ສະຫຼຸບງານ mini CTF ຈັດໂດຍ ທີມ Lao Hacker

Saleumsack KEOBOUALAY
LaoITDev
Published in
2 min readSep 6, 2018

ງານ CTF?

CTF ຫຼື ໃນຊື່ເຕັມ Capture The Flag ເປັນງານກ່ຽວກັບ Computer Security(ແປລາວ ຄວາມປອດໄພດ້ານຄອມພິວເຕີ້) ຊື່ງເປັນການແຂ່ງຂັນການເຈາະລະບົບເພື່ອຊີງທຸງກັນ ແລະ ເກັບຄະແນນໃຫ້ໄດ້ຫຼາຍທີ່ສຸດກ່ອນຈະໝົດເວລາ. ທຸງໃນທີ່ນີ້ຈະແທນເປັນຄວາມລັບ ຫຼື ຄຳຕອບທີ່ຈະໄດ້ມາເມື່ອທ່ານແກ້ໂຈດນັ້ນໆໄດ້. ທີມໃດທີ່ມີຄະແນນຫຼາຍທີ່ສຸດຈະເປັນຜູ່ຊະນະ 😺

ຄວາມຍາກງ່າຍໃນການແກ້ໂຈດນັ້ນກໍຈະແຕກຕ່າງກັນໄປ ຍິ່ງໂຈດຍາກກໍຍິ່ງຈະໄດ້ຄະແນນຫຼາຍ

https://www.facebook.com/l4oh4ck3r/

ປະເພດໂຈດ CTF

ໂຈດໃນ CTF ຈະມີຫຼາກຫຼາຍແຕກຕ່າງກັນໄປເຊັ່ນ:

  • Cryptoanalysis- ຖອດລະຫັດທີ່ບໍ່ປອດໄພ
  • Reverse Engineering- ວິເຄາະ ແລະ ແກ້ໄຂບັນຫາ binary. crack program ເປັນຕົ້ນ
  • Web Application Security- ແຮັກເວັບໄຊ ຢ່າງເຊັ່ນ: SQL injection ໆລໆ
  • Binary Exploitation- ແຮັກໂປແກຣມ
  • Digital Forensics- ກວດສອບຮ່ອງຮອຍຂໍ້ມູນທາງອີເລັກໂຕນິກອັນເປັນປະໂຫຍດ
  • Misc- ອື່ນໆ ເຊັ່ນການຖອດລະຫັດ QR-Code ທີ່ບໍ່ສົມບູນ
ພາຍໃນງານແມ່ນນຳໃຊ້ platform ctf ຂອງ facebook ສ່ວນ ໂຈດແມ່ນທີມ Lao Hacker ເປັນຜູ່ອອກແບບເອງ ໂດຍສະເພາະແມ່ນ ໂຈດ Reverse Android app ເຮົາຂຽນ App ຂຶ່ນມາເອງເລີຍ ຕ້ອງຂອບໃຈ Noy Sengxayya

ທີມແຂ່ງ

ຜູ່ເຂົ້າຮ່ວມແມ່ນມາຈາກຫຼາກຫຼາຍພາກສ່ວນເລີຍ. ສະນັ້ນ ທີມຜູ່ຈັດຈິງມີການສຸ່ມຈັບກຸ່ມ ກຸ່ມລະ 4 ຄົນ ເພື່ອບໍ່ໃຫ້ເປັນການເສຍປຽບ ຫຼື ໄດ້ປຽບຂອງຄົນທີ່ເກັ່ງ ຫຼື ຍັງບໍ່ທັນມີປະສົບການດ້ານນີ້ ຮ່າຮ່າ

  • TJLM
  • SODSAI — ທີມຜູ່ຂຽນ >< 55
  • HOWAREYOU
  • PTNL
  • G-SUS
ທີມ TJLM
ທີມ HOWAREYOU
ທີມ SODSAI
ເຈາະກັບ server ຈິງໆເລີຍ
ບໍ່ຈື່ວ່າແມ່ນ os ຫຍັງ? 😛

ເວລາ

ກຳນົດເວລາການແຂ່ງຂັນແມ່ນ 2 ຊົ່ວໂມງ

ກ່າວເປີດການແຂ່ງຂັນໂດຍທ່ານເທບແຟັງ

ຜົນປະກາດ

ທີມທີ່ຊະນະເລີດ miniCTF ຄັ້ງນີ້ໄດ້ແກ່:

  1. ທີມ HOWAREYOU ຄະແນນ 680
  2. ທີມ G-SUS ຄະແນນ 390
  3. ທີມ SODSAI ຄະແນນ 330
  4. ທີມ TJLM ຄະແນນ 60
  5. ທີມ PTNL ຄະແນນ 6

ສະຫຼຸບ

ເປັນງານດີໆງານໜື່ງທີ່ສາມາດຮ່ວມຕົວຜູ່ທີ່ສົນໃຈໃນດ້ານການທົດສອບຄວາມປອດໄພຂອງລະບົບມາແລກປ່ຽນຄວາມຮູ້ ຂໍ້ມູນຂ່າວສານ ພ້ອມທັ້ງເປັນການເຝິກຝົນທັກສະດ້ານຄວາມປອດໄພທາງຄອມພິວເຕີ້ໃຫ້ແກ່ຜູ່ເຂົ້າຮ່ວມແຕ່ລະທ່ານ ໃຫ້ເຫັນຄວາມໝາຍຄວາມສຳຄັນໃນດ້ານນີ້.

ເໝາະສຳລັບຄົນທີ່ເຮັດວຽກດ້ານ IT Security ທີ່ຄວນຈະຮູ້ໄວ້ເພື່ອປ້ອງກັນ. ສຳລັບຕ່າງປະເທດແລ້ວ ບໍລິສັດໃຫຍ່ໆຈະມີທີມເຈາະລະບົບສະເພາະຂຶ້ນມາ ເພື່ອຈຸດປະສົງໃນການຫາຈຸດຮົ່ວດ້ານໄອທີຂອງບໍລິສັດເປັນຫຼັກ

ທ້າຍສຸດ ສາມາດຕິດຕາມຂໍ້ມູນຂ່າວສານດ້ານ computer security ຂອງທີມງານ Lao Hacker ໄດ້ທີ່ເພຈເຟດບຸກນີ້ເລີຍ

--

--