VSCode text editor ຍອດນິຍົມ

Saleumsack KEOBOUALAY
LaoITDev
Published in
2 min readJan 22, 2018

VSCode ໃນຊື່ເຕັມ Visual Studio Code. ຊຶ່ງເປັນ Text Editor ທີ່ສ້າງຂຶ້ນໂດຍບໍລິສັດ microsoft(ຜູ່ພັດທະນາລະບົບທີ່ເຮົາຄຸ້ນເຄີຍກັນ).

icon

VSCode ແມ່ນເປິດໃຫ້ນຳໃຊ້ຕັ້ງແຕ່ວັນທີ 29 ເມສາ 2015 ເປັນຕົ້ນມາ. ມີຄວາມໂດດເດັ່ນໃນເລື່ອງຂອງຄວາມໄວ, ຮອງຮັບຫຼາກຫຼາຍພາສາໂປຣແກມ ແລະ ໃຊ້ຊັບພະຍາກອນເຄື່ອງຕຳ່. ອີກຈຸດເດັ່ນໜື່ງກໍແມ່ນເລື່ອງຂອງສ່ວນຂະຫຍາຍ ຫຼື Extension ທີ່ມີຢູ່ຫຼາກຫຼາຍໃຫ້ເຮົາເລືອກນຳໃຊ້ດັ່ງໃຈເຮົາຕ້ອງການ ແລະ ຍັງຖືວ່າເປັນເຄື່ອງມືໜຶ່ງທີ່ໄດ້ຮັບຄວາມນິຍົມເປັນອັນດັບຕົ້ນໆໃນຕອນນິ້

ດາວໂຫຼດ ແລະ ຕິດຕັ້ງ Visual Studio Code

ເຂົ້າໄປທີ່ https://code.visualstudio.com/download

ພາຍໃນເວັບກໍຈະປະກອບມີ 3 ສ່ວນຫຼັກໆໃຫ້ດາວໂຫຼດ ທັ້ງນີ້ກໍແລ້ວແຕ່ຜູ່ອ່ານຈະເລືອກ ດາວໂຫຼດ ຕາມລະບົບປະຕິບັດການໃຊ້ຢູ່ :p

ການຕິດຕັ້ງກໍບໍ່ມີຫຍັງຍາກຫຼາຍມີແຕ່ກົດ next ໄປເລື້ອຍໆ ແຕ່ກໍແນະນຳໃຫ້ອ່ານແຕ່ລະໂຕ

ເມື່ອສຳເລັດແລ້ວ. ເຮົາກໍຈະໄດ້ໄອຄອນ VSCode ທີ່ເປັນສິຟ້າປະມານນີ້(ຜູ່ຂຽນແມ່ນໃຊ້ລະບົບປະຕິບັດການ macOS). ເຮົາຈະບໍ່ຫຼົງໂປຣແກມອີກແລ້ວ ເພາະນັບຕັ້ງແຕ່ເວີຊັ່ນ 1.8 ຂຶ້ນໄປ microsoft ໄດ້ກັບມາໃຊ້ ໄອຄອນທີ່ເປັນສີຟ້າຄືນໃຫ້ກັບ vscode ຕ່າງຈາກສີສົ້ມກ່ອນໜ້ານີ້ 55555

ແນະນຳສ່ວນເສິມ Visual Studio Code

  • Dracular Official — ປ່ຽນ theme VSCode ໃຫ້ມືດໆ ເທ່ໆ(ສາຍດາກ)
  • Git Lens — ຈະເປັນເງົາໆສະແດງການປ່ຽນແປງຂອງແຕ່ລະບັນທັດຂອງ git
  • Terminal — shortcut ເຂົ້າໜ້າ Integrated Terminal
  • Angular Essentials
  • Angular v5 Snippets
  • Angular2-inline
  • Angular Language Service — ສຳລັບຈັດການເລື່ອງ template
  • Beautify
  • Material Icon Theme — ສຳລັບການປ່ຽນໄອຄອນໂປເຈັກ ແບບເທ່ໆ ມີຫຼາກຫຼາຍແບບໃຫ້ເລືອກໃຊ້
  • ESLint
  • HTML Snippets
  • Debugger for Chrome

ສະຫຼຸບ

ສຳລັບເຈົ້າຂອງບົດຄວາມ ແມ່ນໄດ້ເລີ່ມໃຊ້ມາໄດ້ໄລຍະໜຶ່ງແລ້ວ ຊຶ່ງຍ້າຍມາຈາກ WebStorm ກັບ phpStorm(ສອງອັນນີ້ແມ່ນຕ້ອງໄດ້ເສຍເງິນຊື້) ເຫັນວ່າ VSCode ແມ່ນໄດ້ຮັບຄວາມນິຍົມຫຼາຍ ບວກກັບສາມາດປັບແຕ່ງໃຫ້ເໝາະກັບງານແຕ່ລະງານໄດ້ດີ ແລະ ໄວ. ສະນັ້ນ,ຈິງຢາກເອົາມາແນະນຳຟາກມືໃໝ່ ແລະ ມືເກົ໋າໆທັງຫຼາຍ ອິອິອິ

ຖ້າບົດຄວາມນີ້ເປັນປະໂຫຍດ ສາມາດສົ່ງເສີມຜູ່ຂຽນດ້ວຍການ Share ຫຼື ກົດປຸ່ມ Clap ຄ້າງໄວ້ໄດ້ ເພື່ອເປັນກຳລັງໃຈກັນ :)

--

--