ຮຽນໄອທີ ບໍ່ໄດ້ມີແຕ່ແປງຄອມ

No Rattanavong
GDG Vientiane
Published in
3 min readJun 4, 2018

--

ມີຫລາຍຄົນເຂົ້າໃຈວ່າ ຄົນທີ່ຮຽນ IT ຫຼື Computer, ເຂົາສາມາດແປງຄອມ ແປງ Printer ໄດ້, ພິມເອກະສານໄວ. ເມື່ອຈົບໄປກໍມີອາຊີບເປັນ ພະນັກງານຂາຍຄອມ, ພະນັກງານແປງຄອມ ແປງອຸປະກອນ IT, ຄົນຄຸມວຽກເອກະສານການພິມ. ເວົ້າກັນວ່າ ໂປຣແກຣມທີ່ພວກເດັກໄອທີມັກໃຊ້ຫລາຍ ກໍແມ່ນ Microsoft Word, Microsoft Excel…

ໃນພາບຄວາມເປັນຈິງ, ການແປງຄອມເປັນພຽງສ່ວນນ້ອຍໆຂອງ IT ເທົ່ານັ້ນ. ກ່ອນອື່ນ, ເຮົາມາເຂົ້າໃຈກ່ອນວ່າ “ IT ” ແມ່ນຫຍັງ???

IT ແມ່ນມາຈາກຄຳວ່າ Information Technology, ໃນຄວາມຫມາຍຄື ເທັກໂນໂລຈີຂໍ້ມູນຂ່າວສານ.ມັນເປັນວິທີການທີ່ໃຊ້ຂໍ້ມູນຂ່າວສານມາແກ້ໄຂບັນຫາໃດໜຶ່ງ ຂໍຢ້ຳວ່າ ໃຊ້ຂໍ້ມູນຂ່າວສານມາແກ້ໄຂບັນຫາ. ມີຕັ້ງແຕ່ເຄື່ອງຄິດເລກນ້ອຍໆ ຈົນໄປຮອດຫຸ່ນຍົນທີ່ເວົ້າກັບຄົນໄດ້ພຸ້ນແລ…ອິອິອິ

ຂໍ້ມູນຂ່າວສານໃນທີ່ນີ້ຫມາຍເຖິງ ຂໍ້ມູນທີ່ຜ່ານ ການປະມວນຜົນ(Information) ຈາກ Computer ໂດຍຜ່ານຂະບວນການ Input > Process >Output

CC

-> Input: ແມ່ນການຮັບເອົາ Data(ຂໍ້ມູນດິບ) ໄປເຂົ້າເຄື່ອງ Computer ທີ່ມີໜ່ວຍປະມວນຜົນ.

-> Process: ແມ່ນຂັ້ນຕອນການປະມວນຜົນຂໍ້ມູນ.

-> Output: ແມ່ນຜົນໄດ້ຮັບທີ່ເປັນ Information ໄດ້ຈາກການProcess.

ຖ້າເວົ້າເລື່ອງຈິນຕະນາການ : IT ປຽບເໝືອນການເສກເວດມົນ ໃຫ້ສິ່ງທີ່ຕ້ອງການມາກາຍເປັນຈິງ ອິອິອິ, ເວດມົນທີ່ວ່າ ນີ້ແມ່ນຫຍັງລະ?

ແນ່ນອນ, ເຫຼົ່າເດັກ IT ຮູ້ດີວ່າມັນແມ່ນ Programming ຫຼື ການຂຽນໂປຣແກຣມນັ້ນເອງ. ມັນເປັນຂະບວນການທີ່ໃຊ້ພາສາໂປຣແກຣມໄປປະມວນຜົນເພື່ອໃຫ້ໄດ້ມາເຊິ່ງ ຜົນໄດ້ຮັບຕາມທີ່ຜູ້​ຂຽນຕ້ອງການ.

Program ແມ່ນຊຸດຄຳສັ່ງຕ່າງໆທີ່ເຮັດວຽກຕາມທີກຳນົດໄວ້

ຜູ້ຂຽນຊຸດຄຳສັ່ງດັ່ງກ່າວເພິ່ນເອີ້ນວ່າ Programmer ”

ຕົວຢ່າງງ່າຍໆກັບການຂຽນພາສາ C ເພື່ອສະແດງຂໍ້ຄວາມເທິງໜ້າຈໍ

ຮູບພາບ ຕົວຢ່າງການເຮັດວຽກຂອງການໂປຣແກຣມຜ່ານຂະບວນ Input,Process,Output

ເປັນຈັ່ງໃດ? ເທ້ແມ່ນບໍ່ ສັ່ງຄອມໃຫ້ສະແດງຄຳວ່າ Khn Arn Nar Huk Laiy ກະໄດ້….ວ່າແຕ່ໜ້າຮັກແທ້ບໍ່ລະ 555

ກ່ອນທີ່ຄອມຈະສະແດງຂໍ້ຄວາມອອກຫນ້າຈໍ ມັນຕ້ອງການແປເປັນພາສາເຄື່ອງ ( 0 ແລະ 1 ) ແລ້ວຈຶ່ງອອກມາເປັນຜົນໄດ້ຮັບເທິງຫນ້າຈໍ.

ນີ້ເປັນພຽງ Code ສັ້ນໆທີ່ເຮັດວຽກຕາມທີ່ກຳນົດໄວ້ແບບບໍ່ມີການໂຕ້ຕອບກັບຜູ້ໃຊ້(Static Program)ແຕ່ຄວາມຈິງ, ເພິ່ນປະຍຸກໃຊ້ການຂຽນໂປຣແກຣມເຂົ້າໃນການແກ້ໄຂບັນຫາຢ່າງຫຼາກຫຼາຍ ແລະມີຄວາມຊັບຊ້ອນກວ່າຂ້າງເທິງຫຼາຍໆໆໆໆ ເວົ້າໄດ້ວ່າ ຫຼາຍໂຄດໆໆໆໆໆ. ຜູ້ຂຽນຢາກສະເໜີສາຍການອາຊີບທີ່ກ່ຽວກັບ IT ໃຫ້ເຫັນພາບ ແບບຄ້າວໆ ເຊັ່ນ:

  • Web Developer : ແມ່ນນັກພັດທະນາ Website, ເປັນຜູ້ທີ່ອອກແບບ ແລະສ້າງWebsite. ໂດຍທົ່ວໄປ, ພວກເຂົານຳໃຊ້ພາສາຢ່າງ HTML, CSS, JavaScript ແລະອື່ນໆອີກຫຼາຍອັນ…ເຊິ່ງຂຶ້ນກັບຕ້ອງການຂອງຜູ້ຂຽນວ່າ ຢາກເຮັດ Website ຫຍັງ. ຕົວຢ່າງ ອ້າຍມາກ ສາກເຂົ້າເບືອ( Mark Zuckerberg 😂👍)ໄດ້ສາ້ງ Facebook , ເປັນສື່ສັງຄົມໜຶ່ງທີ່ມີ Website ໃຫ້ທຸກຄົນໄດ້ເຊື່ອມຕໍ່ຫາກັນ, ເຫັນຮູບພາບ, ເຫັນຂໍ້ມູນການໂພສ ຂອງຫມູ່ເພື່ອນຄົນຮູ້ຈັກ

Code ທີ່ໃຊ້ຂຽນ Facebook ບໍ່ແມ່ນໜ້ອຍໆໄດ໊ລະ ເປັນ Code ລ້ານໆແຖວເລີຍແລ ແຕ່ມັນເກີດໄດ້ ກໍຍ້ອນ ການຢາກແກ້ບັນຫາ ຄືໃຫ້ຜູ້ຄົນສາມາດເຊື່ອມຕໍ່ກັນໄດ້ ເວົ້າງ່າຍໆແມ່ນ ຢາກໃຫ້ໂລກມັນກວ້າງຂຶ້ນ (ຄຳເວົ້າອ້າຍມາກ).

  • App Developer: ແມ່ນນັກພັດທະນາໂປຣແກຣມເທິງມືຖືທີ່ມັກ ເອີ້ນວ່າ Mobile App ທີ່ຜູ້ພັດທະນາກໍຕ້ອງຮູ້ຈັກການໃຊ້ເຄື່ອງມີ ແລະພາສາທີ່ໃຊ້ພັດທະນາຢ່າງ Java, Kotlin, React-Native, Swift ເຊິ່ງພາສາທີ່ໃຊ້ແມ່ນຂຶ້ນກັບ Platform ຢ່າງ Android ຫຼື IOS.​ ຜົນງານທີ່ເຫັນຢູ່ບ້ານເຮົາມີຄື:

BCEL One ເປັນ App ທີ່ໃຫ້ຜູ້ໃຊ້ສາມາດຊຳລະຄ່າໃຊ້ຈ່າຍໆ ຜ່ານປາຍນິ້ວ. ເຫັນບໍ່? ການໃຊ້ IT ມັນລ້ວນແຕ່ເຮັດໃຫ້ຊີວິດມີຄວາມສະດວກສະບາຍຂຶ້ນ.

ນອກຈາກນີ້, ກໍຍັງມີຫຼາກຫລາຍອາຊີບ IT ທີ່ບໍ່ໄດ້ກ່າວເຖິງເປັນຕົ້ນແມ່ນ

  • Software Engineer
  • Network Engineer
  • Database Administrator
  • Information Security

ຍັງມີອີກຫຼາກຫຼາຍສາຂາ, ສາຍທີ່ມາແຮງໃນຕອນນີ້ ຕ້ອງຂໍມອບໃຫ້ Data Scientist, ເປັນນັກວິທະຍາສາດກ່ຽວກັບຂໍ້ມູນ ທີ່ເຮັດວຽກກ່ຽວກັບການເກັບຂໍ້ມູນ, ການວິເຄາະຂໍ້ມູນ, ການປະມວນຜົນຂໍ້ມູນ ແລະສາມາດອະທິບາຍຂໍ້ມູນໂດຍໃຊ້ສະຖິຕິ ແລະຄອມພິວເຕີເຂົ້າມາຊ່ວຍວິເຄາະ. ສ່ວນໃຫຍ່ແມ່ນການພະຍາກອນໂອກາດທີ່ຈະເກີດສິ່ງຕ່າງໆ ເພື່ອຫາວິທີຮັບມື ແລະແກ້ໄຂ ໂດຍສະເພາະແມ່ນການພັດທະນາກ່ຽວກັບທຸລະກິດເປັນຕົ້ນ.

Photo by Stephen Dawson on Unsplash

ແຕ່ມີອາຊີບໜຶ່ງທີ່ເຮັດວຽກແປງຄອມໂດຍສະເພາະ ເພິ່ນເອີ້ນວ່າ IT Support, ວຽກນີ້ ເຮົາສາມາດຮຽນຮູ້ເອງໄດ້ .ຍ້ອນ IT Support ເປັນພຽງພາກສ່ວນນ້ອຍໆຂອງ IT ຊື່ໆ ຄວາມຈິງຄື ຄົນທີ່ຮຽນຄອມເອງກະແປງຄອມບໍ່ໄດ້ໂດຍຊ້ຳໄປ 555 ​ ບາງຄົນແປງໄດ້ ບາງຄົນກະແປງບໍ່ໄດ້ປົນເປກັນໄປ ສະນັ້ນ, ກ່ອນຈະຖາມວ່າ ເຈົ້າເກັ່ງຄອມບໍ່? ເຈົ້າແປງຄອມໃຫ້ຂ້ອຍໄດ້ບໍ່?

ເຈົ້າຄວນໃຊ້ Google ໃຫ້ເປັນປະໂຫຍດເສຍກ່ອນ 😂😂😂

IT ຂອງແທ້ມັນເວົ້າເຖິງການປະຍຸກໃຊ້ເຄື່ອງມື, ການຂຽນໂປຣແກຣມ ແລະການຄຳນວນເພື່ອໄປແກ້ໄຂບັນຫາໃດໜຶ່ງໃນສັງຄົມ ເຊິ່ງລ້ວນແລ້ວແຕ່ກ່ຽວກັບຂໍ້ມູນຂ່າວສານທິີ່ຜ່ານການປະມວນຜົນຂອງຄອມພິວເຕີ.​ ສະນັ້ນ, ຈຶ່ງຢາກບອກວ່າ: ຮຽນໄອທີບໍ່ໄດ້ມີແຕ່ແປງຄອມຕາມທີ່ເຫັນຢູ່ທົ່ວໆໄປ, ຄວາມຈິງພວກເຮົາສາມາດເຮັດຫຍັງໄດ້ຫລາຍກວ່ານັ້ນເດີ.

ຂໍຝາກ Blog ກັບຄົນທີ່ສົນໃຈຢາກຮຽນໄອທີ Click: ສິ່ງທີ່ທ່ານຈະໄດ້ພົບເມື່ອຮຽນໄອທີ

#ແຕ່ກະບໍ່ໄດ້ໝາຍຄວາມວ່າ ຜູ້ຂຽນຈະເຮັດຫຍັງໄດ້ເກັ່ງໄດ້ລະ 555

#ຜິດພາດປະການໃດຕ້ອງຂໍໂທດຂໍອະໄພຫລາຍໆເດີ

--

--

No Rattanavong
GDG Vientiane

#ContentLover #VideoEditor #Book #Creativity #Technology #Photography #Inspiration