GDPR ແລະ ການປັບຕົວ

Saleumsack KEOBOUALAY
LaoITDev
Published in
1 min readMay 27, 2018
https://www.websitedesigngloucestershire.co.uk/wp-content/uploads/2018/02/gdpr-flag.png

GDPR ຄື?

GDPR ໃນຊື່ເຕັມ General Data Protection Regulation ເປັນກົດໝາຍທີ່ທາງ EU(ຢູໂຣບ) ເລີ່ມດຳເນີນມາຕັ້ງແຕ່ປີ 2016 ເພື່ອຄວບຄຸມ, ກຳກັບ, ດູແລ ແລະ ຄຸ້ມຄອງການນຳໃຊ້ຂໍ້ມູນສ່ວນຕົວຜູ່ໃຊ້ຂອງແຕ່ລະບໍລິສັດ ຈົນໄປຮອດການສົ່ງຕໍ່ຂໍ້ມູນດັ່ງກ່າວໄປບໍລິສັດອື່ນ ຂອງຄົນ EU ເອງ

ສະນັ້ນແຕ່ລະບໍລິສັດທີ່ມີການໃຊ້ຂໍ້ມູນຜູ່ໃຊ້ ຈຳເປັນຕ້ອງໄດ້ຂໍໃຫ້ຜູ່ໃຊ້ຍິນຍອມທີ່ຈະໃຫ້ໃຊ້ຂໍ້ມູນກ່ອນຢູ່ສະເໝີ ຊື່ງມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 25 ພຶດສະພາ 2018 ນີ້ເອງ.

ກົດໝາຍນີ້ສາມາດນຳໃຊ້ກັບຄົນ EU ໄດ້ທົ່ວໂລກ ບໍ່ວ່າເຂົາຈະຢູ່ໃສ? ຖ້າບໍລິສັດມີຖານຄົນໃຊ້ທີ່ເປັນຄົນ EU ຢູ່ ຜູ່ໃຊ້ງານກໍສາມາດນຳໃຊ້ກົດໝາຍນີ້ໄດ້

ສຳລັບຈຸດດີນັ້ນຈະຕົກເປັນຂອງຜູ່ໃຊ້ບໍລິການຄື: ຜູ່ໃຊ້ບໍລິການສາມາດກວດສອບຂໍ້ມູນຕົນເອງທີ່ເຄີຍອະນຸຍາດໄປໄດ້, ສາມາດທີ່ຈະລົບ ຫຼື ບໍ່ອະນຸຍາດໃຫ້ນຳໃຊ້ຂໍ້ມູນຕໍ່ໄປໄດ້. ຊື່ງໃນທາງບໍລິສັດເອງກໍຕ້ອງຊັດເຈນ ແລະ ຕື່ນຕົວປະຕິບັດຕາມ ເພາະຜົນເສຍຫາຍນັ້ນ ຖ້າບໍລິສັດບໍ່ປະຕິບັດຕາມທາງຜູ່ໃຊ້ກໍສາມາດຍື່ນຟ້ອງຮ້ອງ ແລະ ນຳໃຊ້ກົດ GDPR ນີ້ຄືນໄດ້ ຄ່າປັບໄໝກໍຄື 4% ຂອງລາຍໄດ້ທັງໝົດຂອງບໍລິສັດ

https://www.kyoceradocumentsolutions.co.uk/index/general_data_protection/7_things_to_prepare.-cps-79656-Image.cpsimage.png

ການປັບຕົວ

ສິ່ງທີ່ເຮົາຈະປັບຕົວໄດ້ ໃນເບື້ອງບໍລິສັດກໍຄືການເຮັດຕາມກົດ GDPR ທີ່ໄດ້ວາງອອກນັ້ນໃຫ້ຄົບ ແລະ ເປັນມາດຕະຖານກັບ EU ໄປເລີຍ.​ ເຖິງແມ້ວ່າກົດນີ້ຈະນຳໃຊ້ໄດ້ແຕ່ຄົນທີ່ມາຈາກ EU ເທົ່ານັ້ນກໍຕາມ. ເພາະຂໍ້ມູນສ່ວນຕົວທີ່ເກັບໄປນັ້ນ ຖ້າບໍ່ນຳໃຊ້ ຫຼື ບໍ່ມີກົດຄວບຄຸມນີ້ ກໍມີໂອກາດສ່ຽງທີ່ຈະຖືກນຳໄປໃຊ້ໃນການເຮັດໂຄສະນາ, Call center ໂທມາຕົວະຍົວະໃຫ້ນຳໃຊ້ບໍລິການໃດໜື່ງທີ່ເຮົາບໍ່ຕ້ອງການ ແລະ ອື່ນໆ ລ້ວນແຕ່ມາຈາກຂໍ້ມູນສ່ວນຕົວຂອງຜູ່ໃຊ້ ທີ່ເຂົາເອົາໄປວິເຄາະ ແລະ ສົ່ງກັບມາໃຫ້ເຮົາໃນຮູບແບບດັ່ງກ່າວ ເຫຼົ່ານີ້ເປັນຕົ້ນ. ນີ້ຍັງບໍ່ໄດ້ນັບໃນເລື່ອງຂອງຄວາມເຊື່ອ, ການປຸກລະດົມຕ່າງໆ ແລະ ສ້າງຄວາມຂັດແຍ້ງຕ່າງໆ ທີ່ມາຈາກຂໍ້ມູນຜູ່ໃຊ້ເຮົາເອງລ້ວນໆ.

ສຳລັບບາງປະເທດກໍຍັງຖືເບົາໃນເລື່ອງນີ້ ແລະ ຍັງບໍ່ມີກົດໝາຍຄວບຄຸມຂໍ້ມູນສ່ວນຕົວ. ໃນຝັ່ງຜູ່ໃຊ້ງານເອງກໍຢາກໃຫ້ທຸກຄົນຕື່ນຕົວລະມັດລະວັງການນຳໃຊ້ ຫຼື ໃຫ້ຂໍ້ມູນສ່ວນຕົວຂອງຕົວເອງຫຼາຍເກີນໄປ ເພາະອາດເປັນໄພໜື່ງທີ່ເຮົາບໍ່ສາມາດຄາດເດົາໃດ.

ຕົວຢ່າງໜື່ງກໍຄື ເຫດການທີ່ Facebook ອະນຸຍາດໃຫ້ນຳໃຊ້ຂໍ້ມູນຂອງຜູ່ໃຊ້ໄປໃນທາງທີ່ບໍ່ດີ ຈົນຂຶ້ນໂຮງຂຶ້ນສານມາ ເຫຼົ່ານີ້ເປັນຕົ້ນ

--

--