລ້ວຮຽນຄະນະໃດດີຈຶ່ງຈະເໝາະສົມກັບເຮົາ ເຊິ່ງ

  • ບາງຄົນກໍ່ອາດຈະເລືອກຮຽນຕາມທີ່ອ້າຍ, ເອື້ອຍແນະນຳເລີຍ
  • ບາງຄົນກໍ່ອາດຈະເລືອກຮຽນຕາມທີ່ພໍ່ແມ່ຢາກໃຫ້ມາຮຽນ
  • ບາງຄົນກໍ່ອາດຈະເຫັນໝູ່ຈະຮຽນ ກໍ່ເລີຍຈະຮຽນນໍາໝູ່
  • ບາງຄົນກໍ່ອາດຈະເລືອກຍ້ອນເຫັນລຸ່ນອ້າຍຫຼໍ່
  • ບາງຄົນກໍ່ອາດຈະເລືອກຍ້ອນມີລຸ່ນເອື້ອຍງາມ
  • ບາງຄົນກໍ່ອາດຈະເລືອກຮຽນເພາະຄ່າເທີມຖືກ
  • ບາງຄົນກໍ່ອາດຈະເລືອກຮຽນເພາະມັນນ່າຈະເທ່ດີ
  • ບາງຄົນອາດຈະເລືອກມາຮຽນຍ້ອນ ເສກ ໂລໂຊ … ເພາະວ່າ ( ໃຈສັ່ງມາ )

Oop… !

ເຊິ່ງອ້າຍເຊື່ອວ່າ ນ້ອງໆແຕ່ລະຄົນຈະມີເຫດຜົນໃນການເລືອກສາຍຮຽນໃນຮູບແບບຂອງໃຜລາວເນາະ !

ສະນັ້ນ : ກ່ອນທີ່ນ້ອງໆຈະຕັດສິນໃຈເລືອກສາຍຮຽນ ອ້າຍຢາກໃຫ້ນ້ອງໆລອງຈິນຕະນາການໄປເລີຍວ່າ “ ເມື່ອນ້ອງໆຮຽນຈົບແລ້ວ ນ້ອງຢາກຈະເຮັດວຽກກ່ຽວກັບຫຍັງ ແລ້ວເຮັດວຽກແບບໃດ ” ຄ້າຍໆກັບຄວາມຝັນທີ່ນ້ອງໆຢາກເປັນຫັ່ນລະ

//ອ່ານມາລະຄືແປກໆແມ່ນບໍ ? … ຖາມເລື່ອງການເລືອກສາຍຮຽນ ພັດມາບອກໃຫ້ໄປເລືອກສາຍວຽກ ຫະຫະ*

| ແຕ່, ມັນຈະດີເດີ້ ຖ້ານ້ອງໆຮູ້ເລີຍວ່າ ເມື່ອນ້ອງໆຈົບມານ້ອງຢາກຈະເຮັດວຽກແບບໃດ ເຊິ່ງມັນຈະຊ່ວຍໃຫ້ນ້ອງຕັດສິນໃຈເລືອກສາຍຮຽນໄດ້ຫຼາຍຂຶ້ນ ເຊັ່ນສົມມຸດ :

  • ຖ້ານ້ອງຢາກເຮັດວຽກກັບທະນາຄານ : ນ້ອງກະໄປຊອກສາຍຮຽນເລີຍ ວ່າມີຢູ່ໃສແດ່ທີ່ຈະໄດ້ຮຽນກ່ຽວກັບວຽກການທະນາຄານ
  • ຖ້ານ້ອງຢາກເປັນເຈົ້າຂອງທຸລະກິດ : ໄປຊອກຫາຂໍ້ມູນເລີຍ ວ່າຈະຮຽນສາຍໃດຈຶ່ງຈະສາມາດພັດທະນາທັກສະຕົນເອງໃຫ້ໄປສູ່ນັກທຸລະກິດໄດ້
  • ຖ້ານ້ອງຢາກເປັນນັກອອກແບບ ( Designer ): ກໍ່ລອງໄປຊອກສາຍທີ່ໄດ້ຮຽນກ່ຽວກັບການອອກແບບເລີຍ
  • ແຕ່ຖ້ານ້ອງໆຢາກເປັນ iRon Man : ອັນນີ້ຕ້ອງໄປຖາມ Tony Stark ເອົາເອງເດີ້…555+

ສະຫຼຸບ : ແຕ່ລະສາຍຮຽນ ກໍ່ຈະມີຄວາມສໍາຄັນທີ່ແຕກຕ່າງກັນອອກໄປ, ເຊິ່ງມັນຂຶ້ນກັບວ່າເຮົາຢາກຈະໄດ້ວິຊາອາຊີບແບບໃດ, ແນວທາງການໃຊ້ຊີວິດແບບໃດເພື່ອມາພັດທະນາຕົນເອງໃນອະນາຄົດທີ່ສົດໃສຂອງເຮົາ.

ຈາກຄໍາຖາມຂ້າງເທິງ : ຖ້າຫາກວ່ານ້ອງຮູ້ແລ້ວວ່າຢາກເຮັດວຽກຫຍັງ ແລ້ວນ້ອງຈະສາມາດຫາຂໍ້ມູນກ່ຽວກັບສາຍຮຽນນັ້ນໄດ້ຢູ່ໃສ ?

  • ເຊິ່ງໄດ້ຂ່າວມາວ່າກໍາລັງຈະມີ “ງານມະຫາກໍາເປີດກວ້າງການສຶກສາ” ທີ່ໃກ້ຈະມາຮອດນີ້ ເຊິ່ງນ້ອງໆສາມາດໄປສອບຖາມຂໍ້ມູນກ່ຽວກັບສາຍການຮຽນຕ່າງໆຢູ່ໃນງານນີ້ໄດ້ເລີຍ
Artwork by. College Major

“ສຸດທ້າຍນີ້ ອ້າຍຂໍໃຫ້ນ້ອງໆທຸກຄົນ ໄດ້ເຂົ້າຮຽນຢູ່ຄະນະທີ່ນ້ອງໆໄດ້ເລືອກ ແລະ ສາຂາທີ່ນ້ອງມັກເດີ້ , ຕັດສິນໃຈໃຫ້ດີ 4ປີ ໃນຊີວິດນັກສຶກສາ ບໍ່ແມ່ນເລື່ອງງ່າຍ ແລະ ກໍ່ບໍ່ແມ່ນເລື່ອງຍາກເຊັ່ນດຽວກັນ, ແລ້ວນ້ອງໆຈະເຂົ້າໃຈເອງເນາະວ່າ…”

ປລ. ນີ້ກໍ່ເປັນພຽງຄໍາແນະນໍາ ຈາກຄວາມຄິດສ່ວນຕົວລ້ວນໆ ເຊິ່ງອ້າຍຫວັງວ່າມັນຈະຊ່ວຍໃຫ້ນ້ອງໆໄດ້ໃຊ້ຕັດສິນໃຈໃນການເລືອກສາຍຮຽນບໍ່ໜ້ອຍກໍ່ຫຼາຍເນາະ *_^

IRON MAC

ດ້ວຍຄວາມເຄົາລົບ ແລະ ຮັກແພງ

#DEKIT_PROJECT #GraphixD #iRonMac

--

--