ການສ້າງ Key Store ໄວ້ລົງແອັບ

Khampasith Chanthavong
MounoyDev
Published in
2 min readNov 13, 2017

ເມື່ອໃດທີ່ເຮົາສ້າງ ແອັບ android ສຳເລັດແລ້ວ ຢາກຈະຈະອັພໂຫຼດ App ຂຶ້ນ Play Store. ຈຳເປັນຕ້ອງໄດ້ ສ້າງ Key Store ເພີ່ອ Sign App ເຮົາຂຶ້ນ Store ໄດ້

Key Store ມີໄວ້ເພື່ອຫຍັງ

Key Store ມີໄວ້ເພື່ອບົງບອກວ່າຄວາມເປັນເຈົ້າຂອງແອັບນັ້ນໆ ເຊຶ່ງໃຊ້ໄວໃນການ build ແອັບລົງ Play Store

ຢ່າເຮັດ Key Store ເສ້ຍ

Key Store ເປັນດັງກະແຈໜຶ່ງທີໃຊ້ build ແລະບອກຄວາມເປັນເຈົ້າແອັບເຮົາໄດ້ ຖ້າເຮັດເສ້ຍ ກະຈິບຫາຍ ໂລດລະ ເພາະຈະບໍ່ສາມາດ ອັພເດັດແອັບດັ້ງກ່າວໄດ້ ມີແຕ່ລົບແອັບ ລະສ້າງໃຫ່ມຢ່າງດຽວ

ສ້າງ Key Store ແນວໃດ

keytool ເປັນເຄື່ອງມືໃນການສ້າງ Key Store ເຊຶ່ງຈະຕິດມານຳ JDK
ນຳສັ່ງໃນການສ້າງ
keytool -genkey -v -keystore key-name.keystore -alias alias-name -keyalg rsa -keysize 2048 -validity 10000
key-name: ຊື່ KeyStore
alias ຊື່
validity: ຈຳນວນວັນ ແນະນຳ 10000 ວັນ ປະມານ 28 ປີ

ໃສ່ລາຍລະອຽດ ຂອງເຮົາຕາມປົກກະຕິ
ທໍນີ້ກະໄດ້ key-name.keystore ໄວ້ໃຊ້ແລ້ວ
ສຳຄັນແຕ່ ລະຫັດ keystore password ກັບ key password for ຈະຕ້ອງບໍ່ຄືກັນ

ນຳໄປໃຊ້ແນວໃດ

ຜູ້ຂຽນໃຊ້ cordova ເປັນຫລັກຈັງຂໍໃຊ້ໃນແບບ cordova ເລີຍນໍ
cordova build android --release -- --keystore="mounoydev.keystore" --storePassword=123456 --alias=mounoydev --password=234567
ລະຫັດຕ້ອງອັນດຽວກັນກັບທີສ້າງkeystore
ເມື່ອbuild ສຳເລັດ ກໍເອົາໄປເອົາ apk ໃນ /platforms/android/build/outputs/apk/android-release.apk ໄປລົງໄດ້ຕາມສະບາຍ

ປລ. ໃຜຍັງບໍ່ມີ Deverloper Account ເທື່ອ ກະສາມາດຊື່ໄດ້
ແລ້ວ ຖ້າບໍ່ຢາກຊື່ເດ?…..ຝາກລົງນຳຫມູນ້ອຍກະໄດ້ ດຽວແບ່ງໆ ໃຫ້ໃຊ້ນຳ ອິນບ໋ອກມາເດີ

--

--