#2 Download ແລະ​ຕິດ​ຕັ້ງ NodeJS + NPM ແລ້ວ Hello World

Outhai SAIOUDOM
LaoITDev
Published in
2 min readNov 2, 2017

Download ແລະ​ຕິດ​ຕັ້ງ NodeJS + NPM ແລ້ວ Hello World

ໂຫລດ NodeJS ມາ​ເລີຍ​ທີ່ https://nodejs.org/en/download/

ຕິດ​ຕັ້ງ​ກໍ​ງ່າຍ​ຫລາຍ ພຽງແຕ່ next ໆ (ເນື່ອງຈາກມັນງ່າຍຫລາຍ ລຸງເລີຍຈະຂໍຂ້າມຂັ້ນຕອນນີ້ໄປ ໃຫ້ໄປອ່ານລິ້ງທາງລຸ່ມແທນ ຫະຫະ)

ເມື່ອ​ຕິດ​ຕັ້ງ​ແລ້ວ​ກໍ​ລອງເປີດ terminal ແລ້ວ​ພິມ node -v ກໍ​ຈະ​ຮູ້​ວ່າ​ຕິດ​ຕັ້ງ​ສຳ​ເລັດ​ຫລື​ບໍ່

node -vv6.11.4 (ຜົນໄດ້ຮັບເປັນການສະແດງ Version ຂອງ node)

ເລີ່ມ​ຂຽນ​ໂປ​ແກມ Hello NodeJS

1.ໃຊ້ editorທີ່ທ່ານຖນັດ ແລ້ວສ້າງໄຟລຂຶເນມາຊື່ວ່າ ch1_hello.js

ປ້ອນ​ໂຄ້​ດ ດັ່ງ​ນີ້

const http = require('http');

http.createServer( (request, response) => {

response.writeHead(200, {'Content-Type': 'text/plain'});

response.end('Hello NodeJS\n by: LoungOS');

}).listen(3000);

console.log('Server running at http://127.0.0.1:3000/');

2.ບັນ​ທີກ​ເປັນ ch1_hello.js

3.ເປີດ terminal ລອງ​ Run ​ເບິ່ງ​ເລີຍ

ພິມ

node ch1_hello.js

ຈະມີຂໍ້ຄວາມ Server running at http://127.0.0.1:3000/

4. ເປີດ browser ພິມ url ໃສ່ ເປັນ localhost:3000

ອະທິບາຍ​ໂຄ້​ດ

require ຄື ຟັງຊັ່ນ​ທີ່​ໃຊ້​ຮຽກ library ຕ່າງ ໆ​ທີ່​ພັດທະນາ​ໄວ້​ແລ້ວ ທຽບ​ໄດ້​ກັບ C# using , Java import

const http = require('http');

ຮຽກ​ໃຊ້ http ອອບ​ເຈກ​ທີ່ NodeJS ພັດທະນາ​ໄວ້​ແລ້ວ

http.createServer( (request, response) => {

}).listen(3000);

ສ້າງ http server ຂຶ້ນ​ມາ ໂດຍ​ເປີດ port 3000

response.writeHead(200, {'Content-Type': ‘text/plain'});

ເພີ່ມ http header 200 ເພື່ອກວດເບິ່ງ http request status completed

{'Content-Type': ‘text/plain’}

ຂໍ້​ມູນ​ໃນ body ເປັນ​ແບບ text

response.end('Hello NodeJS\n by: LoungOS');

ສົ່ງ​ສັນຍາ​ນ​ໃຫ້ server ຮູ້​ວ່າ​ມີ header ແລະ body ສົມບູນ​ (200) ພ້ອມ​ຂໍ້ຄວາມ Hello NodeJS
by: LoungOS

ແບບນີ້ຖືວ່າສຳເລັດການຕິດຕັ້ງແລະທົດລອງການ Hello World ແລ້ວ

ຮູ້​ຈັກ​ກັບ npm

npm ນັ້ນ​ຈະ​ຖືກ​ຕິດ​ຕັ້ງ​ມາ​ພ້ອມ​ກັບ Node.js ເພື່ອ​ເຮັດ​ຫນ້າທີ່​ຈັດການ package ເສີມ​ຕ່າງ ໆ ບໍ່​ວ່າ​ຈະ​ເປັນ​ການ​ຕິດ​ຕັ້ງ application ຫລື​ການ​ຕິດ​ຕັ້ງ module ຕ່າງ ໆ ທີ່​ເປັນ dependency ຂອງ application ພຽງ​ເຮົາ​ລະ​ບຸ​ຊື່ package ທີ່​ຕ້ອງ​ການ​ຈະ​ໃຊ້ ມັນ​ກໍ​ຈະ​ໄປ​ກວດ​ສອບ​ຊື່ package ນັ້ນ​ໃນ registry ເມື່ອ​ພົບ​ແລ້ວ ມັນ​ກໍ​ຈະ​ດາວ​ໂຫລດ package ນັ້ນ ໆ ມາ​ໃຫ້​ເຮົາ​ທັນ​ທີ ນອກ​ຈາກ​ນັ້ນ ການ​ນຳ application ທີ່​ເຮົາ​ຂຽນ​ເອງ​ໄປ​ເພີ່ມ​ໄວ້​ໃນ registry ຂອງ npm ກໍ​ສາມາດ​ເຮັດ​ຜ່ານ npm ໄດ້​ເຊັ່ນ​ກັນ

ສຳລັບ​ວິທີ​ໃຊ້ npm ນັ້ນ​ກໍ​ບໍ່​ມີ​ຫຍັງ​ຍາກ​ເລີຍ ພຽງ​​ເຮົາ​ເປີດ Command-line Interface ຂຶ້ນ​ມາ ແລ້ວ​ເຂົ້າໄປ​ຍັງ path ທີ່​ຕ້ອງ​ການ​ຈະ​ຕິດ​ຕັ້ງ (ທີ່​ຢູ່​ຂອງ project ເຮົາ) ຈາກ​ນັ້ນ​ໃຫ້​ພິມ​ຄຳ​ສັ່ງ​ນີ້

npm install ຊື່ແພັກເກັດ (ໂຕຢ່າງ npm install express)

ພຽງ​ເທົ່າ​ນີ້ package ທີ່​ເຮົາ​ລະ​ບຸ​ກໍ​ຈະ​ຖືກ​ຕິດ​ຕັ້ງ​ຮຽບຮ້ອຍ​ແລ້ວ

ລິ້ງເພີ່ມເຕີມ ສຳລັບການຕິດຕັ້ງໃນ ວິນໂດວ, mac , linux

--

--