ບັນຫາຕິດຕັ້ງ VBox Guest additions ບໍ່ໄດ້ໃນ Kali Linux 2018.3a

Frank Xayachack
LaoHacker
Published in
1 min readOct 22, 2018

ເນື່ອງຈາກມື້ນີ້ຜູ່ຂຽນໄດ້ພະຍາຍາມເຮັດ Shared-folder ກັບເຄື່ອງ Kali ທີ່ຫາກໍ່ລົງໃໝ່ເຊິ່ງເປັນ version 2018.3a ແຕ່ຊຳ້ພັດເຮັດບໍ່ໄດ້ເນື່ອງຈາກມີບັນຫາຈັກຢ່າງກັບ VBox Guest addition ແຕ່ວ່າຍັງສາມາດ copy clipboard ໄດ້ປົກກະຕິ

ເມື່ອໄປຊອກຫາວິທີແກ້ບັນຫາກໍ່ເຫັນວ່າມັນເປັນນຳ VBox Guest addition ອີ່ຫລີເລີຍກົດ mount ຈາກເມນູ Devices > Insert Guest Additions CD image… ເພື່ອທຳການຕິດຕັ້ງ

sh /media/cdrom0/VBoxLinuxAdditions.run

ເມື່ອມັນຕິດຕັ້ງໄປກໍ່ເຫັນວ່າມັນຕິດຕັ້ງບໍ່ສົມບູນກໍ່ເລີຍຊອກວິທີແກ້ໄຂ

ເຊິ່ງວິທີຕິດຕັ້ງແບບທີ່ຜູ່ຂຽນໃຊ້ໃນກໍລະນີນີ້ ແມ່ນ ຕາມທາງລຸ່ມນີ້ເລີຍ

sudo apt-get update && sudo apt-get upgrade -y

ເມື່ອມັນອັບເດດຈົນແລ້ວໆກໍ່ໃຊ້ຄຳສັ່ງນີ້ຕໍ່

sudo apt-get install make gcc linux-headers-$(uname -r)

ເມື່ອມັນຕິດຕັ້ງແລ້ວໆເຮົາກໍ່ມາຕິດຕັ້ງ vbox guest additions ໃໝ່

sudo apt-get install virtualbox-guest-dkms

ເທົ່ານີ້ກໍ່ສຳເລັດສຳລັບການຕິດຕັ້ງ vbox guest additions ໃນ Kali Linux 2018.3a

ຫລັງຈາກນີ້ກໍ່ມີແຕ່ mount shared-folder ໃໝ່ ແລ້ວກໍ່ reboot Kali ເທົ່ານີ້ກໍ່ຈະເຫັນວ່າເຮົາສາມາດເຂົ້າ mount folder ໄດ້ລ່ະ

ref:

--

--

Frank Xayachack
LaoHacker

GEEK | PROGRAMMER | CTF PLAYER | COMPUTER SECURITY LEARNER