ເວັບສອນ Computer Science ຂອງ Google ໃຫ້ຮຽນຟຣີທົ່ວໂລກ

Khatthaphone
GDG Vientiane
Published in
1 min readJun 13, 2017

ປັດຈຸບັນໂລກເຮົາກ້າວມາເຖິງຈຸດທີ່ເຕັກໂນໂລຊີດ້ານຄອມພິວເຕີກາຍມາເປັນສິ່ງທີ່ໃກ້ໂຕທຸກຄົນແລ້ວ. Google ໄດ້ປ່ອຍເວັບໄຊ CS EDU ສຳຫຼັບສອນ Computer Science (ວິທະຍາສາດຄອມພິວເຕີ) ໃຫ້ຮຽນກັນຟຣີໆເລີຍ.

Google ເປີດເວັບໄຊນີ້ດ້ວຍຄວາມເຊື່ອທີ່ວ່າ ທຸກໆຄົນຄວນໄດ້ຮັບໂອກາດທາງການສຶກສາດ້ານ Computer Science ເພື່ອໃຫ້ສ້າງສັນນະວັດຕະກຳໃໝ່ ແລະ ເປີດໂອກາດທາງວິຊາຊີບໃຫ້ຫຼາຍຂຶ້ນຕື່ມ.

ໃນເວັບໄຊຈະຮວບຮວມເນື້ອຫາຫຼັກສູດ, ຊັບພະຍາກອນ, ເຄື່ອງມື ແລະ ພຶ້ນທີ່ໂອ້ລົມເພື່ອໃຫ້ການສອນໃນສ່ວນຂອງ Computer Science ເປັນໄປຢ່າງສົມບູນ ຮວມທັງເມື່ອຮຽນຈົບແລ້ວ ໃນເວັບແຫ່ງນີ້ຍັງມີສ່ວນຂອງການສະໝັກວຽກຕໍ່, ການເຂົ້າຮ່ວມການແຂ່ງຂັນການຂຽນໂປຣແກຣມ ແລະ ຝຶກງານໃຫ້ນຳອີກ.

ໃຜສົນໃຈຮຽນວິທະຍາສາດຄອມພິວເຕີຈາກ Google ໂດຍກົງສາມາດລອງເຂົ້າໄປຮຽນໄດ້ເລີຍທີ່ google.com/edu/cs ຮຽນໄດ້ທຸກສາຂາວິຊາຊີບໄດ້ເລີຍເດີ້.

ແຫຼ່ງທີ່ມາ: googleresearch.blogspot.com, techtalkthai.com

--

--