ແກ້ໄຂ ionic build android ບໍ່ຜ່ານ!!!!

Saleumsack KEOBOUALAY
LaoITDev
Published in
1 min readSep 4, 2017

ບັນຫາ ionic build android ບໍ່ຜ່ານເປັນບັນຫາໜຶ່ງສໍາລັບມືໃໝ່ ຫຼື ຜູ່ທີ່ເຄີຍມີປະສົບການຈະໄດ້ເຈິຢູ່ເລື້ອຍໆ. ຊື່ງສາເຫດທີ່ພົບກັນຫຼາຍໆ ແມ່ນ ຕົວ cordova ທີ່ມາກັບ ionic version ໃໝ່ນີ້ມັນດັນບໍ່ເຫັນ path ຂອງ android sdk.

build android ບໍ່ຜ່ານ >.<

ວິທີແກ້

ຄໍາແນະນໍາຈາກ developer ໃນ stackoverflow ສ່ວນໃຫຍ່ ແມ່ນໃຫ້ໄປອັບເດດ android sdk ໃນ android studio(ສໍາລັບຜູ່ທີລົງ android studio)

ແລະ ໃນ error statement ກໍແນະນໍາໃຫ້ອັບເດດເຊັ່ນກັນ(ເຈົ້າຂອງບົດຄວາມຫາກໍອັບເດດມາແທ້ໆ) ><

ແຕ່ກໍບໍ່ໄດ້

ອີກວິທີການແມ່ນໃຫ້ໄປເພີ່ມ path $ANDROID_HOME ໃນ bash_profile(macOS) ສ່ວນຜູ່ໃຊ້ window ກໍຈະເປັນໃນສ່ວນຂອງ environment path ເພື່ອໃຫ້ໃຊ້ຊຸດຄໍາສັ່ງ android ໄດ້.

ເຫດຜົນໜຶ່ງກໍຄືເພື່ອໃຫ້ເຈົ້າຕົວ cordova ເຫັນ path android tools ແລະ sdk ແລ້ວ ອັບເດດ sdk. ເຂົ້າໄປ /User/{urname}/Library/Android/sdk/tools/ ແລ້ວ run ຊຸດຄໍາສັ່ງ

$./sdkmanager --update

ມັນກໍຈະທໍາການ update android sdk ຕ່າງໆ,ຖ້າເປັນຊົ່ວໂມງ =_=

ສໍາລັບເຈົ້າຂອງບົດຄວາມວິທີດັ່ງກ່າວ ແມ່ນໃຊ້ບໍ່ໄດ້. T_T

ສຸດທ້າຍໄດ້ຮັບການຊ່ວຍເຫຼືອຈາກກຸ່ມ Ionic Framework Lao Developer Group ແລະ ອ້າຍ Outhai SAIOUDOM ໃນການແກ້ໄຂບັນຫາ

ວິທີການ(ແທ້ໆ ອິອິອິ)

ionic cordova platform remove android 
  • ເພີ່ມ platform android ເຂົ້າໄປໃໝ່
ionic cordova platform add android
  • ຖ້າຈົນສໍາເລັດ :)
  • build android!!!!
ionic cordova build android 
ສໍາເລັດ!!!!!

ສະຫຼຸບ

ດັ່ງທີເວົ້າໄປແລ້ວກັບບົດຄວາມກ່ອນໜ້ານີ້(ແນະນໍາອ່ານ) ມາມື້ນີ້ໄດ້ເຈິບັນຫາອີ່ຫຼີ່ 55555

ກໍຈົບໄປແລ້ວສໍາລັບວິທີແກ້ໄຂບັນຫາ ionic build android ບໍ່ຜ່ານ. ຫວັງວ່າບົດຄວາມນີ້ຈະເປັນປະໂຫຍດ ແລະ ຊ່ວຍຫຼາຍໆຄົນໃນການແກ້ໄຂບັນຫານີ້ :)

--

--