JavaScript EP1: Event Loop♻️

phatsss
LaoITDev
Published in
3 min readMar 31, 2023
A cat is confusing about event loop

ຫ່າງຫາຍໄປດົນສົມຄວນ, ດຽວມື້ນີ້ຈະຂຽນເລື່ອງເບື້ອງເລິກເບື້ອງຫຼັງຂອງພາສາ JavaScript ໃຫ້ອ່ານເພື່ອເປັນພື້ນຖານໃນການນຳໃຊ້ພາສາ JavaScript ໃຫ້ມີປະສິດທິພາບ(ຫຼືບໍ່?).

Hey JS ♻️!

JS ເປັນພາສາທີ່ເຮັດວຽກແບບ **single-threaded** ແລະ **non-blocking** ໝາຍຄວາມວ່າມັນຈະເຮັດວຽກພຽງແຕ່ 1 task ຕໍ່ຄັ້ງ, ເບິ່ງຄືວ່າມັນກໍ່ບໍ່ມີບັນຫາຫຍັງ ແຕ່ລອງຄິດພາບເບິ່ງວ່າເຮົາມີ task ທີ່ຕ້ອງ process ໂດຍໃຊ້ເວລາທັງໝົດ 30 ວິນາທີ. ໃນຂະນະທີ່ task ຍັງເຮັດວຽກບໍ່ແລ້ວເທື່ອ, ແຕ່ເຮົາຕ້ອງມານັ່ງຖ້າ 30 ວິນາທີກ່ອນທີ່ຈະເກີດເຫດການອື່ນໆຕໍ່(JS ຈະ run ຢູ່ເທິງ main thread ຂອງ browser by default ຢູ່ແລ້ວ, ດັ່ງນັ້ນ UI ທຸກຢ່າງຈະຍັງຄ້າງຢູ່ແບບນັ້ນ)😖 ແລ້ວໃຜຊິມານັ່ງຖ້າເວັບຊ້າໆແບບນັ້ນລ່ະ? ນີ້ມັນ 2023 ແລ້ວໃດ🤣🤣🤣

ໂຊກດີແນ່ທີ່ browser ມີບາງ features ທີ່ JavaScript engine ບໍ່ມີມາໃຫ້ເຊັ່ນ: Web API — ໃນນີ້ປະກອບມີ DOM API, setTimeout, HTTP requests ເປັນຕົ້ນ, ເຊິ່ງມັນເຮັດໃຫ້ເຮົາສາມາດຂຽນແບບ async, non-blocking ໄດ້.

ເມື່ອເຮົາເອີ້ນໃຊ້ function ໃດໆກໍ່ຕາມ, ສິ່ງທຳອິດທີ່ມັນເຮັດກໍ່ຄືມັນຈະ added ເຂົ້າໄປໃນ `call stack`. `call stack` ເປັນສ່ວນໜຶ່ງຂອງ JS engine ແລະ ມັນບໍ່ໄດ້ເປັນສິ່ງທີ່ມີສະເພາະ browser — ໝາຍຄວາມວ່າມັນເປັນ stack ລັກສະນະການເຮັດວຽກຂອງມັນກໍ່ຈະເປັນແບບ first in, last out (ຄິດພາບຈານໃສ່ເຂົ້າທີ່ກອງກັນເປັນຊັ້ນໆ ເມື່ອເຮົາຈະໃຊ້ຈານເຫຼົ່ານັ້ນແມ່ນເຮົາຈະທຳການຢິບເອົາຈາກອັນທີ່ຢູ່ເທິງສຸດກ່ອນ)🥞 ແລະ ເມື່ອ function ທີ່ເຮົາເອີ້ນໃຊ້ທຳການ return value ຫຼື ເຮັດວຽກສຳເລັດແລ້ວ ມັນຈະຖືກ popped ອອກໄປຈາກ stack.

- function ທີ່ຖືກເອີ້ນໃຊ້ຈະຖືກ pushed ເຂົ້າໄປໃນ `call stack`.
- ເຮັດວຽກບາງຢ່າງພາຍໃນ function ແລ້ວ return value.
- ຫຼັງຈາກເຮັດວຽກສຳເລັດ function ນັ້ນຈະຖືກ popped ອອກໄປຈາກ stack.

ຈາກຕົວຢ່າງເຫັນວ່າ `respond` function ມີການ return `setTimeout` function. ເຊິ່ງ `setTimeout` ແມ່ນໄດ້ມາຈາກ Web API — ໃຊ້ໃນການ delay task ໂດຍທີ່ບໍ່ມີການ block main thread. callback function ທີ່ເຮົາ passed ໄປຍັງ `setTimeout` function, ຈະຢູ່ໃນຮູບແບບ arrow function `() => { return ‘Hey’}` ຈະຖືກ added ໄປຍັງ Web API. ໃນຂະນະດຽວກັນ `setTimeout` function ແລະ respond function ຈະຖືກ popped ອອກຈາກ stack ແລະ ທັງ 2​ function ຈະ return value ຂອງຕົວເອງ.

ໃນສ່ວນຂອງ Web API ຈະມີຕົວຈັບເວລາ(timer)ຈະຣັນໄປເລື້ອຍໆຈົນກວ່າຈະຄົບ 1000ms ແລ້ວຈຶ່ງຈະເຮັດສ່ວນຂອງ argument ທີ 2 ທີ່ເຮົາ passed ເຂົ້າໄປ. `callback function` ຈະຍັງບໍ່ຖືກ added ເຂົ້າໄປໃນ `call stack` ເທື່ອ, ແຕ່ຈະ passed ເຂົ້າໄປໃນ `queue` ແທນ.

ໃນສ່ວນນີ້ອາດຈະສັບສົນໜ້ອຍໜຶ່ງ, ຈາກຕົວຢ່າງໝາຍຄວາມວ່າ: ຫຼັງຈາກທີ່ timer ເຮັດວຽກໄປຈົນຄົບ 1000ms `callback function` ຂອງເຮົາຈະຖືກ added ເຂົ້າໄປໃນ `queue` ກ່ອນເພື່ອລໍຖ້າໃນການທີ່ຈະຖືກ added ເຂົ້າໄປໃນ `call stack` ອີກເທື່ອໜຶ່ງ 😵‍💫.

ແລະພະເອກຂອງເຮົາໃນ ep ນີ້ກໍ່ຄື: `event loop` ນີ້ເອງງງງ😎 — ອັນທີ່ຈິງ `event loop` ມີໜ້າທີພຽງແຕ່ connecting `queue` ກັບ `call stack` ຖ້າ `call stack` ວ່າງຢູ່(empty)ເທົ່ານັ້ນ🤣🤣🤣. ດັ່ງນັ້ນ ຖ້າຫາກທຸກໆ function ທີ່ຖືກເອີ້ນໃຊ້(invoked)ໄດ້ return value ຂອງຕົວເອງ ແລະ ຖືກ popped ອອກຈາກ `call stack` ແລ້ວ, item ທຳອິດທີ່ຢູ່ໃນ `queue` ຈະຖືກ added ເຂົ້າມາໃນ `call stack`. ໃນກໍລະນີນີ້ບໍ່ມີ function ອື່ນທີ່ຖືກເອີ້ນໃຊ້, ດັ່ງນັ້ນມັນຈຶ່ງຢິບເອົາ item ທຳອິດທີ່ຢູ່ໃນ `queue`(ໃນນີ້ມີພຽງ 1 item)ແລ້ວ added ເຂົ້າໃນ `call stack`.

ຂະບວນການໂດຍຫຍໍ້: callback ໄດ້ຖືກ added ເຂົ້າໄປໃນ `call stack`, ເອີ້ນໃຊ້(invoked0, return value, popped callback ອອກຈາກ `call stack`.

ຫຼັງຈາກທີ່ອ່ານຂະບວນການການເຮັດວຽກຂອງ JS ດ້ານເທິງແລ້ວ ເຮົາມາລອງເຝິກສະໝອງດ້ວຍການລອງຄິດພາບການເຮັດວຽກຂອງຂະບວນການດ້ານລຸ່ມເບິ່ງວ່າ function ໃດຈະເຮັດວຽກສຳເລັດກ່ອນກັນ.

const foo = () => console.log("First");
const bar = () => setTimeout(() => console.log("Second"), 500);
const baz = () => console.log("Third");
bar();
foo();
baz();

ຈາກ code ດ້ານເທິງຈະມີຂະບວນການດັ່ງນີ້:

ອະທິບາຍ:
1. ເຮົາເອີ້ນໃຊ້(invoked) `bar` function, `bar` ຈະ return `setTimeout` function.
2. callback ທີ່ເຮົາ passed ເຂົ້າໄປໃນ `setTimeout` ຈະຖືກ added ເຂົ້າໄປໃນ Web API, ເຊິ່ງ `setTimeout` function ແລະ `bar` ຈະຖືກ popped ອອກຈາກ `call stack`.
3. timer ຈະຣັນໄປເລື້ອຍໆ, ໃນຂະນະດຽວກັນ `foo` function ກໍ່ຖືກເອີ້ນໃຊ້ ແລະ logs ຄ່າອອກມາ `First`. `foo` return (undefined), baz ຖືກເອີ້ນໃຊ້ ແລະ callback ກໍ່ຖືກ added ເຂົ້າໄປໃນ `queue`.
4. `baz` ຈະ logs ຄ່າ `Third`. `event loop` ເຫັນວ່າ `call stack` ວ່າງຢູ່(empty) ຫຼັງຈາກທີ່ `baz` ໄດ້ທຳການ return ຄ່າສຳເລັດ. ຫຼັງຈາກທີ່ແຕ່ລະ callback ຖືກ added ເຂົ້າໄປໃນ `call stack` ແລ້ວ.
5. callback ຈະ logs ຄ່າ `Second `

--

--