ມາເຮັດ In App Browser ກັນ!

Saleumsack KEOBOUALAY
LaoITDev
Published in
1 min readNov 13, 2017
in-app-browser

ສຳລັບ Ionic framework ຈະມີ plug-in ໂຕໜຶ່ງທີ່ຊື່ວ່າ in-app-browser. ຊື່ງເປັນປລັກອິນໜຶ່ງທີ່ໃຊ້ສຳລັບເປີດເວັບໜ້າຕາງເວັບບາວເຊີພາຍໃນແອັບເຮົາ ໂດຍບໍ່ຈຳເປັນຕ້ອງອອກແອັບເຮົາແລ້ວໄປເປີດໃນບາວເຊີນອກເຊັ່ນ chrome, firefox, samsung internet. ຈະເປັນແນວໃດ? ມາຕິດຕາມກັນເລີຍ

ວິທີການ

  • ສ້າງໂປເຈັກໃໝ່ ທີ່ຊື່ວ່າ MyWhatEver ໃນ Terminal ຫຼື CMD
$ionic start MyWhatEver
  • ຕິດຕັ້ງ Cordova ແລະ Ionic Native ປລັກອິນ
$ ionic cordova plugin add cordova-plugin-inappbrowser
$ npm install --save @ionic-native/in-app-browser
  • ເຂົ້າໄປເພີ່ມ InAppBrowser ໃນຟາຍ app.module.ts(ຢ່າລືມ import module ດັ່ງກ່າວນຳ)
ເພີ່ມໃໝ່ແຖວທີ່ 3 ແລະ ແຖວທີ່ 22
  • ກັບໄປທີ່ຟາຍ home.ts
  • ທຳການເພີ່ມ ໂມດູ ທີ່ຊື່ວ່າ InAppBrowser ແລະ InAppBrowserOptions
  • InAppBrowser ຈະເປັນໂຕຈັດການບາວເຊີປລັກອິນເຊັ່ນ: ການສ້າງ, ການສະແດງຜົນ, ການເຊື່ອງ ໆລໆ
  • InAppBrowserOptions ຈະເປັນການກຳນົດຄ່າ ສຳລັບບາວເຊີທີ່ເຮົາສ້າງໃໝ່ເຊັ່ນ: ເຮົາສາມາດເຊື່ອງ url ໄດ້ໂດຍກຳນົດ location: ‘no’
  • ກຳນົດໂຕແປໃໝ່ໃນ parameter ໃນ constructor ຄື:
public iab: InAppBrowser
  • ພາຍໃນ constructor ທຳການກຳນົດໂລຈິກ ບອກວ່າ iab ໃຫ້ສ້າງບາວເຊີໃໝ່ໂດຍ
//this.iab.create('link url ທີ່ຈະໄປ','ຕຳແໜ່ງ','ຕາມ option ທີ່ເຮົາທຳການສ້າງມາຂ້າງເທິງ');
  • ລອງ serve
ionic serve -l
ເຢ້!!!!!!!!

ສະຫຼຸບ

ຜົນລັບທີ່ໄດ້ ກໍບໍ່ແຕກຕ່າງໄປກວ່າການເປິດ web ໃນບາວເຊີທົ່ວໄປ. ແຕ່ຈະມີຈຸດດີຖ້າສົມມຸດວ່າແອັບເຮົາມີການ link ອອກໄປນອກແອັບເຮົາກໍບໍ່ຈຳເປັນຕ້ອງອອກແອັບ ຫຼື ໃຫ້ browser ອື່ນເຮັດວຽກແທນ. ຕົວຢ່າງຈະເຫັນໄດ້ກັບແອັບເກມທີ່ມີການ sync ທີ່ຕ້ອງໄດ້ເອົາຂໍ້ມູນເກມຈາກ facebook ແບບນີ້ເປັນຕົ້ນ

Happy coding!!! GG :P

ຖ້າບົດຄວາມນີ້ເປັນປະໂຫຍດ ສາມາດສົ່ງເສີມຜູ່ຂຽນດ້ວຍການ Share ຫຼື ກົດປຸ່ມ Clap ຄ້າງໄວ້ໄດ້ ເພື່ອເປັນກຳລັງໃຈກັນ :)

--

--