ເຈົ້າພາດຫຍັງແນ່ ໃນງານ GDG Devfest 2017

Khatthaphone
GDG Vientiane
Published in
4 min readNov 1, 2017

ກັບມາພົບກັນອີກຄົ້ງກັບງານ GDG Devfest ງານລວມພົນຄົນໄອທີທີ່ຈັດຂຶ້ນປະຈຳທຸກປີ ປິນີ້ປີ 2017 ພິເສດເປັນປີທີ 5 ໃນການຈັດງານ ນັບຕັ້ງແຕ່ຈັດຂຶ້ນຄັ້ງທຳອິດປີ 2013 ໃນໂອກາດນີ້ທາງທີມງານພວກເຮົາເລີຍຈັດໜັກຈັດເຕັມກັນສຸດໆສຳລັບງານປີນີ້ ເຊິ່ງວ່າຈະເປັນແນວໃດນັ້ນຜູ່ທີ່ໄດ້ຮ່ວມງານກໍ່ຄົງຈະຮູ້ກັນແລ້ວ ແຕ່ສຳລັບທ່ານໃດທີ່ພາດໂອກາດເຂົ້າຮ່ວມງານໃນຄັ້ງນີ້ ເຮົາຈະມາເບິ່ງນຳກັນວ່າ ເຈົ້າພາດຫຍັງແນ່ໃນງານນີ້

ໃນປີນີ້ທີມງານຂອງພວກເຮົາໄດ້ກຽມພ້ອມເສີບຄວາມຮູ້ກັນເຕັມທີ່ດ້ວຍຮູບແບບງານທີ່ຈັດຂຶ້ນມາໃໝ່ເພື່ອໃຫ້ຜູ່ເຂົ້າຮ່ວມງານທັງຫຼາຍໄດ້ມີໂອກາດໃກ້ຊິດກັບບັນດາແຂກຮັບເຊີນໄດ້ຫຼາຍຍິ່ງຂຶ້ນໂດຍໄດ້ເພີ່ມສ່ວນຂອງບູທຈັດວາງຜົນງານ ແລະ ໂອ້ລົມ-ປຶກສາໄດ້ເຊິ່ງໆໜ້າກັນເລີຍຈະເປັນແນວໃດສາມາດອ່ານໄດ້ຢູ່ນີ້ເລີຍ

ສຳມະນາ

ທຳອິດເຮົາລອງມາເບິ່ງທາງດ້ານເວທີສຳມະນາກັນກ່ອນ ເຊັ່ນເຄີຍຄືກັບແຕ່ລະປີກໍຈະມີບັນດາຜູ່ຊ່ຽວຊານຈາກແຕ່ລະຫົວຂໍ້ຂຶ້ນມາໃຫ້ຂໍ້ມູນແລກປ່ຽນກັນ ເຊິ່ງແຕ່ລະຫົວຂໍ້ລ້ວນແຕ່ເປັນຕາສົນໃຈທັງນັ້ນ

ທຳອິດກໍ່ເປີດໂຕງານ ແລະ ທຳຄວາມຮູ້ຈັກກັບກຸ່ມ GDG Vientiane ກັນກ່ອນ

What’s new in Firebase

ຕໍ່ດ້ວຍ GDE Firebase ຈາກປະເທດໄທ ອ້າຍ ຕີ ຈີຣະວັດ ທີ່ມາແນະນຳກ່ຽວກັບ Firebase ບໍລິການຂອງ Google ທີ່ຈະຊ່ວຍປະຢັດເວລາໃນການພັດທະນາ ໂດຍຜະລິກຕະພັນຂອງ Firebase ຈະເຂົ້າມາຊ່ວຍປະຢັດເວລາໃນການພັດທະນາຝັ່ງ Backend ບໍ່ວ່າຈະສຳລັບ Web, App ທັງ Android ແລະ iOS, ແລະ Game Engine ສຳລັບສ້າງເກມຢ່າງ Unity

What’s new on Android O

ຕໍ່ດ້ວຍ GDE Android ອ້າຍ ເອກ ສົມກຽດ ທີ່ມາແນະນຳຄວາມສາມາດໃໝ່ໆທີ່ມາໃນ Android ເວີເຊິນໃໝ່ 8.0 Oreo ໂດຍສະເພາະໃນຝັ່ງຂອງນັກພັດທະນາແອັບພລິເຄເຊິນທີ່ຈະຂຽນແອັບຯຂອງທ່ານໃຫ້ຮອງຮັບກັບເວີເຊິນໃໝ່ແນວໃດ

Panel: Developer Talk

How to be Firebase GDE

Next Generation of Web

Angular Fore Newbie

Machine Learning for everyone

Panel: Developer “No Code”

ບູທໂອ້ລົມ-ປຶກສາ

ມາເບິ່ງທາງຝັ່ງຂອງບູທຂ້າງເວທີເຊິ່ງເປັນຈຸດເດັ່ນຂອງງານໃນປີນີ້ ທີ່ຮວບຮວມເອົາບັນດາຈອມຍຸດຈາກຫຼາກຫຼາຍສາຍການພັດທະນາມາຮວມໄວ້ຢູ່ໃນງານໃຫ້ຜູ່ເຂົ້າໄດ້ສອບຖາມ-ປຶກສາຫາລືກັນໄດ້ຢ່າງເຕັມທີ່ຈະມີບູທຫຍັງແນ່ ມາເບິ່ງນຳກັນ:

  • ບູທທີມງານ GDG (Google Developers Group) ແລະ GDE (Google Developer Expert) ທັງ 3 ຄົນຈາກປະເທດໄທ
GDEs ຈາກຊ້າຍຫາຂວາ: ອ້າຍຕີ (Jirawatee 🔥) GDE Firebase, ອ້າຍຕັ້ງ (warat wongmaneekit) GDE Web Technologies, ອ້າຍເອກ (Ake Exorcist) GDE Android
  • ບູທ DeveloperX ຂອງບັນດານັກພັດທະນາບ້ານເຮົາເອງ ຜູ່ຫຼັກໆທີ່ຫຼາຍຄົນອາດຈະໄດ້ນຳໃຊ້ຜົນງານເພິ່ນແມ່ນ ອ້າຍຕາຕ້ຳ (Thipphakone Manivong) ທີ່ພັດທະນາແອັບຯ M-Service
  • ບູທ Graphics Designer and Game Developer ຂ້າມມາສາຍອິນດີ້ກັບບູທລວມຄົນສາຍງານອອກແບບ ແລະ ເສີມທັບດ້ວຍຄົນລາວທີ່ເຮັດເກມ ຖືວ່າເປັນບູທນຶ່ງທີ່ໄດ້ຮັບຄວາມນິຍົມສູງສຸດໃນງານເລີຍກໍວ່າໄດ້ ມີການຕັ້ງວົງສົນທະນາແລກປ່ຽນ-ຖ່າຍທອດປະສົບການສູ່ຜູ່ເຂົ້າຮ່ວມກັນຢ່າງຈິງຈັງກັນເລີຍ
  • ບູທຂອງທີມງານ Vientiane Maker Club ກຸ່ມນັກປະດິດຄິດສ້າງຂອງບ້ານເຮົາ ທີ່ຮວບຮວມຄົນທີ່ມັກຮັກໃນການສ້າງສິ່ງປະດິດຕ່າງໆເປັນຕົ້ນແມ່ນ ຫຸ່ນຍົນ, ອຸປະກອນ IOT (Internet of Things), Drone ແລະ ອື່ນໆອີກຫຼາກຫຼາຍ
  • ບູທຂອງທີມງານ Champa Maker Club ກຸ່ມນັກປະດິດນ້ອງໃໝ່ ຂອງນັກສຶກສາປະຈຳພາກວິຊາວິສະວະກຳຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ, ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດ ທີ່ທີມງານຂອງເພິ່ນເຄີຍໄດ້ເປັນຕົວແທນໄປແຂ່ງຫຸ່ນຍົນຢູ່ອາເມຣິກາມາແລ້ວ
  • ເສີມທັບດ້ວຍບູທຂອງທີມງານ Stella ກຸ່ມສົ່ງເສີມພັດທະນາໄວໜຸ່ມທີ່ບໍ່ໄດ້ພັດທະນາຄອມ ແຕ່ເນັ້ນໃສ່ພັດທະນາຄົນກໍ່ໄດ້ໃຫ້ກຽດເຂົ້າຮ່ວມເຊັ່ນດຽວກັນ ໃນງານເພິ່ນໄດ້ນຳເອົາ Boardgame ຫຼື ເກມກະດານທີ່ຈະຊ່ວຍໃຫ້ຜູ່ຫຼິ້ນໄດ້ຮຽນຮູ້ ແລະ ຝຶກທັກສະໄປໃນຕົວລະຫວ່າງຫຼິ້ນເກມໄປນຳ ຕ່າງຈາກເກມທຳມະດາທົ່ວໄປ ເຊິ່ງຖືວ່າເປັນປະໂຫຍດຫຼາຍ ຖ້າໃຜໄດ້ລອງແລ້ວຈຕິດໃຈ
  • ນອກນັ້ນກໍ່ຍັງມີບັນດາຜູ່ສະໜັບສະໜຸນງານຂອງພວກເຮົານຳອີກເປັນຕົ້ນແມ່ນ ບໍລິສັດ ລາວໄອທີ ພັດທະນາ ຈຳກັດ ຜູ່ໃຫ້ບໍລິການທາງດ້ານໄອທີແຖວໜ້າຂອງບ້ານເຮົາ ແລະ ຍັງເປັນຜູ່ຢູ່ເບື້ອງຫຼັງສະໜັບສະໜຸນກຸ່ມ GDG ຂອງພວກເຮົາມາຕະຫຼອດ, ກຸ່ມບໍລິສັດ ໂຄລາວ ແລະ ຜູ່ສະໜັບສະໜຸນເຈົ້າອື່ນໆນຳອີກ

--

--