[ສະຫຼຸບ]ບັນທຶກການຮ່ວມງານ Android Bangkok Conference 2023

xangnam phiasakha
LaoITDev
Published in
4 min readNov 14, 2023

ຫຼັງຈາກງານ Dev fest Bangkok 2023 ຈົບລົງໄປແລ້ວມື້ຕໍ່ມາກໍ່ເປັນງານຂອງນັກພັດທະນາ Android ໂດຍສະເພາະ. ນັ້ນກໍ່ຄືງານ: Android Bangkok Conference 2023

ສຳລັບບັນທຶກການຮ່ວມງານ Dev fest Bangkok 2023 ໄປອ່ານກັນໄດ້ທີ່

ສະຖານທີ່ຈັດງານ

ງານ Android Bangkok Conference 2023 ສະຖານທີ່ຈັດກໍ່ບ່ອນດຽວກັບ Dev fest Bangkok 2023 ຄື SCB NEXT TECH Siam Paragon.

ລົງທະບຽນເຂົ້າຮ່ວມງານ

ລົງທະບຽນກໍ່ລົງແບບດຽວກັບ Dev fest ເລີຍເພາະຄົນຈັດກໍ່ແມ່ນມາຈາກກຸ່ມ GDG Thailand ນັ້ນເອງ.

ໄດ້ບັດແລ້ວກໍ່ຖ້າເຂົ້າງານແຕ່ກໍ່ຍັງອີກດົນໄປຫາກິນເຂົ້າກັນດີກວ່າ.

ອີ່ມແລ້ວກໍ່ພ້ອມເຂົ້າງານໄດ້ແລ້ວວວວ!.

ຫົວຂໍ້ຕ່າງໆພາຍໃນງານ

1. Compose Modifiers Made Easy — Tipatai Puthanukunkit

ຈະເປັນຫົວຂໍ້ທີ່ຈະພາໃຫ້ເຮົາໄປຮູ້ຈັກກັບ Modifier ຂອງ Jetpack Compose ທີ່ເອົາໄວ້ປັບແຕ່ງ(custom)ໜ້າຕາຂອງ component ໃນ android ໃຫ້ງ່າຍແລະສະດວກກັນແບບສຸດໆໄປເລີຍບໍ່ຈະເປັນ: custom size, width, hight , padding, backgroud , scroll, …etc.

ສຳລັບລາຍລະອຽດສາມາດເບິ່ງໄດ້ທີ່ slide: https://bit.ly/android-bkk-compose-modifiers-made-easy

2. Hidden powers of Compose Canvas — Fedor Erofeev

ຫົວຂໍ້ນີ້ເປັນຫົວຂໍ້ທີ່ຜູ້ຂຽນຢາກລົງໄປແລ້ວຄຸກເຂົານົບຕີນລາວຈັກບາດ(555+) ເພາະເປັນຫົວຂໍ້ທີ່ເທບເທົ່ານັ້ນເຖິງຈະເວົ້າໄດ້ເຊິ່ງລາວຈະພາເຮົາໄປເຮັດ animation ດວ້ຍ canvas ນັ້ນເອງ!!!. ສຳລັບຜູ້ຂຽນເຄີຍມີໂອກາດໄດ້ເຮັດໃນ flutter canvas ເປັນອີຫຍັງທີ່ໂຄດຍາກ ແລະ ຖ້າຈະເຮັດໃຫ້ເປັນ animation ທີ່ສັບຊ້ອນຍິ່ງຍາກເຂົ້າໄປອີກ(ຕອນນີ້ຜູ້ຂຽນຍັງງົງໆກັບມັນຢູ່ເລີຍ).

ເອົາແບບສະຫຼຸບແລ້ວແມ່ນໃຊ້ compose Lib ໃນການເຮັດ animation ໂດຍແຕ້ມ canvas ເທື່ອລະ UI state ເປັນລຳດັບ loop ໄປເລືອຍໆ.

ນອກຈາກ Animation ງ່າຍໆແລ້ວລາວຍັງໂຊເທບເຮັດ conplex animation ທີ່ຜູ້ຂຽນຄິດໃນໃຈວ່າ:

ໂຍນໃຫ້ພວກ design ເຮັດ rive ໃຫ້ດີກວ່າ

mask ໂຕໜັງສືກັບຮູບແລ້ວເຮັດໃຫ້ຮູບເບື້ອງຫຼັ້ງເຄືອນໄຫວໄດ້

ແລະເໜືອເຂົ້າໄປອີກຄືເຮັດ Matrix Animation

ໃຜຢາກໄດ້ code ຕົວຢ່າງທີ່ລາວເຮັດໄວ້ສາມາດເຂົ້າໄປໄດ້ທີ່

ຫຼືເບິ່ງ slide ເຕັມໄດ້ທີ່: https://bit.ly/android-bkk-hidden-powers-of-compose-canvas

3. Premium Media Experiences on Android — Hassan Abid

ຫົວຂໍ້ນີ້ຈະພາໄປຮູ້ຈັກກັບ Android 14 ແລະ API ທີ່ມາພ້ອມກັບມັນໂດຍຫຼັກໆຈະເປັນເລື່ອງຂອງ media .

ເປີດໂຕດ້ວຍການຂາຍເຄື່ອງກ່ອນ.

ໃນ Android 14 ຂຶ້ນໄປຈາກນີ້ຜູ້ໃຊ້ຈະໄດ້ຮັບປະສົບການຈາກ Premium media ບໍ່ວ່າຈະເປັນ

● HDR
● Spatial Audio
● Lossless Audio
● Video Editing
● Polished camera previews
● Camera extension support

ທັງໝົດນີ້ຈະມາໃນ Jetpack Media3 ທີ່ຈະມາແທນ ExoPlayer lib media ໂຕເກົ່າ

ແຕ່ໜ້າເສຍດາຍທີ່ຕອນນີ້ Media3 ຍັງບໍ່ທັນຢູ່ໃນ compose ເທື່ອ

ສະຫຼຸບໃຈຄວາມຫຼັກປະມານນີ້.

ໃຜສົນໃຈນຳໄປເບິ່ງ slide ໄດ້ທີ່: https://drive.google.com/file/d/1OTF1xywMO4TFvqLSZucAbI7i4FqJT4rr/view?fbclid=IwAR3c9Hx4T-drdaVSN5-FCZimVPA5Omi_M1kTXYObpnlWC14vRWRIKMmcHEM

4. Page Object Model, The Automated Testing pattern on Android — Natcha Jintanasatien

ຫຼັກໆແລ້ວແມ່ນການເຮັດ E2E test ຫຼື ເຮັດ UI test ເຊິ່ງຈະຕ້ອງ code ຫຼາຍແຖວ ແລະ ຫຍຸ້ງຍາກສົມຄວນໃນຂຽນ test

ແຕ່ບັນຫານັ້ນຈະຈົບໄປໂດຍໃຊ້ Page Object Model test pattern

ໂດຍການແຍກ object ໃນໜ້າ screenPlay(ໜ້າສະແດງຜົນ) ອອກມາໄວ້ລວມກັນຢູ່ອີກ class ຕ່າງຫາກ.

ແລ້ວກໍ່ຂຽນ test ສະເພາະ object ທີ່ແຍກອອກມາຢູ່ class E2E test ໄດ້ເລີຍ.

ໃຈຄວາມຫຼັກກໍ່ມີປະມານນີ້ລະ.

5. Building the automated Android UI testing in Continuous Integration at LINE MAN Wongnai — Somkiat Khitwongwattana

ແລະແລ້ວກໍ່ມາໃນຫົວຂໍ້ສຸດທ້າຍເປັນຫົວຂໍ້ຂອງເຈົ້າຂອງ blog Sleeping For Less ທີ່ເປັນ GDE Android ທີ່ສາຍ Android ຕ້ອງເຄີຍອ່ານ blog ຂອງລາວແນ່ນອນ.

ອ້າຍເພິ່ນຈະມາເວົ້າກ່ຽວກັບການເຮັດ Automated test Android UI ວ່າໃຊ້ເຄື່ອງມືຫຍັງເຮັດກັນແນວໃດ.

ເຊິ່ງການເຮັດ test ທີ່ຈະເອົາມານີ້ແມ່ນໃຊ້ແທ້ຢູ່ໃນບໍລິສັດ Line Wongnai

ທີ່ເຮັດແອັບດ້ວຍ Native ແລະ react-native ສະນັ້ນຈຶ່ງຢາກໄດ້ລະບົບ test UI ທີ່ບໍ່ສົນເລື່ອງ framwork ທີ່ໃຊ້ພັດທະນາ.

ໃນການເຮັດ Test ນັ້ນຄືການເຮັດວຽກຮ່ວມກັນທັງ Devops ແລະ developer ບໍ່ແມ່ນຫນ້າທີ່ຂອງ devops ພຽງຢ່າງດຽວ.

Dev ເປັນຄົນຂຽນ test ຕາມ framwork ທີ່ໂຕເອງໃຊ້ຢູ່ສ່ວນ Devops ແມ່ນ provide infra ໃນການໃຊ້ Test.

ສຳລັບ Team Wongnai ແມ່ນໃຊ້ gitlab ແລະ Genymotion ທີ່ run ຢູ່ AWS

ແຕ່ Genymotion ບໍ່ໄດ້ຕຽມ Enviroment ໃຫ້ຄົບຖວນໃນການ Test ດັ່ງນັ້ນຈຶ່ງຕ້ອງມີການຕິດຕັ້ງເສີ່ມເຂົ້າໄປອີກໂດຍມີ step ດັງນີ້:

ເພື່ອຄວາມສະດວກໃນການໃຊ້ຄັ້ງຕໍ່ໄປກໍ່ໃຊ້ Packer ເພື່ອ pack step ທັງໝົດໃຫ້ເປັນ image ໄວ້ໃຊ້ງານງ່າຍໆໂດຍບໍ່ຈຳເປັນຕ້ອງ setup ຄືນໃຫມ່ອີກ.

ສະຫຼຸບທັງໝົດ

ສາມາດເຂົ້າເບິ່ງ slide ເຕັມໄດ້ທີ່: https://bit.ly/467ZXr7

closing

ກ່າວປິດງານທຸກຄົນແຍກຍ້າຍແລະຖ່າຍຮູບກັບ speaker

ງານ Android Bangkok Conference 2023 ເຮັດໃຫ້ຮູ້ວ່າໃນຍຸກທີ່ຄົນໃຊ້ cross platform ເປັນກະແສຫຼັກ. Native ນັ້ນຍັງຈຳເປັນຕ້ອງສຶກສາໃຫ້ເຂົ້າໃຈເຊັ່ນກັນບໍ່ດັ່ງນັ້ນກໍ່ພັດທະນາແອັບທີ່ມີ feature ທີ່ advanced ບໍ່ໄດ້ແນ່ນອນ.

ແລະສຸດທ້າຍຂໍ້ຂອບໃຈບໍລິສັດ Lao IT Dev ທີ່ supported ໃນການເດີນທາງໄປງານໃນຄັ້ງນີ້.

--

--