CREDIT: BABY DRIVER

Google Search Directive

Tee
GDG Vientiane
Published in
2 min readMar 28, 2018

--

ເພື່ອຂໍ້ມູນທີ່ສະເພາະເຈາະຈົງຫຼາຍຂື້ນ!!

ໄດ້ມີໂອກາດສຶກສາ Penetration Testing ມາໄດ້ໄລຍະໜຶ່ງໂຊກດີທີ່ອ່ານມາຮອດຫົວຂໍ້ສຳຄັນຕົວໜຶ່ງທີ່ເວົ້າກ່ຽວກັບ ວິທີການເພີ່ມເງື່ອນໄຂໃນການຄົ້ນຫາຂໍ້ມູນໃນຖານຂໍ້ມູນຂອງ Google. ເປັນຟັງຊັ້ນພິເສດທີ່ຈະຊ່ອຍໃຫ້ການຄົນຫາຂໍ້ມູນໄດ້ກົງກັບທີ່ເຮົາຕ້ອງການໄດ້ຫຼາຍຂື້ນ ແລະ Google ໄດ້ເອີ້ນຟັງຊັ້ນນີ້ວ່າ Directive.

ກ່ອນຈະລົງເລິກເລື່ອງ Directive ຂໍໃຫ້ Trip ວ່າ: ການຄົນຫາຂໍ້ມູນໃນ Google ຕົວພິມນ້ອຍ ຫຼື ພິມໃຫຍ່ຈະບໍ່ສົ່ງຜົນຕໍ່ການຄົນຫາ ສຸດທ້າຍຜົນທີ່ໄດ້ຮັບອອກມາຄືກັນ.

ການອະທິບາຍຈະຂໍແຍກເປັນຂໍ້ — 1 Directive ເພື່ອໃຫ້ເປັນລະບຽບຕໍ່ການອ່ານ ແລະ ງ່າຍຕໍການນຳໄປໃຊ້ງານ.

0. Directive ຕົວທຳອິດທີ່ຈະແນະນຳແມ່ນ site

site:domain term(s) to search

ເປັນການຄົນຫາເວັບເພຈຂອງຫນັງເລື່ອງ baby driver 2017 ໃນເວັບໄຊ netflix.com ເທົ່ານັ້ນເຊິ່ງຈະຊ່ອຍໃຫ້ການຄົ້ນຫາຂໍ້ມູນໄດ້ສະເພາະເຈາະຈົງຫຼາຍຂື້ນ. ຖ້າທຽບກັບການຊອກ baby driver 2017 ແລ້ວກົດ Enterຈະເຫັນຄວາມແຕກຕ່າການຫຼາຍ. ຕົວຢ່າງ: ເຮົາຢາກຮູ້ວ່າ: “ໂທລະສັບແມ່ນຫຍັງ??” ເຊິ່ງມັນເປັນຄຳຖາມທີ່ຄ້າງຄາໃຈມາດົນແລ້ວເລີຍຕັດສິນໃຈຖາ້ມໜູ່ໂດຍທີ່ບໍ່ໄດ້ລະບຸຊື່ຄົນທີ່ຈະຖາມບັນຫາທີ່ນຳມາຄື: ແລ້ວໃຜຈະຕ້ອບກ່ອນດີລະ?? ແຕ່ຖ້າເຮົາລະບຸວ່າ “ສົມສັກ ສ່ຽວ!!(ຕົກໃນກໍລະນີ site Directive) ໂທລະສັບແມ່ນຫຍັງ??” ກໍຈະໄດ້ຄຳຕອບຈາກ ສົມສັກ ເປັນຄົນທຳອິດ^^

1. intitle:term(s) to search

ເປັນອີກຄຳສັ່ງທີ່ໃຊ້ໃນການຄົນຫາຂໍ້ມູນທີ່ມີຄຳວ່າ baby driver 2017 ຢູ່ສ່ວນຫົວຂໍ້ຂອງເວັບໄຊ ມັນຈະດຶງທຸກໆເວັບທີ່ມີຄຳວ່າ … ຢູ່ title ຂອງເວັບນັ້ນໆມາ ແຕ່ການຄົ້ນຫາແບບ intitle ນີ້ Google ຈະຄືນຄ່າເວັບເພຈຢ່າງນ້ອຍໜຶ່ງຄີເວີດໃນກການຄົ້ນຫາ ເຊັ້ນ ອາດຈະເຫັນແຕ່ຄຳວ່າ driver ເທົ່ານັ້ນ.

2. allintitle:term(s) to search

ການຄົນຫາຄືກັບຂໍ້ 1 ເລີຍ, ຕ່າງແຕ່ວິທີການຄົ້ນຫາເທົ່ານັ້ນ Directive ນີ້ Google ຈະຄືນຄ່າສະເພາະເວັບທີ່ມີຄີເວີດໃນການຄົນຫາໃນ title ຂອງເວັບເພຈນັ້ນໆເທົ່ານັ້ນ.

3. inurl:baby driver 2017

ຄຳສັ່ງນີ້ໃຊ້ຄົ້ນຫາຂໍ້ມູນຢູ່ທີ່ປາກົດຢູ່ເທິງ URL ຂອງເວັບໄຊ. ເຊິ່ງມັນຈະຊ່ວຍໃຫ້ເຮົາຄົນຫາຂໍ້ມູນໄດ້ສະເພາະເຈາະຈົງ specific ລົງອີກຫຼາຍຂື້ນ

4. cache:domain (terms) to search

Directive ນີ້ສາມາດໃຊ້ເພື່ອຈຳກັດຜົນການຄົ້ນຫາໃຫ້ສະແດງສະເພາະຂໍ້ມູນທີ່ຕ້ອງການຈາກ cache ຂ້ອງ google ເທົ່ານັ້ນ.

5. filetype:pdf (terms) to search

ເໝາະສຳລັບການຄົ້ນຫາໄຟລປະເພດຕ່າງໆເຊັ້ນ: .ppt, .doc, .exl, .pdf, .txt ແລະ ຈາກຮູບຂ້າງເທິງເຮົາໃຊ້ຄົ້ນຫາໄຟລ .pdf ກໍຈະປາກົດສະເພາະໄຟລ pdf ຂື້ນມາເທົານັ້ນ. ໃຊ້ຮ່ວມກັບຂໍ້ 0 ຈະໄດ້ຂໍ້ມູນສະເພາະເວັບນັ້ນໆຫຼາຍຂື້ນ.

--

--