[ Black-hat hacker X White-hat hacker ] ແຕກຕ່າງກັນແນວໃດ?

Meenoy INTHAPATTHA
LaoHacker
Published in
1 min readSep 27, 2018

▪Hacker ແມ່ນຫຍັງ?

Hacker ແມ່ນຜູ້ທີ່ມີຄວາມຮູ້, ຄວາມເຂົ້າໃຈໃນລະບົບຄອມພິວເຕີສູງ ບໍ່ວ່າຈະເປັນເລື່ອງເຄືອຂ່າຍ, ລະບົບປະຕິປັດການ ຈົນສາມາດເຂົ້າໃຈວ່າມີຊ່ອງໂຫວ່ບ່ອນໃດ ຫຼື ສາມາດໄປຫາຊ່ອງໂຫວ່ໄດ້ຈາກບ່ອນໃດ

ມື້ນີ້ຈະມານຳສະເໜີ Hacker 2ປະເພດຄື:

  • Black-hat hacker
  • White-hat hacker

▪Black-hat hacker

(ແຮ໋ກເກີ້ໝວກດຳ)

ແຮ໋ກເກີ້” ທີ່ພະຍະຍາມເຈາະລະບົບ ແລະ ໃຊ້ປະໂຫຍດຈາກຈຸດອ່ອນຂອງລະບົບຄອມພິວເຕີ ຫຼື ເຄືອຂ່າຍ ເພື່ອສ້າງຜົນປະໂຫຍດສ່ວນໂຕໃນທາງຜິດກົດໝາຍ, ພວກເຮົາເອີ້ນວ່າ: “ແຮ໋ກເກີ້ໝວກດຳ” ຫຼື ແຄຣກເກີ້(Cracker). ອາຊະຍາກໍາທົ່ວໄປທີ່ເຮັດຄວາມຜິດປະເພດນີ້ແມ່ນ ແຮ໋ກຄອມພິວເຕີເຂົ້າໄປໃຊ້ງານເພື່ອສົ່ງອີເມວຂີ້ເຫຍື່ອ ຫຼື ພວກເຂົາຕິດໄວຣັສຄອມພິວເຕີທີ່ມີຄ່າໄຖ່(Ransomeware) ແລະ ຮຽກຮ້ອງເງີນເພື່ອປ່ອຍຂໍ້ມູນອັນມີຄ່ານັ້ນ.

▪White-hat hacker

(ແຮ໋ກເກີ້ໝວກຂາວ)

ແຮ໋ກເກີ້ໝວກຂາວ” ແມ່ນແຮ໋ກເກີ້ທີ່ມີຈະລິຍາທຳ ຫຼື Ethical Hacker. ໂດຍການຈຳລອງການເຈາະລະບົບ, Ethical hacker ຊ່ວຍຊີ້ຈຸດບົກພ່ອງ ແລະ ວິທີເພີ່ມມາດຕະການຮັກສາຄວາມປອດໄພຂອງອົງກອນ.

ຂັ້ນຕອນພື້ນຖານຂອງແຮ໋ກເກີ້ໝວກຂາວ

(Basic steps set of White-hat hacker)

  1. ຂໍສິດໃນການແຮ໋ກຈາກເຈົ້າຂອງລະບົບ
  • Get permission from the system’s owner

2. ແຮ໋ກລະບົບ

  • Hack the system

3. ລາຍງານເຈົ້າຂອງລະບົບເຖີງຈຸດບົກພ່ອງ

  • Tell the owner about the vulnerabilities

ແຮ໋ກເກີ້ໝວກຂາວສຳຄັນແນວໃດ?

  • ແຮ໋ກເກີ້ສາມາດຮັກສາຄວາມປອດໄພຂອງທຸລະກິດ
  • ແຮ໋ກເກີ້ສາມາດຊ່ວຍໃຫ້ສັງຄົມປອດໄພ
  • ແລະອື່ນໆ…

ບົດຄວາມນີ້ແມ່ນຄວາມເຂົ້າຂອງຜູ້ຂຽນທີ່ໄດ້ໄປສືກສາມາ

ຫວັງວ່າທຸກຄົນທີ່ມາທາງສາຍນີ້ຈະໃສ່ໝວກສີຂາວຫມົດທຸກຄົນ

  • ຂອບໃຈທີ່ອ່ານຈົນຈົບ ແພງເດ…

Ref: https://www.exin.com/article/black-hat-hacker-versus-white-hat-hacker?language_content_entity=en

--

--