#1 ແນະ​ນຳ NodeJS (NodeJS ແມ່ນຫຍັງ?)

Outhai SAIOUDOM
LaoITDev
Published in
1 min readNov 1, 2017

ກ່ອນຈະເລີ່ມລຸງຈະມາຈົ່ມໃຫ້ຟັງກ່ອນວ່າ ການເລີ່ມບົດຄວາມນີ້ແມ່ນການເລີ່ມຕົ້ນແບບຈິງຈັງກັບການຫັນມາໃຊ້ NodeJS ກັນເລີຍທີດຽວ ເພາະໂປຣເຈັກຕ່າງໆ ທີ່ເຄີຍເຮັດເປັນ PHP ຕອນນີ້ມີນະໂຍບາຍໃນການຍ້າຍໄປໃຊ້ NodeJS ຫລື ຈະ Re-code ໄປເປັນ NodeJS ແທນ

ເພາະວ່າໂລກນີ້ມັນຫມູນໄປແລ້ວ ແລະ ຄົນລາວບໍ່ມີໃຜຢາກຫລີ້ນ Python ນຳລຸງ ເລີຍຕັດສິນໃຈໄປກັບຍຸກສະໄຫມເລີຍແລ້ວກັນ

ບົດຄວາມ NodeJS ຈະປ່ອຍອອກມາເປັນບົດໆ ຫລື ອາດຈະມີວີດີໂອ ອະທິບາຍອອກມາຕາມຫລັງເຊິ່ງຕອນນີ້ເຮົາໄປຮູ້ຈັກກັບ NodeJS ກ່ອນລະກັນ

ແນະ​ນຳ NodeJS (NodeJS ແມ່ນຫຍັງ?)

Node.js ຄິດຄົ້ນໂດຍ Ryan Dahl ເປີດໂຕເວີຊັ່ນທຳອິດ ເມື່ອປະມານກາງປີ 2009 ເປັນ​ພາສາ​ທີ່​ເຮັດວຽກ​ຢູ່ໃນ​ຝັ່ງ Server ຕົວ​ໜຶ່ງ ຊຶ່ງ Syntax ທີ່​ໃຊ້​ໃນ​ການ​ຂຽນ​ກໍ​ຄື JavaScript ແລະ​ເປັນ​ພາສາ​ທີ່​ອອກ​ແບບ​ມາ​ໃຫ້​ເຮັດວຽກ​ແບບ Event-Driven ຫລື​ເຮັດວຽກ​ເມື່ອ​ເກີດ​ເຫດການ​ຕາມ​ທີ່​ກຳນົດ​ໄວ້ ແລະ​ການເຮັດວຽກງານ​ແບບ Asynchronous ຊຶ່ງ​ສາມາດ​ເຮັດວຽກ​ໃນ​ລຳ​ດັບ​ຕໍ່ໄປ​ໂດຍ​ທີ່​ບໍ່​ຕ້ອງ​ລໍ ​ໃຫ້​ຄຳສັ່ງ​ກ່ອນ​ໜ້າ​ສຳເລັດ​ກ່ອນ​ແລ້ວ​ຈຶ່ງ ເຮັດວຽກ​ຂັ້ນ​ຕໍ່ໄປ ແຕ່​ກໍ​ສາມາດ​ກຳນົດ​ໃຫ້​ເຮັດວຽກ​ແບບ Synchronous ໄດ້​ເຊັ່ນ​ກັນ ໂດຍ​ການ​ກຳນົດ Callback ເມື່ອ​​ເຮັດວຽກ​ສຳເລັດ​ແລ້ວ ນອກ​ຈາກ​ນີ້ Node.js ນັ້ນ​ຈະ​ໃຊ້ Compiler ຈາກ Google JavaScript Engine V8

Database Support

- MySQL

- Postgres

- MongoDB

- SQLite ເປັນ​ຕົ້ນ

ຂໍ້​ດີ​ຂອງ Node.js

- Free Open Source

- ມີ​ການ-ເຮັດ-ວຽກງານ​ແບບ Event-Driven ແລະ Asynchronous

- ຮອງ​ຮັບ Concurrent ໄດ້​ຈຳນວນ​ຫລາຍ

- ເໝາະ​ກັບ​ການເຮັດ Web ແບບ Real time

- ປະ​ຫຍັດ​ຊັບ​ຍາກ​ອນ ໃນ​ການເຮັດວຽກ

- ມີ​ການ​ປະ​ມວນ​ຜົນ​ທີ່​ວ່ອງໄວ

- Syntax ທີ່​ໃຊ້​ຄືກັບ JavaScript

ປະຈຸບັນ​ເຕີບໂຕ​ໄວ​ຫລາຍ ມີ Library ຫລາຍກວ່າ 500,000 Package ແລ້ວໃນ npm ຂໍ້​ມູນໃນເດືອນ ຕຸລາ 2017

ປະຈຸບັນ NodeJS ຖືກ​ນຳ​ມາ​ເຮັດ​ເປັນ Web Server , Mobile Hybrid , IOT , Webkit , TVOS ,OS ອື່ນ ໆ​ອີກ​ຫລາຍ ຮຽກ​ໄດ້​ວ່າ​ເຂົ້າ​ເຖິງ​ໄດ້​ຫລາກ​ຫລາຍ​ເທກ​ໂນ​ໂລ​ຍີ

ເຫດຜົນ​ທີ່​ໄດ້ຮັບ​ຄວາມ​ນິຍົມ​ຫລັກ ໆ​ຄື

ຂຽນ​ໂຄ້​ດ​ [ເຂ້າໃຈ] ​ໄດ້​ງ່າຍ

ມີ Library ຟຣີຫລວງຫລາຍ

ໃຊ້​ຊັບ​ຢາ​ກອນ​ນ້ອຍ

ຮຽນ​ຮູ້​ໄດ້​ໄວ​ສຳລັບ​ໂປ​ແກມ​ເມີທຸກໆ​ລະ​ດັບ

ເອົາເປັນວ່າ ເຮົາມາບັນຍາຍສັບພະຄຸນກັນເທົ່ານີ້ກ່ອນ ບົດຄວາມຕໍ່ໆໄປກໍອາດຈະເປັນການ Hello World ແລ້ວລະ ເນາະ

--

--