Khatthaphone
GDG Vientiane
Published in
2 min readApr 14, 2017

--

ເມື່ອ GDG Vientiane ບຸກ Droidcon Bangkok

ງານ Droidcon ເປັນງານ Conference ສຳລັບນັກພັດທະນາ android ທີ່ເປັນງານໃຫຍ່ຫຼາຍ ແລະ ປີນີ້ກໍໄດ້ຈັດຂຶ້ນຢູ່ບາງກອກ ປະເທດໄທໃກ້ບ້ານເຮົາ ຜູ່ຂຽນເລີຍຖືໂອກາດນີ້ ເດີນທາງຂ້າມຟ້າຂ້າມຝົນ​ ມາຮ່ວມງານຈົນໄດ້.​ ງານນີ້ຮວບຮວມຫຼາຍໆສີ່ງທີ່ເປັນຕາສົນໃຈກ່ຽວກັບການພັດທະນາແອັບແອນດຣອຍ ໂດຍຈັດ 2 ມື້ ມີຫົວຂໍ້ທີ່ໜ້າສົນໃຈເຖິງ 45 ຫົວຂໍ້ ແລະ ຜູ່ຊ່ຽວຊານດ້ານຕ່າງໆໃນການພັດທະຍາແອັບແອນດຣອຍຈາກທົ່ວໂລກມາຖ່າຍທອດວິຊາກັນຢ່າງເຕັມທີ່ຫົວຂໍ້ທີ່ໜ້າສົນໃຈບໍ່ວ່າຈະເປັນ: RxJava, Kotlin, Firebase, Android Fragmentation, Material Design ແລະ ອື່ນໆອີກ ເບິ່ງລາຍລະອຽດງານເພີ່ມຕື່ມໄດ້ທີ່ droidconbkk.com

ເຂົ້າງານກະ Selfie ກ່ອນ ບໍ່ເວົ້າຫຼາຍຄວາມ
Head Of Google Thailand ປະກາດເປີດງານ
ງານນີ້ ງານສຳລັບ Android ລ້ວນໆເນາະ ຄ້າຍອື່ນຫຼີກໄປ
ໜ້າຫ້ອງ Auditorium ໃຫຍ່ມີບ່ອນວາງສະແດງ ຂອງທະນາຄານກະສິກອນໄທ ຜູ່ສະໜັບສະໜູນງານຫຼັກນຳອີກ.
Google Daydream ແລະ Tango ອະນາຄົດຂອງ VR ແລະ AR
ເຂົ້າສວາຍມື້ທຳອິດ ຈັດໜັກ 55
ຫ້ອງລຸ່ມກະມີແນວຄັກໆຄືກັນ, ອັນນີ້ແມ່ນ ຜູ່ບັນຍາຍຈາກທີມງານສ້າງແອັບຯ Fabulous ມາແບ່ງປັນປະສົບການອອກແບບແອັບຯ ແລະ ເຄື່ອງມືສ້າງ Prototype ຄັກໆ
ທີ່ລໍຖ້າ ລໍຄອຍເລີຍ ແມ່ນຫົວຂໍ້ Firebase ໂດຍອ້າຍຕີ໋ (Jirawat) Google Developers Expert ດ້ານ Firebase ຄົນທຳອິດຂອງໄທ
ມາຕໍ່ກັນມື້ທີ 2
ມື້ນີ້ຫົວຂໍ້ມີແຕ່ອັນເຂົ້ມຂົ້ນ ອ້າຍເຕັດ Thanongsine Chantakham ບອກວ່າເລືອກບໍ່ຖືກ, ເລີຍແຍກກັນເບິ່ງບາງຫົວຂໍ້
ເຂົ້ມຂົ້ນອີ່ຫຼີ ຫຼັກໆແມ່ນພວກຂັ້ນສູງຫຼາຍ ຄື RxJava, Kotlin, Espresso Test ນັ່ງຟັງນີ້ມຶນຕຶບ, ຕ້ອງໄດ້ສຶກສາອີກຫຼາຍ ຫົນທາງເປັນ Android Developer ຍັງອີກຍາວໄກ
ພັກຜ່ອນ ກິນລົມ(ລົມແອ) ຊົມວິວກັນຈັກໜ້ອຍນຶ່ງ
ເຂົາສວາຍມື້ທີ 2
Theme ຫຼັກຂອງງານ Android ຂີ່ລົດຕຸກໆ ຕາມສັນຍາລັກຂອງບາງກອກເລີຍ, ຕັ້ງຢູ່ໜ້າທາງເຂົ້າງານ ແຕ່ຫາກໍ່ໄດ້ມາຖ່າຍມື້ທີ 2 55
Selfie ອີກຮູບ
ຫົວຂໍ້ສຸດທ້າຍ (ທີ່ຈິງຫົວຂໍ້ຕົ້ນໆ ແຕ່ຜູ່ບັນຍາ ຄື ອ້າຍເອກ (Somkiat) GDE ຄົນທີ 2 ຂອງໄທ ຕິດພາລະກິດຈຶ່ງເລືອນມາເປັນຫົວຂໍ້ສຸດທ້າຍຂອງງານ) ເປັນຫົວຂໍ້ທີ່ໄດ້ປະໂຫຍດຫຼາຍ ວ່າດ້ວຍເລື່ອງຂອງ Fragmentation in Real world. ຍົກຫຼາຍໆບັນຫາເລື່ອງ Fragmentation ຂອງການພັດທະນາແອັບຯ Android ທີ່ເປັນຂອງຄູ່ກັນ ໄດ້ບົດຮຽນຫຼາຍຢ່າງຈາກຫົວຂໍ້ນີ້ ແລະ ກໍ່ເຮັດໃຫ້ເຮົາຫັນກັບມາເບິ່ງ code ທີ່ໂຕເອງຂຽນໆມາມັນຈະຮອງຮັບໂທລະສັບຫຼາກຫຼາຍຍີ່ຫໍ້, ຂະໜາດໜ້າຈໍ, software version, ໆລໆ ໄດ້ດີພຽງໃດ.
ເວລາຜ່ານໄປຢ່າງໄວວາ ກຳລັງຊຶມຊັບເອົາຄວາມຮູ້ຢູ່ດີໆ ກະໝົດເວລາ ປິດງານເອົາຊື່ໆ 55

ກໍ່ຈົບພຽງນີ້ບໍ່ມີຫຍັງຫຼາຍເປັນພຽງບັນທຶກເກັບພາບເລັໆນ້ອຍໆ ເປັນປະສົບການທີ່ດີຢ່າງນຶ່ງທີ່ໄດ້ໄປຮ່ວມງານລະດັບນີ້, ໄດ້ຮູ້ຈັກຄົນເທບໆໃນໄທອີກຫຼາຍຄົນ ແລະ ໄດ້ຄວາມຮູ້ກັບມາຫຼາຍຢ່າງ ເອົາເປັນວ່າງານໜ້າຖ້າມີ(ເງິນ)​ຄຶດວ່າຈະພະຍາຍາມໄປຮ່ວມອີກຄັ້ງ ແລະ ຈະນຳສິ່ງທີ່ໄດ້ຮຽນມານີ້ມາແບ່ງປັນກັບສັງຄົມລາວ ຜັກດັນ Community ດ້ານ Technology ໃນບ້ານເຮົາໃຫ້ໄປໄດ້ໄກໆ. ພົບກັນໃໝ່ບົດຄວາມໜ້າ.

--

--